ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງໜ້ອຍ 9 ຄົນ ເສຍຊີວິດ ຫຼັງຈາກ ແຜ່ນດິນໄຫວ ສັ່ນສະເທືອນ ອິນເດຍ


ແຜນທີ່ ເມືອງ Guwahati ຂອງອິນເດຍ
ແຜນທີ່ ເມືອງ Guwahati ຂອງອິນເດຍ

ແຜ່ນດິນໄຫວ ຄວາມແຮງ ຂະໜາດ 6.7 ໄດ້ສັ່ນສະເທືອນ
ເຂດຫ່າງໄກສອກຫລີກ ທາງພາກຕາເວັນອອກສຽງເໜືອ
ຂອງອິນເດຍ ຢູ່ໃກ້ໆເຂດຊາຍແດນ ຕິດກັບປະເທດ
ບັງກລາແດັສ ແລະມຽນມາ ກ່ອນຟ້າແຈ້ງໃນວັນຈັນມື້ນີ້
ຊຶ່ງໄດ້ເຮັດໃຫ້ຢ່າງໜ້ອຍ 9 ຄົນເສຍຊີວິດ ແລະ ຫຼາຍສິບ
ຄົນບາດເຈັບ.

ລາຍງານກ່າວວ່າ ອາຄານຫຼາຍແຫ່ງໄດ້ຮັບຄວາມເສຍຫາຍ.

ພົນລະເມືອງຂອງ Guwahati ໃນລັດ Assam ໄດ້ຫລົບໜີ
ອອກໄປຢູ່ຕາມຖະໜົນຫົນທາງ ໃນເວລາເຮືອນຊານຂອງ
ພວກເຂົາເຈົ້າ ໄດ້ເລີ້ມສັ່ນ ແລະປຶ້ມຫຼາຍຫົວຕົກອອກຈາກຕູ້ໜັງສື.

ຈຸດສູນກາງຂອງແຜ່ນດິນໄຫວ ແມ່ນຢູ່ຫ່າງຈາກເມືອງ Imphal, 30ກິໂລແມັດ ທາງກ້ຳ
ຕາເວັນຕົກສຽງເໜືອ ໂດຍມີລະດັບຄວາມເລີກ 55 ກິໂລແມັດ. ມັນໄດ້ສັ່ນສະເທືອນໄປ
ໄກຮອດເມືອງຫລວງ Kolkata ຂອງລັດແບ່ງກອລຕາເວັນຕົກ, ໄກເຖິງ 600 ກິໂລແມັດ
ທາງກ້ຳຕາເວັນຕົກສຽງໃຕ້ ແລະຮູ້ສຶກໄດ້ ຢູ່ໃນນະຄອນຢ້າງກຸ້ງ ເມືອງສຳຄັນຂອງມຽນມາ, ແລະໄກເຖິງ 1,175 ກິໂລແມັດໄປທາງກ້ຳໃຕ້.

India Earth Quake
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG