ໃນການຊີ້ນຳຂອງບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ຫຼັງຈາກໄດ້ເຫັນຜົນກະທົບຂອງການກັກບໍລິເວນ ໃນການດຳລົງຊີວິດຂອງສາທາລະນະສ່ວນຫຼາຍໃນສະຖານທີ່ຕ່າງໆຄື ຈີນ ນັ້ນ, ລັດຖະບານໃນທົ່ວໂລກແມ່ນກຳລັງກຳນົດການຫ້າມຕ່າງໆຫຼາຍ ແລະ ຫຼາຍຂຶ້ນກວ່າເກົ່າ ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຢຸດການລະບາດຂອງໄວຣັສໂຄໂຣນາ.
ໃນ ສະຫະລັດ, ໂຮງຮຽນຫຼາຍແຫ່ງໄດ້ເລີ່ມປິດໃນວັນຈັນມື້ນີ້, ໃນຂະນະສອງເມືອງທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດຄື ນະຄອນ ລອສ ແອນ ເຈີລິສ ແລະ ນິວ ຢອກ ໄດ້ປະກາດສະຖານທີ່ສັງຄົມຕ່າງໆເຊັ່ນ ໂຮງໜັງ ໃຫ້ຖືກປິດໄວ້ ແລະ ຮ້ານອາຫານໃຫ້ສະໜອງການບໍລິການສົ່ງເຖິງບ້ານ ຫຼື ຊື້ໄປກິນຢູ່ນອກເທົ່ານັ້ນ.
ປະເທດ ເນເທີແລນ ກໍໄດ້ອອກຄຳສັ່ງປິດທີ່ຄ້າຍຄືກັນ, ໃນຂະນະທີ່ປະເທດ ສາທາລະນະລັດ ເຊັກ ແລະ ອອສເຕຣຍ ໄດ້ກຳນົດການຮຽກຮ້ອງຂອງເຂົາເຈົ້າເອງ ໃຫ້ປະຊາຊົນອາໄສຢູ່ໃນບ້ານ. ປະເທດ ນິວ ຊີແລນ ໃນວັນຈັນມື້ນີ້ໄດ້ກາຍເປັນປະເທດຫຼ້າສຸດ ທີ່ໄດ້ຫ້າມການເຕົ້າໂຮມກັນຂະໜາດໃຫຍ່ ດ້ວຍການຫ້າມຈັດງານຕ່າງໆທີ່ມີ 500 ຄົນຫຼືຫຼາຍກວ່ານັ້ນ.
ກະຊວງພາຍໃນຂອງ ເທີກີ ໄດ້ກ່າວວ່າ ຮ້ານກິນດື່ມ ແລະ ໄນຄລັບ ຈະຖືກປິດ.
ໃນຂະນະດຽວກັນ, ວັງ ວາຕິກັນ ໄດ້ປະກາດວ່າ ພະສັນຕະປາປາຈະຈັດການສູດມົນວັນ ອີສເຕີ ໂດຍບໍ່ມີການເຂົ້າຮ່ວມຂອງປະຊາຊົນ.
ຈຸດປະສົງຂອງການຫ້າມດັ່ງກ່າວແມ່ນເພື່ອບໍ່ໃຫ້ຄົນຢູ່ໃກ້ກັນ ເຊິ່ງເຂົາເຈົ້າຈະຕິດແປດກັບໄວຣັສໄດ້ຢ່າງງ່າຍດາຍ ແລະ ສົ່ງຕໍ່ໃຫ້ຄົນອື່ນໆ. ນອກຈາກການລ້າງມື ແລະ ການກັກບໍລິເວນຕົນເອງຖ້າຮູ້ສຶກບໍ່ສະບາຍນັ້ນ, ການແຍກຕົວອອກຈາກສັງຄົມດັ່ງກ່າວ ແມ່ນການແນະນຳທີ່ສຳຄັນສຸດ ທີ່ຖືກກ່າວຊ້ຳແລ້ວຊ້ຳອີກໂດຍບັນດາເຈົ້າໜ້າທີ່ອົງການອະນາໄມໂລກ.
ຈີນ, ເຊິ່ງ ໄດ້ກຳນົດການກັກບໍລິເວນໃນຫຼາຍຕົວເມືອງຫຼັງຈາກ ໄວຣັສໄດ້ແຜ່ກະຈາຍຢ່າງວ່ອງໄວໃນເດືອນມັງກອນນັ້ນ, ໄດ້ລາຍງານກໍລະນີໃໝ່ 16 ກໍລະນີໃນວັນຈັນມື້ນີ້. ເກົາຫຼີໃຕ້, ເຊິ່ງມີກໍລະນີທີ່ຫຼາຍທີ່ສຸດເປັນອັນດັບສອງຂອງໂລກຫຼາຍໃນຫຼາຍສັບປະດານັ້ນ, ໄດ້ລາຍງານ 74 ກໍລະນີໃນວັນຈັນມື້ນີ້, ເປັນການຫຼຸດລົງຈາກລະດັບສູງສຸດຂອງເຂົາເຈົ້າ.
ອິຕາລີ ແມ່ນໄດ້ຢູ່ພາຍໃຕ້ການກັກບໍລິເວນທົ່ວປະເທດ, ແຕ່ໄດ້ກາຍເປັນບ່ອນທີ່ມີຄວາມເປັນຫ່ວງຫຼາຍທີ່ສຸດ ໃນຂະນະທີ່ເຂົາເຈົ້າພົບຄວາມຫຍຸ້ງຍາກທີ່ຈະຄວບຄຸມໄວຣັສ. ບັນດາເຈົ້າໜ້າທີ່ຢູ່ທີ່ນັ້ນໄດ້ລາຍງານກໍລະນີ້ໃໝ່ 3,590 ກໍລະນີ ແລະ ເສຍຊີວິເພີ່ມເຕີມ 368 ຄົນໃນວັນອາທິດວານນີ້.