ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ອົບ​ພະ​ຍົບຄົນ ອອກ​ຈາກ​ເມືອງ​ ທີ່ຖືກ​ນ້ຳ​ຖ້ວມ


​ພາບ​ທົ່ວ​ໄປ​ຂອງ​ເມືອງ ໂປ​ລ​ດົກ​ຕາ ທີ່​ຖືກ​ນ້ຳ​ຖ້ວມ ໃນ​ແຂວງ ລໍ​ເຣັ​ສ​ຕານ. 2 ເມ​ສາ, 2019.
​ພາບ​ທົ່ວ​ໄປ​ຂອງ​ເມືອງ ໂປ​ລ​ດົກ​ຕາ ທີ່​ຖືກ​ນ້ຳ​ຖ້ວມ ໃນ​ແຂວງ ລໍ​ເຣັ​ສ​ຕານ. 2 ເມ​ສາ, 2019.

ສະ​ພາບ​ນ້ຳ​ຖ້ວມ​ໃນ​ແຂວງ ຄູ​ເຊັ​ສ​ຖານ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ອີ​ຣ່ານ ໄດ້​ບັງ​ໃຫ້
ບັນດາເຈົ້າໜ້າທີ່ຕ້ອງສັ່ງໃຫ້ປະຊາຊົນອົບພະຍົບໃນຫຼາຍກວ່າ 6 ເມືອງ.

ຜູ້​ປົກ​ຄອງ​ແຂວງ ທ່ານ ໂກ​ລາມ​ເຣ​ຊາ ຊາ​ເຣຍ​ຕີ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ​ລັດ​ຖະ​ບານ​ວ່າ,
ແນວໃດກໍຕາມ, ພວກເຮົາ “ຂໍໃຫ້ບັນດາຜູ້ຊາຍ ແລະ ຊາວໜຸ່ມຢູ່ກັບພວກເຮົາ ແລະ
ຊ່ວຍພວກເຮົາສ້າງກຳແພງກັ້ນນ້ຳຖ້ວມ ສະນັ້ນພວກເຮົາຈຶ່ງສາມາດກັນນ້ຳບໍ່ໃຫ້ເຂົ້າ
ໃນເມືອງພວກນີ້.”

ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ມານ 400,000 ຄົນ​ໃນ​ແຂວງ​ດັ່ງ​ກ່າວ​ມີ​ຄວາມ​ສ່ຽງ,
ອີງຕາມການກ່າວຕໍ່ໂທລະພາບຂອງລັດຖະບານ ໂດຍນາຍົກລັດຖະມົນຕີກະຊວງ
ພາຍໃນ ທ່ານ ອັບດອລເຣຊາ ຣາມານີ ຟາສລີ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະ​ຊາ​ຊົນ 70 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ນ້ຳ​ສູງ.

ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ 11 ເມືອງ​ຕ່າງໆ​ແມ່ນ​ໄດ້ອົບ​ພະ​ຍົບຄົນອອ​ກ​ໄປ​ແລ້ວ.

Flooding conditions in southwestern Iranian province of Khuzestan have forced officials to order the evacuation of six more towns.

Provincial governor Gholamreza Shariati told state television, however, that "We are asking the men and youth to stay and help us build floodwalls so we can keep the water out of these cities."

The flooding has placed about 400,000 people in the province at risk, Interior Minister Abdolreza Rahmani Fazli told state television.

Authorities say 70 people have died in the high waters.

Officials say 11 cities have already been evacuated.

XS
SM
MD
LG