ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະ​ຫາ​ຊົນ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່ ເລືອກ​ຕັ້ງ ອາດ​ຈະ​ບໍ່​ໄດ້​ຮັບ​ຮູ້ ກ່ຽວ​ກັບ ​ເຫດ​ການລັກ​ເຈາະ​ຂໍ້​ມູນໃດໆ


ໃນ​ພາບ​ຖ່າຍ ເມື່ອ​ວັນ​ພຸດ​ ທີ 31 ຕຸ​ລາ 2018 ນີ້, ​ສະ​ແດງ​ໃຫ້​ເຫັນ​ນັກ​ສຶກ ກຳ​ລັງ​ເຂົ້າ​ໄປ​ໜ່ວຍ​ເລືອກ​ຕັ້ງ ເພື່ອ​ປ່ອນ​ບັດ​ອອກ​ສຽງ ໃນ​ລະ​ຫວ່າງ​ງານ​ 'Vote for Our Lives' ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​​ນະ​ຄອນ ອໍ​ແລນ​​ໂດ ລັດ​ຟ​ລໍ​ຣີ​ດາ​.
ໃນ​ພາບ​ຖ່າຍ ເມື່ອ​ວັນ​ພຸດ​ ທີ 31 ຕຸ​ລາ 2018 ນີ້, ​ສະ​ແດງ​ໃຫ້​ເຫັນ​ນັກ​ສຶກ ກຳ​ລັງ​ເຂົ້າ​ໄປ​ໜ່ວຍ​ເລືອກ​ຕັ້ງ ເພື່ອ​ປ່ອນ​ບັດ​ອອກ​ສຽງ ໃນ​ລະ​ຫວ່າງ​ງານ​ 'Vote for Our Lives' ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​​ນະ​ຄອນ ອໍ​ແລນ​​ໂດ ລັດ​ຟ​ລໍ​ຣີ​ດາ​.

ຖ້າ​ຫາກອົງ​ການ​ສັນ​ຕິ​ບານ​ກາງ FBI ໄດ້​ຄົ້ນ​ພົບ​ວ່າ ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວຕ່າງ​ຊາດ ໄດ້​ທຳ​ການ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ເຄືອ​ຂ່າຍ​ລະ​ບົບ​ຄອມ​ພິວ​ເຕີ ຂອງ​ສຳ​ນັກ​ງານ​ເລືອກ​ຕັ້ງ​ຂອງ​ເມືອງທ່ານ ທ່ານ​ອາດ​ຈະ​ບໍ່​ຮູ້​ຈັກ​ໄດ້ ກ່ຽວ​ກັບ​ເລື້ອງນີ້ ຈົນ​ກວ່າ​ຫລັງ​ຈາກ ການ​ລົງ​ຄະ​ແນນ​ສຽງ​ໄດ້​ສິ້ນ​ສຸດ​ລົງ. ແລະ​ຜູ້​ປົກ​ຄອງ​ຂອງ​ທ່ານ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຕ່າງໆ ອາດ​ຈະ​ເກັບ​ເລື້ອງນີ້​ໄວ້​ເປັນ​ຄວາມ​ລັບ ນຳ​ດ້ວຍ.

ບໍ່​ມີ​ກົດ​ໝາຍ​ແຫ່ງ​ຊາດ​ໃດໆ ທີ່​ຈະ​ບັງ​ຄັບ​ໃຫ້ ລັດ​ຖະ​ບານ​ຂັ້ນ​ລັດ ແລະ​ທ້ອງ​ຖິ່ນ ນຳ​ເອົາ​ຂໍ້​ມູນ​ມາ​ແຈ້ງ​ໃຫ້​ຊາບ ໃນ​ເວ​ລາ​ທີ່​ລະ​ບົບ​ການ​ເລືອກ​ຕັ້ງ ໄດ້​ຖືກ​ລັກ​ເຈາະ.

ແລະ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ກາງ ກໍ​ຈະ​ເກັບ​ລາຍ​ລະ​ອຽດ​ທັງຫຼາຍ​ໄວ້​ເປັນ​ຄວາມ​ລັບ ໂດຍປ້ອງ​ກັນ​ຊື່​ແລະ​ຮູບ​ປະ​ພັນ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ລັກ​ເຈາະ​ຂໍ້​ມູນ​ທາງ​ໄຊ​ເບີ້​ທັງ​ໝົດ ບໍ່​ວ່າ ຈະ​ເປັນ​ການ​ມີ​ສ່ວນ​ພົວ​ພັນ​ກັບ​ລະ​ບົບ​ການ​ເລືອກ​ຕັ້ງ ຫຼືບໍ່ ​ກໍ​ຕາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການ​ເລືອກ​ຕັ້ງ ແມ່ນ​ຢູ່​ໃນ​ຈຸດ​ທີ່​ຫຍຸ້ງ​ຍາກ: ຖ້າ​ຫາກ​ລະ​ບົບ​ການ​ລົງ​ຄະ​ແນນ​ສຽງ ຂອງ​ຄົນ​ອື່ນຜູ້​ໃດ​ຜູ້​ນຶ່ງ ຕົກ​ເປັນ​ເປົ້າ​ໝາຍ ພວກ​ເຂົາ​ເຈົ້າ​ກໍ​ຢາກ​ຈະ​ຮັບ​ຮູ້​ວ່າ ແມ່ນ​ຫຍັງ​ແທ້​ທີ່​ໄດ້​ເກີດ​ຂຶ້ນ ເພື່ອ​ວ່າ ພວກ​ເຂົາ​ເຈົ້າ ຈະ​ສາ​ມາດ​ປົກ​ປ້ອງ​ລະ​ບົບຂອງ​ພວກ​ເຂົາ​ເຈົ້າເອງ​ໄດ້. ຫາກແຕ່​ວ່າ ​ເມື່ອ​ລະ​ບົບ​ຂອງ​ພວກ​ເຂົາ​ເຈົ້າ​ເອງ ຕົກ​ເປັນ​ເປົ້າ​ໝາຍ ພວກ​ເຂົາ​ເຈົ້າ ອາດ​ຈະ​ຕ້ອງ​ລະ​ມັດ​ລະ​ວັງ ໃນ​ການ​ເປີ​ດ​ເຜີຍ​ລາຍ​ລະ​ອຽດ​ຕ່າງໆ. ພວກ​ເຂົາ​ເຈົ້າ​ຕ້ອງ​ຊັ່ງ​ຊາ​ເບິ່ງ​ຄວາມ​ຈຳ​ເພື່ອ​ການ​ເປີດກວ້າງ ດ້ວຍ​ຄວາມ​ເປັນ​ຫ່ວງວ່າ ຈະ​ມີ​ຜົນ​ເສຍ​ໃດໆ​ຕໍ່​ການ​ສືບ​ສວນ​ສອບ​ສວນ​ດ້ານ​ຄະ​ດີ​ອາ​ຍາ. ແລະ​ພວກ​ເຂົາ​ເຈົ້າ ຕ້ອງ​ຫ​ລີກ​ລ່ຽງ​ຄວາມ​ວຸ້ນ​ວາຍ ແລະ​ຄວາມ​ສັບ​ສົນ ແບບ​ທີ່​ເປັນ​ການ​ລົບ​ກວນ ຊຶ່ງ​ພວກ​ລັກ​ເຈາະ​ຂໍ້​ມູນ​ຕ້ອງ​ການນັ້ນ.

ຄວາມ​ລັບ​ທີ່​ພົວ​ພັນ​ກັບ​ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວ​ຕ່າງ​ຊາດ ບໍ່​ແມ່ນ​ເລື້ອງທີ່ໜ້າ​ສົງ​ໄສ. ມະ​ຫາ​ຊົນ ຍັງ​ບໍ່​ຮູ້ຈັກ​ເລີຍ​ ຊຶ່ງ​ເມືອງ​ຕ່າງໆ​ຂອງ​ລັດ​ຟ​ລໍ​ຣີ​ດາ ໄດ້​ຖືກ​ລັກ​ເຈາະ​ໂດຍ​ພວກ​ສາຍ​ລັບ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ​ປີ 2016. ທ່ານ​ຣິກ​ ສະ​ກັອດ ຜູ້​ປົກ​ຄອງ​ລັດ​ຟ​ລໍ​ຣີ​ດາ ໃນ​ປີ 2016 ແລະ​ດຽວນີ້ ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ ສ​ະ​ຫະ​ລັດ ກໍ​ບໍ່​ໄດ້​ບອກ​ໃຫ້​ຊາບ ໃນ​ເວ​ລານັ້ນ ແລະ​ບໍ່​ໄດ້​ຮຽນ​ຮູ້​ເຖິງ​ລາຍ​ລະ​ອຽດ​ຕ່າງໆ ຈົນ​ກວ່າ​ ຕົກ​ມາ​ເຖິງ​ປີນີ້.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG