ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ປູຕິນ ກ່າວວ່າ “ສົງຄາມທີ່ແທ້ຈິງ” ກຳລັງຮຸກຮານຕໍ່ຣັດເຊຍ


ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວປາໄສ ໃນລະຫວ່າ ພິທີສວນສະໜາມທາງດ້ານທະຫານ ໃນວັນແຫ່ງໄຊຊະນະຂອງຣັດເຊຍ ອັນເປັນຂີດໝາຍຄົບຮອບ 78 ປີ ຂອງການສິ້ນສຸດ ສົງຄາມໂລກຄັ້ງທີ 2, ຢູ່ໃນຈັດຕຸລັດແດງຂອງມົສກູ, ຣັດເຊຍ ເມື່ອວັນອັງຄານ ທີ 9 ພຶດສະພາ 2023. (AP)
ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວປາໄສ ໃນລະຫວ່າ ພິທີສວນສະໜາມທາງດ້ານທະຫານ ໃນວັນແຫ່ງໄຊຊະນະຂອງຣັດເຊຍ ອັນເປັນຂີດໝາຍຄົບຮອບ 78 ປີ ຂອງການສິ້ນສຸດ ສົງຄາມໂລກຄັ້ງທີ 2, ຢູ່ໃນຈັດຕຸລັດແດງຂອງມົສກູ, ຣັດເຊຍ ເມື່ອວັນອັງຄານ ທີ 9 ພຶດສະພາ 2023. (AP)

ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ໂລກແມ່ນຢູ່ໃນ “ຈຸດຫັນປ່ຽນທີ່ເດັດດ່ຽວ” ແລະວ່າ “ສົງຄາມທີ່ແທ້ຈິງກຳລັງຮຸກຮານ” ຕໍ່ຣັດເຊຍ. ທ່ານປູຕິນ ໄດ້ກ່າວໃນນະຄອນຫຼວງມົສກູ ຢູ່ທີ່ພິທີເພື່ອລະນຶກເຖິງວັນໄຊຊະນະຕໍ່ນາຊີເຢຍຣະມັນໃນສົງຄາມໂລກຄັ້ງທີ 2 ຊຶ່ງເປັນວັນພັກທີ່ສຳຄັນໃນຣັດເຊຍ ທີ່ໄດ້ດຶງດູດປະຊາຊົນຫຼາຍພັນຄົນມາຊົມການສວນສະໜາມດ້ານການທະຫານຢູ່ໃນຈະຕຸລັດແດງຂອງມົສກູ.

ທ່ານປູຕິນ ໄດ້ກ່າວວ່າ “ພວກເຮົາໄດ້ຂັບໄລ່ກຸ່ມກໍ່ການຮ້າຍນານາຊາດ, ພວກເຮົາຈະປົກປ້ອງປະຊາຊົນຂອງເຂດດອນບັສ, ພວກເຮົາຈະຮັບປະກັນຄວາມໝັ້ນຄົງຂອງພວກເຮົາ.”

ຣັດເຊຍໄດ້ເລີ້ມການບຸກລຸກຢູເຄຣນຢ່າງເຕັມສ່ວນເມື່ອປີກາຍນີ້ ແລະພື້ນທີ່ທາງພາກຕາເວັນອອກໃນຂົງເຂດດອນບັສຂອງຢູເ​ຄຣນ ທີ່ໄດ້ເປັນຈຸດສົນໃຈຫຼັກໃນການສູ້ລົບກັນ.

ກ່ອນໜ້າການກ່າວປາໄສຫຼາຍຊົ່ວໂມງ ກອງກຳລັງຂອງຣັດເຊຍ ໄດ້ໂຈມຕີນະຄອນຫຼວງກີຢິບຂອງຢູເຄຣນ ດ້ວຍລູກສອນໄຟຫຼາຍລູກ.

ເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດ ຂອງປະ ເທດ ໄດ້ທຳລາຍລູກສອນໄຟຂອງຣັດເຊຍໂດຍສ່ວນໃຫຍ່ ແລະວ່າ ບໍ່ມີຜູ້ໃດເສຍຊີວິດ ຫຼືໄດ້ຮັບຄວາມເສຍທີ່ສຳຄັນ ອີງຕາມລາຍງານ.

ທ່ານເຊີຮີ ປອບໂກ (Sirhiy Popko) ຫົວຫ້າກົມບໍລິຫານການທະຫານຂອງກີຢິບ ໄດ້ກ່າວຢູ່ເທເລແກຣມ ວ່າ ການໂຈມຕີດັ່ງກ່າວເປັນຄັ້ງທີຫ້າ ທີ່ແນເປົ້າໝາຍໃສ່ນະຄອນຫຼວງ ນັບຕັ້ງແຕ່ເລີ້ມຕົ້ນຂອງເດືອນພຶດສະພາ ແລະວ່າ ຣັດເຊຍ ກຳລັງພະຍາຍາມ “ເຂັ່ນຂ້າພົນລະເຮືອນຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ໃນມື້ນີ້.”

ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ ໄດ້ເດີນທາງໄປຢ້ຽມຢາມກີຢິບ ໃນຄັ້ງຫຼ້າສຸດຂອງທ່ານນາງ ເມື່ອວັນອັງຄານນີ້ ແລະໄດ້ສະແດງຄວາມສາມັກຄີຂອງປະເທດໃນຢູໂຣບກັບຢູເຄຣນ.

Russian President Vladimir Putin told attendees at the annual Victory Day parade Tuesday that “a real war” was being waged by Western nations against Russia.

In a brief speech in Moscow’s Red Square at the event celebrating the former Soviet Union’s defeat of Nazi Germany in World War II, President Putin said ‘civilization is again at a decisive turning point,” and that war has been “unleashed against our Motherland.”

Putin used the speech to equate the defeat of Nazi Germany with Russia’s 15-month-old invasion of Ukraine. He has repeatedly used the ‘de-Nazification of Ukraine” as a justification for the war. He ended his speech by cheering on the soldiers in attendance who have been fighting in Ukraine, who he said were key for the country’s future.

“For Russia, for our armed forces, for victory!” he said.

The leaders of six former Soviet republics accompanied Putin to the Victory Day parade.

Tuesday’s parade was the highlight of an annual commemorative event with celebrations normally held across Russia, including marches of the Immortal Regiment, where ordinary Russians march through the streets of various cities holding photos of relatives killed in World War II.

XS
SM
MD
LG