ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທົ່ວໂລກ ລະນຶກເຖິງ ວັນອົບພະຍົບ ອົງການ ສະຫະປະຊາຊາດ


World Marks UN Refugee Day
please wait

No media source currently available

0:00 0:02:12 0:00

ວັນ​ຜູ້​ອົບ​ພະຍົບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື UNHCR ຊຶ່ງ​ກົງ​ກັບ​ວັນ​ທີ 20 ມິຖຸນາ ພໍດີ ຊຶ່ງ​ວັນ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ເຖິງຈຳນວນ​ຜູ້ອົບ​ພະຍົບທີ່ມີ​ສູງ​ຂຶ້ນ ​ໃນ​ທົ່ວ​ໂລກ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດ​ສາດ. ມີ​ຫຼາຍ​ກວ່າ 65 ລ້ານ ຄົນທີ່​ໄດ້​ພັດ​ພາກ​ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ຕົນ ຊຶ່ງ​ສາ​ເຫດສ່ວນ​ໃຫຍ່ ​ແມ່ນ​ເປັນຍ້ອນສົງຄາມ ​ແລະ​ຄວາມ​ຮຸນແຮງ ອື່ນໆ, ​ແລະ​ມີ​ຫຼາຍ​ກວ່າ 22 ລ້ານຄົນ ທີ່​ເປັນ​ພວກອົບ​ພະຍົບຫລົບ​ໄພ ຊຶ່ງ​ວັນນະ​ສອນ ​ມີ​ລາຍ​ລະອຽດ​ຂອງ​ລາຍ​ງານ​ຈາກ Zlatica Hoke ນັກ​ຂ່າວ​ຂອງ VOA ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່ໄປ.

ໃນ​ຮອບ​ຫຼາຍໆ​ປີ ຜ່ານ​ມາ​ນີ້ ​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ໄດ້​ໜີ​ອອກ​ຈາກ​ຊີ​ເຣຍ
ຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ໂຈມ​ຕີ​ຈາກຝ່າຍ​ໃດ​ຝ່າຍ​ນຶ່ງທີ່​ກ່ຽວຂ້ອງ​ກັບສົງຄາມ​ກາງ​
ເມືອງທີ່​ແກ່​ຍາວ​ມາ​ໄດ້ 6 ປີ​ແລ້ວ ​ຫຼື​ບໍ່ກໍ​ຈາກ​ກຸ່ມ​ລັດ​ອິສລາມ ທີ່​ເຂົ້າ​ຍຶດ​ເອົາອຳນາດ
ຢູ່ທາງ​ພາກ​ຕາ​ເວັນ​ອອກສຽງເໜືອຂອງ​ປະ​ເທດ. ​ກຸ່ມ​ລັດ​ອິສລາມ​ໄດ້​ສູນ​ເສຍ​ເຂດ​
ທີ່​ໝັ້ນ ​ແລະ​ອຳນາດ​ຂອງ​ຕົນ ​ໃນ​ຮອບ​ຫຼາຍ​ເດືອນຜ່ານ​ມານີ້ ​ແຕ່​ວ່າ ພວກ​ຜູ້​ຄົນທີ່​
ພາກັນອົບ​ພະຍົບຫຼົບ​ໜີ​ພວກ​ກໍ່ການ​ຮ້າຍ​ຍັງ​ບໍ່​ໝັ້ນ​ໃຈ​ທີ່​ຈະ​ກັບ​ຄືນ​ໄປຍັງ​ທີ່​ນັ້ນ​ອີກ.

ອົບ​ພະຍົບ​ແມ່ຍິງຊາວ​ຊີ​ເຣຍ​ຄົນ​ນຶ່ງ ທີ່​ສູນ​ອົບ​ພະຍົບທີ່​ປະ​ເທດ Lebanon ກ່າວ​ເປັນ
​ພາສາ​ອາຣັບວ່າ “ຖ້າ​ຫາກ​ວ່າ​ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພບໍ່​ສະຫງົບ​ລົງ​
ແລ້ວ ພວກ​ເຮົາ​ຈະ​ບໍ່​ກັບ​ຄືນ​ເມືອ. ພວກ​ເຮົາ​ຈະ​ໄປ​ອາ​ໄສ​ຢູ່​ທີ່​ໃດ​ລະ? ພວກ​ເຮົາ
​ຈະ​ຢູ່​ກິນ​ຢ່າງ​ໃດ? ພວກ​ທີ່​ສູນ​ເສຍ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄປ​ນັ້ນບໍ່ສາມາດ​
ເຮັດ​ວຽກ ຫຼື​ວ່າມີ​ຄອບ​ຄົວ​ທີ່​ໃຫຍ່​ໄດ້ພວກ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ໄປປະກອບ​ອາຊີບ
ຫຍັງ​ເພື່ອທຳ​ມາ​ຫາ​ກິນ​ໄດ້?”

ຊາວ​ອົບ​ພະຍົບຫລາຍ​ຄົນ​ອາ​ໄສ​ຢູ່​ໃນ​ເມືອງ ທີ່ອົງ​ການ​ສະຫະປະຊາ​ຊາດ​ໃຫ້ການ​ບໍ
ລິຈາກ​ຜ້າເຕັ້ນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ລໍ​ຖ້າໄປ​ຕັ້ງຖິ່ນ​ຖານ​ຢູ່​ປະ​ເທດ​ທີ 3. ປະ​ເທດ
​ຈໍ​ແດນ ຊຶ່ງ​ເປັນປະ​ເທດທີ່​ມີ​ພົນລະ​ເມືອງ 10 ລ້ານ​ຄົນ​ນັ້ນ ​ແມ່ນ​ໄດ້​ຕ້ອນຮັບ​ຊາວ​ອົບ​ພະຍົບຫລາຍ​ເກືອບຮອດ7 ​ແສນ​ຄົນ ຊຶ່ງ​ບາງ​ຄົນ ກໍ​ແມ່ນ​ເປັນ​ພວກໄດ້​ຮັບເຄາະ​ຮ້າຍ
​ຈາກ​ການ​ຖືກ​ທາລຸນ​ແລະ​ຂົ່ມ​ເຫັງ. ກຸ່ມ​ທະນາຍຄວາມນາໆ​ຊາດ ​ກໍາລັງ​ໃຫ້ການຊ່ອຍ
ເຫຼືອ ​ແກ່ຊາວ​ອົບ​ພະຍົບທີ່​ມີ​ຄວາມ​ສາມາດ​ໄດ້​ຮັບຄວາມ​ເສຍ​ຫາຍງ່າຍ​ທີ່​ສຸດ 50 ຄົນ
​ໃນຈໍ​ແດນ.

ທ່ານ​ນາງ Jayne Fleming ຈາກ​ໂຄງການ​ເພື່ອ​ການ​ປົກ​ປ້ອງອົບ​ພະຍົບ Reed
Smith ກ່າວ​ວ່າ “ສິ່ງ​ທີ່​ຂ້າພະ​ເຈົ້າບອກ​ພວກ​ອົບ​ພະຍົບທີ່​ເປັນ​ລູກ​ຄ້າ​ຂອງ​ຂ້າພະ​
ເຈົ້າກໍ​ຄື​: ພວກ​ເຮົາ​ຈະ​ຊ່ອຍ​ເຫຼືອ​ພວກ​ເຈົ້າຈົນ​ກວ່າ​ວ່າ ພວກ​ເຈົ້າ​ຈະສາມາດ​ຊ່ອຍ​
ເຫຼືອ​ຕົວ​ເອງ​ໄດ້. ພວກ​ເຮົາ​ຈະ​ຊ່ອຍ​ເຫຼືອ​ພວກ​ເຈົ້າ ຈົນ​ກວ່າ​ວ່າ ພວກ​ເຈົ້າ​ສາ​ມາດ
​ຢືນ​ຢູ່ດ້ວຍ​ລຳ​ແຂ່ງ​ລຳ​ຂາ​ຂອງ​ຕົວ​ເອງ ໄດ້ ແລະ​ສາມາດ​ທີ່​ຈະ​ເບິ່ງ​ແຍງ​ຕົນ​ເອງ​ໄດ້ ​
ແລະການທີ່​ຈະ​ເຮັດ​ໄດ້​ແນວນັ້ນ ​ໃນອາດ​ຈະເປັນ 10 ປີ, 20 ປີ ຫຼື​ບໍ່ ກໍ​ຕະຫຼອດ
​ຊີ​ວິດກໍເປັນ​ໄດ້.”

ພວກອົບ​ພະຍົບ ​ແມ່ນກາງ​ຕໍ່​ອາ​ໄສ​ຄວາມ​ຊ່ອຍ​ເຫຼືອ​ຈາກລັດຖະບານ ແລະ​ເອກະ​ຊົນ. ​
ໃນ​ຂະນະ​ທີ່​ຈຳ​ນວນ​ຂອງພວກອົບ​ພະຍົບ​ເພີ່ມ​ຂຶ້ນ, ກອງ​ທຶນ​ທີ່​ສະໜັບສະໜຸນ​ພວກ
​ເຂົາ​ເຈົ້າ ນັ້ນ​ກໍ​ແມ່ນ​ບໍ່ພຽງພໍ ຂຶ້ນນັບ​ມື້. ອົງການອົບ​ພະຍົບ​ຂອງ​ສະຫະ​ປະຊາ​ຊາດ ​
ໄດ້​ຮຽກຮ້ອງໄປ​ຍັງ​ປະຊາ​ຄົມນາໆ​ຊາດ ຊ້ຳ​ແລ້ວ ຊ້ຳອີກ ​ເພື່ອ​ຂໍການ​ບໍລິຈາກ​ເພີ້ມ.
ທາງ​ອົງການດັ່ງກ່າວ​ ປັດຈຸບັນແມ່ນ​ໄດ້ຮັບອະນຸຍາດ​ຈາກ​ບັນດາ​ຜູ້ນຳ​ທາງ​ສາສະໜາ ​
ໃນ​ປະ​ເທດ​ທີ່​ນັບຖື​ສາສະອໜາ​ອິສລາມ​ຫຼາຍປະ​ເທດ ​ເພື່ອ​ໃຫ້​ປະຊາ​ຊົນພວກເຂົາ​
ເຈົ້າສາມາດ​ໃຫ້ການບໍລິຈາກ​ແກ່ ​ໂຄງການ​ອົບ​ພະຍົບ​ເຫລົ່າ​ນີ້. ຊາວ​ມຸສລິ​ມ ​ຕາມ​ປົກ
ກະຕິ​ແລ້ວ ​ແມ່ນ​ມັກ​ໃຫ້​ການ​ບໍລິຈາກ​ແກ່​ລັດ ​ເພື່ອ​ຊ່ວຍ​ພວກ​ທີ່​ຍາກຈົນໃນປະ​ເທດ ​
ແຕ່​ວ່າ​ຄົນຢູ່​ໃນ​ປະ​ເທດ​ທີ່​ອຸດົມ​ຮັ່ງມີ ໄປດ້ວຍການ​ຂາຍ​ນ້ຳມັນ ບັດ​ນີ້ ຈະສາມາດໃຫ້
ການຊ່ອຍ​ເຫຼືອ​ແກ່​ໂຄງການ​ອົບ​ພະຍົບ​ເຫລົ່າ​ນີ້​ໄດ້.

ທ່ານ Mohammed Abu Asaker ​ເຈົ້າ​ໜ້າ​ທີ່​ດ້ານຂໍ້​ມູນ​ແລະ​ສື່ສານ ສຳ​ລັບ​ຂົງ​ເຂດ
ຕາ​ເວັນ​ອອກ​ກາງຂອງ​ອົງການ UNHCR ກ່າວ​ເປັນ​ພາສາ​ອາຣັບ​ວ່າ “​ໂດ​ຍຜ່ານ
ໂຄງການນີ້, ສິ່ງ​ບໍລິຈາກແມ່ນຈະ​ໄປເຖິງ​ໂຄງການ​ອົບ​ພະຍົບ​ໂດຍ​ກົງທັງ​ໝົດ
100 ​ເປີ​ເຊັນເຕັມ ​ແລະ​ຈະບໍ່​ຖືກ​ຫັກ​ຄ່າ​ຫຍັງ​ເລີຍ ​ເມື່ອ​ທຽບກັບ​ໂຄງການຊ່ວຍ​
ເຫລືອ​ອື່ນໆຂອງ UNHCR ​ທີ່​ໄດ້ຫັກ​ຄ່າ​ພາສີດ້ານ​ການ​ບໍລິຫານ 7 ​ເປີ​ເຊັນ
ເພື່ອ​ເອົາ​ໄວ້ໃນອົງການ​ເທົ່າ​ນັ້ນ.”

​ແຕ່​ວ່າ​ ຢູ່ໃນ​ໂລກ​ທີ່ຜູ້​ຄົນເກືອບ​ຮອດ 20 ຄົນ ອົບ​ພະຍົບຫລົບ​ໜີ ຈາກ​ບ້ານ​ເກີດ​
ເມືອງ​ນອນ ​ດ້ວຍ​ຄວາມ​ຈໍາໃຈ ​ໃນ​ແຕ່​ລະ​ນາທີ ​ເນື່ອງ​ມາ​ຈາກ​ການ​ຂັດ​ແຍ້​ງກັນ ​
ຫຼືບໍ່ກໍ​ຖືກ​ປາບປາມ ສະນັ້ນ ຄວາມ​ຕ້ອງການການ​ຊ່ອຍ​ເຫຼືອ ​ແມ່ນ​ຫລາຍກວ່າ
ຄວາມສາມາດ ໃນການຕອບ​ສະໜອງ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG