ທຸກໆປີເຈ້ຍທີ່ມີຄ່າເທົ່າກັບຕົ້ນໄມ້ 1 ພັນລ້ານຕົ້ນ ໄດ້ຖືກໂຍນຖິ້ມຢູ່ໃນ ສະຫະລັດ ແລະ ປະຊາຊົນ ອາເມຣິກັນ ໃຊ້ເຈ້ຍ 85 ລ້ານໂຕນຕໍ່ປີ, ເທົ່າກັບປະມານ 308 ກິໂລກຣາມຕໍ່ຄົນ. ແຕ່ແທນທີ່ຈະເຮັດໃຫ້ເຈ້ຍດັ່ງກ່າວເສຍຖິ້ມໄປລ້າໆນັ້ນ, ເຮົາສາມາດສ້າງທຸລະກິດທີ່ໝູນໃຊ້ເຈ້ຍດັ່ງກ່າວນັ້ນ. ພຸດທະສອນ ມີລາຍງານ ກ່ຽວກັບ ການເຮັດທຸລະກິດໝູນໃຊ້ເຈ້ຍເສດມາສະເໜີທ່ານໃນອັນດັບຕໍ່ໄປ.
ການເຮັດທຸລະກິດໝູນໃຊ້ເຈ້ຍເສດ ຫຼື ເຈ້ຍທີ່ຖິ້ມແລ້ວເປັນຄວາມຄິດທຸລະກິດທີ່ດີຫຼາຍ, ມັນບໍ່ໄດ້ມີການລົງທຶນຫຼາຍ ແລະ ເປັນການຮັກສາສິ່ງແວດລ້ອມດ້ວຍ. ການເຮັດທຸລະກິດດັ່ງກ່າວຕ້ອງໄດ້ມີການວາງແຜນເປັນຢ່າງດີ.
ທ່ານສາມາດເກັບເຈ້ຍເສດນັ້ນໄປຂາຍ ຫຼື ເປັນຜູ້ຮັບເອົາເຈ້ຍເສດ ຫຼື ຊື້ຕໍ່ເຈ້ຍເສດນັ້ນໄປຂາຍຕໍ່. ຖ້າທ່ານເຮັດທຸລະກິດຂະໜາດນ້ອຍ ສິ່ງທີ່ທ່ານຕ້ອງການໃນການປະກອບທຸລະກິດນີ້ ກໍມີຖັງໃສ່ເຈ້ຍ, ມີດຕັດເຈ້ຍ, ລໍ້ ແລະ ລົດເພື່ອຂົນສົ່ງເຈ້ຍນັ້ນໄປຂາຍຕໍ່. ແຕ່ຖ້າທ່າຈະເຮັດທຸລະກິດໃຫຍ່ ທ່ານຕ້ອງມີທີ່ດິນສຳລັບການຕັ້ງສາງເກັບເຈ້ຍ, ມີເຄື່ອງຈັກບົດ ແລະ ອັດເຈ້ຍ, ມີລົດຂົນສົ່ງ, ມີຖັງຫຼາກຫຼາຍໜ່ວຍ ແລະ ເງິນເພື່ອຊື້ເຈ້ຍຕໍ່.
ເຈ້ຍມີຊັ້ນຄຸນນະພາບຕ່າງກັນ, ເຊິ່ງເຈ້ຍໜັງສືພິມແມ່ນມີຄຸນນະພາບຕໍ່າກວ່າໝູ່ ເພາະວ່າ ມັນໄດ້ຖືກໝູນໃຊ້ຫຼາຍຄັ້ງ ແລະ ເຈ້ຍຂາວທີ່ໃຊ້ຢູ່ເຄື່ອງພິມຫ້ອງການນັ້ນແມ່ນມີຄຸນນະພາບທີ່ສູງກວ່າ.
ໃນຂະນະທີ່ທ່ານສາມາດຫາເຈ້ຍທີ່ຖືກຖິ້ມແລ້ວຢູ່ໃສກໍ່ໄດ້ນັ້ນ, ແຫຼ່ງທີ່ມາຂອງເຈ້ຍທີ່ສ້າງລາຍໄດ້ດີກວ່າໝູ່ປົກກະ ຕິຈະແມ່ນຢູ່ຕາມຫ້ອງການຕ່າງໆ. ເພາະວ່າເຈ້ຍທີ່ຖືກຖິ້ມຢູ່ຫ້ອງການ ສ່ວນຫຼາຍຈະເປັນເຈ້ຍທີ່ສະອາດ ບໍ່ປົນເປື້ອນກັບອາຫານ ແລະ ວັດຖຸອື່ນໆ.
ທ່ານ ວົງຄຳ ສິມມະລີ ຄົນລາວຜູ້ເຮັດກິດຂາຍເຈ້ຍເສດຢູ່ລັດຄາລໍຟໍເນຍ, ເຊິ່ງທຸລະກິດຂອງລາວແມ່ນຂ້ອນຂ້າງໃຫຍ່, ມີການລົງທຶນເຖິງລ້ານໂດລາ. ທ່ານໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ວິທີທີ່ບໍລິສັດຂອງທ່ານ ຮັບເອົາເຈ້ຍເສດ ເຂົ້າມາວ່າ “ເຮົາມີສອງລະບົບ, ໂຕນຶ່ງເຮົາເຊີວິສ໌, ແປວ່າບໍລິສັດເຮົາສະໜອງອຸປະກອນໃຫ້ເຂົາເຈົ້າ. ເປັນກະຖັງເປັນຊະນິດນ້ອຍ, ເປັນຖາດບໍ່, ເປັນຄືຖັງເກັບໄປສະນີຫັ້ນແຫຼະ ລະກະເປັນກົງເຫຼັກຖືວ່າລະດັບໃຫຍ່ຂຶ້ນມາໜ້ອຍນຶ່ງ, ລະກະເປັນຖັງຢາງ ເຮົາເອົາໄປແບບວ່າ ບໍລິສັດນີ້ໂອ, ເຂົາເຈົ້າຕ້ອງການຢູ່ໃສ ເຮົາກະເອົາໄປໃຫ້ເຂົາ ຕ້ອງການຈັກກະຖັງເຮົາກະເອົາໄປໃສ່ໃຫ້ເຂົາ ເວລາເຕັມແລ້ວເຂົາເຈົ້າກະ ບອກເຮົາ ໂທຫາເຮົາວ່າໂອ, ມັນເຕັມແລ້ວ ຕ້ອງການມາປ່ຽນມື້ອື່ນເດີ, ເຮົາກະເຮັດຕາຕະລາງວ່າມື້ນີ້ມື້ນັ້ນ ເຮົາກະປ່ຽນແປງຕາຕະລາໄປຕະຫຼອດ. ຈຳນວນນຶ່ງນີ້ແມ່ນເຮົາຊື້ ເຮົາເປີດຕໍ່ສາທາລະນະ ແຕ່ລະມື້ນີ້ມັນມີລູກຄ້າມາຂາຍໃຫ້ເປັນລົດກະບະ, ເຂົາເຈົ້າໄປຮັບເອົາຕາມບໍລິສັດຕ່າງໆ, ເຂົາມີບັນຊີຂອງເຂົາລະເຂົາ ເຈົ້າກະມາ, ມາສົ່ງໃຫ້ເຮົາ ລະເຮົາກະຊື້ເອົາ.”
ສະຖານທີ່ໝູນໃຊ້ເຈ້ຍ ຈະຊື້ເຈ້ຍເສດໃນລາຄາທີ່ຕ່າງກັນ, ຂຶ້ນກັບການຄິດໄລ່ຂອງແຕ່ລະແຫ່ງ. ບາງບ່ອນອາດຈ່າຍ 50 ໂດລາຕໍ່ໂຕນສຳລັບເຈ້ຍໜັງສືພິມ, 75 ໂດລາຕໍ່ໂຕນສຳລັບແກັດເຈ້ຍ ແລະ ເຖິງ 2,100 ກວ່າໂດລາສຳລັບເຈ້ຍຂາວຫ້ອງການທີ່ມີຄຸນນະພາບສູງກວ່າ ອີງຕາມເວັບໄຊ້ TRUIC..
ສຳລັບບໍລິສັດຂອງທ່ານ ວົງຄຳ ນັ້ນ, ທ່ານກໍຊື້ເປັນໂຕນ ແລະ ໃຫ້ລາຄາດັ່ງນີ້ “ຕົວຢ່າງເຈ້ຍຂາວ ເຈ້ຍກັອບປີ້ຢູ່ຕາມຫ້ອງການນີ້ ຖ້າເຂົາເອົາມາຂາຍໂຕນນຶ່ງກະປະມານ 185 ໂດລາ, ລະກະເປັນແກັດນີ້ໂຕນນຶ່ງ $180. ແລ້ວເຈ້ຍໂຄດິດ, ເປັນເຈ້ຍຮູບເຈ້ຍຫຍັງ ທີ່ວ່າເປັນແມກາຊີນ ມັນຊິເປັນລາຄາ ຈາກຮ້ານພິມຫັ້ນ ມັນຊິເປັນປະມານ $155. ລະເປັນອອຟຟິສ ແພັກ ເປັນເຈ້ຍສີ ປົນເຈ້ຍຂາວໜ້ອຍນຶ່ງຫັ້ນ ມັນຊິລາຄາ $155. ແຕ່ວ່າເຈ້ຍໜັງສືພິມນີ້ປະມານ $110.”
ທ່ານ ວົງຄຳ ເວົ້າວ່າຫຼັງຈາກໄດ້ເກັບເຈ້ຍມາ ແລະ ຊື້ໄວ້ຫຼາຍແລ້ວທ່ານກໍຈະອັດມັນເປັນກ້ອນສີ່ຫຼ່ຽມ. ຫຼັງຈາກນັ້ນກໍຈະມີການສັ່ງຊື້ຈາກລູກຄ້າ, ເຊິ່ງລູກຄ້າຂອງທ່ານ ແມ່ນມາຈາກທຸກບ່ອນ, ຫຼາຍປະເທດໃນທົ່ວໂລກ.
ມັນມີຄວາມເປັນໄປໄດ້ທີ່ຈະຫາເງິນໄດ້ດີກັບການໝູນໃຊ້ ຫຼື ຣີໄຊເຄິລ ເຈ້ຍ. ຜູ້ທີ່ເຮັດເປັນວຽກເສີມແມ່ນສາມາດຫາເງິນໄດ້ຢ່າງໜ້ອຍ 300 ໂດລາຕໍ່ນຶ່ງອາທິດ, ແລະ ສຳລັບນັກທຸລະກິດທີ່ມີກິດຈະການໃຫຍ່ນັ້ນ ສາມາດສ້າງລາຍໄດ້ຫຼາຍກວ່າ 100,000 ໂດລາຕໍ່ປີ.