ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກສຶກສາ ຕ່າງປະເທດ ຊອກຫາ ວຽກເຮັດຍາກ ໃນ ສ​ຫລ ຫຼັງຈາກຮຽນຈົບ (ວີດີໂອ)


Record Number of Foreign Students in US Seek Hard-to-Find Jobs
please wait

No media source currently available

0:00 0:02:39 0:00

​ໃນ​ແຕ່ລະ​ປີ ອາ​ເມຣິກາ ດຶງ​ດູດ​ເອົາ​ພວກ​ນັກ​ສຶກສາ​ຕ່າງປະ
​ເທດ​ຫລາຍ​ພັນ​ຄົນ​ ທີ່​ຊອກ​ຫາ​ການ​ສຶກສາ ​ໃນ​ຂັ້ນ​ມະຫາວິ
ທະຍາ​ໄລ ​ແລະປະສົບ​ການ​ໃນ​ການ​ເຮັດ​ວຽກ​ເຮັດ​ການ​ຢູ່​ໃນ​
ສະຫະລັດ. ​ແຕ່​ການຢູ່​ຕໍ່​ໃນ​ສະຫະລັດ​ຫຼັງ​ຈາກ​ຮຽນຈົບ​ແລ້ວ
ສາມາດ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ຫຍຸ້ງຍາກ​ໄດ້ ຍ້ອນ​ການ​ຂໍ​
ວີ​ຊາ ​ແລະ​ການ​ຈຳກັດ​ຮັດ​ແຄບ ​ໃນເລື່ອງ​ວຽກການ.
Bernard Shusman ຜູ້​ສື່​ຂ່າວ​ວີ​ໂອ​ເອມີລາຍ​ງານເລື້ອງ​
ນີ້​ຈາກ​ລັດ​ນີວຢອກ ທີ່​ສິງ​ຈະ​ນຳ​ມາສະ​ເໜີ​ທ່ານ​ຕໍ່​ໄປ…


ມັນ​ເປັນ​ວັນ​ຮັບ​ໃບ​ປຣິນຍາ​ສຳລັບ​ພວກ​ນັກ​ສຶກສາທີ່​ຮຽນ​ຈົບທີ່ມະ​ມາ​ວິທະຍາ​ໄລ
New Rochelle ​ໃນ​ລັດ​ນີວຢອກ. ພວກ​ນັກ​ສຶກສາ​ບາງ​ຄົນ​ມາ​ຈາກ​ປະ​ເທດ​ອື່ນໆ
​ເພື່ອ​ມາ​ສຶກສາ​ຕໍ່​ຢູ່​ນີ້ ​ແລະ​ເປັນ​ສ່ວນ​ນຶ່ງຂອງ​ພວກ​ນັກ​ສຶກສາ​ຕ່າງປະ​ເທດ​ຈຳນວນ
8 ​ແສນ​ຄົນ ໃນ​ສະຫະລັດ. ພວກ​ນັກ​ສຶກສາ​ຫຼາຍ​ຄົນ​ກຳລັງ​ມີ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ທີ່​
ຈະ​ນຳ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮ່ຳໄດ້​ຮຽນ​ຢູ່​ທີ່​ນີ້ ກັບ​ຄືນ​ໄປ​ໃຊ້​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ
​ເຂົາເຈົ້າ.

ນາງ Cynthia Asare ຈາກ​ປະ​ເທດ​ກາ​ນາ ກ່າວ​ວ່າ “ຂ້ອຍ​ໄດ້​ຕັດ ສິນ​ໃຈ​ຮຽນ​
ເອົາ​ປຣິນຍາ​ໂທ ​ໃນ​ວິຊາ​ການ​ສຶກສາ ຂອງ​ໂຮງ​ຮຽນ​ຫຼວງ ​ເພາະວ່າ ຂ້ອຍ​
ໄດ້​ຄຶດ​ຢູ່​ເລື້ອຍໆ​ ກ່ຽວ​ກັບ​ເດີນ​ທາງ​ ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນຂອງ
ຂ້ອຍ ​ແລະ​ເຮັດ​ວິທີ​ໃດດີ​ທີ່​ສຸດ​ທີ່​ຂ້ອຍຈະ​ສາມາດ​ໃຊ້​ການ​ສຶກສາແລະ​
ຄວາມ​ຮູ້ທີ່​ຂ້ອຍ​ໄດ້​ຮຽນ​ຢູ່​ທີ່​ນີ້ ​ໄປ​ໃຊ້​ໃນ​ປະ​ເທດຂອງ​ຂ້ອຍ​ນັ້ນ? ເຮົາ​ສາ
ມາດ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນແລະ​ເຮັດ​ວຽກ​ໃນ​ວົງ​ການ​ລັດຖະບານ ​
ແລະ​ສາມາດ​ຊ່ອຍ​ເຫຼືອ​ປະ​ເທດ​ຂອງ​ເຮົາ​ໄດ້.”


ນາງ Prudence Tolliver ຈາກ​ປະ​ເທດ Jamaica ກ່າວ​ວ່າ “ມະຫາວິທະຍາ​
ໄລ New Rochelle ຕາມ​ພື້ນຖານ​ແລ້ວ​ເປັນ​ບ່ອນ​ເລີ້ມ​ຕົ້ນ​ຂອງ​ຂ້ອຍ ​
ເປົ້າ​ໝາຍ​ຂອງ​ຂ້ອຍ​ແມ່ນ ເຮັດ​ວຽກ​ໃຫ້ຫຼາຍ​ເທົ່າທີ່​ຂ້ອຍ​ສາມາດ​ເຮັດ​ໄດ້
​ເມື່ອ​ເວລາ​ກັບ​ຄືນ​ໄປ​ຍັງ Jamaica ​ແລ້ວ ເຮົາຈະ​ເຫັນ​ໄດ້​ວ່າ ພວກ​ເຮົາ​ສາມາດ​ບັນລຸ​ຄວາມ​ຝັນ​ຂອງ​ພວກ​ເຮົາ​ໄດ້.


​ແຕ່​ມີ​ນັກ​ສຶກສາ​ບາງ​ຄົນ ຢາກ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາຕໍ່​ ຫລັງ​ຈາກຮຽນ​ຈົບ​ແລ້ວ.

ນາງ Jonelle Ward ຈາກ​ກາ​ນາ​ດາ​ກ່າວ​ວ່າ “​ແນ່​ນອນ ຂ້ອຍ​ຢາກ​ເລີ້ມ​ຕົ້ນ​
ເຂົ້າ​ຫາ​ລ້າ​ຫາ​ການ​ຢູ່​ທີ່​ນີ້. ຂ້ອຍ​ຮູ້ສຶກວ່າ ມັນ​ເປັນ​ການ​ແຂ່ງຂັນ ຂ້ອຍ​ຮູ້
ສຶກ​ວ່າ ພວກ​ເຮົາ​ຖືກ​ບັງຄັບ​ໃຫ້​ພະ​ຍາມ​ເຕັມ​ທີ່ ແລະ​ບັນລຸຂອບ​ເຂດ​ໃດ
​ຂອບ​ເຂດ​ນຶ່ງ ​ແລະ​ທ້າ​ທາຍ​ຕໍ່​ຕົນ​ເອງ ​ແລະ​ມີຄວາມ​ແຕກ​ຕ່າງ​ກັນ ​ແລະ​
ນຳ​ສິ່ງ​ໃໝ່ໆແລະ​ແນວ​ຄິດ​ສ້າງ​ສັນ​ຕ່າງໆ​ມາ​ໃຊ້ ອັນ​ທີ່​ຂ້ອຍ
ມັກ​ນັ້ນ.”

ສຳລັບ​ພວກ​ນັກ​ສຶກສາ​ຕ່າງປະ​ເທດ ຄື​ກັນ​ກັບ​ພວກ​ນັກສຶກສາ​ເຫລົ່າ​ນີ້ ການ
ເລີ້ມ​ອາຊີບວຽກ​ງານ​ໃນ​ປະ​ເທດ​ນີ້ ຈະ​ບໍ່​ແມ່ນ​ເລື້ອງ່າຍ​ເລີຍ ​ແມ່ນ​ແຕ່​ກັບ​ການ​
ເສດຖະກິດຂອງ​ສະຫະລັດ​ທີ່​ດີ​ຂຶ້ນ​ກໍ​ຕາມ.

ທ່ານ Philip Press ຊຶ່ງ​ເປັນ​ຫົວໜ້າ​ບໍລິຫານ​ໃນ​ບໍລິສັດຊອກ​ຄົນ​ເຮັດ​ ວຽກ
ຂອງ​ບໍ​ລິ​ສັດ​ນຶ່ງ.

ທ່ານ Philip Press ກ່າວ​ວ່າ “ການ​ທ້າ​ທາຍສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ
​ແມ່ນ​ຊອກ​ຫາ​ບໍລິສັດ ​ທີ່​ມີ​ຄວາມ​ເຕັມ​ໃຈ​ຈະ​ເປັນ​ຜູ້​ອຸບປະຖຳ ຫຼື​ຮັບຈ້າງ​
ເຂົາ​ເຈົ້າ ຕາມ​ທີ່​ວີ​ຊາ​ຂອງ​ເຂົາ​ເຈົ້າ​ຍັງ​ມີອາຍຸ​ໃຊ້​ໄດ້​ໃນ​ປັດຈຸບັນ. ​ເພາະ
ວ່າ ​ເວລາ​ໃດ​ວີ​ຊາ​ເຂົາ​ເຈົ້າ​ໝົດ​ອາຍຸ​ແລ້ວ​ແລະ​ເຂົາ​ເຈົ້າ​ຕ້ອງໄດ້ໜີອອກ​
ຈາກ​ປະ​ເທດ​ໄປ ດັ່ງ​ນີ້ໂອກາດ​ຕ່າງໆ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບຈ້າງ​ນັ້ນ ​ແມ່ນ​
ບໍ່​ມີ​ເລີຍ.


ເວົ້າ​ທົ່ວ​ໄປ​ແລ້ວ ຖ້າ​ພວກ​ນັກ​ສຶກາ​ຕ່າງປະ​ເທດ​ບໍ່​ສາມາດ​ຊອກ​ຫາ​ວຽກ​ການ​
ເຮັດໄດ້ ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ຈາກ​ສະ​ຫະ​ລັດໄປ.

​ແຕ່​ເວົ້າ​ລວມ​ແລ້ວ ຂ່າວ​ດີ​ສຳລັບ​ພວກ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ໃນ​ປີ 2014 ​ແມ່ນ​ດີ​
ຂຶ້ນ​ໃນ​ທົ່ວ​ປະ​ເທດ ອີງ​ຕາມ​ທ່ານ David Smith ຈາກ​ບໍລິສັດທີ່​ປຶກສາ​ດ້ານ​ການ​
ບໍລິຫານ​ງານ Accenture ຊຶ່ງ​ເປັນ​ບໍລິສັດ​ທຳ​ການ​ສຳ​ຫຼວດປະຈຳ​ປີກ່ຽວ​ກັບ
​ຄວາມ​ຫວັງ​ຫຼື​ໂອກາດໃນເລື້ອງ​ວຽກ​ການ​ນັ້ນ.

ທ່ານ David Smith ກ່າວ​ວ່າ “ການ​ເຂົ້າ​ມາ​ຊອກ​ວຽກ​ ໃນ​ຕະຫຼາດ​ວຽກ​ງານ​
ປີ​ນີ້ ຄວາມ​ຈິງ​ແລ້ວເຂົາ​ເຈົ້າ​ໃຫ້ຮ່ອງຮອຍ​ຕ່າງໆ​ແກ່​ພວກ​ເຮົາ​ກ່ຽວ​ກັບ​ການ​
ມີ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ແງ່​ດີ​ຂຶ້ນ​ກ່ຽວ​ກັບ​ຄວາມ​ຫວັງທີ່​ຈະ​ໄດ້​ວຽກ​ການ​
ໃນ​ອະນາຄົດ​. ພວກ​ນັກ​ສຶກສາ​ທີ່ຮຽນ​ຈົບ​ເຫຼົ່າ​ນີ້ ບອກ ພວກ​ເຮົາ​ວ່າ ພວກ​
ເຂົາ​ເຈົ້າ​ມີ​ຄວາມ​ເຕັມ​ໃຈ​ຫຼາຍ​ຂຶ້ນທີ່​ຈະ​ທຳ​ການຍົກ ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ ນອກຈາກ​ຕະຫຼາດ​ວຽກ​ງານ​ ໃນເຂດ​ທ້ອງ​ຖິ່ນ​ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ໄປ
ສຶກ​ສາ​ຮ່ຳ​ຮຽນ​ຕາມ​ສະ​ຖາ​ບັນ​ຫຼື​ມະຫາວິທະຍາ​ໄລຕ່າງໆນັ້ນ.”


ບໍລິສັດ Accenture ພົບ​ເຫັນ​ວ່າ ພວກ​ນັກ​ສຶກສາ​ໃນ​ຈຳນວນ 80 ​ເປີ​ເຊັນຄາດ​ວ່າ​
ຈະ​ໄດ້​ຮັບ​ການ​ຝຶກແອບ​ໃນ​ເວລາ​ເຮັດ​ວຽກ. ​ແຕ່​ຫຼັງ​ຈາກ ນຶ່ງ​ປີຫຼື​ສອງ​ປີແລ້ວ ບໍລິສັດ​ດັ່ງກ່າວ​ເວົ້າ​ວ່າ ມີ​ພຽງ​ແຕ່​ເຄິ່ງນຶ່ງ​ເທົ່າ​ນັ້ນທີ່ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ແອບ​ໃນເລື່ອງ​
ວຽກ​ການ​.

XS
SM
MD
LG