ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກໄທ ຍົກເລີກພາວະສຸກເສີນ ທີ່ປະກາດມາໄດ້ນຶ່ງອາທິດແລ້ວນັ້ນ


ທ່ານ Prateep Kiratilaekha, ທີ່ປຶກສາຂັ້ນສູງຂອງນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ (ໃສ່ເສື້ອຂາວ) ກໍາລັງຟັງສຽງພວກປະທ້ວງເພື່ອປະຊາທິປະໄຕເວົ້າ ຢູ່ໃນການປະທ້ວງຕ້ານລັດຖະບານ ທີ່ບາງກອກ, ວັນທີ 21 ຕຸລາ, 2020
ທ່ານ Prateep Kiratilaekha, ທີ່ປຶກສາຂັ້ນສູງຂອງນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ (ໃສ່ເສື້ອຂາວ) ກໍາລັງຟັງສຽງພວກປະທ້ວງເພື່ອປະຊາທິປະໄຕເວົ້າ ຢູ່ໃນການປະທ້ວງຕ້ານລັດຖະບານ ທີ່ບາງກອກ, ວັນທີ 21 ຕຸລາ, 2020

ທ່ານປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ ໄດ້ຍົກເລີກພາວະສຸກເສີນ ທີ່ ທ່ານວາງອອກມາໄດ້ 1 ອາທິດພໍດີ ທີ່ບໍ່ໄດ້ເຮັດໃຫ້ການເດີນຂະບວນປະທ້ວງທີ່ແກ່ຍາວມາໄດ້ຫລາຍເດືອນແລ້ວ ເພື່ອຫາທາງປົດທ່ານອອກຈາກຕໍາແໜ່ງ ແລະປະຕິຮູບສະຖາບັນກະສັດທີ່ຖືກຕ້ອງຕາມລັດຖະທໍາມະນູນນັ້ນ ຍຸຕິລົງເລີຍ.

ລັດຖະບານໄດ້ປະກາດດໍາລັດໃຫ້ຍຸຕິພາວະສຸກເສີນ ຢູ່ໃນຖະແຫລງການສະບັບ ນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້ ໂດຍເວົ້າວ່າ ສະຖານະການໄດ້ຄ່ອຍ ເບົາບາງລົງເຖິງຂັ້ນທີ່ “ເຈົ້າໜ້າທີ່ລັດຖະບານ ແລະອົງການຂອງລັດສາມາດທີ່ ຈະບັງຄັບໃຫ້ປະຕິບັດຕາມກົດໝາຍຕາມປົກກະຕິໄດ້ແລ້ວ.”

ທ່ານປຣະຢຸດໄດ້ປະກາດພາວະສຸກເສີນໃນອາທິດແລ້ວນີ້ ພາຍຫລັງທີ່ພວກ ປະທ້ວງຫລາຍພັນຄົນ ພາກັນເດີນຂະບວນໄປຍັງຫ້ອງການຂອງທ່ານໃນທໍາ ນຽບລັດຖະບານຢູ່ບາງກອກ ແລະສັນຍາວ່າ ຈະບໍ່ພາກັນໜີໄປ ຈົນກວ່າວ່າ ທ່ານຈະລົງຈາກຕໍາແໜ່ງ.

ເຖິງແມ່ນວ່າຈະມີການວາງລະບຽບຫ້າມການໂຮມຊຸມນຸມຂອງຝຸງຊົນບໍ່ໃຫ້ເກີນ 4 ຄົນອອກມານກໍຕາມ, ການເດີນຂະບວນຂອງຝູງຊົນຂະໜາດໃຫຍ່ ຍັງມີຢູ່ ຕໍ່ມີມາໃນນະຄອນຫລວງຂອງໄທແຫ່ງນັ້ນ, ຊຶ່ງເຮັດໃຫ້ທ່ານປຣະຢຸດຕ້ອງໄດ້ປະ ກາດ ຜ່ານທາງໂທລະພາບແຫ່ງຊາດໃນວັນພຸດວານນີ້ວ່າ ທ່ານກໍາລັງມີແຜນທີ່ ຈະຍົກພາວະສຸກເສີນ.

ແຕ່ພວກຜູ້ນຳການປະທ້ວງໃຫ້ສັນຍາວ່າ ພວກເຂົາເຈົ້າຈະຈັດການປະທ້ວງຮອບ ໃໝ່ ຖ້າຫາກວ່າທ່ານປຣະຢຸດ ບໍ່ຍອມລາອອກ ພາຍໃນວັນເສົາຈະມາເຖິງນີ້.

ທ່ານປຣະຢຸດ, ອະດີດນາຍພົນທະຫານ ທີ່ໄດ້ຍຶດອຳນາດໃນການກໍ່ລັດຖະ ປະ ຫານໃນປີ 2014 ທີ່ໂຄ່ນລົ້ມລັດຖະບານພົນລະເຮືອນນັ້ນ. ທ່ານໄດ້ຊະນະການ ເລືອກຕັ້ງໃນປີກາຍນີ້ ແຕ່ວ່າພວກປະທ້ວງເວົ້າວ່າ ການລົງຄະແນນສຽງມີການ ສໍ້ໂກງທີ່ເຮັດໃຫ້ທ່ານຊະນະຍ້ອນກົດໝາຍຕ່າງໆ ໄດ້ຖືກຮ່າງຂຶ້ນມາ ໂດຍທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Thai Prime Minister Prayuth Chan-ocha has lifted a state of emergency he imposed exactly one week ago that failed to bring an end to months of protests seeking his ouster and reforms of the country’s constitutional monarchy.

The government announced the end of the emergency decree in a written statement Thursday, saying the situation had eased to the point where “government officials and state agencies can enforce the regular laws.”

Prayuth issued the state of emergency last week after tens of thousands of protesters marched on his office at Government House in Bangkok and vowed not to leave until he agreed to step down.

Despite the ban on public gatherings of more than four people issued in the decree, the mass demonstrations continued in the Thai capital, prompting Prayuth to announce on national television Wednesday that he was planning to lift the state of emergency.

However, the protesters have promised to resume the demonstrations if he did not resign by Saturday.

Prayuth is a former army general who seized power in a 2014 coup that ousted the elected civilian government. He won election to the post last year, but protesters say the vote was rigged in his favor due to laws drafted by the military.

In addition to changes to the constitution, the demonstrators are also seeking to reduce the influence of the Thai monarchy. The institution maintains a divine-like status among Thailand’s elite, and is protected by strict “lese majeste” laws that allow for imprisonment of anyone convicted of insulting the monarchy.

Earlier Wednesday, Thai courts reversed a decision to shut down Voice TV — a media outlet partly owned by the family of exiled former Prime Minister Thaksin Shinawatra. Voice TV is one of four media outlets under investigation by the government for their coverage of the protest movement.

XS
SM
MD
LG