ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກ່າວວ່າ ທ່ານ ປູຕິນ ມອບລົດ ໃຫ້ ທ່ານ ກິມ ເນື່ອງຈາກສາຍພົວພັນທີ່ພິເສດຂອງພວກທ່ານ


ແຟ້ມຮູບ-ໃນຮູບລວມນີ້ ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຊ້າຍ, ໃນວັນທີ 15 ມັງກອນ 2024, ແລະ ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໃນວັນທີ 17 ກຸມພາ 2024. ທ່ານ ປູຕິນ ມອບລົດທີ່ຜະລິດໂດຍ ຣັດເຊຍ ໃຫ້ ທ່ານ ກິມ ໃຊ້ສ່ວນໂຕ ເພື່ອສະແດງເຖິງສາຍພົວພັນທີ່ພິເສດຂອງພວກເຂົາເຈົ້າ.
ແຟ້ມຮູບ-ໃນຮູບລວມນີ້ ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຊ້າຍ, ໃນວັນທີ 15 ມັງກອນ 2024, ແລະ ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໃນວັນທີ 17 ກຸມພາ 2024. ທ່ານ ປູຕິນ ມອບລົດທີ່ຜະລິດໂດຍ ຣັດເຊຍ ໃຫ້ ທ່ານ ກິມ ໃຊ້ສ່ວນໂຕ ເພື່ອສະແດງເຖິງສາຍພົວພັນທີ່ພິເສດຂອງພວກເຂົາເຈົ້າ.

ເກົາຫລີເໜືອກ່າວວ່າ ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໄດ້ມອບຂອງຂັວນ ໃຫ້ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເປັນລົດທີ່ຜະລິດຈາກຣັດເຊຍ ສໍາລັບໃຊ້ເປັນລົດສ່ວນໂຕຂອງທ່ານ ເພື່ອສະແດງເຖິງສາຍພົວພັນແບບພິເສດຂອງພວກເຂົາເຈົ້າ, ອີງຕາມລາຍງານຂອງອົງການຂ່າວ AP.

ເກົາຫຼີ ເໜືອ ແລະ ຣັດເຊຍ ໄດ້ຜັກດັນການຮ່ວມມືກັນຢ່າງຫຼວງຫຼາຍ ນັບຕັ້ງແຕ່ ທ່ານ ກິມ ແລະ ທ່ານ ປູຕິນ ໄດ້ພົບປະກັນໃນປີແລ້ວນີ້. ອົງການຂ່າວ​ຂອງ​ລັດຖະບານທີ່​ລາຍ​ງານ​ໃນ​ວັນ​ອັງຄານ​ມື້​ນີ້​ບໍ່​ໄດ້​ບອກ​ວ່າ ​ລົດ​ທີ່ມອບໃຫ້ເປັນຂອງ​ຂວັນ​ນັ້ນ ​ເປັນ​ລົດ​ຊະນິດ​ໃດ ຫຼື ​ຖືກ​ສົ່ງ​ມາ​ໃຫ້ແນວ​ໃດ.

ບັນດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ມັນ​ສາມາດ​ລະ​ເມີດຕໍ່​ມະຕິສະຫະ​ປະຊາ​ຊາດ ​ທີ່​ຫ້າມ​ການ​ສະໜອງ​ເຄື່ອງໃຊ້ທີ່​ມີລາຄາແພງຕ່າງໆໃຫ້ແກ່​ເກົາຫລີ​ເໜືອ. ທ່ານ ກິມ ເປັນທີ່ຮູ້ກັນດີວ່າ ມີລົດທີ່ຫລູຫລາລາຄາແພງທີ່ຜະລິດຈາກຕ່າງປະເທດຫຼາຍຄັນ ໂດຍເຊື່ອວ່າ ຖືກລັກລອບເຂົ້າມາໃນປະເທດຂອງທ່ານ.

FOR RADIO: SEOUL, South Korea (AP) - North Korea says Russian President Vladimir Putin has gifted North Korean leader Kim Jong Un a Russian-made car for his personal use in a demonstration of their special relationship. North Korea and Russia have boosted their cooperation significantly since Kim and Putin had a summit last year. The state media report Tuesday didn't say what kind of vehicle the gift was or how it was shipped. Observers said it could violate a U.N. resolution that bans supplying luxury items to North Korea. Kim is known to possess many foreign-made luxury cars believed to have been smuggled into his country.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG