ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໓ ມີນາ ໒໐໒໕

ສະຫະລັດ ກັກຂັງ ຄົນເຂົ້າເມືອງ ຜິດກົດໝາຍ ທີ່ຈະຖືກ ເນລະເທດ


ຄົນເຂົ້າເມືອງຜິດກົດໝາຍ ໃນສະຫະລັດ
ຄົນເຂົ້າເມືອງຜິດກົດໝາຍ ໃນສະຫະລັດ

ບັນດາ​ເຈົ້າໜ້າ​ທີ່ສະຫະລັດກ່າວ​ວ່າ ​ພວກ​ເຈົ້າ​ໜ້າ​ທີ່​ກວດ​ຄົນ
​ເຂົ້າ​ເມືອງໄດ້​ຈັບ 121 ​ຄົນ ​ເລີ້ມ​ແຕ່​ວັນ​ສຸກ​ແລ້ວ ​ໃນ​ການ​ບຸກ​
ເຂົ້າ​ໄປ​ກວດຄົ້ນ​ເທື່ອ​ທຳ​ອິດ ທີ່​ແນ​ໃສ່ເພື່ອ​ຈະ​ເນລະ​ເທດບັນ
ດາ​ຄອບຄົວ​ທີ່​ເຂົ້າ​ມາໃນສະຫະລັດຢ່າງຜິດ​ກົດໝາຍນັບ​ແຕ່​
ເດືອນພຶດສະພາ​ ປີ 2014 ​ເປັນຕົ້ນມາ.

ລັດຖະມົນຕີກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ ສະຫະລັດ ທ່ານ Jeh Johnson ກ່າວ​ວ່າ ພວກ​ທີ່​ຖືກ​ຈັບ ແມ່ນ​ມີ​ຂຶ້ນຢູ່​ທີ່​ລັດ Texas, Georgia ​ແລະ North Carolina.
ທ່ານ​ໄດ້​ອະທິບາຍ​ວ່າ ​ເຂົາ​ເຈົ້າ​ເປັນ​ສະ​ມາຊິກຂອງ ​ຄອບຄົວຈາກ​ອາ​ເມຣິກາ​ກາງ ຜູ້​ທີ່​ໄດ້​ລັກລອບ​ເຂົ້າມາສູ່​ດິນ​ແດນ​ສະຫະລັດຈາກ Mexico.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ທີ່​ຖືກ​ຈັບ​ເຫຼົ່ານີ້ ​ແມ່ນ​ໄດ້​ຖືກ​ສັ່ງ​ໃຫ້ເນລະ​ເທດ​ໂດຍສານ​
ກວດ​ຄົນ​ເຂົ້າ​ເມືອງ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ໃຊ້​ວິ​ທີ​ການ​ດ້ານ​ກົດ​ໝາຍ​ທັງ​ໝົດ ​ເພື່ອ​ຫລີກ
​ລ່ຽງການຖືກ​ສົ່ງກັບ​ຄືນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານ Johnson ກ່າວ​ວ່າ ສ່ວນ​ໃຫຍ່​ໄດ້​ຖືກຄຸມ​ຂັງ​ຢູ່​ສູ​ນກາງ​ກັກຂັງຄອບຄົວທີ່​ລັດ
Texas ​ເພື່ອ​ລໍຖ້າ​ການຖືກ​ເນລະ​ເທ​ດ.

ທຳນຽບຂາວ ບໍ່​ໄດ້ໃຫ້​ຄວາມ​ເຫັນ​ໃດໆ​ທີ່​ສະ​ເພາະ​ເຈາະ​ຈົງ​ກ່ຽວ​ກັບການ​ຈັບ​ກຸມ​ດັ່ງກ່າວ
ທີ່ໄດ້​ແບ່ງ​ແຍກບັນດາ​ຜູ້ນຳ​ການ​ເມືອງ ສະຫະລັດ ​ແລະ​ເຮັດ​ໃຫ້​ເກີດ​ການ​ໂຕ້​ແຍ້​ງກັບ
ສາທາລະນະ​ຊົນ​ອາ​ເມຣິກັນ. ​ແຕ່​ໂຄສົກຂອງ​ທຳນຽບຂາວທ່ານ Josh Earnest ກ່າວ​
ວ່າ ບູລິ​ມະ​ສິດໃນ​ການ​ບັງຄັບ​ໃຊ້​ກົດໝາຍຄົນ​ເຂົ້າ​ເມືອງ ​ແມ່ນເພັ່ງ​ເລັງ​ໃສ່​ການ​ເນລະ​
ເທດພວກ​ທີ່​ມີ​ຄວາມ​ຜິດ​ຮ້າຍ​ແຮງ ​ແທນ​ທີ່​ຈະ​ແມ່ນ ຄອບຄົວ​ ​ໃນ​ຂະນະ​ທີ່​ມີ​ການ​ແນ​ໃສ່
​ພວກ​ທີ່​ຂ້າມ​ເຂົ້າມາ​ໃໝ່ໆ​ເມື່ອ​ບໍ່​ດົນ​ມານີ້.

ຜົນ​ກະທົບ​ໃນ​ການ​ຈັບ​ກຸມ​ຫລ້າ​ສຸດ​ນີ້ແມ່ນ​ເປັນ​ພຽງ​ຈຳນວນ​ນ້ອຍ​ເທົ່າ​ນັ້ນຂອງ ຊາວ​ອາ​
ເມຣິກາ​ກາງ 100,000 ຄົນ​ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ແມ່​ຫລື​ບໍ່​ກໍ​ແມ່ນ​ເດັກ ນ້ອຍ​ທີ່​ບໍ່​ມີ​ຜູ້​ຄວບ​
ຄຸມ​ທີ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າມາ​ໃນ​ສະຫະລັດໃນ​ຄື້ນຟອງ​ເມື່ອ ​ເກືອບ​ 20 ​ເດືອນ​ກ່ອນ​ນັ້ນ.

ພວກ​ນັກວິ​ເຄາະ​ໄດ້​ກ່າວ​ວ່າ​ ການ​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍຂອງ​ພວກ​ເຂົ້າ​ເມືອງ​ຜິດກົດ
ໝາຍ​ນີ້ ​ແມ່ນ​ພົວພັນ​ກັບ​ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ກຸ່ມ​ອັນທະພານ​ຢູ່ ​ໃນ​ອາ​ເມຣິກາ​ກາງ
ພ້ອມ​ທັງ​ຄວາມ​ພະຍາຍາມ​ຂອງ​ສ່ວນ​ບຸກຄົນ​ທີ່​ຢາກ​ເຕົ້າ​ໂຮມ​ກັບສະມາຊິກ​ໃນ​ຄອບຄົວທີ່
ເຂົ້າມາ​ຢູ່​ໃນ​ສະຫະລັດ​ແລ້ວ.

U.S. officials say immigration authorities have taken 121 people into custody since Friday, in the first raids targeting the deportation of families who have entered the United States illegally since May 2014.

Homeland Security chief Jeh Johnson said the detainees were taken into custody in the states of Texas, Georgia and North Carolina. He described them as members of Central American families who crossed into U.S. territory from Mexico.

Authorities said the detainees already had been ordered removed by an immigration court, after they had exhausted legal means to avoid being sent to their homelands.

Johnson said most were placed in family detention centers in Texas to await deportation.

The White House did not comment on specifics of the apprehensions, which have divided U.S. political leaders and stoked controversy with the American public. But spokesman Josh Earnest said immigration enforcement priorities are focused on deporting felons as opposed to families, while targeting recent border crossers.

The latest detentions impact only a small fraction of some 100,000 Central Americans -- most of them mothers or unaccompanied children -- who began crossing the U.S. border in waves nearly 20 months ago.

Analysts have linked the surge to sharp rises in gang-related violence in Central America, as well as to efforts by people seeking to reunite with family members already in the United States.

The American Civil Liberties Union has condemned the deportations, which were first publicized in late December. An ACLU statement accuses federal officials of targeting families, and using the detentions as a "scare tactic to deter other families fleeing violence in Central America from coming to the United States."

XS
SM
MD
LG