ເວລາພວກອົບພະຍົບເດີນທາງມາເຖິງປະເທດໃໝ່ ເຂົາເຈົ້າໄດ້ນຳເອົາສິ່ງຂອງຕິດໂຕ
ມານຳພຽງເລັກນ້ອຍ. ແຕ່ຫຼາຍໆຄົນ ໄດ້ນຳເອົາສິ່ງທີ່ມີຄຸນຄ່າຫຼາຍຫຼາຍກວ່ານັ້ນ ຄື
ພອນສະຫວັນ ແລະຄວາມສາມາດຂອງເຂົາເຈົ້າມານຳ. ພວກແມ່ຍິງອົບພະຍົບແລະ
ພວກຂໍລີ້ໄພ 20 ຄົນ ທີ່ມາຈາກຫລາຍໆເຂດຂອງໂລກ ຫວ່າງມໍ່ໆມານີ້ ໄດ້ເຕົ້າໂຮມ
ກັນຢູ່ຮ້ານຂາຍເຄື່ອງແຫ່ງນຶ່ງ ໃນນະຄອນຟິນິກສ໌ ລັດອາຣີໂຊນາ ເພື່ອວາງສະແດງ
ຜະລິດຕະພັນທີ່ເຂົາເຈົ້າເຮັດ ແລະເລົ່າເລື້ອງຊີວິດຄວາມເປັນມາ ຂອງເຂົາເຈົ້າສູ່
ຟັງ. ນັກຂ່າວວີໂອເອ ຈູນ ໂຊ ໂອ້ລົມກັບພວກແມ່ຍິງຈຳນວນນຶ່ງ ຊຶ່ງ ກິ່ງສະຫວັນ
ຈະນຳລາຍລະອຽດມາສະເໜີທ່ານ.
ນາງນາດາ ອາລຣູບາເຍ ກ່າວວ່າ “ຂ້າພະເຈົ້າມາຈາກອີຣັກ. ຂ້າພະເຈົ້າເປັນນາຍ
ຄູສອນສິນລະປະແລະຂ້າພະເຈົ້າມີລູກຊາຍສອງຄົນ. ລູກຊາຍຜູ້ນ້ອຍ ໄດ້ຖືກຂ້າ
ຕາຍຢູ່ແບັກແດດ. ຂ້າພະເຈົ້າໄດ້ຕັດສິນໃຈ ໄປເທີກີ ກັບລູກຊາຍອີກຄົນນຶ່ງ ເພາະ
ວ່າຂ້າພະເຈົ້າຢາກປ້ອງກັນລາວ. ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ມາລັດອາຣິ
ໂຊນາ."
ນາງໂຣເດນ ອາໂບ ຊີດ ກ່າວວ່າ “ຂ້າພະເຈົ້າໄດ້ຫລົບ ໜີມາຈາກຊີເຣຍ ເວລາສົງ
ຄາມໄດ້ເກີດຂຶ້ນ ເພາະບໍ່ມີຄວາມປອດໄພແລະບໍ່ມີໂອກາດສຳລັບພວກເດັກນ້ອຍ
ທີ່ຈະໄດ້ຮັບການສືກສາຕໍ່ ແລະເພາະວ່າຮ້ານອາຫານສາມີຂອງຂ້າພະເຈົ້າໄດ້ຖືກ
ໄຟໄໝ້ເປັນຂີ້ເທົ່າໄປໝົດ.”
ນາງທາມີນາ ແບສມາລ ກ່າວວ່າ “ພວກເຮົາພາກັນຫລົບໜີຈາກອັຟການິສຖານ ຂ້າ
ພະເຈົ້າ ພ້ອມດ້ວຍແມ່ຂອງຂ້າພະເຈົ້າ ແລະນ້ອງສາວສອງຄົນ ເພາະວ່າບໍ່ມີຄວາມ
ປອດໄພ ແລະບໍ່ມີໂອກາດຫຍັງໝົດ ສຳລັບພວກແມ່ຍິງທີ່ຈະໄປໂຮງຮຽນ ທີ່ຈະໄປ
ເຮັດວຽກ ທີ່ຈະມີອິດສະຫຼະ.”
ລາຍລະອຽດ ແລະບັນດາປະເທດຕ່າງໆອາດມີຄວາມແຕກຕ່າງກັນ ແຕ່ເລື່ອງລາວຂອງ
ເຂົາເຈົ້ານັ້ນ ແມ່ນມີລັກສະນະຄ້າຍຄືກັນ.
ພວກແມ່ຍິງອົບພະຍົບຫລາຍກວ່າ 20 ຄົນ ໄດ້ປະຄວາມເສົ້າໂສກແລະບາງຄັ້ງ ອາດ
ເປັນອະດີດທີ່ເສົ້າສະຫຼົດໃຈໄວ້ຢູ່ເບື້ອຫຼັງສຳລັບໂອກາດທີ່ຈະໄດ້ຂາຍຜະລິດ ຕະພັນທີ່
ເຂົາເຈົ້າເຮັດຂຶ້ນມານັ້ນ ຢູ່ໃນຮ້ານຂາຍເຄື່ອງແຫ່ງນຶ່ງທີ່ມີຜູ້ຈ່າຍຄ່າເຊົ່າໃຫ້ແລ້ວຢູ່ໃນ
ນະຄອນຟິນິກສ໌.
ພວກນັກສຶກສາຂັ້ນປະລິນຍາໂທ ຝ່າຍສັງຄົມສົງເຄາະ ທີ່ມະຫາວິທະຍາໄລລັດ ອາຣີ
ໂຊນາ ໄດ້ກໍ່ຕັ້ງຮ້ານຂາຍເຄື່ອງ ຕະຫລາດຈາກທົ່ວໂລກ ເພື່ອຊ່ວຍພວກແມ່ຍິງເຫລົ່າ
ນີ້ໃຫ້ສາມາດກຸ້ມຕົນເອງ.
ນາງອາລີຢາ ອາລ-ມາດີດ ນັກສຶກສາຂັ້ນປະລິນຍາໂທ ຈາກມະຫາວິທະຍາໄລ ອາຣີ
ໂຊນາ ກ່າວວ່າ “ໂຄງການຕະຫຼາດຈາກທົ່ວໂລກ ແມ່ນໄດ້ຮັບພັດທະນາດ້ວຍການ|
ຮ່ວມມືລະຫວ່າງອົງການທີ່ບໍ່ຫວັງຜົນກຳໄລທ້ອງຖິ່ນຢູ່ໃນລັດອາຣີໂຊນາ. ດັ່ງນັ້ນ
ການທີ່ພວກເຮົາອອກແບບໂຄງການນີ້ ພຽງແຕ່ໃຊ້ແນວຄິດຂອງທຸ ລະກິດໂລກ ຊຶ່ງ
ເປັນຮ້ານຂາຍເຄື່ອງ ແລະຮວມເຂົ້າກັນກັບວຽກງານສັງຄົມສົງເຄາະຂອງໂລກ.”
ສະມາຄົມແມ່ຍິງມຸສລິມອາເມຣິກັນ ຫລື AMWA ແມ່ນນຶ່ງໃນຈຳນວນບັນດາກຸ່ມທີ່ໃຫ້ການສະໜັບສະໜູນ.
ຍານາງອາສນາ ມາຊູດ ປະທານ ສະມາຄົມແມ່ຍິງມຸສລິມອາເມຣິກັນ ກ່າວວ່າ
ນີ້ພວກເຮົາໄດ້ເລີ້ມຕົ້ນໂຄງການເຝິກຫັດຄວາມຊໍານິຊຳນານໃໝ່ ໃຫ້ແກ່ພວກແມ່
ຍິງອົບພະຍົບ. ພວກເຮົາສອນໃຫ້ເຂົາເຈົ້າຫຍິບແສ່ວແລະຊ່ວຍໃຫ້ເຂົາເຈົ້າຂາຍ
ສິ່ງຂອງເຫລົ່ານັ້ນແກ່ປະຊາຄົມ.”
ຮວມຢູ່ໃນສິ່ງຂອງທີ່ຈະຂາຍນັ້ນກໍມີ ເຄື່ອງຫັດຖະກຳທີ່ເຮັດດ້ວຍມື ຜ້ານຸ່ງກັນຄວາມ
ເປື້ອນ ສະບູ ເຄື່ອງທຳຄວາມສະອາດຮ່າງກາຍ ຂອງຫວານຂອງຫຼາຍໆປະເທດ
ຮູບແຕ້ມ ເຄື່ອເອ້ ແລະອື່ນໆ.
ນາງນາດາ ອາລຣູບາເຢ ກ່າວວ່າ “ຮ້າຍຂາຍເຄື່ອງນີ້ດີສຳລັບຂ້າພະ“ປີກາຍນີ້ພວກ
ເຮົາໄດ້ເລີ້ມຕົ້ນໂຄງການເຝິກຫັດຄວາມຊໍານິຊຳນານໃໝ່ ໃຫ້ແກ່ພວກແມ່ຍິງອົບ
ພະຍົບ. ພວກເຮົາສອນໃຫ້ເຂົາເຈົ້າຫຍິບແສ່ວແລະຊ່ວຍໃຫ້ເຂົາເຈົ້າຂາຍສິ່ງຂອງ
ເຫລົ່ານັ້ນແກ່ປະຊາຄົມ.”ເຈົ້າ ເພາະຂ້າພະເຈົ້ານຳເອົາສິ່ງຂອງທັງໝົດຂອງຂ້າພະ
ເຈົ້າມາທີ່ນີ້. ສິ່ງເຫລົ່ານີ້ພຽງແຕ່ຢູ່ໃນເຮືອນຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຂາຍຮູບ
ແຕ້ມຂອງຂ້າພະເຈົ້າຈຳນວນນຶ່ງ ໃນມື້ນີ້
ນາງເມກັນ ແມັກເດີມັອຕ ນັກສຶກສາຂັ້ນປະລິນຍາໂທ ຈາກມະຫາວິທະຍາໄລ ລັດອາ
ຣີໂຊນາ ກ່າວວ່າ “ເປົ້າໝາຍຂອງໂຄງການ ບໍ່ພຽງແຕ່ສ້າງລາຍໄດ້ໃນໄລະຍະສັ້ນ
ໃຫ້ແມ່ຍິງເຫລົ່ານີ້. ພວກເຮົາຕ້ອງການຢາກສະໜອງເຂົາເຈົ້າດ້ວຍ ການບໍລິການ
ຂອງການຮຽນຮູ້ວ່າ ຈະເຮັດທຸລະກິດຂອງເຂົາເຈົ້າຢ່າງໃດ ແລະຮຽນຮູ້ວ່າຈະເປັນນັກທຸລະກິດຢ່່າງໃດ.”
ເປົ້າໝາຍແມ່ນໄດ້ສະທ້ອນໃຫ້ເຫັນ ໂດຍນາງທາຣາ ອາລບາຣາຊານຈີ ທີ່ເປັນ ຜູ້ຂາຍ
ສະບູທີ່ເຮັດດ້ວຍນາງເອງ ແລະຜະລິດຕະພັນຮັກສາຄວາມສະອາດຮ່າງກາຍ.
ນາງອາລບາຣາຊານຈີ ກ່າວວ່າ “ຮ້ານຂາຍເຄື່ອງນີ້ ເຮັດໃຫ້ຂ້າພະເຈົ້າມີປະສົບພະ
ການຂອງການເຮັດວຽກຢູ່ໃນຮ້ານ ພົວພັນກັບຄົນ ພົວພັນກັບເງິນສົດ ແລະຮູ້ກ່ຽວ
ກັບການເຮັດປື້ມ. ຂ້າພະເຈົ້າເວົ້າເຖິງຜະລິດຕະພັນຂອງຂ້າພະເຈົ້າ. ມັນເຮັດໃຫ້
ຂ້າພະເຈົ້າມີໂອກາດນຳສະແດງ ໃນສິ່ງທີ່ຂ້າພະເຈົ້າຕ້ອງການ.”
ໃນຂະນະດຽວກັນ ພວກຈັດໂຄງການນີ້ກໍຫວັງວ່າ ພວກທີ່ໄປຊື້ເຄື່ອງຊື້ຂອງຢູ່ຮ້ານກໍ
ຈະຮຽນຮູ້ບາງສິ່ງບາງຢ່າງຄືກັນ.
ນາງອາລມາດີດ ກ່າວວ່າ “ມັນໄດ້ເປີດໂອກາດການສຶກສາ ໃຫ້ແກ່ພວກລູກຄ້າເພື່ອ
ເຂົ້າມາ ແລະພົວພັນກັບຄົນ ທີ່ມາຈາກຫລາຍເຂດຂອງໂລກ ແລະຮຽນຮູ້ ກ່ຽວກັບ
ເລື່ອງຄວາມເປັນມາຂອງເຂົາເຈົ້າ ແລະຮຽນຮູ້ວ່າອົບພະຍົບແມ່ນຫຍັງ ແລະມັນ
ໝາຍຄວາມວ່າຢ່າງໃດ ທີ່ໄດ້ມາຈາກເຂດອື່ນໆຂອງໂລກ ທີ່ບໍ່ມີຫຍັງມາເລີ້ມ
ຕົ້ນດ້ວຍ.”