ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະວີເດັນ ວາງມາດຕະການ ຢູ່ຊາຍແດນຕິດກັບ ເດັນມາກ ເພື່ອຄວບຄຸມ ຊາວອົບພະຍົບ


ຮົ້ວຊົ່ວຄາວ ໄດ້ຖືກຕິດຕັ້ງຂຶ້ນ ຢູ່ລະຫວ່າງ ທາງລົດໄຟ ພາຍໃນ ແລະ ຕ່າງປະເທດ ຂອງສະຖານີລົດໄຟ Hyllieໃນພາກໃຕ້ຂອງນະຄອນ Malmo, ປະເທດສະວີເດັນ, ວັນທີ 3 ມັງກອນ 2016.
ຮົ້ວຊົ່ວຄາວ ໄດ້ຖືກຕິດຕັ້ງຂຶ້ນ ຢູ່ລະຫວ່າງ ທາງລົດໄຟ ພາຍໃນ ແລະ ຕ່າງປະເທດ ຂອງສະຖານີລົດໄຟ Hyllieໃນພາກໃຕ້ຂອງນະຄອນ Malmo, ປະເທດສະວີເດັນ, ວັນທີ 3 ມັງກອນ 2016.

ພວກອົບພະຍົບທີ່ເດີນທາງຈາກ ປະເທດເດັນມາກ ຜ່ານເຂົ້າໄປ
ໃນປະເທດສະວີເດັນ ຈະຕ້ອງໄດ້ສະແດງຮູບບັດປະຈຳຕົວ ເລີ້ມ
ຕົ້ນແຕ່ ວັນຈັນມື້ນີ້ເປັນຕົ້ນໄປ.

ການເຄື່ອນໄຫວນີ້ ໂດຍສະວີເດັນ ແມ່ນເປັນຄວາມພະຍາຍາມ
ທີ່ຈະຢຸດການຫລັ່ງໄຫລເຂົ້າປະເທດ ຂອງພວກອົບພະຍົບທີ່ບໍ່
ໄດ້ຂຶ້ນທະບຽນ ຊຶ່ງປະເທດນີ້ ເປັນທີ່ຮູ້ຈັກກັນວ່າ ມີລະບົບສະ
ຫວັດດີການທີ່ເອື້ອເພື້ອເຜື່ອແຜ່. ມາດຕະການໃໝ່ດັ່ງກ່າວ ໝາຍ
ຄວາມວ່າ ສະວີເດັນ ແມ່ນກຳລັງປິດນະໂຍບາຍ ເປີດປະຕູຕ້ອນ ຮັບຊາວອົບພະຍົບຂອງຕົນ ຫຼັງຈາກໄດ້ຮັບເອົາ ຊາວອົບພະຍົບ
160,000 ຄົນແລ້ວ ໃນປີກາຍນີ້. ສ່ວນປະເທດເພື່ອນບ້ານ
ເດັນມາກ ຮັບເອົາຊາວອົບພະຍົບພຽງ 18,000 ຄົນເທົ່ານັ້ນ.

ພວກອົບພະຍົບທີ່ເດີນທາງເຂົ້າໄປນັ້ນ ໄດ້ຖືກເຕືອນໃຫ້ຊາບວ່າ ຈະມີແຖວຍາວຢຽດ ຢູ່ທີ່
ຂົວ Oresund ເບື້ອງປະເທດເດັນມາກ ຊຶ່ງເປັນດ່ານເຂົ້າເມືອງທີ່ສຳຄັນແຫ່ງໜຶ່ງ ສຳລັບ
ຊາວອົບພະຍົບ ຜູ້ທີ່ຊອກຫາຊີວິດໃໝ່ ຢູ່ໃນປະເທດສະວີເດັນ.

ການນຳເອົາການຄວບຄຸບເຂດຊາຍແດນຄືນມາໃຊ້ອີກ ລະຫວ່າງສະວີເດັນ ກັບເດັນມາກ
ນັ້ນ ໝາຍຄວາມວ່າ ພວກທີ່ເດີນທາງລະຫວ່າງປະເທດໃນເຂດ Nordic ດັ່ງກ່າວ ຈະຕ້ອງ
ໄດ້ສະແດງໜັງສືຜ່ານແດນຂອງພວກເຂົາເຈົ້າ ເປັນຄັ້ງທຳອິດ ໃນຫຼາຍກວ່າ 50 ປີຜ່ານມາ.


Travelers passing from Denmark into Sweden will have to show photo identification starting Monday.

The move by Sweden is an attempt to stop the flow of undocumented migrants into the country known for its generous welfare system.The new measure means Sweden is closing its open-door migrant policy after receiving 160,000 migrants last year.Neighboring Denmark only took in 18,000.

Travelers have been warned to expect long lines on the Danish side of the Oresund Bridge, a major entry point for migrants seeking a new life in Sweden.

The re-introduction of the border controls between Sweden and Denmark means that travelers between the two Nordic countries will have to show their passports for the first time in more than 50 years.

XS
SM
MD
LG