ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາກາແດງ ຮ້ອງຂໍ ການຊ່ວຍເຫຼືອສຸກເສີນ ເພື່ອຮັບ​ມື​ກັບ ການລະບາດ ຂອງ​ເຊື້ອ​​ໄວຣັສ Zika


ທະຫານ ບຣາຊີລ ປະຕິບັດການກວດກາຍຸງ Aedes aegypti ອັນເປັນພາກສ່ວນ ໃນຄວາມພະຍາຍາມສະກັ ດກັ້ນ ການແຜ່ຂະຫຍາຍເຊື້ອໄວຣັສ Zika.
ທະຫານ ບຣາຊີລ ປະຕິບັດການກວດກາຍຸງ Aedes aegypti ອັນເປັນພາກສ່ວນ ໃນຄວາມພະຍາຍາມສະກັ ດກັ້ນ ການແຜ່ຂະຫຍາຍເຊື້ອໄວຣັສ Zika.

ສະພາກາ​ແດງ ​ໄດ້​ຮ້ອງ​ຂໍ​ທຶນຢ່າງ​ເປັນ​ການ​ສຸກ​ເສີນ​ເພື່ອ​ຊ່ວຍ
ຮັບ​ມື​ກັບ ການລະບາດ​ຂອງເຊື້ອໄວຣັສ Zika ທີ່​ອາດ​ຈະ​ຕິດ​
ແປດ​ຫລາຍ​ເຖິງ 4 ລ້ານ​ຄົນ ​ໃນ​ທະວີບອາ​ເມຣິກາ ປີ​ນີ້.

ສະ​ຫະພັນ​ສະພາກາ​ແດງ​ສາກົນ ​ແລະ​ປະຊາ​ຄົມ​ກາ​ແດງ
Crescents ​ໄດ້​ເລີີ້​ມຮ້ອງ​ຂໍເງິນ ໃນ​ວັນ​ອັງຄານ​ມື້​ນີ້​ ​ໃນ​ມູນ​ຄ່າ
2 ລ້ານ​ 3 ​ແສນໂດ​ລາ ​ເພື່ອ​ໃຫ້ການສະໜັບ​ສະ​ໜູນຕໍ່​ການ​ຮັບ​
ມື​ກັບ​ວິ​ກິ​ດການດັ່ງກ່າວ​ຂອງ ຂົງ​ເຂດ. ​ເຊື້ອ​ໄວຣັສ​ Zika ​ເຊື່ອ
ວ່າ​ພົວພັນ​ກັບໂຣກ microcephaly ທີ່​ມີ​ຜົນ​ກະທົບ​ຕໍ່ເສັ້ນປະ
ສາດເຮັດ​ໃຫ້​ພວກ​ລາ​ລົກ​ເກີດ​ມາ​ມີ​ຫົວ​ນ້ອຍຜິດ ປົກກະຕິ.

​ໃນ​ວັນ​ຈັນ​ວານ​ນີ້ ອົງການ​ອະນາ​ໄມ​ໂລກໄດ້​ປະກາດ​ກ່ຽວ​ກັບການແຜ່ລະບາດ​ຂອງເຊື້ອ
ໄວຣັສ Zika ວ່າ ​ເປັນ​ພາວະ​ສຸກ​ເສີນ​ດ້ານສາທາລະນະສຸກ​ຂອງໂລກ ​ແລະ​ໄດ້​ທຳນາຍ
​ວ່າ 4 ລ້ານ​ຄົນ ​ອາດ​ຕິດແປດ​ໃນ​ປີ​ນີ້. ຊາວ​ສີ່​ປະ​ເທດ ​ໄດ້​ຮັບ​ຢືນຢັນ​ວ່າ ມີ​ການ​ລະບາດ​
ຂອງເຊື້ອ​ໄວຣັສ Zika ມາ​ຮອດ​ທ້າຍ​ເດືອນມັງ​ກອນ. ປັດຈຸບັນ​ນີ້ ບໍ່​ມີ​ຢາ​ປິ່ນປົວ​ເທື່ອ.

ບໍລິສັດ​ຜະລິດ​ຢາຝຣັ່ງ Sanofi ກ່າວ​ໃນວັນ​ອັງຄານ​ມື້​ນີ້​ວ່າ ​ໄດ້​ເລີ້ມ​ການ​ຄົ້ນຄວ້າແລະພັດ
ທະນາ​ວັກ​ຊິນ ​ຕ້ານ​ເຊື້ອ​ໄວຣັສ ທີ່​ໄດ້​ໃສ່​ຊື່​ໃຫ້​ແກ່​ປ່າ ​ໃນປະ​ເທດ Uganda ບ່ອນ​ທີ່ຍຸງ​ມີ​
ເຊື້ອ​ໄວຣັສ ​ໄດ້ຖືກ​ຄົ້ນພົບເທື່ອ​ທຳ​ອິດ​ໃນ​ປີ 1947.

ບັນດາຄົນປ່ວຍຈາກເຊື້ອໄວຣັສ Zika ສົນທະນາປ້ອງກັນຢູ່ ໂຮງໝໍແມ່ຍິງແຫ່ງຊາດ ໃນເມືອງ San Salvador, ປະເທດ El Salvador, ວັນທີ 29, ມັງກອນ 2016.
ບັນດາຄົນປ່ວຍຈາກເຊື້ອໄວຣັສ Zika ສົນທະນາປ້ອງກັນຢູ່ ໂຮງໝໍແມ່ຍິງແຫ່ງຊາດ ໃນເມືອງ San Salvador, ປະເທດ El Salvador, ວັນທີ 29, ມັງກອນ 2016.

ເຊື້ອ​ໄວຣັສ Zika ທີ່​ແຜ່ຜາຍໂດຍ​ພວກຍຸງລາຍ ຍັງ​ເປັນສາ​ເຫດ​ ພາໃຫ້ເກີດ​ໄຂ້​ເລືອດ ອອກແລະ​ພະຍາດ chikungunya ນຳ​ດ້ວຍ.

​ໃນ​ວັນ​ຈັນ​ວານ​ນີ້ຢູ່ທີ່​ນະຄອນ Geneva ອົງການ WHO ກ່າວ​ວ່າ ​ເຊື້ອ​ໄວ​ຣັສ Zika ​ເປັນ
“ພາວະ​ສຸກ​ເສີນທາງດ້ານສາທາລະນະ​ສຸກ ທີ່ ​ສາກົນ​ເປັນ​ຫ່ວງ.” ແຕ່​ອົງການ​ດັ່ງກ່າວ​ກໍບໍ່
​ກ່າວ​ເຖິງ​ການ​ຫ້າມ​ເດີນທາງ ຫລືການ​ຈຳກັດ​ການ​ຄ້າ​ໃດໆ.

ພວກແມ່ ແລະເດັກທີ່ມີເຊື້ອ microcephaly ພາກັນລໍຖ້າການປິ່ນປົວ ຢູ່ໂຮງໝໍ ທີ່ປະເທດ Brazil, ວັນທີ່ 26, 2016.
ພວກແມ່ ແລະເດັກທີ່ມີເຊື້ອ microcephaly ພາກັນລໍຖ້າການປິ່ນປົວ ຢູ່ໂຮງໝໍ ທີ່ປະເທດ Brazil, ວັນທີ່ 26, 2016.

ຍັງ​ບໍ່​ທັນມີ​ການ​ຢືນຢັນ ​ຢ່າງ​ຄັກແນ່​ເທື່ອ ລະຫວ່າງ​ເຊື້ອ​ໄວຣັສ Zika ​ແລະໂຣກ micro-
cephaly ​ແຕ່​ມັນ​ຍາກ​ທີ່​ຈະ​ບໍ່​ຫົວຊາ​ຕໍ່​ການ​ເຊື່ອມ​ໂຍງ​ທີ່​ອາດເປັນ​ໄປ​ໄດ້ລະຫວ່າງເຊື້ອ
​ໄວຣັສ ​ແລະ​ສະໝອງທີ່​ບໍ່​ເຮັດ​ວຽກ. ​ເກືອບ 4,000 ກໍລະນີ​ທີ່​ສົງ​ໄສວ່າເປັນ​ໂຮ​ກ micro-
cephany ໄດ້​ລາຍ​ງານ​ຢູ່​ໃນ Brazil ນັບ​ແຕ່​ເດືອນຕຸລາ​ ເປັນ​ຕົ້ນ​ມາ ​ປຽບທຽບໃສ່ກັບ
150 ກໍລະນີ ທີ່​ຄ້າຍຄື​ກັນ ​ໃນ​ປີ 2014.

Zika Virus May be Hard to Stop
please wait

No media source currently available

0:00 0:02:26 0:00

XS
SM
MD
LG