ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍ ພວມຟື້ນຟູ ເມືອງກາຊິໂນຂະໜາດໃຫຍ່ ຄືນອີກຄັ້ງ


Rebuilding Cambodia’s Gambling Mecca
please wait

No media source currently available

0:00 0:03:36 0:00

ກໍາປູເຈຍ ພວມຟື້ນຟູ ເມືອງກາຊິໂນຂະໜາດໃຫຍ່ ສີ​ຫະ​ນຸກວີ​ລ

ກໍາປູເຈຍ ກໍາລັງວາງແຜນການ​ທີ່​ຈະ​ມ້າງບັນດາອາຄານທີ່ຍັງປຸກສ້າງບໍ່ສໍາເລັດ ເຊິ່ງມີຈໍານວນຫຼາຍກວ່າ 1,100 ຫຼັງ ຢູ່ເມືອງທ່າສີຫານຸກວີລ ໄປທາງທິດໃຕ້ຂອງປະເທດ, ເຊິ່ງບັນດາຕຶກອາຄານທັງໝົດເຫຼົ່ານີ້ ແມ່ນຖືກປະຖິ້ມໂດຍນັກລົງທຶນຊາວຈີນໃນເວລາຫຼາຍກວ່າສາມປີທີ່ຜ່ານມາ ເນື່ອງຈາກການລະບາດໃຫຍ່ຂອງພະຍາດ COVID-19. ລຸກ ຮັນທ໌ (Luke Hunt) ມີລາຍງານເລື້ອງນີ້ ຈາກເມືອງທ່າສີຫານຸກວີລ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອ 5 ປີທີ່ຜ່ານມາ, ບັນດານັກລົງທຶນຊາວຈີນ ໄດ້ເລີ້ມທໍາການຫັນປ່ຽນເມືອງແຄມທະເລທີ່ງຽບເຫງົາແຫ່ງນີ້ ໃຫ້ກາຍເປັນສະຖານທີ່ສໍາລັບຫຼິ້ນການພະນັນຂະໜາດໃຫຍ່ ແຂ່ງກັບ ມາເກົາ ແລະລາສເວກັສ, ແຕ່ແຜນການທັງໝົດຕ້ອງໄດ້ສິ້ນສຸດລົງ ເນື່ອງຈາກການຫ້າມຫຼິ້ນການພະນັນອອນລາຍ ແລະການລະບາດໃຫຍ່ຂອງພະຍາດ COVID-19. ພວກຄົນງານຊາວຈີນ ທີ່ມີຈໍານວນຫຼາຍກວ່າ 200,000 ຄົນ ຕ້ອງໄດ້ພາກັນກັບຄືນເມືອປະເທດ.

ກາຊິໂນທັງຫຼາຍໄດ້ຖືກປິດລົງ ແລະບັນດາໂຄງການຕຶກສູງສຽດຟ້າ ພ້ອມດ້ວຍຄອນໂດມີນຽມ ທີ່ສ້າງແລ້ວບາງສ່ວນ ໄດ້ຖືກປະຖິ້ມໄວ້, ເຊິ່ງອົງການຂ່າວທີ່ນິຍົມລັດຖະບານ ໄດ້ກ່າວເຖິງຕຶກສຽດຟ້າ ທີ່ຍັງຄົງສ້າງບໍ່ແລ້ວນັ້ນວ່າ “ເປັນສິ່ງເຕືອນຄວາມຊົງຈໍາ ເຖິງຄວາມລົ້ມແຫຼວໃນຂໍ້ຕົກລົງຂອງການລົງທຶນ, ເຊິ່ງສ່ວນໃຫຍ່ແລ້ວ ແມ່ນໂດຍຊາວຈີນ.”

ຄວາມຕ້ອງການເຮືອນຊານຂອງປະຊາຊົນແມ່ນໄດ້ຕົກຮວບລົງຢ່າງຫຼວງຫຼາຍ, ແລະ ທ່ານຈັນທາ ລັກ (Chantha Lach) ກໍເປັນຄືກັນກັບບັນດານັກລົງທຶນຄົນອື່ນໆ ທີ່ກໍາລັງມີຄວາມຫວັງວ່າ ຈະມີຊ່ວງເວລາທີ່ດີຂຶ້ນ, ເຊິ່ງ ທ່ານຈັນທາ ໄດ້ກ່າວວ່າ:

“ຊາວກໍາປູເຈຍ ຢາກໃຫ້ບັນດານັກລົງທຶນຊາວຈີນກັບຄືນມາດໍາເນີນການອີກຄັ້ງ ເນື່ອງຈາກວ່າ ລາຄາຂອງອະສັງຫາລິມະຊັບ ແມ່ນຂີ້ຮ້າຍຫຼາຍ, ແລະພວກເຮົາກໍຕ້ອງການໃຫ້ນັກທຸລະກິດຊາວຈີນເຫຼົ່ານັ້ນກັບຄືນມາ ເພື່ອຊ່ວຍຟື້ນຟູຕະຫຼາດ ໃຫ້ກັບຄືນມາດີຂຶ້ນອີກຄັ້ງ.”

ເຈົ້າໜ້າທີ່ທາງການກໍາລັງວາງແຜນການພັດທະນາ ສໍາລັບເມືອງທ່າສີຫານຸກວີລ.

ນີ້ ລວມເຖິງການເພີ້ມຈໍານວນປະຊາກອນຢູ່ໃນທ້ອງຖິ່ນມາເປັນ 1 ລ້ານຄົນ ໂດຍການສະເໜີລະບອບການປົກຄອງທີ່ເປັນມິດຕໍ່ວີຊາໃຫ້ແກ່ຊາວຕ່າງປະເທດ ແລະຫຼຸດຜ່ອນລະບົບພາສີສໍາລັບຊົນຊັ້ນກາງຊາວກໍາປູເຈຍ ທີ່ກໍາລັງຂະຫຍາຍໂຕ. ກໍານົດເວລາໃນການທັບມ້າງ ຫຼືສ້າງອາຄານຕ່າງໆທີ່ຍັງຢູ່ພາຍໃຕ້ການກໍສ້າງນັ້ນ ໃຫ້ສໍາເລັດໃນປີ 2026 ກໍໄດ້ຮັບການສະເໜີຂຶ້ນເພື່ອພິຈາລະນາເຊັ່ນກັນ.

ທ່ານເດວິດ ທັອດເຕິນ (David Totten), ເຊິ່ງເປັນຜູ້ບໍລິຫານຈັດການໃຫຍ່ ຂອງບໍລິສັດທີ່ປຶກສາ ກ່ຽວກັບການລົງທຶນໃນຕະຫຼາດທີ່ພັດທະນາໃໝ່ ກ່າວວ່າ ມີໂຄງການປະມານເຄິ່ງນຶ່ງຂອງອາຄານ 1,000 ຫຼັງ ທີ່ໄດ້ສ້າງບັນຫາທາງກົດໝາຍ ກ່ຽວກັບຄວາມເປັນເຈົ້າຂອງ, ໂດຍທ່ານກ່າວວ່າ:

“ສໍາລັບພາກສ່ວນໂຄງການຂະໜາດໃຫຍ່ເຫຼົ່ານັ້ນ ເຊິ່ງອາດຈະຍັງມີຄວາມສົງໄສກ່ຽວກັບຄວາມເປັນເຈົ້າຂອງ, ສິດທິທີ່ຖືກຕ້ອງຕາມກົດໝາຍອັນເປັນປະໂຫຍດຕໍ່ເຈົ້າຂອງເຫຼົ່ານັ້ນ ອາດຈະໃຊ້ຕໍ່ໄປບໍ່ໄດ້ ຫຼື ບໍ່ໄດ້ກ່ຽວຂ້ອງສໍາລັບດໍາເນີນງານໄດ້ອີກແລ້ວ. ມັນຍັງຈະເປັນຄວາມທ້າທາຍອີກຫຼາຍໆຢ່າງ, ສະນັ້ນ ຈຶ່ງມີການຮຽກຮ້ອງສິດທິເຫຼົ່ານັ້ນຈາກເຈົ້າຂອງຄົນກ່ອນ.”

​ການຍົກລະດັບຖານທັບເຮືອ​ຣຽມ (Ream) ທີ່​ໄດ້​ຮັບທຶນຈາກຈີນ ເຊິ່ງຕັ້ງຫ່າງຈາກເມືອງທ່າສີຫານຸກວີລໄປທາງທິດຕາເວັນອອກປະມານ 30 ກິໂລແມັດ ກໍາລັງຢູ່ໃນຂັ້ນຕອນທີ່ຈະດໍາເນີນງານ, ເຊິ່ງໂຄງການດັ່ງກ່າວນີ້ ໄດ້ສ້າງຄວາມຜິດຫວັງຕໍ່ສະຫະລັດ ໂດຍສະຫະລັດຢືນຢັນວ່າ ຖານທັບເຮືອຮຽມ ຢູ່ໃນກໍາປູເຈຍ ຈະເປັນຖານທັບເຮືອໃນຕ່າງປະເທດແຫ່ງທີ່ສອງຂອງຈີນ ລຸນຫຼັງຖານທັບເຮືອໃນປະເທດຈີບູຕີ.

ຢ່າງໃດກໍຕາມ, ປັກກິ່ງ ແລະພະນົມເປັນໄດ້ຍົກເລີກຂໍ້ກ່າວຫາເຫຼົ່ານັ້ນ ໂດຍກ່າວວ່າ ເປັນເລື້ອງອະທິປະໄຕ​ຂອງກໍາປູເຈຍເທົ່ານັ້ນ ສະຖານທີ່ຕ່າງໆເຫຼົ່ານີ້ ຈະເປີດຮັບບັນດາປະເທດຕ່າງໆ.

ບໍ່ໄກຈາກຖານທັບເຮືອຮຽມ ເທົ່າໃດ, ໂຄງການພັດທະນາສໍາລັບນັກທ່ອງທ່ຽວ ເຊິ່ງຮູ້ໃນຊື່ວ່າ Bay of Light ກໍາລັງດໍາເນີນການກໍ່ສ້າງຢູ່ ໃນພື້ນທີທັງໝົດ 934 ເຮັກຕ້າ ເຊິ່ງໄດ້ຮັບການບຸກເບີກທີ່ດິນໂດຍນັກທຸລະກິດຊາຍຊາວຈີນ ທ່ານເຊັນ ສີ (Chen Zhi,), ແລະຄາດວ່າ ຈະສ້າງໃຫ້ສໍາເລັດສົມບູນພາຍໃນປີ 2028 ດ້ວຍງົບປະມານ 16 ຕື້ໂດລາ.

ແນວໃດກໍຕາມ, ທ່ານແຮຣິສັນ ໄວທ໌ (Harrison White), ບັນນາທິການແຫ່ງ Cambodian Investment Review ກ່າວວ່າ ແຜນການຕ່າງໆຍັງມີອີກຫຼາຍ ແລະໂຄງການກໍ່ສ້າງ ອາດຈະມີຕໍ່ໄປຈົນເຖິງປີ 2040.

“ທ່ານກ່າວວ່າ ເນື່ອງຈາກມັນເປັນໂຄງການທີ່ຍັງຍາວນານ, ພວກເຮົາຈຶ່ງຄາດການໃຫ້ປະຊາກອນຂະຫຍາຍໂຕເພີ້ມຂຶ້ນເປັນ 160,000 ຄົນ, ຄືກັນກັບວຽກ ທີ່ມີຫຼາຍເຖິງ 300,000 ວຽກ, ແລະອື່ນໆອີກຫຼວງຫຼາຍ, ເຊິ່ງບາງທີ ອາດຈະມີນັກທ່ອງທ່ຽວສູງກວ່າ 3 ລ້ານຄົນ ເຂົ້າມາທ່ຽວຢູ່ໃນພູມິພາກແຫ່ງນີ້.”

​ໂຄງ​ການ​ທາງ​ດ່ວນ​ທີ່​ໄດ້​ຮັບ​ທຶນ​ຈາກ​ຈີນ 2.5 ຕື້ໂດລາທີ່ເຊື່ອມຕໍ່ນະຄອນຫຼວງພະນົມເປັນ ຫາເມືອງທ່າສີຫານຸກວີລ ໄດ້ຮັບການເປີດເຜີຍແລ້ວ, ແລະ ໂຄງ ການທາງດ່ວນອື່ນໆ ແມ່ນໄດ້ຮັບການວາງແຜນທີ່ຈະສ້າງຈາກນະຄອນຫຼວງ ໄປຫາຊາຍແດນປະເທດຫວຽດນາມ, ຄຽງຄູ່ກັບເຄືອຂ່າຍຂອງເສັ້ນທາງລົດໄຟຄວາມໄວສູງ ເຊິ່ງເປັນສ່ວນນຶ່ງໃນໂຄງການເລີ້ມຕົ້ນນຶ່ງແລວທາງ ນຶ່ງເສັ້ນທາງຂອງລັດຖະບານປັກກິ່ງ.

ໃນວັນສຸກ ທີ 28 ມີນາ ທີ່ຜ່ານມາ, ລັດຖະມົນຕີກະຊວງແຮງງານ ແລະສັງ ຄົມຂອງກໍາປູເຈຍ ທ່ານຊັນ ຈັນໂທລ (Sun Chanthol) ກ່າວວ່າ ໂຄງການຕ່າງໆສໍາລັບພື້ນຖານໂຄງລ່າງ 150 ໂຄງການ ມີມູນຄ່າສູງເຖິງ 30 ຕື້ໂລດາ ແມ່ນໄດ້ຮັບການຈັດເຂົ້າເປັນ​ບູ​ລິ​ມະ​ສິດຂອງແຜນການ. ແຕ່ສິ່ງດັ່ງກ່າວນີ້ ໄດ້ເພີ້ມຄວາມອຸກອັ່ງໃຈຂຶ້ນ ເນື່ອງຈາກ GDP ຂອງປະເທດກໍາປູເຈຍ ມີພຽງ 27 ຕື້ໂດລາເທົ່ານັ້ນ.

Cambodia is drawing up an action plan to clean up more than 1,100 incomplete buildings in the southern port city of Sihanoukville, left abandoned by Chinese investors more than three years ago as the COVID-19 pandemic erupted. Luke Hunt reports from Sihanoukville.

Five years ago, Chinese investors began turning this sleepy coastal city into a gambling mecca rivaling Macao and Las Vegas, but that ended with a ban on online gambling and the COVID-19 pandemic. More than 200,000 Chinese workers had to return home.

Casinos closed and partially built skyscrapers and condominium projects were abandoned, and one pro-government newspaper described the remaining skyline as “a stark reminder of botched investments, mostly by Chinese nationals.”

Housing demand has also slumped and Chantha Lach, like many private investors, is hoping for better times.

Chantha Lack, Private Investor, English

“Many Cambodians want the Chinese investor to return because the property price are dreadful, and we want the Chinese business people to return to help the market to recover.”

Authorities are developing a plan for Sihanoukville.

This includes tripling the local population to 1 million people by offering visa-friendly regimes for foreigners and tax breaks for Cambodia’s expanding middle classes. A 2026 deadline to tear down or complete buildings under construction has also been mooted.

David Totten is managing director of the investment company Emerging Markets Consulting. He says about half of the 1,000 abandoned projects have created legal issues regarding ownership.

David Totten, Emerging Markets Consulting, English

“For a large proportion of those, um, ownership may be in doubt, legal entities that are the beneficial owners of those projects may no longer exist or be relatively inactive. There will be a lot of challenges therefore in claiming those properties from previous owners.”

A Chinese-funded upgrade of the Ream Naval base, about 30 kilometers east of Sihanoukville, is also underway, which has upset the United States. Washington insists Ream will be China’s second foreign naval base, after Djibouti.

However, Beijing and Phnom Penh have dismissed those charges saying it is purely a matter of Cambodian sovereignty and its facilities will be open for many nations.

Not far from Ream, a tourist development known as Bay of Lights is being built on 934 hectares of reclaimed land by Chinese businessman Chen Zhi and is expected to be completed by 2028 at a cost of $16 billion.

However, Harrison White, editor of the Cambodia Investment Review says much more is planned and further construction could last until 2040.
Harrison White, Cambodia Investment Review, English

“As the project goes along, we’re expecting population to grow with 160,000, as well as 330,000 jobs, as well as many more, maybe even 3 million more tourists that are going to visit the region.”

A Chinese-funded $2.5 billion expressway linking Phnom Penh with Sihanoukville has opened and another is planned from the capital to the Vietnamese border – alongside a network of high-speed railways to be built as part of Beijing’s Belt and Road Initiative.

On Friday ((3/28)), Public Works Minister, Sun Chanthol, said 150 infrastructure projects worth about $30 billion had been prioritized. This is raising eyebrows given Cambodia’s GDP is just $27 billion.

XS
SM
MD
LG