ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຫຼາຍປະຕິກິລິຍາ ປະປົນກັນໄປ ກ່ຽວກັບ ການຫຼຸດກຳລັງ ສຫລ ໃນ ອັຟການິສຖານ


ພວກທະຫານສະຫະລັດ ກຳລັງຮັບຟັງ ການແຈ້ງໃຫ້ຊາບ ກ້ຽວກັບຄວາມປອດໄພ ກ່ອນຈະອອກໄປຈາກຖານທັບ ໃນແຂວງ ໂລກາຣ ຂອງອັຟການິສຖານ, ວັນທີ 5 ສິງຫາ 2018.
ພວກທະຫານສະຫະລັດ ກຳລັງຮັບຟັງ ການແຈ້ງໃຫ້ຊາບ ກ້ຽວກັບຄວາມປອດໄພ ກ່ອນຈະອອກໄປຈາກຖານທັບ ໃນແຂວງ ໂລກາຣ ຂອງອັຟການິສຖານ, ວັນທີ 5 ສິງຫາ 2018.

ປະຕິກິລິຍາທີ່ມີອອກມາທັງຫຼາຍ ແມ່ນປະປົນກັນໄປ ຕໍ່ລາຍງານຕ່າງໆ ຢູ່ໃນສື່ມວນຊົນ
ຂອງສະຫະລັດ ທີ່ວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງພິຈາລະນາ
ເລື່ອງການຖອນທະຫານ ປະມານເຄິ່ງນຶ່ງຂອງຈຳນວນ​ທັງ​ໝົດ ຫຼາຍກວ່າ 14,000 ຄົນ
ອອກຈາກອັຟການິສຖານ ພາຍໃນສອງສາມສັບປະດາ.

ຂ່າວຄາວກ່ຽວ​ກັບ​ການຖອນທະຫານສະຫະລັດ ອອກຈາກອັຟການິສຖານ ມີຂຶ້ນນຶ່ງວັນ
ຫຼັງຈາກ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດວ່າ ສະຫະລັດ ໄດ້
ເອົາຊະນະ ກຸ່ມລັດອິສ ຢູ່ໃນຊີເຣຍ ແລະວ່າ ພວກທະຫານ ສະຫະລັດ ຈະຖອນກຳລັງ ອອກຈາກປະເທດ ທີ່ຖືກສົງຄາມທຳລາຍ ດັ່ງກ່າວນັ້ນ.

ຖ້າຫາກ ສະຫະລັດ ດຳເນີນໄປ ຕາມແຜນການຂອງຕົນ ທະຫານສະຫະລັດ ປະມານ
9,000 ຄົນ ຈະຖືກຖອນອອກຈາກຂົງເຂດດັ່ງກ່າວ ໃນປີ 2019.

US, Afghan Forces Capture De Facto Capital of IS-Khorasan
please wait

No media source currently available

0:00 0:01:24 0:00

​ເຖິງຢ່າງໃດກໍຕາມ ລັດຖະບານ ອັຟການິສຖານ ກໍບໍ່ໄດ້ໃຫ້ຄວາມສຳຄັນ ແຕ່ຢ່າງໃດ
ຕໍ່ການຖອນກຳລັງທະຫານສະຫະລັດນັ້ນ.

ໂຄສົກຂອງປະທານາທິບໍດີ ທ່ານ ຮາຣູນ ຈາຄານຊູຣີ ໄດ້ກ່າວໃນວັນສຸກວານນີ້ ໂດຍ
ຜ່ານທາງທວີດເຕີ ວ່າ “ຄວານເປັນຫ່ວງກ່ຽວກັບອະນາຄົດຂອງອັຟການິສຖານ
ທີ່ໄດ້ຍົກຂຶ້ນມາ ໃນສື່ມວນຊົນມື້ນີ້ ແມ່ນເຂັ້ມຂົ້ນກວ່າ ໃນເດືອນທັນວາ ປີິ 2014.”

ທ່ານ ຈາຄານຊູຣີ ໄດ້ກ່າວຕື່ມວ່າ “ຢ້ອນຄືນໄປໃນເວລານັ້ນ ພວກນັກວິເຄາະ ສ່ວນ
ຫຼາຍ ໄດ້ຄາດການໄວ້ ໂດຍມີການຖອນກຳລັງທະຫານນານາຊາດ ຫຼາຍ ກວ່າ
100,000 ຄົນ ວ່າ ອັຟການິສຖານ ຈະພັງ​ທະລາຍ. ແຕ່ ກຳລັງທະຫານ ປ້ອງການ
ແລະຮັກສາຄວາມປອດໄພ ທີ່ກ້າຫານຂອງພວກກເຮົາ ກໍໄດ້ປົກປ້ອງ ປະເທດນີ້
ແລະ ປະຊາຊົນຂອງເຂົາເຈົ້າ ດ້ວຍຄວາມເກັ່ງກ້າ ແລະ ໄດ້ພິສູດ ໃຫ້ເຫັນວ່າ
ການວິເຄາະເຫຼົ່ານີ້ ຜິດພາດ.”

US-Trained Afghan Pilots Conduct First Nighttime Airstrikes
please wait

No media source currently available

0:00 0:00:53 0:00

ເຖິງຢ່າງໃດກໍຕາມ ທ່ານ ໄມເກີລ ຄູໂກລແມນ ເຈົ້າໜ້າທີ່ອາວຸໂສ ໃນດ້ານເອເຊຍໃຕ້
ຢູ່ທີ່ສູນກາງ ວູດໂດຣ ວິລສັນ ກ່າວອ້າງວ່າ ການຕັດສິນໃຈຂອງ ສະຫະລັດ ຈະມີຜົນ
ທີ່​ຕິດ​ຕາມ​ມາ​ຢ່າງໃຫຍ່.

ທ່ານ ຄູໂກລແມນ ໄດ້ເວົ້າວ່າ “ມັນຈະເຮັດໃຫ້ກຸ່ມຕາລີບານ ໃຈກ້າຂຶ້ນ ເຊິ່ງ ພວກເຂົາ
ໄດ້ມາ ສິ່ງທີ່ພວກເຂົາຕ້ອງການມາດົນນານ ໂດຍປາດສະຈາກການ ຍິນຍອມໃດໆ
ເປັນການຕອບແທນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG