ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນ​ສັນ​ຍາ​ລັກ ການເປັນຮຸ້ນສ່ວນ ຍຸດທະສາດ ລາວ-ຈີນ


ປະທານປະເທດລາວ ທ່ານບຸນຍັງ ວໍລະຈິດ ລົງຢ້ຽມຢາມກວດກາ ຫ້ອງການຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ.
ປະທານປະເທດລາວ ທ່ານບຸນຍັງ ວໍລະຈິດ ລົງຢ້ຽມຢາມກວດກາ ຫ້ອງການຂອງບໍລິສັດຈີນ ທີ່ໄດ້ຮັບສຳປະທານ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ.

ປະທານປະເທດລາວ ຢືນຢັນວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ແມ່ນສັນຍາລັກ
ຂອງການເປັນຮຸ້ນສ່ວນຍຸດທະສາດ ລາວ-ຈີນ ທີ່ຢູ່ພາຍໃຕ້ຂໍ້ລິເລີ້ມ ນຶ່ງແລວທາງ-
ນຶ່ງເສັ້ນທາງ ຂອງຜູ້ນຳຈີນ.

ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ຖະແຫລງຢືນຢັນໃນໂອກາດ ການກວດ
ຢ້ຽມໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນສ່ວນທີ່ເປັນສະຖານີໃຫຍ່ ນະຄອນ
ວຽງຈັນ ເມື່ອບໍ່ນານມານີ້ ວ່າ ການທຸ້ມເທທັງບຸຄະລາກອນ ແລະເງິນທຶນເຂົ້າໃນການ
ກໍ່ສ້າງ ທາງລົດໄຟ ເພື່ອເຊື່ອມຕໍ່ລາວກັບຈີນ ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ຖືເປັນ
ສັນຍາລັກຂອງການເປັນຮຸ້ນສ່ວນຍຸດທະສາດໃນການພັດທະນາຢ່າງຮອບດ້ານ
ລະຫວ່າງ ລາວກັບຈີນ ທີ່ຢູ່ພາຍໃຕ້ຂໍ້ລິເລີ້ມນຶ່ງແລວທາງ-ນຶ່ງເສັ້ນທາງ ຂອງ ທ່ານສີ
ຈິ້ນຜິງ ປະທານປະເທດຈີນ ທີ່ໄດ້ເນັ້ນເຖິງການເປັນຮຸ້ນສ່ວນຍຸດທະສາດ 4 ດີ ລະ
ຫວ່າງ ລາວກັບຈີນ ກໍຄືເປັນບ້ານໃກ້ເຮືອນຄຽງທີ່ດີ ເປັນມິດທີ່ດີ ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມມື ທີ່ດີ ດັ່ງທີ່ ທ່ານບຸນຍັງ ໄດ້ຖະແຫລງຢືນຢັນວ່າ:

“ເສັ້ນທາງອັນນີ້ ກໍເປັນເສັ້ນທາງນຶ່ງ ທີ່ມີຄວາມສຳຄັນ ໃນການຂະຫຍາຍນຶ່ງແລວທາງ-
ນຶ່ງເສັ້ນທາງ ອັນນີ້ ຈະນຳເອົາຜົນປະໂຫຍດ ມາໃຫ້ປະຊາຊົນລາວ ເຮັດໃຫ້ການຮ່ວມ
ມືລະຫວ່າງປະຊາຊົນສອງຊາດພວກເຮົານີ້ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ປະຕິບັດການ
ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີທີ່ສະຫາຍ ສີ ຈິ້ນຜິງ
ໄດ້ວາງໄວ້.”

ສ່ວນທ່ານໂຈວ ຊ່ຽວເຊຍ ຫົວໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງທີ 1 ຢືນ
ຢັນວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຄືບໜ້າໄປແລ້ວ 60 ເປີເຊັນ ຂອງແຜນການ
ທັງໝົດ ໂດຍສະເພາະເດືອນມີນາ 2019 ກໍໄດ້ສຳເລັດການເຈາະ ແລະກໍ່ສ້າງອຸໂມງ
ບ້ານບໍ່ເຕັນ ຢູ່ເຂດເມືອງຫຼວງນ້ຳທາ ທີ່ມີໄລຍະທາງຍາວ 6,453.5 ແມັດ ທີ່ເປັນ 1 ໃນ
10 ອຸໂມງ ທີ່ມີໄລຍະທາງຍາວກວ່າ 5,000 ແມັດຂຶ້ນໄປ ຫາກແຕ່ສຳລັບການເຈາະ ແລະ
ກໍ່ສ້າງອຸໂມງ ເພື່ອເຊື່ອມໍ່ຈາກຈີນ ມາທີ່ດ່ານບໍ່ເຕັນ ຊຶ່ງມີໄລຍະທາງຍາວກວ່າ 9,000
ແມັດນັ້ນ ກໍຕ້ອງດໄດ້ໂຈະໄວ້ຊົ່ວຄາວ ເພາະວ່າ ໄດ້ເຈາະໄປຖືກແຮ່ເກືອທີ່ມີປະລິມານ
ຫຼາຍສົມຄວນ ຈຶ່ງຕ້ອງໄດ້ມີການສຶກສາວິໄຈຢ່າງລະອຽດເສຍກ່ອນ.

ການເຈາະແລະກໍສ້າງອຸໂມງ ໃນເມືອງບໍ່ເຕັນ ໂດຍບໍລິສັດທາງລົດໄຟເລກທີ 2 ຂອງຈີນ ຜູ້ຮັບເໝົາກໍ່ສ້າງປາກທາງອອກອຸໂມງ ມິດຕະພາບ ໄດ້ສຳເລັດແລ້ວ.
ການເຈາະແລະກໍສ້າງອຸໂມງ ໃນເມືອງບໍ່ເຕັນ ໂດຍບໍລິສັດທາງລົດໄຟເລກທີ 2 ຂອງຈີນ ຜູ້ຮັບເໝົາກໍ່ສ້າງປາກທາງອອກອຸໂມງ ມິດຕະພາບ ໄດ້ສຳເລັດແລ້ວ.

ທັງນີ້ ໂດຍທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ຈາກບໍ່ເຕັນ ໄປຍັງນະຄອນວຽງຈັນ ຈະຕ້ອງ
ຂຸດເຈາະ ແລະກໍ່ສ້າງອຸໂມງ ຈຳນວນ 75 ອຸໂມງໃນຕະຫຼອດເສັ້ນທາງລົດໄຟ ທີ່ມີໄລຍະ
ທາງຍາວທັງໝົດ 414 ກິໂລແມັດ ຊຶ່ງຈາກການດຳເນີນງານນັບແຕ່ທ້າຍປີ 2016 ເປັນ
ຕົ້ນມາ ທີ່ມີການນຳໃຊ້ນາຍຊ່າງ ແລະກຳລັງແຮງງານຈາກຈີນຫຼາຍກວ່າ 30,000 ຄົນ
ໃນປັດຈຸບັນນີ້ ກໍເຮັດໃຫ້ສະພາບໍລິຫານ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ ຊຶ່ງມີທ່ານຈູ
ກົວະຈຽງ ເປັນປະທານນັ້ນ ມີຄວາມໝັ້ນໃຈວາ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະ
ແລ້ວເສັດຕາມກຳນົດພາຍໃນທ້າຍປີ 2021 ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ຄະນະໄກ່ເກ່ຍຂອງໂຄງການກໍ່ສ້າງທາງລົົດໄຟ ລາວ-ຈີນ ຍັງຄົງສືບ
ຕໍ່ການເຈລະຈາກັບບັນດາຫົວໜ່ວຍທຸລະກິດ ແລະປະຊາຊົນຜູ້ເປັນເຈົ້າຂອງທີ່ດິນ ແລະ
ສິ່ງປູກສ້າງຕ່າງໆ ທີ່ຢູ່ໃນເຂດກໍ່ສ້າງທາງລົດໄຟ ເພື່ອຈະເຮັດຂໍ້ຕົກລົງຮ່ວມກັນ ກ່ຽວກັບ
ອັດຕາຄ່າເວນຄືນໃຫ້ໄດ້ຢ່າງສົມບຸນ ຊຶ່ງໃນປັດຈຸບັນນີ້ ຍັງເຫຼືອ 242 ລາຍ ທີ່ຍັງບໍ່ສາ
ມາດຕົກລົງກັນໄດ້ ໂດຍໃນປັດຈຸບັນ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-
ຈີນ ໄດ້ສົ່ງມອບທີ່ດິນໃຫ້ກັບບໍລິສັດຈີນ ໄດ້ແລ້ວ 84 ເປີເຊັນ ຂອງພື້ນທີ່ທັງໝົດ ຈຶ່ງຍັງ
ເຫຼືອອີກ 16 ເປີເຊັນ ທີ່ຈະຕ້ອງສົ່ງມອບຕໍ່ໄປ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະສົ່ງຜົນກະທົບຕໍ່ປະຊາຊົນລາວ ຈຳນວນ
4,411 ຄອບຄົວ ໃນເຂດ 13 ເມືອງຂອງແຂວງຫລວງນ້ຳທາ ອຸດົມໄຊ ຫຼວງພະບາງ
ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ ສິ່ງປູກສ້າງ
3,346 ຫລັງ ຕົ້ນໄມ້ຕ່າງາໆ ແລະໄມ້ກິນໝາກ ລວມກັນຫຼາຍກວ່າ 9 ແສນຕົ້ນ ໂດຍ
ການຊົດເຊີຍຄ່າທີ່ດິນ ໃນເຂດແຂວງຫລວງນ້ຳທາ ອຸດົມໄຊ ແລະຫຼວງພະບາງ ມີຕັ້ງ
ແຕ່ 11,000 ຫາ 80,000 ກີບຕໍ່ຕາລາງແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນ
ວຽງຈັນ ທີ່ຊົດເຊີຍລະຫວ່າງາ 15,000 ຫາ 137,000 ກີບຕໍ່ຕາລາງແມັດ ໂດຍໃນ
ເດືອນມັງກອນ 2019 ກໍໄດ້ມີການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ 63 ລາຍ ຢູ່ໃນເຂດ
ບ້ານແຈ້ງສະຫວ່າງ ແລະບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນວຽງຈັນ
ຄິດເປັນມູນຄ່າລວມຫຼາຍກວ່າ 17,277 ລ້ານກີບ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ
ລະບຸວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍ 1 ລ້ານ 3 ແສນກີບຕໍ່ຕາ
ລາງແມັດ ແຕ່ໄດ້ຊົດເຊີຍຈິງພຽງ 137,000 ກີບຕໍ່ຕາລາງແມັດ.

XS
SM
MD
LG