ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານລັດຖະບານ ຍັງສືບຕໍ່ໄປ ໃນຊູດານ ຂະນະທີ່ ປະທານາທິບໍດີ ອ່ອນທ່າທີລົງ


ພວກປະທ້ວງ ຊາວຊູດານ ເຂົ້າຮ່ວມໃນການປະທ້ວງ ຕໍ່ຕ້ານ
ລັດຖະບານ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 7 ກຸມພາ 2019.
ພວກປະທ້ວງ ຊາວຊູດານ ເຂົ້າຮ່ວມໃນການປະທ້ວງ ຕໍ່ຕ້ານ ລັດຖະບານ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 7 ກຸມພາ 2019.

ການປາບປາມຂອງຊູດານ ຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານ ອາດເຮັດໃຫ້ຄວາມ
ພະຍາຍາມ ຟື້ນຟູສາຍສຳພັນ ກັບສະຫະລັດ ນັ້ນຕົກຢູ່ໃນຄວາມສ່ຽງ ອີງຕາມການກ່າວ
ຂອງບັນດາຜູ້ສັງເກດການທີ່ສຳຄັນຂອງສະຫະລັດ.

ນັບຕັ້ງແຕ່ການປະທ້ວງໄດ້ເລີ້ມຕົ້ນຂຶ້ນ ໃນວັນທີ 19 ທັນວາ ປີກາຍນີ້ ກ່ຽວກັບບັນຫາ
ເງິນເຟີ້ສູງ ແລະ ລາຄາເຂົ້າຈີ່ ແລະນ້ຳມັນເຊື້ອໄຟ ທີ່ສູງຂຶ້ນເລື້ອຍໆ ກຸ່ມປົກປ້ອງສິດທິ
ແລະແຫຼ່ງຂ່າວຕ່າງໆ ລວມທັງ ວີໂອເອ ໄດ້ອອກບົດລາຍງານຫຼາຍສະບັບ ກ່ຽວກັບ
ການຈັບກຸມໂດຍບໍ່ມີກົດເກນ ການຄຸມຂັງ ແລະການສັງຫານ ເປັນຕົ້ນ.

ການປະທ້ວງ ໄດ້ສືບຕໍ່ໄປ ໃນວັນພະຫັດວານນີ້ ໃນຂະນະທີ່ ປະຊາຊົນຫຼາຍຮ້ອຍຄົນ
ໄດ້ພາກັນລົງສູ່ຖະໜົນສາຍຕ່າງໆ ຂອງນະຄອນຫຼວງ ຄາຣ໌ທູມ ໂດຍຮຽກຮ້ອງໃຫ້
ປ່ອຍໂຕ ພວກນັກເຄື່ອນໄຫວ ທີ່ຖືກຄວບຄຸມໂຕ ແລະວ່າ ໃຫ້ປະທານາທິບໍດີ ໂອມາຣ
ອາລ-ບາເຊຍ ທີ່ປົກຄອງມາເປັນເວລາຍາວນານ ລົງຈາກຕຳແໜ່ງ. ທ່ານ ບາເຊຍ ກໍ
ປະຕິເສດທີ່ຈະເຮັດ ຕາມການຮຽກຮ້ອງນັ້ນ.

ເຖິງຢ່າງໃດກໍຕາມ ອົງການຂ່າວໂຣຍເຕີ ກໍໄດ້ລາຍງານວ່າ ທ່ານ ບາເຊຍ ໄດ້ເອົາທ່າທີ
ປະນີປະນອມຫຼາຍຂຶ້ນ ຕໍ່ພວກປະທ້ວງ ໃນສອງສາມວັນມໍ່ໆມານີ້ ໂດຍກ່າວວ່າ ພວກ
ເຂົາເຈົ້າ ສ່ວນໃຫຍ່ແລ້ວ ແມ່ນໜຸ່ມນ້ອຍ ໂດຍມີໂອກາດທີ່ບໍ່ຄ່ອຍດີ ໃນຂະນະດຽວກັນ
ກໍໃຫ້ຄຳສັນຍາ ວ່າ ຈະປ່ອຍໂຕພວກນັກຂ່າວທີ່ຖືກຂັງຢູ່ໃນຄຸກ.

ປະທານາທິບໍດີ ຂອງຊູດານ ທ່ານ ໂອມາຣ ອາລ-ບາເຊຍ ກ່າວຄຳປາໄສ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 31 ທັນວາ 2018.
ປະທານາທິບໍດີ ຂອງຊູດານ ທ່ານ ໂອມາຣ ອາລ-ບາເຊຍ ກ່າວຄຳປາໄສ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 31 ທັນວາ 2018.

ຊູດານ ໄດ້ຫາທາງເພື່ອຈະໃຫ້ໄດ້ຖືກຖອນອອກຈາກບັນຊີຂອງບັນດາປະເທດ ທີ່
ສະຫະລັດ ໄດ້ກຳນົດໃຫ້ເປັນປະເທດທີ່ອຸປະຖຳ ລັດທິການກໍ່ການຮ້າຍ. ສະມາຊິກ
ສະພາ ສະຫະລັດ ທ່ານນຶ່ງ ໄດ້ກ່າວວ່າ ໂດຍມີສະຖານະການທີ່ເກີດຂຶ້ນໃນເວລານີ້
ເປັນໄປໄດ້ສູງວ່າ ອັນນັ້ນອາດຈະບໍ່ເກີດຂຶ້ນໄດ້ ໃນເວລານີ້.

ສະມາຊິກສະພາສະຫະລັດ ສັງກັດພັກເດໂມແຄຣັດ ລະດັບສູງ ທ່ານນາງ ແຄເຣນ ແບສ
ຈາກລັດຄາລີຟໍເນຍ ຜູ້ຢູ່ໃນອະນຸຄະນະກຳມະການ ຮັບຜິດຊອບດ້ານການຕ່າງປະເທດ
ກ່ຽວກັບອາຟຣິກາ ໄດ້ກ່າວວ່າ “ພວກເຮົາໄດ້ເລັງເປົ້າໝາຍໃສ່ ການຟື້ນຟູສາຍສຳພັນ
ຄືນໃໝ່ ການຍົກເລີກມາດຕະການລົງໂທດ ການຍົກເລີກການກຳນົດໃຫ້ເປັນ ‘ປະ
ເທດ ທີ່ອຸປະຖຳລັດທິກໍ່ການຮ້າຍ.’ ແລະເປັນທີ່ຈະແຈ້ງແລ້ວ ຖ້າລັດຖະບານ ຈະບໍ່
ຕອບໂຕ້ຢ່າງສັນຕິ ດັ່ງນັ້ນ ເປົ້າໝາຍອັນນັ້ນ ແມ່ນອາດຈະເຄື່ອນໄຫວໄປໜ້າໄດ້.”

ກະຊວງການຕ່າງປະເທດ ສະຫະລັດ ເມື່ອເດືອນແລ້ວນີ້ ໄດ້ຮຽກຮ້ອງໃຫ້ລັດຖະບານ
ຊູດານ ຍັບຍັ້ງກຳລັງຮັກສາຄວາມສະຫງົບຂອງຕົນ ບໍ່ໃຫ້ໃຊ້ກຳລັງຫຼາຍເກີນໄປ ລວມທັງ
ການຍິງດ້ວຍລູກປືນແທ້ ແລະ ການຍິງແກັສນ້ຳຕາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG