ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປີໂຕ ຣີໂກ ລົງຄະແນນສຽງ ຢາກເປັນລັດໜຶ່ງຂອງ ສະຫະລັດ


ທຸງ ເປີໂຕ ຣີໂກ ປິວສະບັດຢູ່ ລັດຖະສະພາໃນດິນແດນ ສະຫະລັດ ໃນນະຄອນຫຼວງ San Juan, ເປີໂຕ ຣີໂກ. 29 ກໍລະກົດ, 2015.
ທຸງ ເປີໂຕ ຣີໂກ ປິວສະບັດຢູ່ ລັດຖະສະພາໃນດິນແດນ ສະຫະລັດ ໃນນະຄອນຫຼວງ San Juan, ເປີໂຕ ຣີໂກ. 29 ກໍລະກົດ, 2015.

ຜູ້ທີ່ອາໄສຢູ່ໃນ ເປີໂຕ ຣີໂກ ດິນແດນຂອງ ສະຫະລັດ ໄດ້ ລົງຄະແນນສຽງໃນວັນອາທິດ
ວານນີ້ ເພື່ອໃຫ້ກາຍເປັນລັດທີ 51 ຂອງ ສະຫະລັດ ອາເມຣິກາ ໃນການລົງປະຊາມະຕິ
ທີ່ບໍ່ມີຂໍ້ຜູກມັດ.

ຜູ້ລົງຄະແນນສຽງເກືອບ 5 ແສນຄົນໄດ້ປ່ອນບັດຄະແນນສຽງ ເພື່ອໃຫ້ກາຍເປັນລັດໜຶ່ງ, ປະມານ 7,600 ຄົນໄດ້ລົງຄະແນນສຽງເພື່ອ ໃຫ້ເປັນສະມາຄົມທີ່ມີອິດສະລະຫຼືເປັນເອ
ກະລາດ ແລະ ເກືອບ 6,700 ຄົນໄດ້ລົງຄະແນນສຽງ ເພື່ອໃຫ້ສະຖານະພາບຊົງຢູ່ຄືເກົ່າ
ໃນປັດຈຸບັນ, ອີງຕາມຜົນຄະແນນເບື້ອງຕົ້ນ.

ຜູ້ປົກຄອງເຂດແດນດັ່ງກ່າວ ທ່ານ Pedro Rosello ເວົ້າວ່າ “ໃນທຸກໆ ລະບອບປະຊາ
ທິປະໄຕ, ການສະແດງຄວາມເຕັມໃຈຂອງຄົນສ່ວນ ຫຼາຍທີ່ເຂົ້າຮ່ວມໃນຂັ້ນຕອນການ
ເລືອກຕັ້ງນັ້ນ ສ່ວນໃຫຍ່ມັກຈະໄດ້ຮັບ ໄຊຊະນະ. ມັນຈະຂັດແຍ້ງກັບ ວໍຊິງຕັນ ຢ່າງຍິ່ງ
ທີ່ຈະຮຽກຮ້ອງເອົາປະຊາທິປະໄຕ ໃນພາກສ່ວນອື່ນໆຂອງໂລກ, ແລະ ບໍ່ຕອບໂຕ້ ຕໍ່
ສິດທິຕາມກົດໝາຍ ເພື່ອການຕັດສິນໃຈເອງທີ່ໄດ້ຖືກປະຕິບັດທຸກໆມື້ນີ້ ໃນເຂດແດນ
ອາເມຣິກາ ແຫ່ງ ເປີໂຕ ຣີໂກ.”

ນີ້ແມ່ນຄັ້ງທີ 5 ທີ່ການລົງປະຊາມະຕິ ທີ່ບໍ່ມີຂໍ້ຜູກມັດ ໄດ້ຖືກສະເໜີໃຫ້ ຜູ້ລົງຄະແນນສຽງ
ຂອງເກາະດັ່ງກ່າວ. ໃນປີ 2012 ທາງເກາະໄດ້ ເລືອກເອົາການເປັນລັດ, ແຕ່ລັດຖະສະ
ພາ, ເຊິ່ງເປັນຕຸລາການຂັ້ນສູງສຸດ ກ່ຽວກັບ ຄວາມພະຍາຍາມສະເໜີເປັນລັດ ຂອງ ເປີໂຕ
ຣີໂກ ນີ້, ບໍ່ເຄີຍຖືເປັນເລື່ອງສຳຄັນ.

ທ່ານ Peter Hakim ນັກວິຊາການອາວຸໂສ ແລະ ປະທານກຽດຕິຄຸນ ຂອງອົງການ Inter-American Dialogue ທີ່ມີຫ້ອງການຕັ້ງຢູ່ນະ ຄອນຫຼວງ ວໍຊິງຕັນ ໄດ້ກ່າວວ່າ ການລົງ
ປະຊາມະຕິຄັ້ງຫຼ້າສຸດແມ່ນ “ຂ້ອນຂ້າງຈະເປັນການລົງຄະແນນສຽງທີ່ບໍ່ມີຄວາມໝາຍ
ຫຍັງ.”

ທ່ານ Hakim ໄດ້ກ່າວຕໍ່ວີໂອເອວ່າ “ເລື່ອງທີ່ປະຊາກອນພຽງແຕ່ 23 ເປີເຊັນໄດ້ອອກ
ມາ ແລະ ໄດ້ລົງຄະແນນສຽງນັ້ນ,ແລະ ພວກເຂົາ ເຈົ້າເກືອບໝົດທຸກຄົນ ແມ່ນຜູ້ສະ
ໜັບສະໜູນການກາຍເປັນລັດ, ມັນບໍ່ ໄດ້ສ້າງຄວາມຕື່ນເຕັ້ນຫຍັງ. ແລະ ເລື່ອງກໍແມ່ນ
ວ່າ, ມັນຄົງເກືອບຈະ ບໍ່ມີຜົນກະທົບຫຍັງຕໍ່ສິ່ງທີ່ຈະເກີດຂຶ້ນກັບ ເປີໂຕ ຣີໂກ ໃນໄລຍະ
ເວລາ ທີ່ຈະມາເຖິງນີ້.”

ການລົງປະຊາມະຕິແມ່ນສອດຄ່ອງກັບວັນຄົບຮອບ 100 ປີ ທີ່ ສະຫະລັດ ໄດ້ມອບສັນ
ຊາດ ອາເມຣິກັນ ໃຫ້ຄົນ ເປີໂຕ ຣີໂກ, ເຖິງແມ່ນວ່າ ພວກເຂົາເຈົ້າຈະຖືກຫ້າມບໍ່ໃຫ້ລົງ ຄະແນນສຽງ ເລືອກເອົາປະທານາທິບໍດີ ແລະ ມີຕົວແທນລັດຖະສະພາພຽງຄົນດຽວ ທີ່ມີ ອຳນາດໃນການລົງຄະແນນສຽງຢ່າງຈຳກັດກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG