ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກ່າວອໍາລາຂອງປວງຊົນຕໍ່ ທ.ນ. ກິນສ໌ເບີກ, ຜູ້ພິພາກສາສານສູງສຸດຂອງ ສຫລ ໄດ້ເລີ້ມຂຶ້ນໃນວັນພຸດວານນີ້


ໂລງສົບຂອງທ່ານນາງ ກິນສ໌ເບີກ (Ginsburg) ທີ່ຫຸ້ມຫໍ່ດ້ວຍຜີນທຸງຂອງສະຫະລັດຖືກດອຍໄວ້ຢູ່ກາງຫ້ອງໂຖງ ໃນຂະນະທີ່ ທ່ານ John Roberts ປະທານສານສູງສຸດກ່າວເຫັນຂອງທ່ານ ຢູ່ໃນຕຶກຫ້ອງການສານສູງສຸດໃນນະຄອນຫລວງວໍຊິງຕັນໃນວັນທີ 23 ກັນຍາ 2020 (ພາບຖ່າຍໂດຍ Andrew Harnik/Pool via REUTERS)
ໂລງສົບຂອງທ່ານນາງ ກິນສ໌ເບີກ (Ginsburg) ທີ່ຫຸ້ມຫໍ່ດ້ວຍຜີນທຸງຂອງສະຫະລັດຖືກດອຍໄວ້ຢູ່ກາງຫ້ອງໂຖງ ໃນຂະນະທີ່ ທ່ານ John Roberts ປະທານສານສູງສຸດກ່າວເຫັນຂອງທ່ານ ຢູ່ໃນຕຶກຫ້ອງການສານສູງສຸດໃນນະຄອນຫລວງວໍຊິງຕັນໃນວັນທີ 23 ກັນຍາ 2020 (ພາບຖ່າຍໂດຍ Andrew Harnik/Pool via REUTERS)

ເພື່ອນຮ່ວມງານ, ໝູ່ເພື່ອນແລະຜູ້ມີຄວາມເຫລື້ອໃສ ໄດ້ເລີ່ມສະແດງຄວາມເຄົາລົບເປັນຄັ້ງສຸດທ້າຍຕໍ່ທ່ານນາງ ຣູດ ແບເດີ ກິນສ໌ເບີກ (Ruth Bader Ginsburg), ຜູ້ພິພາກສາໃນສູງສຸດຂອງສະຫະລັດ ໃນວັນພຸດວານນີ້.

ໂລງສົບຂອງທ່ານນາງ ກິນສ໌ເບີກ (Ginsburg) ໄດ້ຖືກນຳໄປດອຍໄວ້ຢູ່ທີ່ອາ ຄານຂອງສານສູງສຸດ ໃນຕອນເຊົ້າວັນພຸດວານນີ້ ເພື່ອທໍາພິທີສ່ວນຕົວ ຢູ່ໃນຫ້ອງໂຖງໃຫຍ່ ຫລື Great Hall, ເຊິ່ງມີຄອບຄົວຂອງທ່ານນາງ ແລະເພື່ອນທີ່ເປັນຜູ້ພິພາກສາທັງຫລາຍເຂົ້າຮ່ວມ. ຫຼັງຈາກນັ້ນ, ໂລງສົບດັ່ງກ່າວກໍໄດ້ຖືກຍ້າຍໄປຕັ້ງຢູ່ແທ່ນຂັ້ນໄດທາງໜ້າຂອງອາຄານ ແລະຈະເອົາໄວ້ຢູ່ທີ່ນັ້ນຢ່າງງຽບສະຫງົບເພື່ອໃຫ້ປະຊາຊົນໄປຢ້ຽມຈົນເຖິງວັນພະຫັດມື້ນີ້, ໂດຍໄດ້ເອົາວາງໄວ້ຢູ່ເທິງໂຕະໄມ້ອັນດຽວກັນທີ່ສ້າງສໍາລັບຕັ້ງໂລງສົບຂອງປະທານາທິບໍດີ ອາບຣາແຮມ ລິງຄອນ (Abraham Lincoln) ຫຼັງຈາກເພິ່ນຖືກລອບສັງຫານ ໃນປີ 1865.

ທຳນຽບຂາວກ່າວໃນວັນພຸດວານນີ້ວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະໄປເຄົາລົບສົບຂອງທ່ານນາງ ກິນສ໌ເບີກ (Ginsburg) ໃນວັນພະຫັດມື້ນີ້.

ທ່ານຈອນ ໂຣເບີດສ໌ (John Roberts) ປະທານສານສູງສຸດໄດ້ສະແດງ “ຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ” ຂອງສານຕໍ່ການສູນເສຍທ່ານນາງ ກິນສ໌ເບີກ (Ginsburg) ໄປ, ເຊິ່ງທ່ານກ່າວວ່າ "ມີຄວາມເສຍໃຈນໍາກັນຢ່າງກວ້າງຂວາງ ແຕ່ພວກເຮົາຮູ້ວ່າຄວາມເສຍໃຈແມ່ນຕົກຢູ່ໃນຄອບຄົວຂອງທ່ານນາງຫຼາຍທີ່ສຸດ. ຊີວິດຂອງຜູ້ພິພາກສາກິນສ໌ເບີກ (Ginsburg) ແມ່ນນຶ່ງໃນຫຼາຍແບບສະບັບຂອງຄວາມໃຝ່ຝັນແບບອາເມຣິກາ.”

ພິທີຄໍານັບສົບຄັ້ງຕໍ່ໄປຈະມີຂຶ້ນໃນວັນສຸກມື້ອື່ນເມື່ອສົບຂອງທ່ານນາງ ກິນສ໌ເບີກ (Ginsburg) ຈະຖືກນໍາເອົາຂ້າມທາງໄປຫາຫໍ Capitol ຫລື ຕຶກລັດຖະສະພາສະຫະລັດ, ບ່ອນທີ່ສົບຂອງທ່ານ ນາງຈະຖືກດອຍໄວ້ຢູ່ໃນຫ້ອງໂຖງ Statuary, ຊຶ່ງຈະເຮັດໃຫ້ທ່ານນາງເປັນແມ່ຍິງຄົນທຳອິດທີ່ໄດ້ຮັບກຽດຕິຍົດເຊັ່ນນັ້ນ. ປະຊາຊົນຈະສາມາດເຂົ້າຢ້ຽມສົບໄດ້ຫຼັງຈາກພິທີຢ່າງເປັນທາງການສຳລັບແຂກທີ່ຖືກເຊີນຈົບລົງ.

ບຸກຄົນສໍາຄັນໃນດ້ານສິດທິພົນລະເມືອງ ໂຣຊາ ພາກສ໌ (Rosa Parks) ໄດ້ຮັບກຽດເອົາໄປດອຍໄວ້ໃນຫ້ອງໂຖງຮູບຊົງກົມ ຫລື Rotunda ແຫ່ງນັ້ນຂອງຫໍ Capitol ຢ່າງເປັນປະຫວັດການ ຫລັງຈາກທ່ານນາງໄດ້ເສຍຊີວິດໄປໃນປີ 2005, ຊຶ່ງເປັນການຈັດແຈງໃຫ້ເຮັດຍ້ອນວ່າ ທ່ານນາງບໍ່ແມ່ນເຈົ້າໜ້າທີ່ລັດຖະ ບານ.

ຖະແຫຼງການຂອງສານສູງສຸດສະຫະລັດກ່າວວ່າ ທ່ານນາງ ກິນສ໌ເບີກ (Ginsburg) ຈະຖືກນຳໄປຝັງໃນອາທິດໜ້າໃນພິທີສ່ວນຕົວຢູ່ໃນພິທີການລະດັບຊາດໃນສຸສານອາລິງຕັນ (Arlington), ຊຶ່ງເປັນບ່ອນພັກຜ່ອນອັນສຸດທ້າຍຂອງຜູ້ສໍາຄັນເຊັ່ນ ປະທານາທິບໍດີຈອນ ເອຟ ເຄນເນດີ (John F. Kennedy), ນ້ອງຂອງທ່ານ ຄືທ່ານ ໂຣເບີດ (Robert) ແລະ ເອັດເວີດ (Edward), ຊຶ່ງທັງສອງທ່ານລ້ວນແຕ່ເປັນສະມາຊິກສະພາສູງທີ່ສໍາຄັນຂອງສະຫະລັດ, ແລະນັກຕີມວຍນໍ້າໜັກສູງທີ່ເກັ່ງ ທ່ານ ໂຈ ລຸຍອິສ (Joe Louis).

ທ່ານນາງກິນສ໌ເບີກ (Ginsburg) ເສຍຊີວິດໄປໃນວັນສຸກທີ່ຜ່ານມາຮວມອາຍຸໄດ້ 87 ປີ ຍ້ອນໂຣກມະເຮັງມ້າມທີ່ຮ້າຍແຮງ, ໂດຍໄດ້ສິ້ນສຸດປີການເຮັດວຽກຢູ່ສານສູງສຸດຂອງປະເທດ ໄດ້ 27 ປີ. ສະຖານະພາບຂອງທ່ານນາງ ໃນນາມເປັນຜູ້ນຳສຽງສ່ວນນ້ອຍຫົວກ້າວໜ້າຂອງສານ, ພ້ອມກັບວຽກງານຂອງນາງທີ່ສະແຫວງຫາຄວາມສະເໝີພາບທາງກົດໝາຍ ສຳລັບແມ່ຍິງແລະເດັກຍິງໃນທຸກດ້ານຂອງຊີວິດຊາວອາເມລິກັນ ກ່ອນທີ່ຈະກາຍມາເປັນຜູ້ພິພາກສາ, ໄດ້ເຮັດໃຫ້ທ່ານນາງເປັນສັນຍາລັກດ້ານວັດທະນະທຳ, ເຮັດໃຫ້ທ່ານນາງມີຊື່ນ້ອຍທີ່ເອີ້ນວ່າ "The Notorious R.B.G.” ຊຶ່ງແປວ່າ “R.B.G. ຂີ້ດື້”.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG