ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ອິດ​ສະຫຼະ​ພາບ ​ໃນ​ການ​ນັບຖື ສາດສະໜາ ຢູ່ໃນ​ທົ່ວ​ໂລກ "ໄດ້ຖືກໂຈມຕີ"


ທ.​​ໄມ​ຄ໌ ພອມ​ເປ​ໂອ (ຂວາ) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ແລະ ທ່ານແຊມ ບຣາວ​ແບັກ (Sam Brownback) (ຊ້າຍ) ​ເອກ​ອັກຄະ​ລັດຖະທູດກິດຕິ​ມະ​ສັກ ​ດ້ານອິດ​ສະຫລະ​ພາບ ​ໃນ​ການ​ນັບຖືສາດສະໜາ ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ ​ເປີດ​ເຜີຍ​ບົດ​ລາຍ​ງານປະ​ຈໍາປີ ​ຂອງ​ກະຊວງ ​ໃນວັນທີ 29 ພຶດສະພາ, 2018 ທີ່ນະຄອນຫລວງ ວໍຊິງຕັນ.
ທ.​​ໄມ​ຄ໌ ພອມ​ເປ​ໂອ (ຂວາ) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ແລະ ທ່ານແຊມ ບຣາວ​ແບັກ (Sam Brownback) (ຊ້າຍ) ​ເອກ​ອັກຄະ​ລັດຖະທູດກິດຕິ​ມະ​ສັກ ​ດ້ານອິດ​ສະຫລະ​ພາບ ​ໃນ​ການ​ນັບຖືສາດສະໜາ ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ ​ເປີດ​ເຜີຍ​ບົດ​ລາຍ​ງານປະ​ຈໍາປີ ​ຂອງ​ກະຊວງ ​ໃນວັນທີ 29 ພຶດສະພາ, 2018 ທີ່ນະຄອນຫລວງ ວໍຊິງຕັນ.

ສະຫະລັດ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ອິດ​ສະຫລະ​ພາບ​ໃນ​ການ​ນັບຖື
ສາດສະໜາ​ແມ່ນ "ໄດ້ຖືກໂຈມຕີ" ຢູ່ໃນ​ທົ່ວ​ໂລກ.

"ສະຖານະ​ການ​ດ້ານອິດ​ສະຫລະ​ພາບ​ໃນ​ການ​ນັບຖືສາດສະໜາ​ແມ່ນໄດ້ຖືກໂຈມ
ຕີຢ່າງແຮງ”
ອີງ​ຕາມ​ຄໍາ​ເວົ້າຂອງ​ທ່ານ​ແຊມ ບຣາວ​ແບັກ (Sam Brownback) ​ເອກ​
ອັກຄະ​ລັດຖະທູດ ກິດຕິ​ມະ​ສັກ ​ດ້ານອິດ​ສະຫລະ​ພາບ​ໃນ​ການ​ນັບຖືສາດສະໜາປະ​ຈໍາ
​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ຂະນະ​ທີ່​ທ່ານ​ ແລະ​ລັດຖະມົນຕີ​ກະຊວງ​ການ​
ຕ່າງປະ​ເທດ​ສະຫະລັດ, ທ່ານ ໄມ​ຄ໌ ພອມ​ເປ​ໂອ ​ເປີດ​ເຜີຍ​ບົດ​ລາຍ​ງານປະ​ຈໍາປີ​ຂອງ​ກະ
ຊວງ ​ທີ່​ສະຫລຸບວ່າ ຫລາຍ​ປະ​ເທດ​ໃນ​ທົ່ວໂລກ​ໄດ້​ປາບ​ປາບ​ພວກ​ທີ່ເຊື່ອຖື​ສາດສະໜາ ​
ແລະລົງ​ໂທດ​ພວກ​ເຂົາ​ເຈົ້າຢ່າງໜັກຍ້ອນ​ການ​ເຊື່ອ​ຖື​ດັ່ງກ່າວ​ຂອງ​ພວກ​ເຂົາ​ເຈົ້າ.

​ເຖິງ​ແມ່ນ​ວ່າ​ສະຫະລັດ​ກໍາລັງ​ດໍາ​ເນີນ​ການ​ເພື່ອ​ກະກຽມກອງ​ປະຊຸມ​ສຸດ​ຍອດທີ່​ຈະຈັດ​
ຂຶ້ນ​ໃນ​ວັນ​ທີ 12 ມິຖຸນາ ລະຫວ່າງ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ແລະ​ທ່ານ ກິມຈົງ ອຶນ
ຂອງ​ເກົາຫລີ​ເໜືອກ່ຽວກັບ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ພຽງຢາງກໍ​ຕາມ ບົດ​ລາຍ​ງານ
ຂອງ​ກະຊວງ​ການ​ຕ່າງປະ​ເທດ​ດັ່ງກ່າວ​ຍັງ​ໄດ້​ຈັດ​ເອົາປະ​ເທດຄອມ​ມີ​ວນິສທີ່ຢູ່​ໂດດດ່ຽວ
​ແຫ່ງ​ນັ້ນ ​ໃຫ້​ເປັນປະ​ເທດທີ່​ລ່ວງລະ ເມີດຕໍ່​ພວກ​ທີ່​ນັບຖື​ສາດສະໜາ.

"ລັດຖະບານຍັງ​ສືບຕໍ່ປະຕິບັດ​ແບບ​ຮຸນ​ແຮງ​ຕໍ່ພວກ​ທີ່​ນັບຖື​ສາດສະໜາ​ເກືອບໝົດ
ທຸກ​ສາດສະໜາໂດຍ​ການ​ປະຫານ​ຊີວິດ, ທໍລະມານ, ທຸບ​ຕີ, ​ແລະ​ຈັບ​ກຸມ" ອີງ​ຕາມ​
ບົດລາຍ​ງານສະບັບ​ນັ້ນ. "​ເຊື່ອກັນ​ວ່າ ​ມີນັກ​ໂທດ​ການ​ເມືອງປະມານ 80,000 ຫາ
120,000 ຄົນ, ຊຶ່ງ​ໃນ​ນັ້ນບາງ​ຄົນກໍ​ຖືກ​ຂັງ​ຄຸກ​ຍ້ອນ​ເຫດຜົນ​ທາງສາ​ດສະໜາ ​ໄດ້​
ຖືກຄຸມ​ຂັງ​ຢູ່​ໃນລະບົບ​ຄ້າຍ​ຄຸມ​ຂັງ​ທາງ​ການ​ເມືອງ​ໃນ​ເຂດ​ຫ່າງ​ໄກ​ສອກຫລີກຢູ່​ພາຍ
​ໃຕ້​ສະພາບ​ທີ່ໜ້າສະຫຍອງ​ຂວັນ."


ທ່ານ​ບຣາວ​ແບັກ (Brownback) ຍັງເວົ້າ​ອີກ​ວ່າ "ສິ່ງ​ທີ່​ພວກ​ເຮົາ​ຮູ້​ກໍ​ຄືພວກ​ເຮົາ​ມີ​
ລະບົບຄ້າຍ​ຄຸມ​ຂັງ​ແບບຣັດ​ເຊຍ ຍັງຖືກນຳມາໃຊ້ ຢູ່​ໃນ​ເກົາຫລີ​ເໜືອ ​ແລະ​ມັນ​ເປັນ​
ສະພາບ​ການ​ທີ່ໜ້າຢ້ານກົວ ມາ​ໄດ້​ຫລາຍ​ປີ​ແລ້ວ. ເຮົາ​ສາມາດເບິ່ງ​ຢູ່​ໃນ​ດາວ​ທຽມ
— ດາວ​ທຽມທີ່​ເປີດ​ໃຫ້​ເບິ່ງ​ຢ່າງ​ອິດ​ສະຫລະ​ໄດ້— ​ແລະເຫັນຄ້າຍ​ຄຸມ​ຂັງເຫລົ່ານີ້ບາງ​
ແຫ່ງ​ ​ແລະ​ເຫັນ​ສະພາບ​ ຂອງ​ພວກ​ເຂົາ​ເຈົ້າ. ​ເຮົາ​ມີ​ຄົນ​ທີ່​ໄດ້ ໜີອອກ​ມາຈາກ​ເກົາ​ຫລີ​
ເໜືອ​ແລະ​ຂຽນກ່ຽວກັບ​ສະພາບ​ການ​ໃນ​ປະ​ເທດ​ດັ່ງກ່າວ. ພວກ​ເຮົາ​ຮູ້​ວ່າ​ມັນ​ເປັນ​
ການ​ຍາກ​ຫລາຍ ​ແລະຮ້າຍ​ແຮງ ​ແລະ​ໂດຍ​ສະ​ເພາະ​ແມ່ນສໍາລັບ​ພວກ​ທີ່​ນັບຖື​ສາດ
ສະໜາ, ​ແລະ​ເພາະສະນັ້ນ​ແຫລະເກົາ​ຫລີເໜືອ​ຈຶ່ງ​ຍັງເປັນປະ​ເທດ​ທີ່ພວກ​ເຮົາເປັນ​
ຫ່ວງແບບພິ​ເສດ​ຢູ່."


ທ່ານ​ບຣາວ​ແບັກ (Brownback) ກ່າວ​ຕໍ່ວີ​ໂອ​ເອ​ວ່າ ໃນ​ມຸມ​ມອງ​ຂອງ​ທ່ານ​ແລ້ວ ​ແມ່ນ
ເຫັນ​ວ່າ ການ​ກໍາຈັດ​ຊາວ​ໂຣຮິງ​ຢາທີ່​ເປັນ​ມຸສລິ​ມນັ້ນ ​ແມ່ນ "​ເປັນ​ການກວດລ້າງທາງ​
ສາດສະໜາ."

ທ່າ​ນກ່າວອີກ​ວ່າ "ການຈັດປະ​ເພດ​ທາງ​ດ້ານ​ກົດໝາຍທີ່​ເປັນ​ທາງ​ການ ​ກໍແມ່ນ​ການ​
ກວດລ້າງຊົນຊາດຊົນເຜົ່າຊາດ, ​ແຕ່​ວ່າ​ມັນ​ເປັນ​ການ​ກວດລ້າງຊົນຊາດຊົນເຜົ່າ ​ຢູ່​
ໃນ​ກຸ່ມ​ທີ່​ຖື​ສາດສະໜາສ່ວນ​ນ້ອຍ ຊຶ່ງ​ແມ່ນ​ຊາວ​ໂຣຮິງ​ຢາທີ່​ເກືອບໝົດທຸກ​ຄົນ​ເປັນ​
ມຸສລິ​ມນັ້ນ.


ທ່າ​ນກ່າວມ້ວນທ້າຍ​ວ່າ "ຂ້າພະ​ເຈົ້າຄິດ​ວ່າ ມັນພວມຊຸດໂຊມລົງນັບ​ຂຶ້ນ. ​ແຕ່​ວ່າ ພວກ​
ເຮົາ​ຕ້ອງ​ໄດ້​ພ້ອມ​ກັນເອົາ​ບາດກ້າວ​ຢ່າງແຂງ​ຂັນ​ຂຶ້ນ ​ໃນ​ນາມ​ທີ່​ເປັນ​ປະ​ເທດຕ່າງໆ​
ແລະຊຸກຍູ້ຄືນ​ຕໍ່​ສິ່ງທີ່ທະຫານ​ກໍາລັງ​ເຮັດ​ຢູ່ດຽວນີ້ ​ໃນມຽນມາ ​ແລະ​ບັນຫາຕ່າງໆ ທີ່​
ເກີດ​ຢູ່​ໃນ​ປະ​ເທດດັ່ງກ່າວ​ໃຫ້ຖອຍຫລັງຄືນ​ໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG