ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ການຕັດສິນ ປະຫານຊີວິດ ຊາວມຽນມາ 2 ຄົນ ໃນໄທ ຍັງມີຢູ່ຕໍ່ໄປ

ບັນດາພະສົງມຽນມາ ຊາດນິຍົມ ໄດ້ພາກັນຖືປ້າຍ ໃນຂະນະທີ່ພວກປະທ້ວງຈຳນວນໜຶ່ງ ຮ້ອງໂຮຄຳຂວັນ ລະຫວ່າງການເຕົ້າໂຮມຊຸມນຸມ ປະທ້ວງ ຕໍ່ຕ້ານຄຳຕັດສິນປະຫານຊີວິດ ແຮງງານຊາຍຊາວມຽນມາ ສອງຄົນ ຢູ່ໃນນະຄອນຢາງກຸ້ງ ຂອງມຽນມາ, ວັນທີ 29 ທັນວາ 2015.

ປະຊາຊົນ​ຊາວມຽນມາ ຍັງສືບຕໍ່ ພາກັນປະທ້ວງ ເພື່ອຮຽກຮ້ອງ
ໃຫ້ປ່ອຍຕົວຄົນງານມຽນມາສອງຄົນ ທີ່ໄດ້ຖືກຕັດສິນລົງໂທດ
ປະຫານຊີວິດ ໃນປະເທດໄທ ເມື່ອອາທິດແລ້ວນີ້ ໃນຂໍ້ຫາຄາດ
ຕະກຳ ຄູ່ຮັກນັກທ່ອງທ່ຽວຊາວອັງກິດ.

ພວກປະທ້ວງຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນຢູ່ໃນນະຄອນ
ຢາງກຸ້ງ ໃນລະຍະສອງສາມມື້ຜ່ານມາ ລວມທັງ ຢູ່ນອກສະຖານ
ທູດຂອງໄທນຳດ້ວຍ. ຫຼາຍຄົນຖືປ້າຍ ທີ່ອ່ານວ່າ “ປ່ອຍປະຊາ
ຊົນຂອງພວກເຮົາໃຫ້ເປັນອິດສະຫຼະ”
ແລະ “ພວກເຮົາຕ້ອງ
ການຄວາມຍຸດຕິທຳ.”

ສະຖານທູດໄທ ໄດ້ຖືກກົດດັນໃຫ້ປິດ ພາກສ່ວນກົງສຸນທີ່ໃຫ້ການບໍລິ ການ​ເປັນ​ເວລາ
​ອາທິດໜຶ່ງ ອັນເປັນຜົນ​ເນື່ອງ​ມາ​ຈາກ​ອັນ​ທີ່ເອີ້ນວ່າ “ສິ່ງທີ່ບໍ່ໄດ້ຄາດຄິດ ແລະ ການປະ
ທ້ວງທີ່ຍືດເຍື້ອ”
ຊຶ່ງໃນບາງສ່ວນ ໄດ້ກີດກັ້ນທາງເຂົ້າຂອງສະຖານທູດນັ້ນ.

ບັນດາຜູ້ປະທ້ວງ ຖືປ້າຍປະກາດ ແລະ ຮ້ອງດ່າໃນລະຫວ່າງ ພວກເຂົາເຈົ້າກຳລັງ ປະທ້ວງ ເພື່ອສະໜັບສະໜູນ ທ້າວ Zaw Lin ແລະ ທ້າວ Win Zaw Htun, ແຮງງານຕ່າງດ້າວ ມຽນມາ 2 ຄົນໃນ ໄທ, ຢູ່ຕໍ່ໜ້າສະຖານທູດ ໄທ ໃນນະຄອນ ຢາງກຸ້ງ. 25 ທັນວາ, 2015.

ການປະທ້ວງ ໄດ້ລະເບີດຂຶ້ນອີກ ຢູ່ຕາມຊາຍແດນລະຫວ່າງໄທແລະມຽນມາ ຊຶ່ງກະຕຸ້ນ
ໃຫ້ບັນດາເຈົ້າໜ້າທີ່ ຂອງທັງສອງປະເທດ ຈັດຕັ້ງ ປະຕິບັດ​ມາດຕະການຈຳກັດ ທີ່ເຂດ
ຊາຍແດນໃນລະດັບໃດລະດັບໜຶ່ງ ເພື່ອເປັນການປ້ອງກັນຄວາມປອດໄພ.

ຜູ້​ຊາຍ​ຊາວມຽນມາສອງຄົນ ຄື ທ້າວ Win Zaw Htun ແລະ Zaw Lin ໄດ້ຖືກຕັດສິນ
ປະຫານຊີວິດ ເມື່ອອາທິດແລ້ວນີ້ ໃນຖານຂ້າຄູ່ຮັກນັກທ່ອງທ່ຽວຊາວອັງກິດ ຢູ່ທີ່ເກາະ
ຕາກອາກາດ ເມື່ອເດືອນກັນຍາ ປີ 2014.

ຊາຍທັງສອງ ກ່າວວ່າ ພວກເຂົາເຈົ້າຖືກທໍລະມານ ໃຫ້ສາລະພາບຜິດ ຊຶ່ງເປັນຄຳກ່າວ
ຫາທີ່ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ປະຕິເສດ. ພວກທະນາຍຄວາມ ຂອງເຂົາເຈົ້າ ກ່າວວ່າ
ຫຼັກຖານຂອງ DNA ທີ່ໄດ້ພົບເຫັນນັ້ນ ເປັນຫຼັກຖານອັນສຳຄັນ ທີ່ສຸດໃນການຢັ້ງຢືນ
ຄວາມຜິດ ແມ່ນໄດ້ເກັບກຳໄປຢ່າງຜິດພາດ.

ພວກຄົນງານຕ່າງຊາດທັງ​ສອງ​ ກ່າວວ່າ ພວກເຂົາເຈົ້າມີແຜນ ທີ່ຈະຂໍອຸທອນຕໍ່ຄຳຕັດ
ສິນຂອງສານ. ແຕ່ຄວາມເປັນໄປໄດ້ຂອງການຂໍອຸທອນນັ້ນ ບໍ່ໄດ້ເຮັດໃຫ້ພວກປະທ້ວງ ມີຄວາມເພິ່ງພໍໃຈເລີຍ ບາງສ່ວນໄດ້ຮຽກຮ້ອງບໍ່​ໃຫ້​ຊື້ ຫຼື ບອຍຄອດຜະລິດຕະພັນຂອງໄທ.

XS
SM
MD
LG