ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງຈັດທີ່ໄດ້ຮັບ 'ແຮງກະຕຸ້ນ' ຈາກ ການເຂົ້າກຳອຳນາດ ຂອງຕາລີບານ ອາດເປັນໄພຂົ່ມຂູ່ ຕໍ່ຜົນປະໂຫຍດ ປາກິສຖານ ແລະຈີນ ອີງຕາມນັກຊ່ຽວຊານ


ນັກລົບຕາລີບານຄົນນຶ່ງ ຢືນຢູ່ແຄມທາງໃນເມືອງເຮຣາດ ເມື່ອວັນທີ 19 ກັນຍາ 2021.
ນັກລົບຕາລີບານຄົນນຶ່ງ ຢືນຢູ່ແຄມທາງໃນເມືອງເຮຣາດ ເມື່ອວັນທີ 19 ກັນຍາ 2021.

ຈີນແລະປາກິສຖານຄາດວ່າ ກຸ່ມຕາລີບານຈະປະຕິບັດຕາມຄຳໝັ້ນສັນຍາທີ່ຈະປາບປາມກຸ່ ມຫົວຮຸນແຮງຈັດຕ່າງປະເທດທີ່ຢູ່ໃນອັຟການິສຖານ ແຕ່ພວກນັກຊ່ຽວຊານກ່າວວ່າ ກຸ່ມເຫຼົ່ານີ້ແມ່ນໄດ້ຮັບ “ແຮງກະຕຸ້ນ” ຈາກການໄດ້ຮັບໄຊຊະນະຂອງກຸ່ມຕາລີບານໂດຍຈະກາຍເປັນບັນຫາທ້າທາຍໃໝ່ສຳລັບຜົນປະໂຫຍດຂອງປາກິສຖານແລະຈີນ.

ເມື່ອອາທິດແລ້ວ ໃນລະຫວ່າງກອງປະຊຸມ ການຮ່ວມມືສຸດຍອດ ຄັ້ງທີ 20 ທີ່ນະຄອນຊຽງໄຮ້ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ຕ່າງກໍໄດ້ຮຽກຮ້ອງໃຫ້ປະຊາຄົມສານາໆຊາດທຳການພົວພັນກັບກຸ່ມຕາລີບານແລະໃນເວລາດຽວກັນກໍຮຽກຮ້ອງໃຫ້ກຸ່ມຕາລີບານປະຕິບັດຕາມຄຳໝັ້ນສັນຍາຂອງພວກເຂົາ ທີ່ຈະຄວບຄຸມກຸ່ມກໍ່ການຮ້າຍຕ່າງໆ.

ກຸ່ມຕາລີບານກ່າວວ່າ ຕົນຈະບໍ່ອະນຸຍາດໃຫ້ ກຸ່ມກໍ່ການຮ້າຍໃດໆ ໃຊ້ດິນແດນອັຟການິສຖານໂຈມຕີປະເທດໃດໆ ໂດຍບໍ່ໄດ້ໃຫ້ການອະທິບາຍຢ່າງເປັນການສະເພາະເຈາະຈົງ. ພວກນັກຊ່ຽວຊານບາງຄົນກ່າວວ່າ ການເຂົ້າຢຶດອຳນາດຢ່າງວ່ອງໄວຂອງກຸ່ມຕາລີບານໃນນະຄອນຫຼວງກາບູລ ເຮັດໃຫ້ກຸ່ມຫົວຮຸນແຮງຈັດຢູ່ໃນຂົງເຂດມີຄວາມກ້າຫານຫຼາຍຂຶ້ນ ແລະປະເທດຕ່າງໆໃນພູມີພາກຄວນຄາດການໄດ້ເລີຍວ່າ ຈະບໍ່ມີສະຖຽນລະພາບຫຼາຍຂຶ້ນ ບໍ່ແມ່ນໜ້ອຍລົງ.

ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ເຂົ້າຮ່ວມກອງປະຊຸມການຮ່ວມມືສຸດຍອດຊຽງໄຮ້ ທີ່ນະຄອນດູຊານເບ ຕາຈິກກິສຖານ ເມື່ອວັນທີ 17 ກັນຍາ 2021.
ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ເຂົ້າຮ່ວມກອງປະຊຸມການຮ່ວມມືສຸດຍອດຊຽງໄຮ້ ທີ່ນະຄອນດູຊານເບ ຕາຈິກກິສຖານ ເມື່ອວັນທີ 17 ກັນຍາ 2021.

ທ່ານອາກີລ ຊາ (Aqil Shah) ສາສະດາຈານ ດ້ານການສຶກສາ ກ່ຽວກັບເຂດເອເຊຍໃຕ້ທີ່ມະ ຫາວິທະຍາໄລໂອກລາໂຮມາແລະນັກວິຊາການທີ່ກອງທຶນເພື່ອສັນຕິພາບໂລກຄາເນີກີ ກ່າວວ່າ “ຍັງບໍ່ມີຫຼັກຖານໃດໆສະແດງໃຫ້ເຫັນວ່າ ກຸ່ມຕາລີບານຈະທຳການຄວບຄຸມກຸ່ມເຫຼົ່ານີ້ເທື່ອ.” ແລະ ທ່ານກ່າວຕື່ມວ່າ ບັນຫາຂອງກຸ່ມຕາລີບານກໍແມ່ນ “ພວກເຂົາເວົ້າແນວນຶ່ງ ແລະພວກເຂົາຊ້ຳພັດເຮັດ ໃນທາງກົງກັນ ຂ້າມ.”

ທ່ານຊາກ່າວວ່າ ການເຂົ້າຢຶດອຳນາດຂອງກຸ່ມຕາລີບານໃນອັຟການິສຖານ ກ່ອນທີ່ຈະເຂົ້າຄວບຄຸມນະຄອນຫຼວງກາບູລນັ້ນ ເປັນ “ແຮງກະຕຸ້ນຂວັນ” ສໍາລັບກຸ່ມກໍ່ການຮ້າຍທັງຫຼາຍ ໂດຍສະເພາະພວກທີ່ມີຖານປະຕິບັດງານ ຢູ່ໃນອັຟການິສຖານ.

ຮູບນີ້ແຈກຢາຍໂດຍລັດຖະມົນຕີຕ່າງປະເທດຣັດເຊຽ ເມື່ອວັນທີ 14 ກໍລະກົດ 2021 ທີ່ສະແດງໃຫ້ເຫັນວ່າ ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ເຂົ້າຮ່ວມກອງປະຊຸມການຮ່ວມມືສຸດຍອດຊຽງໄຮ້
ຮູບນີ້ແຈກຢາຍໂດຍລັດຖະມົນຕີຕ່າງປະເທດຣັດເຊຽ ເມື່ອວັນທີ 14 ກໍລະກົດ 2021 ທີ່ສະແດງໃຫ້ເຫັນວ່າ ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ເຂົ້າຮ່ວມກອງປະຊຸມການຮ່ວມມືສຸດຍອດຊຽງໄຮ້

“ພວກນັກລົບຕ່າງປະເທດ” ເຫຼົ່ານີ້ ໃນອັຟການິສຖານແມ່ນມີຢູ່ປະມານ 8,000 ຫາ 10,000 ຄົນ ຮວມທັງພວກທີ່ມາຈາກ “ເຂດເອເຊຍກາງ ຈາກພາກເໜືອພູຄໍເຄຊັສ ຂອງສະຫະພັນຣັດເຊຍ ຈາກປາກິສຖານ ແລະເຂດປົກຄອງຕົນເອງຊິນຈຽງຂອງຊາວວີເກີ້ໃນຈີນ” ອີງຕາມລາຍງານຂອງອົງການສະຫະປະຊາຊາດ ທີ່ພິມເຜີຍແຜ່ໃນເດືອນມິຖຸນາປີ 2021 ຜ່ານມານີ້.

ສ່ວນລາຍງານຂອງສະຫະປະຊາຊາດໃນປີ 2020 ແຈ້ງວ່າ ມີພວກນັກລົບຕ່າງປະເທດໃນອັຟການິສຖານ 6,000 ຫາ 6,500 ຄົນ ມາຈາກປາກິສຖານ ແລະສ່ວນໃຫຍ່ຂອງພວກຫົວຮຸນແຮງເຫຼົ່ານີ້ ແມ່ນເປັນເຄືອຂ່າຍ ຂອງກຸ່ມເຕຣິກ-ອີ-ຕາລີບານ ປາກິສຖານ (Tehrik-i-Taliban Pakistan (TTP) ທີ່ສະຫະລັດລະບຸວ່າ ເປັນກຸ່ມກໍ່ການຮ້າຍ ທີ່ທຳການໂຈມຕີສ່ວນໃຫຍ່ຕໍ່ກຳລັງຮັກສາຄວາມສະຫງົບຂອງປາກິສຖານນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG