ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຕ້ອງການ ເວລາ ຕື່ມ ກ່ອນ ການວາງ ມາດຕະການ ລົງໂທດຕໍ່ ອີຣ່ານ


ພາບນີ້ ຖືກເປີດເຜີຍໂດຍເວັບໄຊທ໌ທາງການຂອງ ກະຊວງປ້ອງກັນປະເທດ ອີຣ່ານ ໃນວັນທີ 11 ຕຸລາ 2015. ສະແດງໃຫ້ເຫັນການຍິງລູກສອນໄຟຂີປະນາວຸດໄລຍະໄກ Emad ໃນສະຖານທີ່ໆບໍ່ໄດ້ລະບຸຊື່.
ພາບນີ້ ຖືກເປີດເຜີຍໂດຍເວັບໄຊທ໌ທາງການຂອງ ກະຊວງປ້ອງກັນປະເທດ ອີຣ່ານ ໃນວັນທີ 11 ຕຸລາ 2015. ສະແດງໃຫ້ເຫັນການຍິງລູກສອນໄຟຂີປະນາວຸດໄລຍະໄກ Emad ໃນສະຖານທີ່ໆບໍ່ໄດ້ລະບຸຊື່.

ລັດຖະບານທ່ານ ໂອບາມາ ກ່າວວ່າ ຕົນຕ້ອງການເວລາເພີ່ມເຕີມ ກ່ອນຈະສາ ມາດວາງມາດຕະການລົງໂທດໃໝ່ຕໍ່ ອີຣ່ານ ກ່ຽວກັບ ໂຄງການລູກສອນໄຟຂີ ປະນາວຸດຂອງປະເທດດັ່ງກ່າວ.

ຮອງຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ Ben Rhodes ໄດ້ ກ່າວຕໍ່ບັນດາ ນັກຂ່າວທີ່ເກາະ ຮາວາຍ ໃນວັນເສົາວານນີ້, ເຊິ່ງ ເປັນບ່ອນທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ເດີນທາງໄປພັກ ຜ່ອນວ່າ “ພວກເຮົາມີວຽກງານເພີ່ມເຕີມທີ່ ຕ້ອງໄດ້ເຮັດໃຫ້ແລ້ວ ກ່ອນທີ່ພວກເຮົາຈະປະກາດການມອບໝາຍວຽກງານ ເພີ່ມເຕີມ”

ທ່ານ Rhodes ກ່າວວ່າ ວຽກງານເພີ່ມເຕີມທີ່ ສະຫະລັດ ກຳລັງດຳ ເນີນການຢູ່ ບໍ່ໄດ້ອີງໄສ່ການຖອຍຫ່າງໄປຈາກ ອີຣ່ານ.

ໃນວັນພະຫັດທີ່ຜ່ານມາ ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ໄດ້ອອກຄຳສັ່ງໃຫ້ ລັດຖະມົນຕີປ້ອງກັນປະເທດຂອງທ່ານ ຂະຫຍາຍໂຄງງການຂີ ປະນາວຸດຂອງ ອີຣ່ານ, ເພື່ອຕໍ່ ຕ້ານໄພຂົ່ມຂູ່ຂອງມາດຕະການລົງໂທດໃໝ່ຂອງ ສະຫະລັດ.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ອີຣ່ານ ໄດ້ທົດລອງຍິງລູກສອນໄຟຂີປະນາ ວຸດ 2 ລູກ, ລູກ 1 ໃນເດືອນຕຸລາ ແລະ ອີກລູກ 1 ໃນເດືອນພະຈິກປີກາຍນີ້, ຕັ້ງ ແຕ່ໄດ້ບັນລຸຂໍ້ຕົກລົງສະ ບັບໜຶ່ງໃນເດືອນກໍລະກົດ ປີ 2015 ກັບບັນດາມະຫາອຳ ນາດໂລກ ເພື່ອລະງັບໂຄງການນິວ ເຄລຍຂອງພວກເຂົາເຈົ້າ.

ຄະນະກຳມະການອົງການສະຫະປະຊາຊາດ ໄດ້ຕັດສິນໃນເດືອນທັນວາປີກາຍນີ້ວ່າ ການຍິງ ລູກສອນໄຟຂີປະນາວຸດໃນເດືອນຕຸລາ ແມ່ນໄດ້ລ່ວງລະເມີດ ມະຕິ ຂອງສະພາຄວາມໝັ້ນຄົງ ທີ່ຫ້າມການພັດທະນາລະບົບລູກສອນໄຟຂີປະນາວຸດ ຂອງ ອີີຣ່ານ.

US Iran Sanctions
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG