ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຊ້ແຮງງານເດັກ ທີ່ແຜ່ຫຼາຍ ໃນມຽນມາ ເປັນເລື້ອງ ທ້າທາຍ ສຳລັບພັກ ຂອງທ່ານນາງ ອອງຊານຊູຈີ


Myanmar's Child Labor Problems Are Rampant
please wait

No media source currently available

0:00 0:02:14 0:00

ເຊີນຊົມ ວີດີໂອ ລາຍງານນີ້

ຫຼັງຈາກ 50 ປີ ຂອງການປົກຄອງໂດຍທະຫານ ໃນມຽນມາແລ້ວ
ສິ່ງໜຶ່ງຂອງການທ້າທາຍ ທີ່ປະເຊີນໜ້າ ພັກສັນນິບາດເພື່ອປະ
ຊາທິປະໄຕ ຂອງທ່ານນາງ Aung San Suu Kyi ໃນເວລາ
ພັກດັ່ງກ່າວເຂົ້າກຳອຳນາດ ໃນປີໜ້ານີ້ ກໍຈະແມ່ນເລື້ອງບັນຫາ
ການໃຊ້ແຮງງານເດັກ ທີ່ແຜ່ລາມໄປທົ່ວປະເທດ. ນັກຂ່າວ
Daniel de Carteret and Simon Lewis ລາຍງານມາ
ຈາກນະຄອນ ຢາງກຸ້ງ ໃຫ້ແກ່ວີໂອເອ ກ່ຽວກັບການທ້າທາຍທີ່
ສູງ ໃນການນຳເອົາພວກເດັກນ້ອຍທັງຫຼາຍ ອອກມາຈາກ ບ່ອນ
ເຮັດວຽກເຮັດການ ແລ້ວນຳເອົາເຂົາເຈົ້າກັບຄືນໄປໂຮງຮຽນ.
ໄຊຈະເລີນສຸກ ຈະນຳເອົາລາຍລະອຽດກ່ຽວກັບເລື້ອງນີ້ມາສະ
ເໜີທ່ານ.


ຢູ່ທີ່ໂຮງງານແຫ່ງນີ້ ຕັ້ງຢູ່ຊານເມືອງ Mandalay ທາງພາກກາງຂອງມຽນມາ ມີເດັກນ້ອຍ ອາຍຸນ້ອຍພຽງແຕ່ 13 ປີ ມີໜ້າທີ່ຄວບຄຸມເຄື່ອງກົນຈັກໜັກ ໂດຍໄດ້ຮັບຄ່າຈ້າງ 4,000 ຈາດ ຫຼື ປະມານ 3 ໂດລາ ຕໍ່ມື້.

ພັກສັນນິບາດເພື່ອປະຊາທິປະໄຕ ຂອງທ່ານນາງ Aung San Suu Kyi ຈະປະເຊີນໜ້າ ກັບຄວາມທ້າທາຍອັນໃຫຍ່ ໃນເວລາພັກເຂົ້າກຳອຳນາດ ໃນປີໜ້ານີ້ ແລະ ໃນຂະນະດຽວກັນ ພັກກໍຈະຮັບມືກັບບັນຫາຄວາມຍາກຈົນ ແລະ ຈະຕ້ອງລົບລ້າງບັນຫາການໃຊ້ແຮງງານເດັກໃຫ້ໄດ້.
ພັກສັນນິບາດເພື່ອປະຊາທິປະໄຕ ຂອງທ່ານນາງ Aung San Suu Kyi ຈະປະເຊີນໜ້າ ກັບຄວາມທ້າທາຍອັນໃຫຍ່ ໃນເວລາພັກເຂົ້າກຳອຳນາດ ໃນປີໜ້ານີ້ ແລະ ໃນຂະນະດຽວກັນ ພັກກໍຈະຮັບມືກັບບັນຫາຄວາມຍາກຈົນ ແລະ ຈະຕ້ອງລົບລ້າງບັນຫາການໃຊ້ແຮງງານເດັກໃຫ້ໄດ້.

ບໍ່ມີມາດຕະຖານຄວາມປອດໄພ ຢູ່ທີ່ແຫ່ງນີ້ ເລີຍ.

ເຖິງຢ່າງໃດກໍຕາມ ເຈົ້າຂອງໂຮງງານຜະລິດສະບູ ທ່ານ Maung Thant ກ່າວວ່າ ທ່ານ
ສະໜອງໂອກາດ ໃຫ້ແກ່ພວກເດັກນ້ອຍ.

ທ່ານ Maung Thant ກ່າວອີກວ່າ ການປົກຄອງໂດຍທະຫານ ຫຼາຍທົດສະຫວັດຜ່ານມາ
ໄດ້ທ່ວງດຶງເສດຖະກິດ ແລະ ລະບົບການສຶກສາທີ່ບໍ່ດີ ຊຶ່ງໝາຍຄວາມວ່າ ມີທາງເລືອກ
ແຕ່ໜ້ອຍດຽວ ສຳລັບ ພວກເດັກນ້ອຍທີ່ທຸກຍາກ.

ທ່ານ Maung Thant ເວົ້າວ່າ “ຖ້າພວກເດັກນ້ອຍເຫຼົ່ານີ້ ບໍ່ເຮັດວຽກ ໃນໂຮງງານນີ້
ພວກເຂົາເຈົ້າກໍຈະເປັນຄືພວກໝາ ຢູ່ຕາມທ້ອງຖະໜົນ ແລະ ພວກເຂົາຈະຕ້ອງຫາ
ກິນ ໂດຍການເກັບຂີ້ເຫຍື້ອ. ຖ້າຂ້າພະເຈົ້າບໍ່ໃຫ້ ການຝຶກແອບວິຊາຊີບອັນນີ້ ແກ່
ພວກເຂົາເຈົ້າ ພວກເຂົາເຈົ້າ ກໍຈະກາຍເປັນ ພວກແກ້ງຢູ່ຕາມຖະໜົນ ໃນທີ່ສຸດ.”

ຈາກໂຮງງານທັງຫຼາຍ ໄປຮອດອຸດສາຫະກຳການກໍ່ສ້າງ ແລະ ທີ່ເຫັນໄດ້ຊັດທີ່ສຸດ ແມ່ນ
ຢູ່ໃນຮ້ານຂາຍນ້ຳຊາທັງຫຼາຍ ມີການໃຊ້ແຮງງານເດັກ ຢ່າງແຜ່ຫຼາຍ.

ຂໍ້ມູນຂອງການສຳຫຼວດ ສະເໜີແນະວ່າ ເກືອບໜຶ່ງສ່ວນສີ່ ຂອງພວກເດັກນ້ອຍອາຍຸ ລະ
ຫວ່າງ 10 ຫາ 17 ປີ ແມ່ນເຮັດວຽກ.

ອີງຕາມ ທ່ານ Selim Benaissa ຈາກອົງການແຮງງານສາກົນ ຖືວ່າ ບໍ່ມີການແກ້ໄຂ ທີ່
ວ່ອງໄວ ສຳລັບບັນຫາດັ່ງກ່າວ.

ຄວາມຍາກຈົນ, ບັນຫາຂັດແຍ້ງພາຍໃນ ແລະ ການຂາດແຄນບໍລິການດ້ານສັງຄົມ ກໍ
ໝາຍຄວາມວ່າ ພວກເດັກນ້ອຍ ຕ້ອງຫາຢູ່ຫາກິນລ້ຽງຄອບຄົວ ຂອງພວກເຂົາເຈົ້າ ຕັ້ງ
ແຕ່ອາຍຸຍັງນ້ອຍ.

ທ່ານ Benaissa ເວົ້າວ່າ “ອົງປະກອບທັງຫຼາຍເຫຼົ່ານັ້ນ ອັນເປັນສ່ວນໃດໜຶ່ງ ເຮັດໃຫ້
ຄອບຄົວທີ່ອ່ອນແອທີ່ສຸດທັງຫຼາຍ ທີ່ບໍ່ມີທາງເລືອກແນວອື່ນ ນອກເໜືອໄປຈາກ ໃຫ້
ພວກລູກເຕົ້າຂອງເຂົາເຈົ້າເຮັດວຽກ. ທ່ານໄປເບິ່ງໄດ້ ຢູ່ຕາມເຂດຊົນນະບົດ ແລ້ວ
ທ່ານຈະເຫັນກໍລະນີເຊັ່ນນີ້.”

ທ່ານ Benaissa ກ່າວວ່າ ນັ້ນເປັນພຽງການເລີກນຳໃຊ້ກົດໝາຍ ສຳລັບສິ່ງທີ່ຖືວ່າ ເປັນ
ເລື້ອງທຳມະດາ ໃນມຽນມາ ຊຶ່ງອາດເຮັດໃຫ້ພວກເດັກນ້ອຍ ມີຄວາມສ່ຽງສູງຫຼາຍຂຶ້ນ ຖ້າ
ເຂົາເຈົ້າໄປເຮັດວຽກງານ ແບບອັນຕະລາຍ ເຊັ່ນການຄ້າປະເວນີເດັກ ເປັນຕົ້ນ.

ເຖິງຢ່າງໃດກໍຕາມ ທ່ານເຊື່ອໝັ້ນວ່າ ໃນໄລຍະຊ່ວງເວລາ ຂະນະທີ່ລະບົບການສຶກສາ
ປັບປຸງດີຂຶ້ນ ແລະ ການປະຕິຮູບລັດຖະບານ ຈະດຶງດູດ ພວກບໍລິສັດຕ່າງຊາດ ທີ່ປະຕິບັດ
ຕາມມາດຕະຖານສາກົນ ການໃຊ້ແຮງງານເດັກ ກໍສາມາດແກ້ໄຂໄດ້ ຢ່າງຖືກຕ້ອງ.

ໃນຂະນະທີ່ ຈິດໃຈຂອງຊາວມຽນມາ ໄດ້ຖືກເຊີດຊູໃຫ້ສູງຂຶ້ນ ໂດຍການປ່ຽນແປງ ຂອງ
ລັດຖະບານ ທີ່ກຳນົດໄວ້ໃນປີໜ້ານີ້ ການໃຊ້ແຮງງານເດັກ ແມ່ນໜຶ່ງໃນຫຼາຍໆ ອັນທີ່ຈະ
ເປັນມໍລະດົກຕົກທອດມາຈາກ ການປົກຄອງໂດຍທະຫານ ທີ່ເບິ່ງຄືວ່າ ຈະສົ່ງຜົນກະທົບ
ອັນຍາວນານ ໄປຈົນເຖິງຊົ່ວຄົນລຸ້ນໃໝ່ ຕໍ່ໄປ.

XS
SM
MD
LG