ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປິດ​ລ້ອມ ​ຕໍ່ກາ​ຕ້າ ສະ​ແດງ​ໃຫ້ເຫັນ ​ຮ່ອງ​ຮອຍ​ໃນຊຸດ​ໂຊມ​ລົງ


ສາຍ​ການ​ບິນ​ກາ​ຕ້າ.
ສາຍ​ການ​ບິນ​ກາ​ຕ້າ.

ຊາ​ອຸ​ດີ ອາ​ຣາ​ເບຍ ບາ​ຫ໌​ເຣນ ແລະ​ອີ​ຈິບ ໄດ້ທຳ​ການເຄື່ອນ​ໄຫວໃນອາ​ທິດ​ນີ້​ເພື່ອຟື້ນ​ຟູ
​ການບໍ​ລິ​ການ​ດ້ານ​ໄປ​ສະ​ນີ​ຄືນ​ໃໝ່ ກັບ​ກາ​ຕ້າ ອັນ​ເປັນ​ຮ່ອງ​ຮອຍ​ທີ່ສະ​ແດງໃຫ້​ເຫັນ​ວ່າ
ການ​ຫ້າມ​ຂອງ​ສີ່​ປະ​ເທດອາ​ຣັບ ​ທີ່​ນັບ​ຖື​ສາ​ສະ​ໜາອິ​ສ​ລາມ​ນິ​ກາຍຊູ​ນີ ​ເມື່ອເກືອບສາມ
​ປີ​ກ່ອນນັ້ນ ​ເລີ້ມຈະ​ພັງ​ທະ​ລາຍ​ລົງ​ແລ້ວ.

ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເ​ຣັສ ໄດ້​ເລີ້ມການ​ບໍ​ລິ​ການທາງ​ໄປ​ສະ​ນີ ​ກັບ​ກາ​ຕ້າ​ຄືນ​ໃໝ່ ​ໃນ​
ວັນ​ທີ 9 ກຸມ​ພາ ອີງ​ຕາມ​ສະ​ຫະ​ພັນ​ໄປ​ສະ​ນີສາ​ກົນ ຫຼື UPU ຊຶ່ງ​ເປັນອົງ​ການຂອງສະ
​ຫະ​ປະ​ຊາ​ຊາດ ​ທີ່ຮັ​ບຜິດ​ຊອບ​ ໃນການ​ປະ​ສານ​ງານ​ເພື່ອ​ບໍ​ລິ​ການ​ດ້ານ​ໄປ​ສະ​ນີ​ຢູ່​
ທົ່ວ​ໂລກ.

ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ອົງ​ການ UPU ທ່ານ​ບິ​ສ​ຮາ ຮຸສ​ເຊນ ກ່າວ​ຢູ່​ຫ້ອງ​ການ​ໃຫຍ່
​ໃນ​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ​ເຊີ​ແລນ ວ່າ “ຂ້າ​ພະ​ເຈົ້າຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​
ອຸ່ນ ທີ່​ຈະ​ເລີ້ມ​ທະ​ການ​ແລກ​ປ່ຽນ​ໄປ​ສະ​ນີ​ສາ​ກົນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເຫລົ່າ​ນີ້
ຜ່ານ​ໂອ​ມານ.”

​ປະ​ເທດ​ໂອ​ມານ ແລ​ະຄູ​ເວດ ໄດ້​ປະ​ຕິ​ເສດ​ຕໍ່​ການ​ເຂົ້າ​ຮ່ວມ​ເພື່ອ​ປິດ​ລ້ອມ​ຂອງ​ຊາ
ຊາ​ອຸ​ດີ ອາ​ຣາ​ເບຍ ແລະສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໃນ​ເດືອນ​ມິ​ຖຸ​ນາ ​ປີ 2017.

ໂອ​ມານ ແລະ​ຄູ​ເວດ ຍັງ​ສືບ​ຕໍ່ໃຫ້​ການ​ສະ​ໜັບ​ສະ​ໜູນການ​ໄກ່​ເກ່ຍ ໃນ​ຄວາມ​ພະ​
ຍາ​ຍາມເພື່ອ​ສ້າງ​ຄວາ​ມ​ເປັນ​ເອກ​ກະ​ພາບ​ຄືນ​ໃໝ່ ​ທີ່​ສະ​ພາ​ການ​ຮ່ວມ​ມື​ຢູ່​ໃນ​ເຂດ
​ອ່າວ​ເປີ​ເຊຍ ທີ່​ໄດ້​ແຕກ​ແຍກ​ກັນ​ນັ້ນ.

ແຕ່​ເວ​ລານີ້ ກາຕ້າ ຍັງ​ຖືກ​ປິດ​ລ້ອມ​ທາງ​ທະ​ເລ ທາງ​ອາ​ກາດ ແລະ​ທາງ​ພາກ​ພື້ນ​
ດິນ​ຢູ່.

Saudi Arabia, Bahrain, and Egypt moved this week to restore mail service to Qatar in another sign that the embargo imposed by four Sunni Arab states nearly three years ago is starting to crumble.

The UAE had already resumed services to Qatar on February 9, according to the Universal Postal Union, the UN agency responsible for coordinating global postal services.

"I warmly welcome the resumption of international postal exchanges between these countries via transit through Oman," said UPU director general Bishar Hussein, speaking at the organization's headquarters in Geneva, Switzerland.

The Sultanate of Oman and Kuwait declined to join the blockade imposed by Saudi Arabia and the UAE in June 2017.

Oman and Kuwait continue to support mediation efforts to rebuild unity in the now fractured Gulf Cooperation Council.

Yet Qatar remains under a sea, air and land blockade.

XS
SM
MD
LG