ນັກເຄື່ອງໄຫວທີ່ສະໜັບສະໜູນປະຊາທິປະໄຕ ຮົງກົງ ທັງຫຼາຍໄດ້ກັບອອກໄປສູ່ຖະໜົນຕ່າງໆອີກຄັ້ງນຶ່ງໃນວັນອາທິດມື້ນີ້.
ໄດ້ມີການໂຮມຊຸມນຸມສາມແຫ່ງຖືກວາງແຜນເອົາໄວ້, ລວມມີການເດີນຂະບວນໄປຫາສະຖານກົງສຸນ ສະຫະລັດ ເພື່ອຂອບໃຈ ສະຫະລັດ ສຳລັບຮ່າງກົດໝາຍທີ່ຫາກໍ່ຖືກເຊັນໃໝ່ໆ ເພື່ອສະໜັບສະໜູນບັນດານັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ ຮົງກົງ.
ການເດີນຂະບວນຄັ້ງທຳອິດຂອງວັນອາທິດມື້ນີ້ໄດ້ມີຄອບຄົວຕ່າງໆ, ເຊິ່ງຫຼາຍຄົນມາພ້ອມກັບເດັກນ້ອຍນັ່ງຢູ່ໃນລໍ້ຍູ້, ທີ່ປະທ້ວງຕຳຫຼວດ ກ່ຽວກັບ ການໃຊ້ແກັສນ້ຳຕາຕໍ່ຜູ້ປະທ້ວງ.
ເຫດການທັງໝົດຂອງວັນອາທິດມື້ນີ້ ແມ່ນໄດ້ຖືກອະນຸມັດຈາກບັນດາເຈົ້າໜ້າທີ່.
ການປະທ້ວງຕ່າງໆໄດ້ເລີ່ມຂຶ້ນເມື່ອຫົກເດືອນທີ່ຜ່ານມາ ຕອນທີ່ຜູ້ປະທ້ວງໄດ້ອອກມາເຕົ້າໂຮມກັນໃນຖະໜົນ ເພື່ອປະທ້ວງໃນສິ່ງທີ່ເຂົາເຈົ້າເຫັນວ່າເປັນການພະຍາຍາມເຂົ້າແຊກແຊງໃນ ຮົງກົງ ຂອງ ຈີນ ນັບຕັ້ງແຕ່ເຂດແດນດັ່ງກ່າວໄດ້ຖືກ ອັງກິດ ສົ່ງມອບໃຫ້ ຈີນ ໃນປີ 1997.
ການປະທ້ວງໄດ້ມີຄວາມຮຸນແຮງຍິ່ງຂຶ້ນ ໃນຂະນະທີ່ຜູ້ປະທ້ວງໄດ້ສະແດງຄວາມອຶດອັດຂອງເຂົາເຈົ້າ.
ແນວໃດກໍຕາມ, ສະຖານະການນໃນ ຮົງກົງ ແມ່ນໄດ້ປ່ຽນແປງ, ລຸນຫຼັງການເລືອກຕັ້ງໃນທ້ອງຖິ່ນຄັ້ງຫຼ້າສຸດ ທີ່ໄດ້ມອບໄຊຊະນະຢ່າງຖ້ວມລົ້ນໃຫ້ບັນດານັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ.
Hong Kong pro-democracy activists returned to the streets Sunday.
Three rallies are planned, including a march to the American consulate to thank the United States for newly signed bi-partisan legislation supporting the Hong Kong pro-democracy activists.
The first of Sunday's marches saw families, many with children in strollers, protesting police use of tear gas against demonstrators.
All of Sunday's events have received approval from authorities.
The demonstrations began some six months ago when protesters took to the streets to protest what they saw as China's creeping interference in Hong Kong since the territory was returned to China by Britain in 1997.
The demonstrations have become increasingly violent as protesters vented their frustrations.
The mood in Hong Kong, however, has changed, following recent local elections that gave a resounding win to pro-democracy activists.