ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຕົກແຮງເປັນປະຫວັດການ ເຮັດ​ໃຫ້​ເກີດນໍ້າຖ້ວມທີ່ເປັນອັນຕະລາຍ ຢູ່ພາກເໜືອ ຂອງອອສເຕຣເລຍ


ທະຫານເຮືອຈາກກອງທັບເຮືອແຫ່ງລາດຊະອານາຈັກອອສເຕຣເລຍຄົນນຶ່ງ ພ້ອມດ້ວຍໜ່ວຍບໍລິການສຸກເສີນພົນລະເຮືອນ ພາກັນຍົກຍ້າຍສະມາຊິກເພື່ອສັງຄົມ ໃນເມືອງ ແຄນສ໌ (Cairns), ອອສເຕຣເລຍ, ວັນທີ 18 ທັນວາ 2023.
ທະຫານເຮືອຈາກກອງທັບເຮືອແຫ່ງລາດຊະອານາຈັກອອສເຕຣເລຍຄົນນຶ່ງ ພ້ອມດ້ວຍໜ່ວຍບໍລິການສຸກເສີນພົນລະເຮືອນ ພາກັນຍົກຍ້າຍສະມາຊິກເພື່ອສັງຄົມ ໃນເມືອງ ແຄນສ໌ (Cairns), ອອສເຕຣເລຍ, ວັນທີ 18 ທັນວາ 2023.

ທະຫານ ໄດ້​ເລີ້ມ​ອົບ​ພະຍົບ​ຊຸມຊົນ​ຊາວ​ພື້ນ​ເມືອງ​ທີ່ຢູ່​ຫ່າງ​ໄກ​ອອກ​ຈາກ​ພາກ​ເໜືອ​ຂອງ​ອອສ​ເຕຣ​ເລຍ ທີ່ເກີດນໍ້າຖ້ວມເປັນປະຫວັດການ. ຄວາມ​ພະ​ຍາ​ຍາມກ່ອນໜ້ານັ້ນ ເພື່ອເຂົ້າ ໄປ​ເຖິງຂົງເຂດ ວູຈາລ ວູຈາລ (Wujal Wujal) ຕັ້ງຢູ່ທາງ​ພາກ​ເຫນືອ​ຂອງນະຄອນບຣິສເບນ (Brisbane) ທີ່ຖືກ​ປະ​ຖິ້ມ​ເນື່ອງ​ຈາກ​ພາ​ຍຸ. ຝົນ​ຕົກ​ໜັກ​ໄດ້​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ກະ​ທັນ​ຫັນ ​ອັນໄດ້​ເປັນ​ໄພ​ຂົ່ມ​ຂູ່​ເຖິງ​ຊີ​ວິດ ຢູ່​ບາງ​ສ່ວນ​ທາງ​ພາກ​ເໜືອ​ ຂອງ​ລັດຄວີນສ໌ແລນ (Queensland) ລຸນຫຼັງທີ່​ໄດ້​ເກີດພາ​ຍຸ​ໄຊ​ໂຄ​ລນ​ເຂດ​ຮ້ອນ ຈາສເປີ້ (Jasper). ປະຊາຊົນໄດ້ພາກັນຊອກຫາບ່ອນ​ຫຼົບໄພ ຢູ່ເທິງຫລັງຄາ ແລະຂຶ້ນຕົ້ນໄມ້. ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ເສຍ​ຊີວິດ ​ຫຼື​ບາດ​ເຈັບ​ຮຸນແຮງໃດໆ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດ.

ຢູ່ໃນແມ່ນໍ້າທີ່ຖ້ວມລົ້ນຂຶ້ນມາໃນພາກເຫນືອຂອງລັດຄວີນສ໌ແລນ, ທ່ານກາວິນ ເດຍ (Gavin Dear) ເຊິ່ງເປັນນັກດົນຕີ, ເຫັນຜູ້ຊາຍທີ່ເກາະກັບຕົ້ນໄມ້ຢູ່. ໃນວິດີໂອທີ່ຖືກເຜີຍແຜ່ໃນສື່ສັງຄົມ, ລາວຖືກເປີດເຜີຍໃຫ້ເຫັນການເຄື່ອນຍ້າຍເຮືອຂອງລາວ ເຂົ້າໃກ້ຜູ້ຊາຍທີ່ຍັງຕິດຄ້າງຢູ່ນັ້ນ.

“ເຈົ້າສາມາດໂບກມືໄດ້ບໍ? ແມ່ນແລ້ວ, ພວກເຮົາຈະຂັບເຂົ້າໄປ ເພື່ອນ, ແລະຈັບຕົ້ນໄມ້ນັ້ນໄວ້. ໂອເຄ, ເພື່ອນ, ພວກເຮົາເອົາເຈົ້າໄດ້ແລ້ວ. ເຈົ້າສາມາດລົງມາໄດ້ບໍ?”

ທ່ານເດຍ ກ່າວຕໍ່ສະຖານີໂທລະພາບ ຂອງອອສເຕຣເລຍວ່າ ຜູ້ຊາຍທີ່ຖືກຊ່ວຍເຫຼືອນັ້ນ ແມ່ນໂຊກດີຫຼາຍທີ່ລາວຍັງມີຊີວິດຢູ່, ເຊິ່ງ ທ່ານເດຍ ກ່າວວ່າ:

“ມີຄວາມເປັນໄປໄດ້ ທີ່ນ້ຳ​ຈະມີຂະໜາດກວ້າງ 500-600 ແມັດ. ມວນນໍ້າມີຂະໜາດໃຫຍ່ຫຼາຍ, ແລະກໍໄຫຼໄວ. ພວກເຮົາໄປຮອດຕົ້ນໄມ້ຂອງລາວ, ແມ່ນແລ້ວ, ເພື່ອນຄົນນີ້ຢູ່ໃນອາການສັ່ນທີ່ບໍ່ສາມາດຄວບຄຸມໄດ້ ແລະຮ່າງກາຍຂອງລາວກໍ່ມີອາການກ້ອນຊີ້ນປັ້ນໄປໝົດ ເນື່ອງຈາກລາວຖືກແຂວນຢູ່ເທິງຕົ້ນໄມ້ນັ້ນມາເປັນເວລາດົນ. ຕູ້ຄອນເທັນເນີ ຂົນສົ່ງສິນຄ້າ ໄດ້ຖືກນໍ້າພັດໄປ ແລະເກືອບຈະຕໍາໃສ່ລາວຢູ່ບ່ອນນັ້ນ.”

ເມືອງ ວູຈາລ ວູຈາລ ທັງໝົດ ​ເປັນ​ຊຸມ​ຊົນ​ດັ້ງ​ເດີມ ອະບໍຣິຈິນ ທີ່ຢູ່ຫ່າງໄກ ​ທີ່ມີໄລຍະ 2,000 ກິ​ໂລ​ແມັດໄປ​ທາງ​ທິດ​ເໜືອ​ຂອງ​ນະຄອນບຣິສເບນ ໄດ້ຖືກ​ຍົກ​ຍ້າຍ​ຍ້ອນ​ສະພາບການນ້ຳ​ຖ້ວມ. ຢູ່ທີ່ນັ້ນ ຖືກຕັດຂາດເປັນເວລາຫຼາຍມື້, ການສະໜອງສະບຽງອາຫານ ແລະ ນ້ຳໃຫ້ແກ່ປະຊາຊົນ ປະມານ 300 ຄົນ ແມ່ນຫຼຸດລົງຫຼາຍແລ້ວ. ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ກອງທັບ ​ພະຍາຍາມ​ເຂົ້າມາ​ຮ່ວມດໍາເນີນງານເພື່ອ​ເອົາ​ພວກ​ເຂົາ​ເຈົ້າ​ໄປ​ສູ່​ບ່ອນ​ປອດ​ໄພ​ ໃນເມືອງຄຸກທາວ (Cooktown), ເຊິ່ງຢູ່ໄກອອກໄປ 80 ກິ​ໂລ​ແມັດ.

ຝົນທີ່ຕົກຮຸນແຮງເປັນປະຫວັດການ ໃນພາກຕາເວັນອອກສຽງເໜືອຂອງອອສເຕຣລຍ ໄດ້ເລີ້ມຫຼຸດປະລິມານລົງແລ້ວ. ຄາດວ່າ ​ມວນນໍ້າຝົນທີ່ຕົກລົງມາມີຂະໜາດ 1.5 ແມັດ​ໃນໄລຍະເວລາ 5 ມື້​ທີ່​ຜ່ານ​ມາ. ປະຊາຊົນຫຼາຍຮ້ອຍຄົນໄດ້ຮັບການຊ່ວຍເຫລືອ. ຂົວຫຼາຍແຫ່ງ, ຖະໜົນຫົນທາງຫຼາຍສາຍ, ບ້ານເຮືອນຫຼາຍຫຼັງ ແລະ ພືດຜົນເສຍຫາຍຫຼວງຫຼາຍ.

ສະພາບການນ້ຳ​ຖ້ວມ​ເລີ້ມຕົ້ນຫຼຸດ​ລົງ, ແຕ່​ ທ່ານເມີເຣ ວັດທ໌ (Murray Watt), ລັດ​ຖະ​ມົນ​ຕີ​ກະຊວງຮັບ​ມື​ເຫດສຸກ​ເສີນ ແລະ ການ​ກະ​ເສດຂອງ​ອອ​ສເ​ຕຣເ​ລຍ ກ່າວ​ຕໍ່​ອົງການຂ່າວທ້ອງ​ຖິ່ນ​ວ່າ ການ​ຟື້ນ​ຟູ​ຈະ​ຕ້ອງໄດ້​ໃຊ້​ເວ​ລາ, ເຊິ່ງ ທ່ານກ່າວວ່າ:

"ແນ່ນອນວ່າ ຍັງມີວຽກໃຫຍ່ຢູ່ຂ້າງຫນ້າ ໃນລັກສະນະຂອງການຍົກຍ້າຍອອກຈາກເມືອງວູຈາລແລະແນ່ນອນວ່າຍັງມີຄວາມພະຍາຍາມໃນການຕອບສະໜອງບາງຢ່າງທີ່ຈະຕ້ອງປະຕິບັດ. ແຕ່ມື້ນີ້ ພວກເຮົາຍັງສາມາດເລີ້ມຕົ້ນດໍາເນີນການຟື້ນຟູໄດ້, ເຊິ່ງພວກເຮົາຮູ້ວ່າ ກໍາລັງຈະເປັນວຽກທີ່ຍາວນານຫຼາຍ.”

ທ່ານວາເຣັນ ແອັນຈ໌ (Warren Ensch), ສະມາຊິກສະພາຂອງລັດຖະບານກາງ ຜູ້ເຊິ່ງເປັນຕົວແທນຂອງພາກສ່ວນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນພາກເຫນືອຂອງລັດຄວີນສ໌ແລນ, ໄດ້ກ່າວຕໍານິສໍານັກງານອຸຕຸນິຍົມ, ເຊິ່ງເປັນອົງການ​ພະ​ຍາ​ກອນອາກາດແຫ່ງຊາດຂອງອອສເຣຕເລຍ. ທ່ານ ແອັນຈ໌ ກ່າວຕໍ່ອົງການຂ່າວທ້ອງຖິ່ນວ່າ ຢູ່ໃນພາກພື້ນນີ້ບໍ່ໄດ້ຮັບການເຕືອນລ່ວງໜ້າທີ່ເໝາະສົມ ກ່ຽວກັບເຫດການຝົນຕົກເປັນປະຫວັດການ. ແນວໃດກໍຕາມ, ໂຄສົກຂອງລັດຖະບານກ່າວວ່າ ການພະຍາກອນອາກາດບໍ່ແມ່ນ "ຄວາມແນ່ນອນທາງວິທະຍາສາດ."

ຢູ່ຂົງເຂດອື່ນໆ, ການເຕືອນກ່ຽວກັບຄື້ນຄວາມຮ້ອນ ທີ່ເກີດຂຶ້ນໃນປັດຈຸບັນ ສໍາລັບພາກສ່ວນຕ່າງໆທາງທິດຕາເວັນຕົກຂອງອອສເຕຣເລຍ, ພື້ນທີ່ທາງພາກເໜືອ, ບໍລິເວນລັດຄວີນສ໌ແລນ ແລະ ລັດນິວ ເຊົາທ໌ ເວລ , ເຊິ່ງເປັນຂົງເຂດທີ່ໄຟໄຫມ້ປ່າ ຍັງຄົງດຳ​ເນີນ​ໄປ​ຢູ່. ເຫດການ​ໄພ​ທຳ​ມະ​ຊາດ ​ທີ່​ເພີ່ມສູງ​ຂຶ້ນ​ຢູ່​ໃນ​ອອ​ສເ​ຕຣເ​ລຍໄດ້​ເພີ້ມ​ຄວາມ​ກັງວົນ​ໃຫ້​ແກ່ບັນດາ​ນັກ​ວິ​ທະ​ຍາ​ສາດ, ນັກປົ​ກ​ປ້ອງ​ສິ່ງ​ແວດ​ລ້ອມ ແລະ ນັກ​ການ​ເມືອງ ​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG