ມີລາຍງານວ່າ ປະຊາຊົນຈໍານວນ 89 ລ້ານ 3 ແສນຄົນໄດ້ພາກັນໜີອອກຈາກບ້ານເຮືອນຍ້ອນສົງຄາມ, ຄວາມຮຸນແຮງ, ການຂ້າຟັນກັນ ແລະການລະເມີດສິດທິມະນຸດພາຍໃນທ້າຍປີ 2021, ເຊິ່ງເພີ້ມຂຶ້ນເຖິງ 8 ເປີເຊັນຈາກປີກ່ອນໜ້ານັ້ນ, ອີງຕາມລາຍງານປະຈຳປີ ກ່ຽວກັບ ແນວໂນ້ມໃນທົ່ວໂລກ ຂອງອົງການອົບພະຍົບສະຫະປະຊາຊາດ. ລິຊາ ສໄລນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຂ້າຫຼວງໃຫຍ່ເພື່ອອົບພະຍົບແຫ່ງອົງການສະຫະປະຊາຊາດ ທ່ານ ຟີລິປໂປ ແກຣນດີ (Filippo Grandi) ກ່າວວ່າ ຈໍານວນໂຕເລກດັ່ງກ່າວນັ້ນຍິ່ງຮ້າຍແຮງຂຶ້ນຕື່ມ ເວລາທີ່ປະຊາຊົນຈຳນວນຫຼາຍທີ່ຖືກບັງຄັບໃຫ້ຫຼົບໜີໂດຍການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ແມ່ນລວມຢູ່ນໍາດ້ວຍ, ເຊິ່ງທ່ານ ແກຣນດີ ກ່າວວ່າ:
“ຢູເຄຣນ ມີປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສລະຫວ່າງ 12 ແລະ 14 ລ້ານຄົນ, ເຊິ່ງຂຶ້ນຢູ່ກັບວ່າພວກເຈົ້ານັບພວກເຂົາເຈົ້າແນວໃດ. ດັ່ງນັ້ນ, ຈໍານວນໂຕເລກດັ່ງກ່າວແມ່ນໄດ້ກາຍ 100 ລ້ານຄົນ. ນີ້ແມ່ນຍ້ອນການເພີ່ມຂຶ້ນໃນຄວາມຂັດແຍ້ງ ແລະ ວິກິດການ.”
ເຫດການສຸກເສີນຕ່າງໆໄດ້ເປັນສາເຫດທີ່ເຮັດໃຫ້ຕົວເລກຜູ້ບໍ່ມີບ່ອນຢູ່ອາໄສເພີ້ມຂຶ້ນໃນແຕ່ລະປີຂອງຊ່ວງທົດສະວັດທີ່ຜ່ານມາ. ອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບແຫ່ງສະຫະປະຊາຊາດ ຫຼື UNHCR ກ່າວວ່າ ການຮຸກຮານ ຢູເຄຣນ ຂອງ ຣັດເຊຍໄດ້ເປັນແຮງຜັກດັນໃຫ້ມີການພັດຖິ່ນໄວຂຶ້ນ, ແລະເປັນນຶ່ງໃນວິກິດການຍົກຍ້າຍຖິ່ນຖານທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.
ໃນຂະນະທີ່ທົ່ວໂລກພາກັນເພັ່ງເລັງໃສ່ຢູ່ ຢູເຄຣນ ນັ້ນ, ທ່ານ ແກຣນດີ ຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆ ຈົ່ງເອົາໃຈໃສ່ຕໍ່ເຫດການສຸກເສີນອື່ນໆທີ່ໄດ້ເກີດຂຶ້ນກ່ອນສະຖານະການໃນ ຢູເຄຣນ ແລະຍັງຄົງທໍາລາຍຊີວິດຂອງປະຊາຊົນອີກຫຼາຍລ້ານຄົນ, ໂດຍທ່ານໄດ້ກ່າວວ່າ:
“ພວກເຮົາຍັງມີສະຖານະການຂອງເອທີໂອເປຍ ຈາກທ້າຍປີ 2020 ຈົນເຖິງປີ 2021, ພວກເຮົາມີສະຖານະການຢູ່ໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນຊ່ວງລະດູຮ້ອນຂອງປີທີ່ຜ່ານມາ, ຕົວຢ່າງ ຊີເຣຍ ແລະຊູດານໃຕ້. ຄໍາຖາມກ່ຽວກັບຜູ້ອົບພະຍົບຊາວປາເລັສໄຕນ. ສິ່ງເຫຼົ່ານີ້ ເປັນວິກິດການຕ່າງໆທີ່ມີມາຍາວນານ ອັນໄດ້ເຮັດໃຫ້ຈໍານວນໂຕເລກເພີ້ມຂຶ້ນເຊັ່ນກັນ.”
ອົງການ UNHCR ກ່າວວ່າ ຈໍານວນໂຕເລກຂອງຊາວອົບພະຍົບເພີ້ມຂຶ້ນຫຼາຍກວ່າ 27 ລ້ານຄົນໃນປີກາຍນີ້, ໃນຂະນະທີ່ຈໍານວນຂອງຜູ້ພັດຖິ່ນທັງຫຼາຍເຫຼົ່ານັ້ນ ມີຜົນມາຈາກຄວາມຂັດແຍ້ງພາຍໃນຂອງປະເທດຕົນເອງເຖິງ 53 ລ້ານ 2 ແສນຄົນ. ຕາມການສັງເກດທົ່ວໄປ, ອົງການ UNHCR ກ່າວວ່າ ຫຼາຍກວ່າ 80 ເປີເຊັນຂອງຈໍານວນຜູ້ອົບພະຍົບ ໄດ້ຫຼົບໜີໄປປະເທດທີ່ທຸກຍາກ ແລະມີລາຍໄດ້ປານກາງ.
ລາຍງານພົບວ່າມີ 5 ປະເທດເຊັ່ນ ຊີເຣຍ, ເວເນຊູເອລາ, ອັຟການິສຖານ, ຊູດານໃຕ້ ແລະມຽນມາ ເຊິ່ງຄິດເປັນ 2 ສ່ວນ 3 ຂອງປະຊາກອນທີ່ພັດຖິ່ນຢູ່ໃນທົ່ວໂລກ, ເຊິ່ງພວກເຂົາເຈົ້າກ່າວວ່າ ເທີກີ ມີຜູ້ອົບພະຍົບທີ່ຫຼາຍທີ່ສຸດ, ຮອງລົງມາແມ່ນ ໂຄລອມເບຍ, ອູການດາ, ປາກິສຖານ ແລະເຢຍຣະມັນ. ສະຫະລັດ ຍັງຄົງເປັນປະເທດສໍາລັບການຕັ້ງຖິ່ນຖານໃໝ່ຂອງຜູ້ລີ້ໄພທີ່ໃຫຍ່ທີ່ສຸດໃນໂລກ.