ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຫຼາຍ​ເປັນ​ປະ​ຫວັດ​ການ ຄາດ​ວ່າ​ຈະ​ເດີນ​ທາງ​ດ້ວຍ​ເຮືອ​ບິນ ແລະ ລົດ​ສຳ​ລັບ​ວັນ​ຂອບ​ຄຸນ​ພະ​ເຈົ້າ


ນັກ​ເດີນ​ທາງ​ລຽນ​ຄິວ​ລໍ​ຖ້າ​ຂຶ້ນ​ລົດ​ໄຟ Amtrak ກ່ອນ​ວັນ​ພັກ​ຂອບ​ຄຸນ​ພະ​ເຈົ້າ ຢູ່​ສະ​ຖາ​ນີ​ຖະ​ໜົນ​ເລກ​ທີ 30, ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ, 23 ພະ​ຈິກ 2022.
ນັກ​ເດີນ​ທາງ​ລຽນ​ຄິວ​ລໍ​ຖ້າ​ຂຶ້ນ​ລົດ​ໄຟ Amtrak ກ່ອນ​ວັນ​ພັກ​ຂອບ​ຄຸນ​ພະ​ເຈົ້າ ຢູ່​ສະ​ຖາ​ນີ​ຖະ​ໜົນ​ເລກ​ທີ 30, ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ, 23 ພະ​ຈິກ 2022.

ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ແມ່ນ​ຄາດ​ວ່າ​ຈະ​ອອກ​ເດີນ​ທາງ​ໄປ​ສະ​ໜາມ​ບິນ ແລະ ທາງຫຼວງ ​ຈຳ​ນວນຫຼາຍ​ເປັນ​ປະ​ຫວັດ​ການ​ ໃນ​ວັນ​ພັກ​ຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ວັນ​ທີ​ວຸ້ຍ​ວາຍ​ທີ່​ສຸດ​ທີ່​ຈະ​ເດີນ​ທາງ​ດ້ວຍ​ເຮື​ອ​ບິນ​ແມ່ນ​ວັນ​ອັງ​ຄານ ແລະ ວັນ​ພຸດນີ້ ເຊັ່ນ​ດຽວ​ກັບ​ວັນ​ອາ​ທິດຫຼັງ​ຈາກວັນ Thanksgiving.

ຫ້ອງ​ການ​ຄວາມ​ປອດ​ໄພ​ດ້ານ​ການ​ສັນ​ຈອນ​ຄາດ​ວ່າ​ຈະ​ກວດ​ກາ​ຜູ້​ໂດຍ​ສາຍ 2 ລ້ານ 6 ແສນ​ຄົນ ​ໃນ​ວັນ​ອັງ​ຄານ ແລະ 2 ລ້ານ 7 ແສນ​ຄົນ​ໃນ​ວັນ​ພຸດ. ວັນ​ອາ​ທິດ​ຈະ​ເປັນ​ວັນ​ທີ່​ມີ​ຄົນຫຼາຍ​ທີ່​ສຸດ​ໂດຍ​ຄາດ​ວ່າ​ຈະ​ມີ​ຜູ້​ໂດຍ​ສານ 2 ລ້ານ 9 ແສນ​ຄົນ, ເຊິ່ງ​ຈະ​ກາ​ຍ​ສະ​ຖິ​ຕິ​ທີ່​ຖືກ​ຕັ້ງ​ໄວ້​ເມື່ອ​ວັນ​ທີ 30 ມິ​ຖຸ​ນາ​ທີ່​ຜ່ານ​ມາຢ່າງ​ຫວຸດ​ຫວິດ. ໃນ​ຂະ​ນະ​ດຽວ​ກັນ​ບໍ​ລິ​ສັດ​ປະ​ກັນ​ໄພ​ລົດ AAA ທຳ​ນາຍ​ວ່າ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ 55 ລ້ານ 4 ແສນ​ຄົນ​ຈະ​ເດີນ​ທາງ​ຢ່າ​ງ​ໜ້ອຍ 88 ກິ​ໂລ​ແມັດ​ຈາກ​ບ້ານ ດ້ວຍ​ຖະ​ໜົນ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ແອ​ອັດ​ທີ່​ສຸດ​ໃນ​ວັນ​ພຸ​ດມື້​ອື່ນ.

Millions of people are expected to hit airports and highways in record numbers over the Thanksgiving holiday. The busiest days to fly will be Tuesday and Wednesday as well as the Sunday after Thanksgiving. The Transportation Security Administration expects to screen 2.6 million passengers on Tuesday and 2.7 million passengers on Wednesday. Sunday will draw the largest crowds with an estimated 2.9 million passengers, which would narrowly eclipse a record set on June 30. Meanwhile, AAA forecasts that 55.4 million Americans will travel at least 80 kilometers from home with roads likely to be the most clogged on Wednesday.

XS
SM
MD
LG