ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳຂອງ​ກຸ່ມຄວດ​ກ່າວ​ວ່າ ສະຖາ​ນະການ ​ແບບຢູເຄຣນ ບໍ່ຄວນ​ອະ​ນຸ​ຍາດ ໃຫ້ເກີດຂຶ້ນ ຢູ່ ​ເຂດອິນໂດ ປາຊິຟິກ


ຮູບພາບນີ້ຖ່າຍໃນວັນທີ 3 ມີນາ 2022, ສະແດງໃຫ້ເຫັນນາຍົກລັດຖະມົນຕິຍີ່ປຸນ ທ່ານ ຟຸມິໂອ ກິຊິດະ ຮ່ວມກອງປະຊຸມ​ຫາ​ລືຄວາມປອດໄພ​ຂອງ​ກຸ່ມຄວດ ຜ່ານ​ທາງ​ອອນ​ລາຍ​ນ໌ ທີນະຄອນໂຕກຽວ.
ຮູບພາບນີ້ຖ່າຍໃນວັນທີ 3 ມີນາ 2022, ສະແດງໃຫ້ເຫັນນາຍົກລັດຖະມົນຕິຍີ່ປຸນ ທ່ານ ຟຸມິໂອ ກິຊິດະ ຮ່ວມກອງປະຊຸມ​ຫາ​ລືຄວາມປອດໄພ​ຂອງ​ກຸ່ມຄວດ ຜ່ານ​ທາງ​ອອນ​ລາຍ​ນ໌ ທີນະຄອນໂຕກຽວ.

ບັນດາຜູ້ນຳຂອງ​ກຸ່ມຄວດ (QUAD) ​ທີ່​ປະ​ກອບ​ດ້ວຍສະຫະລັດ ອິນເດຍ ອອສເຕຣເລຍ ແລະຍີປຸ່ນ ໄດ້​ເຫັນ​ພ້ອມ​ນຳ​ກັນ​ ໃນວັນພະຫັດວານນີ້ວ່າ ສິ່ງທີ່ເກີດຂຶ້ນຢູ່ໃນປະ​ເທດຢູເຄຣນ ບໍ່ຄວນ​ຈະອະນຸຍາດໃຫ້ເກີດຂຶ້ນ ຢູ່ໃນ​ເຂດອິນໂອ-ປາຊິຟິກ ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ນາ​ຍົກລັດຖະມົນຕີຍີປຸ່ນ ແລະອອສເຕຣເລຍ.

ກອງປະຊຸມທາງ​ອອນ​ລາຍ​ນ໌ ຂອງກຸ່ມປະເທດ​ທັງ​ສີ່ ໄດ້ຈັດຂຶ້ນໃນຂະນະທີີ່ມີຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບໄຕ້ຫວັນ ປະ​ເທດເກາະດອນ​ທີ່ປົກຄອງຕົນເອງ ຊຶ່ງ​ອ້າງເອົາກຳ​ມະ​ສິດ​ສິດ​ໂດຍຈີນນັ້ນ ​ໄດ້​ມີ​ການກຽມພ້ອມ​ເພີ້ມ​ຕື່ມ ນັບແຕ່ ​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນຢູເຄຣນ ໂດຍມີ​ຄວາມ​ລະ​ມັດ​ລະ​ວັງ​ຢ້ານວ່າປັກກິ່ງ​ອາດ​ສວຍໂອ​ກາດໃນ​ຂະ​ນະ​ທີ່ປະເທດຕາເວັນຕົກ​ສັບ​ສົນ ເພື່ອ​ທຳ​ການເຄື່ອນ ໄຫວກ່ຽວ​ກັບ​ເລື້ອງນີ້.

“ພວກເຮົາໄດ້ຕົກລົງເຫັນພ້ອມ​ນຳ​ກັນວ່າ ການປ່ຽນແປງສະ​ຖາ​ນະ​ພາບ​ແຕ່​ຝ່າຍ ດຽວ ດ້ວຍກຳ
ລັງເຊັ່ນນີ້ ຈະບໍ່ອະນຸຍາດໃຫ້ເກີດຂຶ້ນ ຢູ່ໃນເຂດອິນໂດປາຊິຟິກ”
ນັ້ນ​ຄື​ຄຳ​ເວົ້າ​ຂອງນາຍົກລັດຖະ
ມົນຕີຍີປຸ່ນ ທ່່ານຟູມີໂອ ກິຊິ​ດະ ໄດ້ກ່າວ ​ໂດຍ ອ້າງອີງເຖິງການຮຸກຮານຂອງຣັດເຊຍ.

“ພວກເຮົາຍັງໄດ້ຕົກລົງເຖິງການ​ເຄື່ອນ​ໄຫວ ທີ່ເຮັດໃຫ້​ມີສຳຄັນເພີ້ມຂຶ້ນອີກ ຕໍ່ວຽກງານໄປສູ່​ການບັນ​ລຸ​ເພື່ອ​ໃຫ້​ເຂດອິນໂດປາຊິຟິກ​ເປັນ​ເຂດ​ທີ່​ເສ​ລີ ແລະ​ເປີດ ກວ້າງ” ​ ທ່ານ​ກິ​ຊິ​ດະ ກ່າວ​ຕໍ່​ພວກ​ນັກ​ຂ່າວ
ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ແຫ່ງ​ສະ​ຫະ​ລັດ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນ ແລະນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ.

ທ່ານມໍຣິສັນ ໄດ້ກ່າວຢູ່ໃນຖະແຫຼງການຫຼັງຈາກກອງປະຊຸມວ່າ “ພວກເຮົາບໍ່ ສາມາດອະນຸຍາດ​ໃຫ້ສິ່ງທີ່ເກີດຂຶ້ນຢູ່ໃນຢູເຄຣນເວ​ລານີ້ ເກີດຂຶ້ນຢູ່ໃນ ເຂດອິນໂດປາຊິຟິກ.”

Leaders of the Quad grouping of countries — the United States, India, Australia and Japan — agreed on Thursday that what is happening to Ukraine should not be allowed to happen in the Indo-Pacific, the prime ministers of Japan and Australia said.

A virtual meeting of the four-country grouping was held as concerns are increasing about Taiwan, a self-ruled island claimed by China that has stepped up its alert level since Russia's invasion of Ukraine, wary that Beijing might take advantage of a distracted West to move against it.

"We've agreed that unilateral changes to the status quo with force like this should not be allowed in the Indo-Pacific region," Japanese Prime Minister Fumio Kishida said, referring to Russia's invasion.

"We've also agreed this development makes it even more important to work toward realizing a free and open Indo-Pacific," Kishida told reporters after the meeting with U.S. President Joe Biden, Australian Prime Minister Scott Morrison and Indian Prime Minister Narendra Modi.

"We cannot allow what is happening in Ukraine now to ever happen in the Indo-Pacific," Morrison said in a statement after the meeting.

XS
SM
MD
LG