ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ປູຕິນ ແມ່ນກຳລັງຂົ່ມຂູ່ ທາງທະຫານ ຫຼື ກຽມເຮັດສົງຄາມ?


ໃນພາບທີ່ຖືກຖ່າຍເມື່ອວັນທີ 12 ທັນວາ 2017 ນີ້, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່າວຄຳປາໄສຕໍ່ກຳລັງທະຫານຢູ່ຖານທັບ ຮີເມມີມ ໃນປະເທດ ຊີເຣຍ.
ໃນພາບທີ່ຖືກຖ່າຍເມື່ອວັນທີ 12 ທັນວາ 2017 ນີ້, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່າວຄຳປາໄສຕໍ່ກຳລັງທະຫານຢູ່ຖານທັບ ຮີເມມີມ ໃນປະເທດ ຊີເຣຍ.

ບັນດາເຈົ້າໜ້າທີ່ປະເທດຕາເວັນຕົກ ແລະ ນັກວິເຄາະຍັງຄົງມີຄວາມຄິດແຕກຕ່າງກັນ ກ່ຽວກັບ ຄວາມສຳຄັນໃນການສົ່ງທະຫານຂອງ ຣັດເຊຍ ໄປປະຈຳ ການຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ. ຣັດເຊຍ ໄດ້ສົ່ງກຳລັງທະຫານໄປປະມານ 100,000 ຄົນໃນຕົ້ນປີນີ້, ໂດຍອ້າງວ່າການເຄື່ອນໄຫວດັ່ງກ່າວແມ່ນຊົ່ວຄາວ ແລະ ສຳລັບການ​ຝຶກຊ້ອມ​ທາງທະຫານ.

ແຕ່ກອງກຳລັງສ່ວນຫຼາຍແມ່ນຍັງປະຈຳການຢູ່ ແລະ ໜ່ວຍທະຫານທີ່ດີທີ່ສຸດແມ່ນໄດ້ຖືກເພີ່ມເຂົ້າໄປອີກເມື່ອບໍ່ດົນມານີ້, ເຊິ່ງມັກຈະເຮັດແບບລັບໆໃນຕອນຂ້າມຄືນ, ອີງຕາມບັນດາເຈົ້າໜ້າທີ່ຕາ ເວັນຕົກ ແລະ ຢູເຄຣນ. ນັ້ນ ໄດ້ກໍ່ໃຫ້ ເກີດຄວາມກັງວົນເພີ່ມຂຶ້ນ ໃນນະຄອນຫຼວງ ກີຢິບ ແລະ ນະ ຄອນຫຼວງຂອງປະເທດຕາເວັນຕົກຕ່າງໆ.

ນາຍພົນ ຄີຣີໂລ ບູດານອຟ (Kyrylo Budanov), ຫົວໜ້າອົງການສືບລັບປ້ອງກັນປະເທດຂອງ ຢູເຄຣນ, ໄດ້ເຮັດໃຫ້ມີຄວາມກັງວົນເພີ່ມເຕີມໃນວັນອາທິດທີ່ຜ່ານມາ ເວລາທີ່ທ່ານໄດ້ບອກໜັງສື ພິມ ກອງທັບ ອາເມຣິກາ ຫຼື (America’s Military Times) ວ່າ ທ່ານສົງໄສວ່າວັງ ເຄຣັມລິນ ແມ່ນກຳລັງກະກຽມການໂຈມຕີຄັ້ງໃຫຍ່ສຳລັບຕົ້ນປີໜ້າ, ຄົງຈະແມ່ນທ້າຍເດືອນມັງກອນ.

ອີງຕາມທ່ານ ບູດານອຟ ນັ້ນ, ການໂຈມຕີດັ່ງກ່າວ ມີຄວາມເປັນໄປໄດ້ວ່າ ຈະປະກອບມີການໂຈມ ຕີທາງອາກາດ, ການຍິງຖະຫຼົ່ມດ້ວຍປືນໃຫຍ່ ແລະ ລົດຖັງ ພ້ອມກັບການໂຈມຕີທາງອາກາດໃນພາກຕາເວັນອອກຂອງ ຢູເຄຣນ ແລະ ການໂຈມຕີຍົກ​ພົນ​ຂຶ້ນບົກ ໃນເມືອງທ່າເຮືອ ໂອເດສຊາ (Odessa) ແລະ ມາຣິວໂປລ (Mariupol) ຂອງ ຢູເຄຣນ. ທ່ານ ບູດານອຟ ໄດ້ກ່າວຕື່ມວ່າ ການໂຈມຕີຂະໜາດນ້ອຍກວ່າອາດເກີດຂຶ້ນຜ່ານພັນທະມິດຂອງ ຣັດເຊຍ ທີ່ຢູ່ໃກ້ຄຽງຄື ເບລາຣຸສ.

ກ່ອນທີ່ເຫດການນັ້ນຈະເກີດຂຶ້ນ, ຣັດເຊຍ ຈະຂະຫຍາຍຄວາມຂັດແຍ້ງທາງຈິດຕະສາດ ແລະ ການໂຄສະນາບິດເບືອນຂໍ້ມູນ, ເຊິ່ງແມ່ນໄດ້ເກີດຂຶ້ນແລ້ວ, ທີ່ຖືກອອກແບບມາເພື່ອສ້າງຄວາມບໍ່ໝັ້ນຄົງໃນ ຢູເຄຣນ, ອີງຕາມການກ່າວຂອງທ່ານ. ທ່ານໄດ້ເວົ້າວ່າ “ເຂົາເຈົ້າຢາກປຸກລະດົມ​ກໍ່ ຄວາມວຸ້ນວາຍ, ຜ່ານການປະທ້ວງ ແລະ ການ​ໂຮມຊຸມ​ນຸມຕ່າງໆ, ທີ່ສະແດງໃຫ້ເຫັນວ່າປະຊາຊົນແມ່ນຕໍ່ຕ້ານລັດຖະບານ.” ທ່ານໄດ້ເຕືອນວ່າຖ້າການໂຈມຕີຫາກໄດ້ເກີດຂຶ້ນ, ມັນຈະຄອບງຳການລ່ວງລໍ້ານັບຕັ້ງແຕ່ຄວາມຂັດແຍ້ງໄດ້ເກີດຂຶ້ນລະຫວ່າງສອງປະເທດດັ່ງກ່າວໃນປີ 2014.

ໜ່ວຍສືບລັບ ຢູເຄຣນ ໄດ້ເປີດເຜີຍແຜນທີ່ ທີ່ໃຫ້ລາຍລະອຽດການປະເມີນຂອງເຂົາເຈົ້າ ກ່ຽວກັບ ການຮຸກຮານອາດເກີດ​ຂຶ້​ນ, ດ້ວຍກອງກຳລັງຂອງ ຣັດເຊຍ ໄດ້ດັນເລິກເຂົ້າໄປໃນປະເທດຈາກທິດເໜືອ, ຕາເວັນອອກ ແລະ ໃຕ້. ມັນຈະເປັນແບບດັ້ງເດີມແຕ່ນອງເລືອດກວ່າ, ມີການປະຕິບັດການຫຼາຍກວ່າການເຂົ້າຍຶດແຫຼມ ໄຄຣເມຍ (Crimea) ຂອງວັງ ເຄຣັມລິນ ໃນປີ 2014. ທ່ານ ບູດານອຟ ເຊື່ອວ່າເປົ້າໝາຍສູງສຸດຂອງວັງ ເຄຣັມລິມ ແມ່ນເພື່ອໂຄ່ນລົ້ມລັດຖະບານຂອງປະທາ ນາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG