ພວກເຈົ້າໜ້າທີ່ຊ່ອຍເຫຼືອກູ້ໄພແລະບໍລິຫານຈັດການ ແມ່ນກຳລັງ
ພະຍາຍາມເຂົ້າຮອດເຂົ້າເຖິງເກາະທີ່ຢູ່ນອກອອກໄປຂອງເກາະ
Vanuatu ໃນວັນອັງຄານມື້ນີ້ ເພື່ອເຂົ້າໄປຊ່ອຍກູ້ໄພພວກທີ່
ກະທົບຈາກພາຍຸໄຊໂຄລນ.
ອາກາດບໍ່ດີ ການຕິດຕໍ່ກໍແບບຈຳກັດ ແລະພູມິປະເທດກໍປະ
ກອບດ້ວຍຫຼາຍກວ່າ 80 ເກາະ ແລະພາໃຫ້ມີຄວາມຫຍຸ້ງ
ຍາກລຳບາກ ສຳຫລັບພວກເຈົ້າໜ້າທີ່ຊ່ອຍເຫຼືອກູ້ໄພ ໃນເຂົ້າ
ເຖິງແລະເກັບກຳເລື່ອງຄວາມເສຍຫາຍ ແລະໃຫ້ຄວາມຊ່ອຍ
ເຫຼືອໃດໆ ນັບຕັ້ງແຕ່ພາຍຸໄດ້ເຂົ້າປະທະໃນແລງວັນສຸກແລ້ວນີ້.
ອົງການມະນຸດສະທຳສະຫະປະຊາຊາດ ກ່າວວ່າ ໄດ້ມີລາຍງານວ່າ ມີ 11 ຄົນ ເສຍຊີວິດແລ້ວ ຊຶ່ງຫຼຸດລົງມາຈາກຈຳນວນ 24 ຄົນ ທີ່ມີລາຍງານໃນເບື້ອງຕົ້ນນັ້ນ ແຕ່ວ່າເຈົ້າໜ້າທີ່ຄາດວ່າຈຳນວນຜູ້ເສຍຊີວິດຈະສູງຂຶ້ນອີກ. ມີ 3,300 ຄົນ ໄດ້ຖືກຍົກຍ້າຍເຂົ້າສູນສຸກເສີນ
ຊົ່ວຄາວ.
“ພາຍຸຫົວນີ້ ແມ່ນພາຍຸທີ່ຮ້າຍແຮງຫົວນຶ່ງໃນ Vanuatu.” ປະທານາທິບໍດີ Baldwin Lonsdale ໄດ້ບອກກັບ ອົງການຂ່າວ AP ໃນວັນຈັນວານນີ້ ໃນຂະນະທີ່ທຳການຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມກ່ຽວກັບການປ້ອງກັນໄພຫາຍຍະນະ ຊຶ່ງທ່ານກ່າວຕື່ມວ່າ “ຂ້າພະເຈົ້າຂໍເວົ້າວ່າ ມັນໃຫຍ່ຫລາຍ ໃຫຍ່ແທ້ໆ. ມັນສ້າງຄວາມເສຍຫາຍໃຫ້ແກ່ລັດຖະບານແລະປະຊາຊົນຂອງ Vanuatu. ຫຼັງຈາກທີ່ໄດ້ສ້າງສາພັດທະນາເປັນ
ທີ່ຮຽບຮ້ອຍແລ້ວ ສິ່ງທີ່ໄດ້ສ້າງມາແລ້ວນັ້ນ ກັບຖືກພັງທະລາຍລົງ.”
ພາຍຸໄຊໂຄລນ ໄດ້ທຳລາຍບ້ານເຮືອນ ແລະຕຶກອາຄານ ແລະໂຄ່ນຕົ້ນໄມ້ ໃນທົ່ວປະເທດ ເກາະດອນໃນເຂດມະຫາສະມຸດປາຊິຟິກຕອນໃຕ້ແຫ່ງນັ້ນ ດ້ວຍລົມແຮງທີ່ມີຄວາມໄວເຖິງ 270 ກິໂລແມັດ ຕໍ່ຊົ່ວໂມງ.
“ພາຍຸຫົວນີ້ ແມ່ນພາຍຸທີ່ຮ້າຍແຮງຫົວນຶ່ງໃນ Vanuatu.” ປະທານາທິບໍດີ Baldwin Lonsdale ໄດ້ບອກກັບ ອົງການຂ່າວ AP ໃນວັນຈັນວານນີ້ ໃນຂະນະທີ່ທຳການຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມກ່ຽວກັບການປ້ອງກັນໄພຫາຍຍະນະ ຊຶ່ງທ່ານກ່າວຕື່ມວ່າ “ຂ້າພະເຈົ້າຂໍເວົ້າວ່າ ມັນໃຫຍ່ຫລາຍ ໃຫຍ່ແທ້ໆ. ມັນສ້າງຄວາມເສຍຫາຍໃຫ້ແກ່ລັດຖະບານແລະປະຊາຊົນຂອງ Vanuatu. ຫຼັງຈາກທີ່ໄດ້ສ້າງສາພັດທະນາເປັນ
ທີ່ຮຽບຮ້ອຍແລ້ວ ສິ່ງທີ່ໄດ້ສ້າງມາແລ້ວນັ້ນ ກັບຖືກພັງທະລາຍລົງ.”
ພາຍຸ ໄຊໂຄລນ ໄດ້ທຳລາຍບ້ານເຮືອນ ແລະຕຶກອາຄານ ແລະໂຄ່ນຕົ້ນໄມ້ ໃນທົ່ວປະເທດ ເກາະດອນໃນເຂດມະຫາສະມຸດປາຊິຟິກຕອນໃຕ້ແຫ່ງນັ້ນ ດ້ວຍລົມແຮງທີ່ມີຄວາມໄວເຖິງ 270 ກິໂລແມັດ ຕໍ່ຊົ່ວໂມງ.
ວີດີໂອກ່ຽວກັບ ກອງປະຊຸມປ້ອງກັນໄພຫາຍະນະ: