ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ພິ​ພາກ​ສາ ມາ​ລ​ຕ້າ ຕັ້ງ​ຂໍ້​ກ່າວ​ຫາ ຕໍ່​ນັກ​ທຸ​ລະ​ກິດ ໃນ​ການ​ສັງ​ຫານ ນັກ​ຂ່າວ


ທ່ານນາງ ໂຣ​ສ ແລະ ທ່ານ ໄມ​ເກິ​ລ ແວ​ລລາ ຖື​ຮູບ​ຂອງ​ລູກ​ສາວ, ນັກ​ຂ່າວ​ສືບ​ສວນ​ສອບ​ສວນ ທີ່​ຖືກ​ລອບ​ສັງ​ຫານ ນາງ ດາ​ຟ​ນີ ຄາ​ຣ​ວາ​ນາ ກາ​ລີ​ເຊຍ, ໃນ​ເວ​ລາ​ທີ່​ເພິ່ນ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ວາ​ລ​ເລັດ​ຕາ, ມາ​ລ​ຕ້າ. 29 ພະ​ຈິກ, 2019.
ທ່ານນາງ ໂຣ​ສ ແລະ ທ່ານ ໄມ​ເກິ​ລ ແວ​ລລາ ຖື​ຮູບ​ຂອງ​ລູກ​ສາວ, ນັກ​ຂ່າວ​ສືບ​ສວນ​ສອບ​ສວນ ທີ່​ຖືກ​ລອບ​ສັງ​ຫານ ນາງ ດາ​ຟ​ນີ ຄາ​ຣ​ວາ​ນາ ກາ​ລີ​ເຊຍ, ໃນ​ເວ​ລາ​ທີ່​ເພິ່ນ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ວາ​ລ​ເລັດ​ຕາ, ມາ​ລ​ຕ້າ. 29 ພະ​ຈິກ, 2019.

ບັນ​ດາ​ໄອ​ຍະ​ການຂອງ​ປະ​ເທດ ມາ​ລ​ຕ້າ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ນັກ​ທຸ​ລະ​ກິດ​ຄົນ​ສຳ​ຄັນ​ໃນ​ທ້ອງ​ຖິ່ນ​ໃນ​ວັນ​ເສົາ​ວານນີ້ ດັ່ງ​ກັບ​ຜູ້​ຮ່ວມ​ກະ​ທຳ​ຜິດ ສຳ​ລັບການ​ຄາດ​ຕະ​ກຳ​ນັກ​ຂ່າວ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ນາງ ດາ​ຟ​ນີ ຄາ​ຣ​ວາ​ນາ ກາ​ລີ​ເຊຍ ໃນ​ການ​ລະ​ເບີດ​ລົດ​ຢູ່ ມາ​ລ​ຕ້າ ເມື່ອ​ປີ 2017.

ທ່ານ ຢໍ​ເກັນ ເຟ​ເນ​ຈ໌, ເຈົ້າ​ຂອງ​ໂຮງ​ແຮມ ແລະ ຜູ້​ອຳ​ນວຍ​ການ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ ມ​າ​ລ​ຕ້າ, ກໍ​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ເຊັ່ນ​ກັນ​ໃນ​ການ​ຟັງ​ຄຳ​ໃຫ້​ການ​ເມື່ອ​ຕອນ​ແລງວານນີ້ ດ້ວຍ​ການ​ເປັນ​ຜູ້​ຮ້ວມ​ກະ​ທຳ​ຜິດ​ ຕໍ່​ການ​ເຮັດ​ໃຫ້​ເກີດ​ການ​ລະ​ເບີດ ທີ່​ໄດ້​ສັງ​ຫານ​ນັກ​ຂ່າວ​ອາ​ຍຸ 53 ປີ ໃນ​ເວ​ລາ​ທີ່​ລາວ​ຂັບ​ລົດ​ຢູ່​ໃກ້​ບ້ານ​ຂອງ​ລາວ.

ຜູ້​ພິ​ພາກ​ສາ ອໍ​ດ​ຣີ ເດ​ມິ​ໂຄ​ລີ ໄດ້​ຂໍ້​ໃຫ້​ທ່ານ ເຟ​ເນ​ຈ໌ ສະ​ລະ​ພາບຕົນ. ລາວ​ໄດ້​ຕອບ​ວ່າ ລາວບໍ​ລິ​ສຸດ, ແລະ ລາວ​ໄດ້​ຖືກ​ສົ່ງ​ກັບ​ຄືນໄປ​ຄຸມ​ຂັງ.

ຄອ​ບ​ຄົວ​ຂອງ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ​ໄດ້​ກ່າວ​ຫາ​ວ່າ ທ່ານ ເຟ​ເນ​ຈ໌ ມີ​ສາຍ​ພົວ​ພັນ​ກັບ​ຄົນ​ຜູ້​ໃກ້​ຊິດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຈ​ເຊັ​ຟ ມຸ​ສ​ແຄັດ, ລວ​ມ​ທັງ​ທີ່​ປຶກ​ສາ ຂອງ​ທ່ານ​ທີ່​ໄດ້​ລາ​ອອກ​ເມື່ອບໍ່​ດົນ​ມານີ້.

ມັນ​ບໍ່​ແນ່ນອນ​ໃນ​ທັນ​ທີ​ວ່າ ທ່ານ ມຸ​ສ​ແຄັດ ອາ​ດລາ​ອອກ​ຈາກ​ຕຳ​ແໜ່ງ​ທ່າມ​ກາງ​ການ​ຮຽກ​ຮ້ອງ​ຈາກ​ປະ​ຊາ​ຊົນຢູ່​ໃນ​ເກາະ​ນັ້ນຫຼາຍ​ຂຶ້ນຫຼືບໍ່, ລວມ​ທັງ​ຄອບ​ຄົວ​ຂອງ​ນາງ ຄາ​ຣ​ວາ​ນາ ກາ​ລີ​ເຊຍ, ເພື່ອ​ໃຫ້​ທ່ານ​ລົງ​ຈາກ​ຕຳ​ແໜ່ງ. ທ່ານ ມຸ​ສ​ແຄັດ, ໄດ້​ກຳ​ອຳ​ນາດ​ນັບ​ຕັ້ງ​ແຕ່​ປີ 2013 ເປັນ​ຕົ້ນມາ, ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຈະ​ອອກ​ມາ​ເວົ້າ ຫຼັງ​ຈາກ​ການ​ສືບ​ສວນ​ຄະ​ດີ​ແລ້ວ​ສຳ​ເລັດ.

ນາງ ຄໍ​ຣີນ ແວ​ລ​ລາ, ນຶ່ງ​ໃນ​ນ້ອງ​ສາວ​ຂອງ​ນັກ​ຂ່າວ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ, ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Malta Independent ຫຼັງ​ຈາກ​ການ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ ເຟ​ເນ​ຈ໌ ວ່າ “ສິ່ງ​ທີ່​ເຮົາ​ຄາດ​ຫວັງ​ໃນ​ເວ​ລານີ້​ກໍ​ແມ່ນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອກ​ຈາກ​ຕຳ​ແໜ່ງ ແລະ ອອກ​ຈາກ​ສະ​ພາ​ແຫ່ງ​ຊາດ.”

ນາງ ແວ​ລ​ລາ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ມຸ​ສ​ແຄັດ ເຊັ່ນ​ດຽວ​ກັບ​ອະ​ດີດ​ທີ່​ປຶກ​ສາ​ຂອງ​ທ່ານ, ທ່ານ ຄີ​ທ໌ ເຊັມ​ບ​ຣີ (Keith Schembri), ​ເປັນ​ບຸກ​ຄົນ​ທີ່​ຕ້ອ​ງ​ຖືກ​ສອບ​ສວນ” ສຳ​ລັບ​ການ​ມີ​ສ່ວນ​ຮ່ວມ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ​ເຂົາ​ເຈົ້າ ໃນ​ການ​ລອບ​ສັງ​ຫານ​ນາງ ດາ​ຟ​ນີ.”

ທ່ານ ເຊັມ​ບ​ຣີ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ລັດ​ຖະ​ບານ​ຂອງ​ລາວ​ສອງ​ສາມ​ວັນ​ກ່ອນ​ໜ້ານີ້. ທ່ານ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ເພື່ອ​ການ​ສອບ​ຖາມ ແຕ່​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ເວ​ລາ​ຕໍ່​ມາ.

ລັດ​ຖະ​ມົນ​ຕີ​ສອງ​ຄົນ​ຂອງ​ທ່ານ ມຸ​ສ​ແຄັດ ກໍ​ໄດ້​ຖືກ​ສອບ​ຖາມ ແລະ ໄດ້​ລາ​ອອກ​ເຊັ່ນ​ກັນ. ເຂົາ​ເຈົ້າ, ລວມ​ທັງ​ທ່ານ ເຊັມ​ບ​ຣີ, ໄດ້​ກ່າວວ່າ ເຂົາ​ເຈົ້າ​ບໍລິ​ສຸດ​ຈາກ​ການ​ກະ​ທຳ​ຜິດ​ນັ້ນ.

ນາງ ຄາ​ຣ​ວາ​ນາ ກາ​ລີ​ເຊຍ ໄດ້​ຂຽນ​ບໍ່​ດົນ​ກ່ອນ​ລາວ​ໄດ້​ເສຍ​ຊີ​ວິດ​ວ່າ ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ມີ​ຢູ່ທົ່ວ​ທຸກ​ແຫ່ງ​ໃນ​ວົງ​ການ​ການ​ເມືອງ ແລະ ທຸ​ລະ​ກິດ ໃນ​ປະ​ເທດ​ທີ່​ນ້ອຍ​ຂອງ​ສະ​ຫະ​ພາບ ຢູ​ໂຣບ ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG