ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການປະທ້ວງ ເຮືອບິນຈີນ ທີ່ລົງຈອດ ຢູ່ເກາະທຽມ ໃນທະເລຈີນໃຕ້


ບັນດາເຮືອຂຸດດິນ ທີ່ເຫັນປະຕິບັດງານຢູ່ໃນບໍລິເວນນ່ານນໍ້າ ອ້ອມແອ້ມເກາະ Fiery Cross ທີ່ຕັ້ງຢູ່ໃນເຂດໝູ່ເກາະ Spratly.
ບັນດາເຮືອຂຸດດິນ ທີ່ເຫັນປະຕິບັດງານຢູ່ໃນບໍລິເວນນ່ານນໍ້າ ອ້ອມແອ້ມເກາະ Fiery Cross ທີ່ຕັ້ງຢູ່ໃນເຂດໝູ່ເກາະ Spratly.

ຄວາມ​ເຄັ່ງ​ຕຶງ​ກຳລັງ​ເພີ້ມທະວີ​ຂຶ້ນ ລະຫວ່າງ​ຈີນ ແລະ​ບັນດາ​
ປະ​ເທດ​ເພື່ອນ​ບ້ານ ຫລັງ​ຈາກ​ປັກ​ກິ່ງ​ໄດ້​ທົດ​ລອງ​ໃຊ້ ​ທາງ​ແລ່ນ
ຂອງ​ເດີ່ນ​ບິນ​ທີ່​ເກາະດອນ​ທຽມ​ແຫ່ງ​ນຶ່ງ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

​ເຮືອບິນ​ພົນລະ​ເຮືອນລຳ​ນຶ່ງ​ໄດ້​ລົງ​ຈອດ​ທີ່ທາງ​ແລ່ນ​ຂອງ​ເດີ່ນ
​ບິນ​ຢູ່​ເກາະ Fiery Cross ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ໝູ່​ເກາະ Spratly
ຊຶ່ງ​ເປັນ​ນຶ່ງ​ໃນ​ຫລາຍໆ​ເກາະດອນ ​ແລະ​ເກາະ​ຫີນ​ປະ​ກາ​ລັງ​ຢູ່
​ທະ​ເລ​ຈີນ​ໃຕ້ ທີ່​ຈີນ​ແລະ​ປະ​ເທດ​ອື່ນໆໃນ​ເຂດ​ເອ​ເຊຍ ປາຊີ​ຟິກ
ຮວມທັງ​ໃຕ້​ຫວັນ ຫວຽດນາມ ​ແລະ​ຟີ​ລິບ​ປິນ ໄດ້​ອ້າງ​ເອົາ​ກຳ
ມະສິດ. ຫວຽດນາມ​ໄດ້​ທຳ​ການ​ປະ​ທ້ວງ​ທາງ​ການ​ທູດ​ຢ່າງ​ເປັນ​
ທາງ​ການ​ຕໍ່​ຈີນ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ໃນ​ຂະນະ​ທີ່​
ໂຄສົກ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະ​ເທດ​ຟີ​ລິບ​ປິນກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຕົນ
​ກໍ​ມີ​ແຜນການ​ທີ່​ຈະ​ເອົາ​ບາດກ້າວ ​ແບບ​ດຽວ​ກັນນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ ​ເຮືອບິນໄດ້​ຖືກສົ່ງ​ໄປ​ຍັງ​ເກາະດັ່ງ ກ່າວ​ເພື່ອ
​ທົດ​ສອບ​ເບິ່ງ​ວ່າ​ ທາງ​ແລ່ນ​ໄດ້​ມາດຕະຖານ​ ຂອງ​ສະໜາມ​ບິນ​ພົນລະ​ເຮືອນ​ຈີນ​ຫລືບໍ່.
ປັກ​ກິ່ງ​ໄດ້​ລິ​ເລີ້ມ​ໂຄງ​ການຂະໜາດ​ໃຫຍ່​ໃນ​ປີ​ກາຍ​ນີ້ ​ເພື່ອຫັນ ປ່ຽນ​ໃຫ້​ເກາະ​ຫີນ​ປະ​ກາ​ລັງ
​ທີ່​ຍັງ​ຈົມ​ນ້ຳ​ຢູ່​ ກາຍ​ເປັນ​ເກາະດອນ​ທີ່​ສາມາດ​ມີ​ເດີ່ນ ບິນ​ແລະ​ສະຖານ​ທີ່​ສະໜັບສະໜຸນ
​ອື່ນໆ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າ​ວ​ໃນ​ວັນ​ຈັນວານ​ນີ້ວ່າ
ການ​ທົດ​ລອງ​ບິນ​ຂອງ​ຈີນຢູ່​ເກາະ​ Fiery Cross ໄດ້​ສ້າງຄວາມ ​ເຄັ່ງ​ຕຶງ​ແລະ​ຂົ່ມຂູ່​ຕໍ່
​ສະຖຽນ​ລະ​ພາບ​ຂອງ​ພູມີພາກ.​ ວໍ​ຊິງ​ຕັນ​ໄດ້​ສົ່ງເຮືອ​ພິຄາດ ຕິດ​ລູກ​ສອນ​ໄຟ ​ເຂົ້າ​ໄປ​ໃນ
​ລັດສະໝີ 22 ກິ​ໂລ​ແມັດ​ ຫ່າງ​ຈາກ​ເກາະ Subi ​ໃນ​ເຂດ​ໝູ່​ເກາະ Spratly ​ເມື່ອເດືອນ​
ຕຸລາ​ປີ​ກາຍ​ນີ້ ​ໃນ​ການ​ປະຕິບັດ​ງານ​ທີ່ ​ແນ​ໃສ່​ເພື່ອ​ສ້າງຕັ້ງກົດ​ລະບຽບ ກ່ຽວ​ກັບ​ອິດສະ
ຫຼະພາບ​ໃນ​ການ​ເດີນ​ເຮືອ ຢູ່​ໃນ ​ເຂດ​ນ່ານນ້ຳ​ສາກົນ.

XS
SM
MD
LG