ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະພາກເອກະຊົນ ເພື່ອປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ


ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະພາກເອກະຊົນ ຄັ້ງທີ 21 ລະຫວ່າງ ກະຊວງອຸດສາຫະກຳແລະການຄ້າ ກັບອົງການ USAID ຢູ່ນະຄອນວຽງຈັນ, ສປປ ລາວ, ວັນທີ 21 ພະຈິກ.
ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະພາກເອກະຊົນ ຄັ້ງທີ 21 ລະຫວ່າງ ກະຊວງອຸດສາຫະກຳແລະການຄ້າ ກັບອົງການ USAID ຢູ່ນະຄອນວຽງຈັນ, ສປປ ລາວ, ວັນທີ 21 ພະຈິກ.

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງພາກ ລັດ ພາກທຸລະ​ກິດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ ເມື່ອວັນທີ 21 ພະຈິກ​ຜ່ານ​ມານີ້.

ກອງປະຊຸມ ຄັ້ງທີ 21 ນີິ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ແລະ ປະທານຮ່ວມຂອງ ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັກຖະທູດ ສະ ຫະພາບຢູ​ໂຣບ ປະຈຳ ລາວ ແລະ ທ່ານນາງ ມິແຊວ ເອົ້າລໍ ອຸປະທູດສະຫະ ລັດອາເມຣິກາ ປະຈຳ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມ ຫລາຍກວ່າ 80 ທ່ານ ຈາກກະຊວງ ກົມກອງ ແລະພະແນກການຕ່າງໆ ສະຖານທູດ ອົງການຈັດຕັ້ງສາກົນ ບັນດາຄູ່ຮ່ວມພັດທະນາ ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະຕ່າງປະເທດ.

ໃນພິທີກ່າວເປີດກອງປະຊຸມ ທ່ານ ບຸນເຖິງ ດວງສະຫວັນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ທີ່ເອື້ອອຳນວຍ ໃຫ້ແກ່ການແກ້ໄຂຂໍ້ຫຍຸ້ງຍາກ ແບະ ສິ່ງທ້າທ້າຍ ດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ໃນປະຈຸບັນ. ທ່ານ ບຸນເຖິງ ກ່າວວ່າ ໃນຊຸມປີຜ່ານມາ ພວກເຮົາໄດ້ຈັດຕັ້ງປະຕິບັດ ການປັບປຸງໃນຫຼາຍດ້ານ ເພື່ອສ້າງສະ ພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີອີກຫຼາຍກິດຈະກຳທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອສົ່ງເສີມຄວາມຫລາກຫລາຍທາງ ເສດຖະກິດ ແລະຫຼຸດຜ່ອນການເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດໃນການຂັບເຄື່ອນ ການເຕີບໂຕທາງດ້ານເສດຖະກິດ.

ທ່ານນາງ ມິດເຊວ ເອົາລໍ ໄດ້ເນັ້ນໃຫ້ເຫັນການຮ່ວມມືທີ່ຂະຫຍາຍຕົວລະຫວ່າງ ສປປລາວ ແລ ສະຫະລັດອາເມຣິກາ. ທ່ານ ເອົາລໍ ໄດ້ກ່າວວ່າ ຈຸດປະສົງຂອງ ກອງປະຊຸມ ແມ່ນເນັ້ນເພື່ອສົ່ງເສີມການຄ້າ ແລະ ການລົງທຶນຂອງເອກະຊົນ. ການປະຊຸມນີ້ ມັນມີຄວາມສຳຄັນຫຼາຍ ໃນການສະໜັບສະໜູນລັດຖະບານໃນການຂ້າມຜ່ານບັນດາສິ່ງທ້າທາຍທາງເສດຖະກິດ ແລະ ຫາຜົນປະໂຫຍດ ໃນໂອກາດໃໝ່ພ້ອມກຽມເປັນປະທານອາຊຽນ ໃນປີ 2024. ສະ​ຫະ​ລັດ ອາເມ​ຣິກາ ແລະ ຄູ່ຮ່ວມພັດທະນາ ມີຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບລະຖະບານລາວເພື່ອຊ່ວຍເຫຼືອບັນດາທຸລະກິດ ຂອງປະຊາຊົນລາວ ແລະຕ່າງ ປະເທດໃຫ້ປະສົບຜົນສຳເລັດ ສ້າງໂອກາດວຽກເຮັດງານທຳ ແລະ ສືບຕໍ່ເສີມຂະຫຍາຍເສດຖະກິດລາວໃນອານາຄົດ.

ກອງປະຊຸມແບ່ງເປັນ 2 ພາກ ແລະ ປຶກສາຫາລື ທັງໝົດ 2 ຫົວຂໍ້ ຄື: 1. ການຂາດແຮງງານ ທີ່ມີວິຊາການສະເພາະດ້ານ ໃນຕະຫຼາດແຮງງານລາວ ໂດຍ ນັກເສດຖະສາດ ຫ້ອງການທະນາຄານໂລກປະຈໍາ ສປປ ລາວ 2. ຜົນການສຶກສາ ແລະຂໍ້ສະເໜີແນະໂດຍລວມ ຈາກເອກະສານສະເໜີຄໍາເຫັນ ໂດຍຄະນະບໍລິຫານ ຈາກສະພາການການຄ້າຢູ​ໂຣບ ແລະ ຜົນການສຳຫລວດຮ່ວມຂອງສະພາການຄ້າຕ່າງປະເທດ ກ່ຽວກັບການລົງທຶນຕ່າງປະເທດ ໃນ ສປປ ລາວ ນຳສະເໜີໂດຍ ປະທານສະພາການຄ້າອົດສະຕາລີ.

ພາກທີ 2 ເນັ້ນໃສ່ ການນຳສະເໜີກ່ຽວກັບ ຄວາມຄືບໜ້າ ໃນການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ບັນຊີຄວບຄຸມນຳສະເໜີໂດຍ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ແລະ ຄວາມຄືບໜ້າ ການປັບປຸງຂັ້ນຕອນການອອກອະນຸຍາດດຳເນີນທຸລະກິດ ນຳສະເໜີໂດຍ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຸດສາຫະກຳ ແລະ ການຄ້າ.

ກ່ອນປິດກອງປະຊຸມ ທ່ານນາງ ອີນາ ມາຈູລໍນີແຕ ໄດ້ສະແດງຊົມເຊີຍຕໍ່ການສົນທະນາ ການປັບປຸງດ້ານນະໂຍບາຍຕ່າງໆ ທີ່ລັດຖະບານຈັດຕັ້ງປະຕິບັດຜ່ານມາ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບຽບ ແລະ ກົດໝາຍ ທີ່ມີຄວາມໂປ່ງໃສ ແລະ ສັກສິດ. ທ່ານນາງ ມາຈູລໍນີແຕ ຍັງກ່າວວ່າ ‘ໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ ໄດ້ສ້າງໂອກາດໃຫ້ພວກເຮົາ ໄດ້ເຮັດວຽກຮ່ວມກັນ ຢ່າງມີປະສິດທິຜົນ ເພື່ອຊ່ວຍພວກເຮົາກຳນົດນະໂຍບາຍ ແລະ ຍຸດທະສາດ ການຊ່ວຍເຫລືອ ເພື່ອແກ້ໄຂອຸປະສັກທີ່ທຸລະກິດພົບພໍ້ ໂດຍຄຳນຶງເຖິງ ຄຳຄິດເຫັນຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ໄດ້ກ່າວປິດກອງປະຊຸມ ໂດຍການສະແດງຄວາມຂອບໃຈຕໍ່ການປະກອບ ສ່ວນຂອງຜູ້ເຂົ້າຮ່ວມ ແລະ ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການຄ້າ ແລະ ພາກເອກະຊົນ. ທ່ານ ບຸນເຖິງ ຍັງກ່າວຕື່ມອີກວ່າ ໂດຍລວມແລ້ວປະເທດຂອງພວກເຮົາ ໄດ້ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ໃນຫລາຍດ້ານ ລວມທັງ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ 2022 ເຖິງຢ່າງໃດກໍ່ຕາມ ເພື່ອໃຫ້ລາວເຮົາ ໄດ້ຮັບຜົນປະໂຫຍດສູງສຸດຈາກການເຊື່ອມໂຍງກັບສາກົນ ໂດຍສະເພາະໃນກອບປະຊາຄົມເສດຖະກິດອາຊຽນ ພວກເຮົາຈຳເປັນທີ່ ຕ້ອງໄດ້ຍົກສູງຂີດຄວາມສາມາດໃນການແຂ່ງຂັນລະດັບຊາດ ໂດຍການສຶບຕໍ່ເຊື່ອມໂຍງກັບເສດຖະກິດໃນລວງເລິກ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ ການຄ້າ ແລະ ການລົງທຶນ ແລະການເພີ່ມຜະລິດ ຕະພາບຂອງທຸລະກິດລາວ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານຂະແໜງການ ພາຍໃຕ້ຂະ ບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບ ການປຶກສາຫາລື ດ້ານນະໂຍ ບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມ ແມ່ນມາຈາກພາກລັດ ຄູ່ຮ່ວມພັດທະນາ ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ ສຶກສາ ການປົກຄອງ ເສດຖະກິດມະຫາພາກ ໂຄງລ່າງພື້ນ ຖານ ການຄວບຄຸບບັນຫາ ຢາເສບຕິດ ລະເບີດບໍ່ທັນແຕກ ກະສິກໍາ ແລະ ພັດທະນາຊົນນະບົດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

XS
SM
MD
LG