ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານ ສປ​ຊ ກ່າວວ່າ ການເກນທະຫານ ເດັກນ້ອຍ ພວມມີຈຳນວນ ເພີ້ມຂຶ້ນ


ທະຫານເດັກນ້ອຍຄົນນຶ່ງ ຢືນຈັບປືນຢູ່ ໃນມື້ສະຫລອງວັນ
ປົດປ່ອຍ ທະຫານເດັກນ້ອຍ ຢູ່ນອກເມືອງຢຳບີໂອ ປະເທດ
ຊູດານໃຕ້ ວັນທີ 7 ສິງຫາ 2018.
ທະຫານເດັກນ້ອຍຄົນນຶ່ງ ຢືນຈັບປືນຢູ່ ໃນມື້ສະຫລອງວັນ ປົດປ່ອຍ ທະຫານເດັກນ້ອຍ ຢູ່ນອກເມືອງຢຳບີໂອ ປະເທດ ຊູດານໃຕ້ ວັນທີ 7 ສິງຫາ 2018.

ນັກຊ່ຽວຊານທ່ານນຶ່ງຂອງສະຫະປະຊາຊາດ ພົບເຫັນວ່າ ການໃຊ້ເດັກ ນ້ອຍ ຂອງ
ກຸ່ມຫົວຮຸນແຮງຈັດໃຫ້ໄປສູ້ລົບໃນສົງຄາມຂອງພວກເຂົາແມ່ນພວມ ຂະຫຍາຍໂຕ
ອອກ ທັງມີໄປຢູ່ທົ່ວໂລກນຳ. Lisa Schein ສົ່ງລາຍງານເລື້ອງ ນີ້ມາໃຫ້ວີໂອເອ
ຈາກນະຄອນເຈນີວາ ກ່ຽວກັບລາຍ​ງານເລື້ອງພວກ​ເດັກນ້ອຍ ແລະການສູ້ລົບກັນ
ທີ່ໄດ້ຍື່ນໄປຫາສະພາສິດທິມະນຸດ ຂອງອົງການສະຫະປະ ຊາຊາດ ດັ່ງ ສາລີ ຈະ
ນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດສຳລັບພວກເດັກ ນ້ອຍ ແລະການສູ້ລົບກັນ ທ່ານນາງ ເວີຈີເນຍ ແກມບາ ຖືວ່າ ພວກເດັກນ້ອຍ ເປັນພວກ
ທີ່ໄດ້ຮັບເຄາະຕົ້ນຕໍຂອງສົງຄາມ. ໃນຂະນະທີ່ພວກເດັກນ້ອຍຍັງສືບຕໍ່ ຖືກເກນໄປ
ເປັນທະຫານ ໂດຍພວກລັດຖບານ ແລະກຸ່ມກະບົດຕ່າງໆທີ່ປະກອບ ອາວຸດຢູ່ ທ່ານ
ນາງກໍໄດ້ສັງເກດເຫັນການໂຜ່ໂຕຂຶ້ນມາ ຂອງແນວໂນ້ມຕ່າງໆທີ່ ເປັນສິ່ງທີ່ລົບກວນ
ຈິດໃຈ.

ເພີ່ນເວົ້າວ່າ ທຳມະຊາດຂອງກຸ່ມຫົວຮຸນແຮງຈັດຂ້າມຊາດ ໄດ້ມີການພົບເຫັນ ການ
ໂຜ່ໂຕຂຶ້ນມາ ຂອງການເກນທະຫານຂ້າມຊາດ ທັງເຫັນການພົວພັນຂອງ ພວກເດັກ
ນ້ອຍ ໃນການເປັນນັກລົບຢູ່ຕ່າງແດນນຳ. ທ່ານນາງ ແກມມາ ເວົ້າ ວ່າ:​ “ໄດ້ມີການ
ຄຳນວນວ່າ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ໄດ້ມີພວກນັກລົບຕ່າງ ດ້າວໃນລະ
ຫວ່າງ 30,000 ຫາ 42,000 ຄົນ ຈາກປະມານ 120 ປະເທດໄປ ປະຈຳຢູ່ອີຣັກ ແລະ
ສາທາລະນະລັດອາຣັບຊີເຣຍ ເພື່ອໄປສົມທົບກັບກຸ່ມລັດອິສ ລາມຫລືພວກອາລ
ໄກດາ ຈຳນວນດັ່ງກ່າວແມ່ນມີພວກເດັກນ້ອຍ ປະປົນຢູ່ຫຼາຍ ສົມຄວນ.”

ທ່ານນາງ ແກມບາ ເວົ້າວ່າ ມີພວກເດັກນ້ອຍເປັນຈຳນວນຫລາຍເພີ້ມຂຶ້ນ ພວມຖືກ
ກັກຂັງຢູ່ ຍ້ອນຖືກກ່າວຫາວ່າ ມີສ່ວນພົວພັນກັບກຸ່ມຫົວຮຸນແຮງຈັດ ທີ່ປະຕິບັດງານ
ຂ້າມຊາຍແດນຢູ່. ທ່ານນາງເວົ້າວ່າ ພວກເດັກນ້ອຍເຫລົ່ານີ້ ທີ່ໄດ້ຮັບຄວາມໂຫດຮ້າຍ
ທາລຸນຮູບໃດຮູບນຶ່ງ ແມ່ນຈະຖືກປະຕິບັດຕໍ່ ແບບ ອາດຊະຍາກອນ ແທນທີ່ຈະເປັນ
ແບບຜູ້ໄດ້ຮັບເຄາະ. ເພິ່ນເວົ້າວ່າ ພວກເຂົາ ຄວນໄດ້ຮັບຄວາມຊ່ອຍເຫລືອ ໃຫ້ໄດ້ຮັບ
ການບຳບັດ ແລ້ວນຳກັບຄືນໄປ ເຂົ້າຢູ່ ໃນສັງຄົມ.

ໃນປີກາຍນີ້ ທ່ານນາງກ່າວວ່າ ໄດ້ມີການໂຈມຕິເພີ້ມຂຶ້ນຫລາຍຄັ້ງ ຢູ່ໂຮງຮຽນ ທັງ
ການໃຊ້ໂຮງຮຽນເພື່ອຈຸດປະສົງທາງທະຫານ ແລ້ວກໍມີການປະຕິເສດບໍ່ໃຫ້ ເດັກນ້ອຍ
ໄດ້ໄປໂຮງຮຽນ. ທ່ານນາງກ່າວວ່າ ພວກເດັກນ້ອຍພາກັນຢ້ານກົວທີ່ ຈະໄປໂຮງຮຽນ
ກໍເພາະວ່າ ພວກເຂົາເຈົ້າຢ້ານຖືກລັກພາໂຕໄປຢ້ານຖືກເກນໄປເປັນທຫານ ຫຼືໄດ້ຮັບ
ຄວາມຮຸນແຮງທາງເພດ ໂດຍພັກຝ່າຍຕ່າງໆ ທີ່ເປັນປໍລະປັກກັນ.

ນັກຊ່ຽວຊານຂອງສະຫະປະຊາຊາດຜູ້ນີ້ ກ່າວວ່າ ການລັກພາໂຕໄປ ຢູ່ໃນສະ ພາບ
ການທີ່ເກີດສົງຄາມກໍແມ່ນມີສູງຂຶ້ນ. ທ່ານນາງໄດ້ເຕືອນວ່າ ການລັກພາ ໂຕໄປ ມັກ
ຈະເປັນລາງ ແຫ່ງຄວາມຮຸນແຮງຕ່າງໆ. ເພິ່ນໄດ້ອ້າງເຖິງຕົວຢ່າງ ຕ່າງໆ ເຊັ່ນຢູ່ໃນ
ປະເທດໄນຈີເຣຍ ບ່ອນທີ່ພວກຫົວຮຸນແຮງໂບໂກຮາຣາມໄດ້ ລັກພາໂຕພວກເດັກຍິງ
ໂຮງຮຽນໄປນັບເປັນຈຳນວນຮ້ອຍໆຄົນນັ້ນ. ໃນຫຼາຍໆ ກໍລະນີ ທ່ານນາງເວົ້າວ່າ ພວກ
ເດັກຍິງທັງຫຼາຍໄດ້ຖືກລັກພາໂຕໄປໂດຍສະເພາະແມ່ນເພື່ອໃຫ້ໄປເປັນພວກວາງລະ
ເບີດສະຫລະຊີບ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG