ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ປ​ູ​ຕິນ ເວົ້າ​ວ່າ ຣັດ​ເຊຍ ກັບ ເກົາຫຼີ​ເໜືອ ຈະ​ຂະ​ ຫຍາຍ​ສາຍ​ພົວ​ພັນ​ສອງ​ຝ່າຍ


ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ເມື່​ອ​ວັນ​ທີ 26 ເມ​ສາ 2019 ໂດຍ​ອົງ​ການ​ຂ່າວ KCNA ນີ້​ສະ​ແດງ​ໃຫ້​ເຫັນ​ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, (ຂວາ), ຈັບ​ມື​ກັບ​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ​ ອຶນ.
ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ເມື່​ອ​ວັນ​ທີ 26 ເມ​ສາ 2019 ໂດຍ​ອົງ​ການ​ຂ່າວ KCNA ນີ້​ສະ​ແດງ​ໃຫ້​ເຫັນ​ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, (ຂວາ), ຈັບ​ມື​ກັບ​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ​ ອຶນ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ຕໍ່​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ຈະ “ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ຝ່າຍຮອບ​ດ້ານ​ ​ ແລະ ສ້າງ​ສັນ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ,” ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່ມ​ວນ​ຊົນ​ລັດ​ຖະ​ບານ ພຽງ​ຢາງ ໃນ​ວັນ​ຈັນ​ມື້ນີ້.

ໃນ​ຈົດ​ໝາຍ​ທີ່​ຂຽນເຖິງ​ທ່ານ ກິມ ສຳ​ລັບ​ວັນ​ປົດ​ປ່ອຍ​ຂອງ ເກົາຫຼີ ນັ້ນ, ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ຈະ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ປະ​ເທດ ແລະ ຈະ​ຊ່ວຍ​ເສີ​ມ​ຂະ​ຫຍາຍ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ແຫຼມ​ເກົາຫຼີ ແລະ ພາ​ກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ເໜືອ​, ອີງ​ຕາມ​ການ​ກ່າວ​ຂອງ​ອົງ​ການ​ຂ່າວ KCNA ຂອງ​ເກົາຫຼີ​ເໜືອ.

ທ່ານ ກິມ ກໍ​ໄດ້​ສົ່ງ​ຈົດ​ໝາຍ​ຫາ​ທ່ານ ປູ​ຕິນ ໂດຍ​ກ່າວ​ວ່າມິດ​ຕະ​ພາບ​ລະ​ຫວ່າງ ຣັດ​ເຊຍ ແລະ ເກົາຫຼີ​ເໜືອ ແມ່ນ​ໄດ້​ເຂັ້ມ​ແຂງ​ຂຶ້ນ ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ດ້ວຍ​ການ​ເອົາ​ຊະ​ນະ​ປະ​ເທດ ຍີ່​ປຸ່ນ, ເຊິ່ງ​ເຂົາ​ເຈົ້າ​ໄດ້​ຄອບ​ຄອງ​ແຫຼມ​ເກົາຫຼີ.

ທ່ານ ກິມ ໄດ້​ກ່າວ​ໃນ​ຈົດ​ໝາຍ​ວ່າ “ການ​ຮ່ວມ​ມື​ດ້ານ​ຍຸ​ດ​ທ​ະ​ສາດ ແລະ ກົນ​ລະ​ຍຸດ, ການ​ສະ​ໜັບ​ສະ​ໜູນ ແລະ ຄວາມ​ສາ​ມັກ​ຄີ” ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ​ໄດ້​ບັນ​ລຸ​ລະ​ດັບ​ໃໝ່​ໃນ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ເຂົາ​ເຈົ້າ​ເພື່​ອ​ທຳ​ລາຍ​ໄພ​ຂົ່ມ​ຂູ່ ແລະ ການ​ຍຸ​ແຍ່​ຈາກກອງ​ກຳ​ລັງ​ທະ​ຫານ​ສັດ​ຕູ. ອົງ​ການ​ຂ່າວ KCNA ບໍ່​ໄດ້​ລະ​ບຸ​ເຖິງກອງ​ກຳ​ລັງ​ສັດ​ຕູ​ຂອງ​ເຂົາ​ເຈົ້າ, ແຕ່​ໄດ້​ໃຊ້​ຄຳ​ສັບ​ທີ່​ສະ​ເພາະ​ເຈາະ​ຈົງ​ນັ້ນ​ເພື່ອ​ອ້າງ​ເຖິງ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ.

ທ່ານ ກິມ ໄດ້​ຄາດ​ການ​ວ່າ ​ການ​ຮ່ວມ​ມື​ລະ​ຫວ່າງ ຣັດ​ເຊຍ ແລະ ເກົາຫຼີ ຈະເຕີບ​ໂຕ​ຂຶ້ນ​ອີກ​ໃສ່​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​ໃນ​ປີ 2019 ເວ​ລາ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ ປູ​ຕິນ.

ເກົາຫຼີ​ເໜືອ ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ໄດ້​ຮັບ​ຮູ້ “ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ” ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ເປັນ​ລັດ​ເອ​ກະ​ລາດ ເຊິ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ຣັດ​ເຊຍ, ແລະ ພວກ​ເຈົ້າ​ໜ້າ​ທີ່​ໄ​ດ້​ເພີ່ມ​ຄວາມ​ຄາດຫວັງ​ວ່າ ກຳ​ມະ​ກອນ​ເກົາ​ຫຼີ​ເໜືອ ຈະ​ຖືກ​ສົ່ງ​ໄປ​ເຂດ​ຕ່າງໆ​ເພື່ອ​ຊ່ວຍ​ໃນ​ການ​ກໍ່​ສ້າງ ແລະ ແຮງ​ງານ​ອື່ນໆ.

ຢູ​ເຄ​ຣນ, ເຊິ່ງ​ກຳ​ລັງ​ຕໍ່​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ທີ່​ຖືກ​ອະ​ທິ​ບາຍ​ໂດຍ ມົ​ສ​ກູ ວ່າ “ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ພິ​ເສດ​ນັ້ນ,” ໄດ້​ຕັດ​ສາຍ​ພົ​ວ​ພັນ​ກັບ ພຽງຢາງ ​ຍ້ອນ​ການ​ເຄື່ອນ​ໄຫວ​ນັ້ນ​ໃນ​ທັນ​ທີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG