ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະບໍລົມມະສົບຂອງພະຣາຊີນີ ເອລີຊາແບັດ ຈະຖືກດອຍໄວ້ ຢູ່ໃນຫໍສະພາແຫ່ງຊາດ ໃນນະຄອນຫຼວງລອນດອນ


ແຟນໆຂອງພະຣາຊີນີ ນາງອິສາແບລ ລິເທີແລນ, ທ່ານມາຣຕິນ ໄນຕ໌ ແລະ ຍານາງ ຄຣິສ ໄນຕ໌ ນັ່ງຄອຍຖ້າຢູ່ໃນສວນສາທາລະນະ Hyde Park ບ່ອນທີ່ສາມາດຊົມຂະບວນແຫ່ ໂລງພະບໍລົມມະສົບຂອງພະຣາຊີນີ ເອລີຊາແບັດ ຈະຖືກນຳມາຕັ້ງໄວ້ ໃນນະຄອນຫຼວງລອນດອນ, ວັນທີ 14 ກັນຍາ 2022.
ແຟນໆຂອງພະຣາຊີນີ ນາງອິສາແບລ ລິເທີແລນ, ທ່ານມາຣຕິນ ໄນຕ໌ ແລະ ຍານາງ ຄຣິສ ໄນຕ໌ ນັ່ງຄອຍຖ້າຢູ່ໃນສວນສາທາລະນະ Hyde Park ບ່ອນທີ່ສາມາດຊົມຂະບວນແຫ່ ໂລງພະບໍລົມມະສົບຂອງພະຣາຊີນີ ເອລີຊາແບັດ ຈະຖືກນຳມາຕັ້ງໄວ້ ໃນນະຄອນຫຼວງລອນດອນ, ວັນທີ 14 ກັນຍາ 2022.

ພະບໍລົມມະສົບຂອງມື້ລາງພະຣາຊີນີ ເອລີຊາແບັດ ທີ II ແຫ່ງອັງກິດ ມີກຳນົດຈະຖືກນຳອອກຈາກ ພະຣາຊະວັງ ບັກກິງແຮມ ໄປຍັງຫໍແວັສມິນສເຕີ ຂອງລອນດອນ ໃນວັນພຸດມື້ນີ້ ບ່ອນທີ່ພະອົງຈະຖືກດອຍໄວ້ ໃນຫໍສະພາແຫ່ງຊາດ.

ເຈົ້າຊາຍຊາລສ໌ ທີ III ຈະຊົງພະດຳເນີນດ້ວຍພະບາດຢູ່ດ້ານຫຼັງຂອງຂະບວນແຫ່ທີ່ບັນທຸກໂລງພະບໍລົມມະສົບຂອງພະຣາຊີນີ. ໃນການເຂົ້າຮ່ວມພ້ອມກັບພະອົງ ຈະມີພະ​ຣາ​ຊະໂອລົດຂອງພະອົງ ຄື ​ເຈົ້າ​ຊາຍ ວີລລຽມ ແລະ ແຮຣີ ພ້ອມດ້ວຍບັນດາພີ່ນ້ອງຂອງພະອົງ ຄື ເຈົ້າຍິງ ແອນ ເຈົ້າຊາຍ ​ເອັດ​ເຫວີດ ແລະເຈົ້າຊາຍ ແອນດຣູ.

ຄາດກັນວ່າ ຝູງຊົນຈຳນວນຫຼວງຫຼາຍຈະຢູ່ຕາມເສັ້ນທາງ ໂດຍຫຼາຍພັນຄົນຄາດກັນວ່າ ຈະເດີນທາງໄປຍັງແວັສມິນສເຕີ ເພື່ອໄວ້ອາໄລແດ່ພະຣາຊີນີ.

ຂະບວນແຫ່ພະບໍລົມມະສົບ ກໍຍັງຈະມີການຍິງປືນໃຫຍ່ໄປພ້ອມໆກັນຢູ່ທີ່ສວນສາທາລະນະ Hyde Park ພ້ອມດ້ວຍການຕີລະຄັງ ທີ່ເອີ້ນວ່າ Big Ben ຂອງສະພາແຫ່ງຊາດນຳດ້ວຍ.

ພະບໍລົມມະສົບຂອງພະຣາຊີນີ ຈະຖືກດອຍໄວ້ຢູ່ໃນຫໍສະພາເປັນເວລາ 4 ວັນ ພາຍໃນ ຫໍແວັສມິນສເຕີ ທີ່ສ້າງຂຶ້ນໃນສັດຕະວັດທີ 11. ຫໍດັ່ງກ່າວ ຈະເປີດເປັນເວລາ 23 ຊົ່ວໂມງຕໍ່ມື້ ເພື່ອໃຫ້ພວກທີ່ມາຢ້ຽມຢາມ ແລະຈະຖືກຍາມໂດຍບັນດາທະຫານປະຈຳພະຣາຊາວັງ.

ພະຣາຊີນີເອລີຊາແບັດ ໄດ້ສະ​ເດັດສະຫວັນນະຄົດໃນວັນທີ 8 ກັນຍາ ຢູ່ທີ່​ປາສາດ Balmoral ໃນເຂດຮາຍແລນຂອງສະກັອດແລນ ຊຶ່ງເປັນສະຖານທີ່ ທີີ່ພະອົງຊົງຮັກຫອມ ແລະເປັນບ່ອນທີ່ ເຈົ້າຊາຍຊາລສ໌ ໄດ້ຖືກຣາຊາພິເສກໃຫ້ເປັນກະສັດ.

ພິທີຊາປະນາກິດຂອງພະຣາຊີນີ ແມ່ນໄດ້ຖືກກຳນົດໃສ່ວັນທີ 19 ກັນຍາ ຢູ່ທີ່ ພະ​ວິ​ຫານແວັສມິນສເຕີ ແອບບີ. ຕໍ່ຈາກນັ້ນ ໂລງພະບໍລົມມະສົບ ຈະຖືກນຳໄປຍັງ ພະ​ຣາ​ຊະ​ວັງວິນ​ເຊີ ເພື່ອທຳ​ພິ​ທີຝັງສົບ ຊຶ່ງເປັນສະຖານທີ່ແຫ່ງດຽວກັນກັບ​ທີ່ພະສະວາມີຂອງພະ​ຣາ​ຊີ​ນີ ຄື​ເຈົ້າຊາຍຟີລິບ ໄດ້ຖືກຝັງໄວ້ ໃນເດືອນເມສາ ປີ 2021.

Britain’s late Queen Elizabeth II is set to be taken Wednesday from Buckingham Palace to London’s Westminster Hall where she will lie in state at parliament.

King Charles III will walk behind the carriage carrying the queen’s coffin. Joining him will be his sons, William and Harry, and his siblings, Anne, Andrew and Edward.

Large crowds are expected along the route, with tens of thousands of people expected to travel to Westminster to pay their respects.

The procession will also be accompanied by guns firing at Hyde Park and the tolling of parliament’s Big Ben bell.

The queen will lie in state for four days in the 11th-century Westminster Hall. The hall will be open 23 hours a day for visitors and will be guarded by soldiers from the royal household.

Elizabeth died September 8 at Balmoral Castle in the Scottish Highlands, a place she cherished and where Charles became king.

The queen’s funeral is scheduled for September 19 at Westminster Abbey. The coffin will then be taken to Windsor for the committal service, where the queen’s husband, Prince Philip, was laid to rest in April 2021.

XS
SM
MD
LG