ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຊ່ຽວຊານດ້ານການຂົນສົ່ງ ​ທີ່ລອງ​ຂີ່​ລົດ​ຮັບ​ສົ່ງ​ຄົນເຫັນ​ວ່າ ລົດບໍ່​ມີ​ຄົນຂັບ ຍັງບໍ່ພ້ອມທີ່ຈະ​ແລ່ນ​​ໄປ​ເອງໄດ້ເທື່ອ


Ready for the Road? Transportation Experts Ride Self-Driving Shuttle
please wait

No media source currently available

0:00 0:02:01 0:00

ລົດທີ່ບໍ່​ມີ​ຄົນ​ຂັບພ້ອມ​ທີ່ຈະ​ແລ່ນ​ໄດ້​ດ້ວຍ​ຕົວ​ມັນ​ເອງ​ແລ້ວບໍ່? ຜູ້ຊ່ຽວຊານດ້ານການຂົນສົ່ງ​ທີ່​ລອງ​ຂີ່​ລົດ​ຮັບ​ສົ່ງ​ຄົນຄັນ​ນຶ່ງ ເຫັນ​ວ່າ​ມັນ​ຍັງ​ເຮັດ​ແນວນັ້ນບໍ່​ທັນໄດ້​ເທື່ອ.

ຍານພາຫານະທີ່ບໍ່​ມີ​ຄົນ​ຂັບ ໃນມື້ນຶ່ງອາດຈະເຮັດໃຫ້ການຂົນສົ່ງປອດໄພຫລາຍ​ຂຶ້ນ ແລະຄ່າ​ໃຊ້​ຈ່າຍຖືກກວ່າ, ແຕ່ພວກມັນຍັງເຮັດບໍ່​ໄດ້​ແບບນັ້ນເທື່ອ. ເພື່ອກວດເບິ່ງວ່າມັນເປັນແນວໃດກັນ​ແທ້ເມື່ອບໍ່ດົນມານີ້, ນັກວິທະຍາ ສາດດ້ານການຂົນສົ່ງ ທີ່ບໍ່​ຄ່ອຍ​ເຊື່ອໃນ​ເລື້ອງນີ້ ໄດ້ເຂົ້າໄປກັບຜູ້ຊ່ຽວຊານອີກສອງຄົນ ເພື່ອຂີ່ລົດຮັບສົ່ງຄົນ ​ທີ່ສ່ວນ​ໃ​ຫຍ່​ຂັບ​ໄປເອົາ​ເອງ​ແບບອັດຕະໂນມັດໝົດເລີຍ. Shelley Schlender ມີລາຍງານເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລົດເມນ້ອຍເຫຼົ່ານີ້ ທີ່ຢູ່ໃນເມືອງ​ໂກ​ລ​ເດິນ, ລັດ​ໂຄ​ໂຣ​ລາ​ໂດ ແມ່ນລົດໂຣ​ເວີ​ (Rover) ຂອງ​ເມືອງໂກ​ລເດິນ. ລົດໂຣ​ເວີ​ (Rovers) ບໍ່ມີພວງມາໄລ. ພວກ​ມັນຂັບໄປຕາມ​ເສັ້ນ​ທາງ​ທີ່​ຕັ້ງໃນ​ໂປ​ແກ​ຣມ​ໄວ້​ລ່ວງ​ໜ້າແລ້ວ ​ຢູ່​ໃນ​ວິ​ທະ​ຍາ​ໄລ ​ວິ​ທະ​ຍາ​ໄລ ແລະ​ຖະ​ໜົນ​ສາ​ທາ​ລະ​ນະ ຊຶ່ງບັນ​ທຸກ​ຜູ້​ໂດຍ​ສານໄດ້​ເຖິງ 6 ຄົນ.

ຜູ້ຊ່ຽວຊານດ້ານການຂົນສົ່ງເຫຼົ່ານີ້ກໍາລັງຈະຂີ່ລົດ Rover ຄັນ​ນຶ່ງ. ທ່ານ​ນາງ​ເອມ​ມີ ຝອດ (Amy Ford) ໄດ້ຊ່ວຍລັດ​ໂຄ​ໂຣ​ລາ​ໂດສ້າງລະບຽບໃນການແລ່ນລົດ​ໂດຍບໍ່​ມີ​ຄົນ​ຂັບ. ທ່ານນາງເວົ້າວ່າ ເທັກໂນໂລຈີໃນການໃຫ້ລົດຂັບ​ໄປເອົາເອງບາງຢ່າງແມ່ນມີຢູ່ໃນລົດແລ້ວ.

ທ່ານ​ນາງ​ເອມ​ມີ ຝອດ, ຜູ້ຊ່ຽວຊານດ້ານການຂົນສົ່ງເວົ້າ​ວ່າ:
"ການຄວບຄຸມການຂັບຂີ່ແບບປັບຕົວຂອງຂ້າ​ພະ​ເຈົ້າ ແລະການຮັກສາໃຫ້​ຢູ່​ໃນເສັ້ນທາງຂອງຂ້າ​ພະ​ເຈົ້າ."

​ທ່ານໄທ​ເລີ ສວີ​ທັກ (Tyler Svitak), ເປັນຜູ້​ນຳໜ້າໃນໂຄງການລົດຮັບສົ່ງ ທີ່ບໍ່​ມີ​ຄົນຂັບນີ້.

ທ່ານໄທ​ເລີ ສວີ​ທັກ (Tyler Svitak) ຈາກ​ອົງ​ການພັນ​ທະ​ມິດ​ ຕົວ​ເມືອງ​ສະ​ຫລາດ ຫລື Smart Cities Alliance ໃນ​ລັດ​ໂຄ​ໂລ​ຣາ​ໂດກ່າວ​ວ່າ: "ຂ້າພະເຈົ້າຄິດວ່າພວກເຮົາຈະເຫັນການດໍາເນີນ​ການ​ຂົນ​ສົ່ງໂດຍສານດ້ວຍ​ລົດທີ່ບໍ່ມີຄົນຂັບ, ບໍ່ມີຄົນຂັບຢ່າງແທ້ຈິງໃນທົດສະວັດນີ້."

ນັກວິທະຍາສາດດ້ານການຂົນສົ່ງ, ທ່ານ​ແວ​ສ ມາ​ຊອ​ລ (Wes Marshall) ແມ່ນກັ​ບຮູ້​ສຶກບໍ່ຄ່ອຍເຊື່ອເລື້ອງຫລາຍ​ກວ່າ.

ທ່ານ​ແວ​ສ ມາ​ຊອ​ລ (Wes Marshall) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ໂຄ​ໂຣ​ລາ​ໂດ ໃນ​ນະ​ຄອນແດນ​ເວີ​ກ່າວ​ວ່າ:
"ຫ້າປີກ່ອນ, ທຸກຄົນເວົ້າວ່າພວກເຮົາຈະມີ​ລົດ​ຂັບ​ແບບ​ອັດ​ຕະ​ໂນ​ມັດຢ່າງເຕັມ​ສ່ວນ​ໃນຫ້າປີຈາກນີ້, ແລະດຽວນີ້ພວກເຮົາບໍ່ເຫັນ​ວ່າ​ເປັນແບບນັ້ນເລີຍ."

ລົດ​ຮັບ​ສົ່ງ​ຄົນ​ດັ່ງ​ກ່າວຂັບຜ່ານທ່ານ​ມາ​ຊອ​ລ (Marshall) ໄປ ແລະທ່ານ ສວີ​ທັກ (Switak) ເວົ້າ​ວ່າ:
"ຂ້າ​ພະ​ເຈົ້າ ອາດຈະຈັດລໍາດັບຄວາມສໍາຄັນໃຫ້ທາງຍ່າງ ແລະແລວທາງສຳ ລົດຖີບກ່ອນ​ໝູ່ໝົດ."

ຜູ້ຊ່ຽວຊານດ້ານການຂົນສົ່ງສາມຄົນ​ໄດ້ເຂົ້າ​ໄປ​ນັ່ງ​ໃນ​ລົດ.

ລົດຮັບສົ່ງແມ່ນເກືອບ​ວ່າຂັບໄປເອົາເອງໄດ້ທັງໝົດແທ້......

​ທ້າວ​ແອດ, ຜູ້ກຳ​ກັບ​ການ​ເດີນລົດ​ຮັບສົ່ງ​ນີ້​ກ່າວ​ວ່າ:

"ຂ້ອຍຊື່ແອດ (Ed), ແລະຂ້ອຍເປັນຜູ້ປະຕິບັດງານຢູ່ທີ່ນີ້."

ລົດຮັບສົ່ງຕັດສິນໃຈເອົາ​ເອງວ່າຈະຢຸດເວລາໃດ ແລະຈະໄປໃສ. ຜູ້ກຳ​ກັບ​ການ​ເດີນ​ລົດ, ທ້າວແອດເປັນ​ຜູ້ບອກມັນວ່າ ເວລາໃດ​ຄວນໄປ.

ຜູ້ກຳ​ກັບ​ການ​ເດີນລົດຮັບສົ່ງເວົ້າ​ວ່າ:
"ມັນຢຸດຢູ່ທີ່ປ້າຍຈອດ​ລົດ, ແລະມັນຍັງຖ້າຢູ່, ສະນັ້ນ ຂ້ອຍກໍ​ມີພຽງແຕ່ກົດ ປຸ່ມນີ້ ແລະບອກໃຫ້ມັນໄປ."

ທ່ານ​ແວ​ສ ມາ​ຊອ​ລ (Wes Marshall) ເວົ້າວ່າ ຄວາມໄວຂອງລົດຮັບສົ່ງຄົນ ແມ່ນ 20 ກິໂລແມັດຕໍ່ຊົ່ວໂມງຊຶ່ງເຮັດ​ໃຫ້ຄົນຂັບລົດຮູ້​ສຶກ​ລຳ​ຄານ.

ທ່ານ​ກ່າວ​ດັ່ງ​ນີ້: "ເຈົ້າສາມາດເຫັນລົດໝົດທຸກ​ຄັນ​ຂີ່​ລໍ​ຢູ່ທາງຫລັງຂອງພວກເຮົາ ແລະຮູ້ສຶກຫງຸດ​ຫງິດເລັກນ້ອຍ."

ໃນ​ທັນ​ທີທັນໃດນັ້ນລົດຮັບສົ່ງກໍຢຸດ.

ລົດ Rover ໄດ້ຕັດສິນໃຈດ້ວຍຕົວມັນເອງໃນ​ການຢຸດລົດນີ້, ແລະມັນຢຸດໄວ ຫຼາຍ ທຸກຄົນພາ​ກັນ​ຫົວ​ຊັດ​ຫົວ​ເຊ​ໄປ, ຍົກເວັ້ນຜູ້ກຳ​ກັບ​ການ​ເດີນ​ລົດ​ຄັນ​ນີ້.

ຜູ້ກຳ​ກັບ​ການ​ເດີນລົດຮັບສົ່ງເວົ້າ​ວ່າ:
"ສະນັ້ນ ມັນແມ່ນການ​ຢຸດ​ແບບກະ​ທັນ​ຫັນ ຫລື E-stop."

ລົດຮັບສົ່ງໄດ້ຢຸດແບບສຸກເສີນເອົາ​ເອງເພື່ອຫຼີກຄົນຂັບລົດທີ່ບໍ່​ມີ​ສະ​ຕິ. ຜູ້ຊ່ຽວຊານດ້ານການຂົນສົ່ງເອມ​ມີ ຝອດກ່າວວ່າລົດ Rover ຕັດສິນໃຈ ຢ່າງຖືກຕ້ອງ.

ທ່ານ​ນາງ​ຝອດ, ຜູ້ຊ່ຽວຊານດ້ານການຂົນສົ່ງເວົ້າ​ວ່າ:
"ມັນເຫັນລົດຄັນນຶ່ງ​ທີ່ແລ່ນ​ຂ້າມ​ເລນ​ແລ້ວ​ກໍຂັບ​ໂງ​ໄປ​ໂງ​ມາ."

ເພື່ອເຮັດໃຫ້ລົດຮັບສົ່ງນັ້ນ​ຂັບໄປຕໍ່ໄດ້ອີກ, ທ້າວ​ແອດ, ຜູ້ກຳ​ກັບ​ການ​ເດີນ​ລົດ​ໄດ້​ກົດປຸ່ມມັນ. ບໍ່ມີຜູ້ໃດ​ໃນ​ຈຳ​ນວນ​ຜູ້​ຊ່ຽວ​ຊານເຫຼົ່ານີ້ເວົ້າວ່າລົດຮັບສົ່ງແມ່ນພ້ອມແລ້ວທີ່ຈະ ຂັບໄປ​ເອງໄດ້ຢ່າງ​ເຕັມ​ສ່ວນ​ເລີຍ.

ແຕ່ແມ່ນກະ​ທັ້ງວ່າ ເລື້ອງທີ່ລົດຂັບ​ໄປ​ດ້ວຍຕົວ​ມັນເອງຍັງ​ເປັນ​ເລື້ອງ​ທີ່ບໍ່ໜ້າ ເຊື່ອວ່າຈະ​ເປັນ​ໄປ​ໄດ້​ກໍ​ຕາມ ແຕ່ທ່ານ​ແວ​ສ ມາ​ຊອ​ລ ກໍ​ຍັງ​ຢາກ​ໃຫ້ໂຄງ ການ ເຊັ່ນລົດ Rover ນີ້ສືບຕໍ່ພະຍາຍາມເຮັດ​ໄປ​.

ທ່ານ​ກ່າວ​ອີກວ່າ: "ຖ້າຫາກມັນຢຸດຢູ່ໜີ້ ... ມັນກໍຈະບໍ່ມີປະໂຫຍດຫຍັງ​ຫລາຍໃຫ້ແກ່ຄົນ.”

ທ່ານ​ນາງ​ຝອດກ່າວ​ມ້ວນ​ທ້າຍ​ວ່າ:
"ເທັກ​ໂນ​ໂລ​ຈີ​ທີ່​ຫລ້າ​ສຸດ​ໃນ​ມື້ນີ້, ແລະຫຼັງຈາກນັ້ນມັນກໍຈະສືບຕໍ່ຂະຫຍາຍຕົວອອກ."

ແລະເພາະ​ສະນັ້ນ ສໍາລັບໃນປັດຈຸບັນນີ້, ລົດຮັບສົ່ງເກິ່ງຂັບໄດ້​ແບບ​ອັດ​ຕະ​ໂນ​ມັດອັນນີ້ຈະສືບຕໍ່ເກັບກໍາຂໍ້ມູນກ່ຽວກັບວິທີການເຮັດ​ແນວ​ໃດຈະ​ເຮັດໃຫ້ມັນດີຂຶ້ນ, ກ້າວໄປສູ່ອະນາຄົດການຂັບຂີ່ແບບອັດຕະໂນມັດໄດ້​ຢ່າງທີ່ແທ້ຈິງໃນ​ອະ​ນາ​ຄົດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Self-driving vehicles may someday make transportation safer and less expensive, but they’re not doing so yet. To check out how it’s coming along, a skeptical transportation scientist recently joined two other experts for a ride on a mostly autonomous shuttle. Shelley Schlender reports.

These little buses in Golden, Colorado, are Golden Rovers. Rovers have no steering wheel. They drive pre-programmed routes on a college campus and public streets, carrying up to six passengers.

Today the Golden Rovers will carry three special passengers.

These transportation experts are about to take a ride on a Rover.

Amy Ford has helped Colorado craft self-driving regulations. Some self-driving technology is already in cars, she says.

Amy Ford, Transportation Expert:
“My adaptive cruise control and my lane keeping.”

Tyler Svitak spearheaded this self-driving shuttle project.

Tyler Svitak, Colorado Smart Cities Alliance:
“I think we will see driverless, truly driverless transit operations this decade.”

Transportation scientist Wes Marshall is more skeptical.

Wes Marshall, University of Colorado Denver:
“Five years ago, everyone said we’re going to be fully autonomous five years from now, and we’re not.”

Shuttle driving past Marshall and Switak:
“I would maybe just prioritize sidewalks and bike lanes.”
The three transportation experts take their seats. The shuttle IS self-driving … mostly … Standing in the little Rover is a college student …

Ed, Shuttle Operator:
“My name is Ed, and I’m an operator here.”

The shuttle itself decides when to stop and where to go. Operator Ed tells it when to go.
Ed, Shuttle Operator:
“It’s at a stop sign, and it’s still waiting, so I just have to press this button and tell it to go.”

Wes Marshall says the shuttle’s 20-kilometer-an-hour speed annoys human drivers.

Wes Marshall, University of Colorado Denver:
“You can see all the cars backing up behind us and getting a little frustrated.”

Suddenly the shuttle stops.

The Rover decided on its own to make this stop, and it’s so fast, everyone lurches, except for Operator Ed.

Ed, Shuttle Operator:
“So that was an E-stop.”

Operator Ed explains that … On its own, the shuttle made an emergency stop avoiding a careless driver.

Transportation expert Amy Ford says the Rover made the right decision.

Amy Ford, Transportation Expert:
“It’s seeing a car who sort of slips over the lane in a roundabout.”

To make the shuttle go again, Operator Ed pushes a button.

None of these experts say the shuttle is ready to drive all by itself.

But even self-driving skeptic Wes Marshall wants projects like the Rover to keep trying.

Wes Marshall, University of Colorado Denver:
“If it stops here … it’s not going to be that useful to people.”

Amy Ford, Transportation Expert:
“State of the art today, and then it will continue to grow.”

And so for now, this semi-self-driving shuttle will continue gathering data about how to get better, steps toward a true autonomous driving future.

XS
SM
MD
LG