ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການປະ​ທ້ວງ ຢູ່​ອອ​ສ​ເຕ​ຣ​ເລຍ ແລະ​ຫຼາຍ​ແຫ່ງ ​ໃນ​ໂລກ ​ຮຽກຮ້ອງ ​ໃຫ້ຫລຸດ​ຜ່ອນ​ ການ​ປ່ຽນ​ແປງ ​​ຂອງດິນ​ຟ້າ​ອາ​ກາດລົງ


ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ລົງ​ຈາກ​ລົດທ່ອງ​ທ່ຽວປະ​ຈຳ​ເມືອງ​ທີ່​ມີ​ຮູບ​ໂຄ​ສະ​ນາ​ກ່ຽວ​ກັບ "Black Friday" ຫລື​ "ວັນ​ສຸກມືດ" ໃນ​ນ​ຄອນ​ຫລວງ​ປ​ຣາກ ຂອງ ສ. ເຊັກ​ສ໌ ໃນ​ວັນ​ທີ 28 ພະ​ຈິກ, 2019
ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ລົງ​ຈາກ​ລົດທ່ອງ​ທ່ຽວປະ​ຈຳ​ເມືອງ​ທີ່​ມີ​ຮູບ​ໂຄ​ສະ​ນາ​ກ່ຽວ​ກັບ "Black Friday" ຫລື​ "ວັນ​ສຸກມືດ" ໃນ​ນ​ຄອນ​ຫລວງ​ປ​ຣາກ ຂອງ ສ. ເຊັກ​ສ໌ ໃນ​ວັນ​ທີ 28 ພະ​ຈິກ, 2019

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ພາ​ກັນ​ລົງ​ໄປ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ​ໃນ​ນະ​ຄອນ ຊິດ​ນີຂອງອອ​ສ​ເຕ​ຣ​ເລຍ ເພື່ອ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນລະ​ດັບ​ໂລກ​ຄັ້ງ​ໃໝ່​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ​ການເພີ້ມ​ຂຶ້ນ​ໃນ​ການຫລຸດ​ຜ່ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດລົງ.

ພວກ​ປະ​ທ້ວງ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສຳ​ນັກ​ງານຂອງ​ພັກ​ເສ​ລີນິ​ຍົມ​ ໃນ​ນະ​ຄອນ ນີວ ເຊົາ​ດ໌ ເວ​ລ​ສ໌ (New South Wales) ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ ປະ​ຕິ​ເສດ ຕໍ່​ຄຳ​ຮ້ອງ​ຂໍອະ​ນຸ​ຍາດໃຫ້​ແກ່​ໂຄງ​ການ​ຖ່ານ​ຫີນ, ນ້ຳ​ມັນ ຫລື​ອາຍ​ແກັ​ສ ອັນ​ໃໝ່ ໃນ​ຂະ​ນະ​ທີ່ພວກ​ປະ​ທ້ວງ​ໃນ​ຕົວ​ເມືອງອື່ນໆ ​ຢູ່ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ ໄດ້​ເຮັດ​ໃຫ້​ຄຳ​ຮຽກ​ຮ້ອງ ​ໃຫ້​ປະ​ຕິ​ບັດ​ການຈາກ​ນາງ ເກ​ຣດ​ຕາ ທຸນ​ເບີກ ອາຍຸ 16 ປີ ນັກເຄື່ອນໄຫວປຸກ​ລະ​ດົມໃນເລື້ອງການປ່ຽນແປງຂອງດິນຟ້າ ອາ ກາດ ຊາວສະວີເດັນ ດັງ​ກ້ອງ​ຂຶ້ນ.

ການ​ປະ​ທ້ວງຕ່າງໆ​ຢູ່​ໃນ​ອອ​ສ​ເຕ​ຣ​ເລຍ ແມ່ນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເຂດພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງປະເທດ​ດັ່ງ​ກ່າວ ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ​ຈາກໄຟ​ປ່າໄໝ້ຫຼາຍ ​ຮ້ອຍ​ຄັ້ງ ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດອາ​ທິດ​ໝໍ່ໆ​ມານີ້.

ກຸ່ມ​ຊາວ​ໜຸ່ມ​ອາ​ເມ​ຣິ​ກັນ​ຫລາຍ​ກຸ່ມ ໃນ​ມື້ນີ້ ມີ​ແຜນ​ທີ່​ຈະຈັດ​ "ການ​ປະ​ທ້ວງ ​ໃນ​ວັນ​ສຸກ​ມືດ" ຫລື “Black Friday Strike" ຂຶ້ນໃນ​ຫລາຍ​ບ່ອນ ​ນັບ​ແຕ່​ນະ​ຄອນ​ລອ​ສ ແອນ​ເຈີ​ລິ​ສ ໄປຈົນ​ເຖິງ​ນິວຢອກ ເພື່ອ​ຄັດ​ຄ້ານ​ຕໍ່​ການສົ່ງ​ເສີມ​ການ​ຊື້​ເຄື່ອງ​ຂອງຫລຸດ​ລາ​ຄາ​ໃຫ້​ລູກ​ຄ້າ ແລະ​ເພື່ອ​ຮຽກ​ຮ້ອງ​ໃຫ້ມີ​ການ​ປ່ຽນ​ແປງໄປ​ສູ່​ການ​ເຮັດ​ທຸ​ລະ​ກິດ​ແບບທໍ​າ​ມະ​ດາ ເພື່ອ​ເຮັດ​ໃຫ້ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ ຫລຸດ​ລົງ.

ໃນ​ຂະ​ນະ​ທີ່​ມີ​ການ​ປະ​ທ້ວງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແຜ່​ກະ​ຈາຍ​ອອກ​ຢ່າງກວ້າງ​ຂວາງ​ ໃນ​ທົ່ວ​ໂລກ​ໃນ​ວັນ​ສຸກມື້ນີ້ ຢູ່ນັ້ນ ບັນ​ດາ​ນັກ​ວິ​ເຄາະ​ເຫດ​ການ​ກໍເຕືອນ​ວ່າ ກອງ​ປະ​ຊຸມ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ຈະ​ຈັດ​ຂຶ້ນ​ໃນ​ສອງ​ອາ​ທິດ​ຂ້າງ​ໜ້ານີ້ ຢູ່​ໃນ​ນະ​ຄອນ​ຫລວງ​ມາດ​ຣິດ​ຂອງ​ສະ​ເປນ ອາດ​ຈະບໍ່​ມີ​ຜົນ​ສຳ​ເລັດຫລາຍ ດັ່ງ​ທີ່​ພວກ​ເຂົາ​ເຈົ້າ​ຄາດ​ຫວັງ​ໄວ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

Hundreds of protesters took to the streets of Sydney, Australia Friday to kick off a fresh round of global demonstrations urging more action to curb climate change.

The protesters gathered outside the New South Wales Liberal Party headquarters to demand the government reject any new coal, oil or gas projects, as protesters in several other Asia-Pacific cities echoed the call to action from 16-year-old Swedish climate change campaigner Greta Thunberg.

The protests in Australia are taking place as the country's southeast has been devastated by hundreds of damaging bushfires in recent weeks.

Groups of young Americans have planned a "Black Friday Strike", from Los Angeles to New York, to boycott the celebration of consumer discount shopping and to call for changes to business-as-usual to confront the climate crisis.

As protests against climate change are widening around the world on Friday analysts warn that the United Nations climate conference taking place over the coming two weeks in Madrid, Spain, will likely fall short of their expectations.

XS
SM
MD
LG