ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ພວກປະ​ທ້ວງ ສະ​ແດງ​ຄວາມບໍ່​ພໍ​ໃຈ ​ໃນທົ່ວ​ໂລກ


ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໃນຮອບ​ປີ​ທີ່​ຜ່ານ​ມາ​ໄດ້​ມີ​ການ​ປະ​ທ້ວງຫຼາຍ​ຄັ້ງ​ເກີດ​ຂຶ້ນ​ຈາກ​ ຮົງ​ກົງ ຫາ​ປະ​ເທດ ຊີ​ເລ ແລະ ຈາກ​ປະ​ເທດ ຊູ​ດານ ຫາ ປະ​ເທດ ອີ​ຣ່ານ. ໃນຫຼາຍກວ່າ​ສິບ​ປະ​ເທດ, ປະ​ຊາ​ຊົນ​ໄດ້​ພາ​ກັນ​ອອກ​ມາສູ່ຖະ​ໜົນ​ ເພື່ອ​ສະ​ແດງ​ຄວາມ​ເສຍ​ໃຈ ແລະ ຫຼາຍ​ຄົນ​ກໍ​ໄດ້​ຮັບ​ຜົນ​ທີ່​ອອກ​ມາ​ຫຼາກຫຼາຍ. ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ ມາ​ກາ​ເຣັດ ເບ​ເຊຍ (Margaret Besheer) ໄດ້​ລາຍ​ງານ ກ່ຽວ​ກັບ ຄວາມບໍ່​ພໍ​ໃຈ​ໃນ​ນຶ່ງ​ປີທີ່​ຜ່ານ​ມາ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ປະ​ເທດ ຝ​ຣັ່ງ, ຜູ້​ປະ​ທ້ວງ​ໄດ້​ໃສ່​ເສື້ອ​ກັກ​ສີ​ເຫຼືອງ ແລະ ໄດ້​ຮຽກ​ຮ້ອງ​ຄ່າ​ຈ້າງ​ທີ່​ດີກວ່າ​ເກົ່າ ແລະ ຢຸດ​ການ​ຂຶ້ນ​ລາ​ຄາ​ຕ່າງໆ.

ໃນ​ປະ​ເທດ ຊູ​ດານ, ປະ​ຊາ​ຊົນ​ໄດ້​ໂຄ່ນ​ລົ້ມ​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ທີ່​ແກ່​ຍາວ​ມາ​ໄດ້ 40 ປີ.

ໃນ​ປະ​ເທດ ເຮ​ຕີ, ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ລາ​ອອກ​ຈາກ​ຕຳ​ແໜ່ງ​ ແລະ ການ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງຫຼວງ.

ແລະ ໃນ​ ຮົງ​ກົງ, ຜູ້​ປະ​ທ້ວງ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ການ​ລຸກ​ຂຶ້ນ​ຕ້ານ​ອຳ​ນາດ​ການ​ປົກ​ຄອງ ຈີນ ກ່ຽວ​ກັບ​ກົດ​ໝາຍ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແລະ ຂະ​ຫຍາຍ​ການ​ຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ລວມ​ມີ​ປະ​ຊາ​ທິ​ປະ​ໄຕຫຼາຍກວ່າ​ເກົ່າ.

ນາງ ເກ​ຣ​ຕ້າ ທູນ​ເບີກ ນັກ​ເຄື່ອນ​ໄຫວ​ສິ່ງ​ແວດ​ລ້ອມ​ໄດ້​ກ່າວ​ໃນ​ການ​ຊຸມ​ນຸມ​ວ່າ “ລຸ້ນ​ຄົນ​ທີ່​ມີ​ອາ​ຍຸ​ສູງກວ່າ​ ບໍ່​ສາ​ມາດ​ທີ່​ຈະ​ແກ້​ໄຂວິ​ກິດ​ການ​ທີ່​ໃຫຍ່​ທີ່​ສຸດ ທີ່​ມວນ​ມະ​ນຸດ​ເຄີຍ​ໄດ້​ປະ​ເຊີນ.”

ແມ່ນ​ກະ​ທັ້ງ​ເດັກ​ນ້ອຍ​ຢູ່​ໂຮງ​ຮຽນ​ໄດ້​ພາ​ກັນ​ອອກ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຖະ​ໜົນ, ​ຮຽກ​ຮ້ອງ​ໃຫ້​ຜູ້​ໃຫຍ່ ​ເບິ່ງ​ແຍງ​ໂລກ​ໃຫ້​ດີກວ່າ​ເກົ່າ.

ໃນ​ປະ​ເທດ​ທີ່​ວ່ານີ້ ແລະ ​ໃນຖະ​ໜົນ​ຕ່າງໆ​ຂອງປະ​ເທດ ອີ​ຣັກ, ເລ​ບາ​ນອນ ແລະ ເອ​ກົວ​ດໍ. ປະ​ຊາ​ຊົນ​ໄດ້​ເວົ້າ​ວ່າ “ພໍ​ແລ້ວ” ແລະ ຮຽກ​ຮ້ອງ​ການ​ປ່ຽນ​ແປງ​ຕໍ່ການທຸ​ລະ​ກິດ​ຕາມ​ປົກ​ກະ​ຕິ. ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ທັງຫຼາຍ​ໃຫ້​ຟັງ​ເອົາ “ບັນ​ຫາ​ທີ່​ແທ້​ຈິງ” ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ.

ທ່ານ ແອ​ນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ “ມັນ​ແນ່ນອນ​ວ່າ ມັນ​ມີ​ການ​ຂາດ​ດຸນ​ທີ່​ເພີ່ມ​ຂຶ້ນ​ໃນ​ຄວາມ​ເຊື່ອ​ຖື ລະ​ຫວ່າ​ງ​ປະ​ຊາ​ຊົນ ແລະ ສະ​ຖາ​ບັນ​ການ​ເມືອງ, ແລະ ໄພ​ຂົ່ມ​ຂູ່​ທີ່​ເພີ່ມ​ຂຶ້ນ​ຕໍ່​ສັນ​ຍາ​ປະ​ຊາ​ຄົມ. ໂລກ​ກໍ​ກຳ​ລັງ​ຕໍ່​ສູ້​ກັບ​ຜົນ​ກະ​ທົບ​ຂອງຍຸກ​ໂລ​ກາ​ພິ​ວັດ ແລະ ເທັກ​ໂນ​ໂລ​ຈີ​ໃໝ່​ເຊັ່ນ​ກັນ, ເຊິ່ງ​ໄດ້​ຂະ​ຫຍາຍ​ຄວາມບໍ່​ເທົ່າ​ທຽມ ພາຍ​ໃນ​ສັງ​ຄົມ​ຕ່າງໆ.”

ໃນ​ການ​ຕອບ​ໂຕ້​ນັ້ນ, ບາງ​ລັດ​ຖະ​ບານ​ແມ່ນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແກ້​ໄຂ​ຄວາມບໍ່​ພໍ​ໃຈ, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ອື່ນໆ​ໄດ້​ໃຊ້​ການ​ກົດ​ຂີ່​ເພື່ອ​ພະ​ຍາ​ຍາມ​ຮັກ​ສາ​ອຳ​ນາດ​ໄວ້. ໃນ​ປະ​ເທດ ອີ​ຣັກ ແລະ ອີ​ຣ່ານ, ຜູ້​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ຍ້ອນ​ການ​ກົດ​ຂີ່​ຂອງກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ.

ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ໄດ້​ມີ​ຄວາມ​ສະ​ຫງົບ​ຢ່າງກວ້າງ​ຂວາງ​ນັ້ນ, ບາງ​ກຸ່ມ​ໃນ​ປະ​ເທດ ຝ​ຣັ່ງ, ຊີ​ເລ, ເອ​ກົວ​ດໍ, ໂບ​ລີ​ເວຍ ແລະ ຮົງ​ກົງ ໄດ້​ທຳ​ລາຍ ແລະ ປຸ້ນ​ສະ​ດົມ​ຊັບ​ສິນ​ຕ່າງໆ.

ທ່ານ ຫຼຸຍ ຊາ​ບົງ​ໂນ, ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ “ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ປະ​ທ້ວງ​ຢ່າງ​ສັນ​ຕິ. ລັດ​ຖະ​ບານ, ແນວ​ໃດ​ກໍ​ຕາມ, ໃນຫຼາຍ​ກໍ​ລະ​ນີ​ແມ່ນ​ໄດ້​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ, ຈັບ​ກຸມ​ປະ​ຊາ​ຊົນ​ຕາມ​ອຳ​ເພີ​ໃຈ, ບາງ​ຄັ້ງ​ໄດ້​ຂ້າ​ເຂົາ​ເຈົ້າ​ຕາຍ​ດ້ວຍ, ຄາດ​ຕະ​ກຳ​ເຂົາ​ເຈົ້າ. ນັ້ນ​ແມ່ນ​ຜິດ​ກົດ​ໝາຍ. ພວກ​ເຈົ້າ​ໜ້າ​ທີ່ ຜູ້​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຕິດ​ສິນ​ໃຈ ແລະ ການ​ເຂັ່ນ​ຂ້າປະ​ຊາ​ຊົນນັ້ນ, ຄວນ​ຖືກ​ນຳ​ຕົວ​ມາ​ລົງ​ໂທດ. ແຕ່​ພ້ອມ​ກັນ​ນັ້ນ, ຜູ້​ປະ​ທ້ວງ​ຕ້ອງ​ໄດ້​ປະ​ພຶດ​ຕົນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຊັ່ນ​ກັນ.”

ມີ​ອົງ​ປະ​ກອບ​ນຶ່ງ​ທີ່​ການ​ປະ​ທ້ວງ​ທຸກໆ​ຄັ້ງ​ມີ​ໂດຍ​ທົ່ວ​ໄປ ​ກໍ​ແມ່ນ​ການ​ປ່ຽນ​ແປງ​ການ​ປະ​ພຶດ​.

ທ່ານ ໂອ​ມາ ເດ​ວາ​ຈີ, ອາ​ຈານ​ສອນ ກ່ຽວ​ກັບ ມະ​ນຸດ​ວິ​ທະ​ຍາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຣັດ​ເກີ​ສ໌ ໄດ້​ກ່າວ​ວ່າ “ສິ່ງ​ສຳ​ຄັນ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ສະ​ຖານ​ທີ່ຫຼາຍ​ໆ​ແຫ່ງ​ພວກນີ້​ກໍ​ແມ່ນ​ ການ​ທຳ​ລາຍ​ວົງ​ລ້ອມ​ຂອງ​ຄວາມ​ຢ້ານ​ກົວ. ປະ​ຊາ​ຊົນ​ຕອນນີ້​ແມ່ນບໍ່​ຢ້ານ​ທີ່​ຈະ​ອອກ​ໄປ​ຖະ​ໜົນ ແລະ ກ່າວ​ວິ​ຈານ​ນັກ​ການ​ເມືອງ​ພວກນີ້ ​ເຊິ່ງ​ມັນເປັນ​ເຄີຍ​ເປັນ​ຂໍ້​ຫ້າມໃນ​ອະ​ດີດ.”

ທ່ານ ເດ​ວາ​ຈີ ກ່າວ​ວ່າ, ໃນຫຼາຍ​ກໍ​ລະ​ນີ, ມັນແມ່ນ​ເວ​ລາ​ທີ່​ບັນ​ດາ​ນັກ​ການ​ເມືອງ​ເປັນ​ຜູ້ທີ່​ຢ້ານ​ປະ​ຊາ​ຊົນ. ອຳ​ນາດ​ທີ່​ວ່າ​ນັ້ນ​ສ່ວນຫຼາຍ​ແມ່ນ​ມາ​ຈາກ​ການ​ຈັດ​ຈັ້ງ​ຜ່ານ​ສື່​ສັງ​ຄົມ, ເຊິ່ງເປັນ​ທັງ​ເຄື່ອງ​ມື​ທີ່​ແຂງ​ແກ່ນຫຼາຍ ແລະ ມີ​ຄວາມ​ສ່ຽງ ໃນ​ເວ​ລາ​ທີ່​ລັດ​ຖະ​ບານ​ຕັດ​ເຄືອ​ຂ່າຍ​ການ​ສື່​ສານ.

ທ່ານ ຫຼຸຍ ຊາ​ບົງ​ໂນ ໄດ້​ກ່າວ​ວ່າ “ລັດ​ຖະ​ບານ​ໄດ້​ຮູ້​ວ່າ​ການ​ປິດ​ອິນ​ເຕີ​ແນັດ ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ ທີ່​ຈະ​ເຮັດ​ໃຫ້​ຜູ້​ປະ​ທ້ວງ​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ຈັດ​ການ​ປະ​ທ້ວງ. ພວກ​ເຮົາ​ກໍ​ໄດ້​ເຫັນ​ວ່າເຂົາ​ເຈົ້າ​ຍັງ​ຈັດ​ຢູ່. ເຈົ້າ​ຢຸດ​ເຂົາ​ເຈົ້າບໍ່​ໄດ້ດອກ.”

ໃນ​ຂະ​ນະ​ທີ່​ປີ 2020 ຫຍັບ​ໃກ້​ເຂົ້າ​ມາ​ນັ້ນ, ມັນ​ກໍ​ບໍ່​ມີ​ສັນ​ຍານ​ວ່າ ການ​ເຄື່ອນ​ໄຫວປະ​ທ້ວງ​ທີ່​ຮ້ອນ​ແຮງ​ຂຶ້ນ​ຍ້ອນ​ສື່​ສັງ​ຄົມ​ນັ້ນ ຈະຫຼຸດ​ຜ່ອນ​ລົງ.

The past year has seen a series of protests from Hong Kong to Chile and from Sudan to Iran. In more than a dozen countries, citizens have taken to the streets to air grievances and many have gotten results. VOA U.N. correspondent Margaret Besheer looks at a year of discontent.

In France, protesters put on their yellow vests and demanded better pay and an end to rising prices.


In Sudan, the people brought down the 40-year regime of a genocidal dictator.


In Haiti, they demanded the president's resignation and the prosecution of corrupt officials.


And in Hong Kong, demonstrators started by standing up to the Chinese authorities over an extradition law and expanded their demands to include more democracy.


"The older generation have failed tackling the biggest crisis humanity has ever faced."
Even school children have taken to the streets, demanding that adults take better care of the planet.


In these countries and on the streets of Iraq, Lebanon, Ecuador..
...Iran and elsewhere
.. citizens are saying "Enough!" and demanding a change to business as usual.


The U.N. Secretary-General has called on governments to listen to the "real problems" of their people.


"It is clear that there is a growing deficit in trust between people and political establishments, and rising threats to the social contract. The world is also wrestling with the impacts of globalization and new technologies, which have increased inequalities within societies."


In response, some governments have tried to address grievances, while others use a heavy hand to try to keep power. In Iraq and Iran, hundreds of protesters have been killed by aggressive security forces.
While protesters have been overwhelmingly peaceful, some in France, Chile, Ecuador, Bolivia and Hong Kong have vandalized and looted property.


"They have a right to peacefully protest. Governments, unfortunately, have been in many cases using excessive force, arresting people arbitrarily, sometimes even killing them; murdering them. That is illegal. The authorities who are responsible for the decisions and the killings, should be held accountable. But also, protesters need to behave responsibly."

One element all the protests have in common is a shift in attitude.


"The main thing that we see in many of these places is the break of the fear barrier. People are now unafraid to go out in the street and criticize these politicians -- something in the past that used to be taboo."

Dewachi says, in many cases, it is now the politicians who fear the power of the people.
Much of that power comes from organizing through social media, which is both a powerful tool and a vulnerability as governments cut communication networks.


"Governments have realized that Internet shutdowns are a great way to make it difficult for protesters to organize. We have also seen that they still organize. You can't stop them."

As 2020 approaches, there are no signs these social-media fueled protest movements are slowing down.

XS
SM
MD
LG