ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາມຽນມາ ພິຈາລະນາ ລະບົບຜູ້ຕາງໜ້າ ຕາມສັດສ່ວນ


ຮູບພາບຫ້ອງປະຊຸມສະພາມຽນມາ ທີ່ນະຄອນຫລວງ Naypyidaw
ຮູບພາບຫ້ອງປະຊຸມສະພາມຽນມາ ທີ່ນະຄອນຫລວງ Naypyidaw

ບັນດາ​ຜູ້​ສະ​ເໜີ ກ່ຽວ​ກັບ​ລະບົບ​ຜູ້​ຕາງໜ້າ ຕາມສັດສ່ວນ ທີ່
ເປັນບັນຫາໂຕ້ຖຽງ​ຢູ່ໃນມຽນມາປັດ​ຈຸ​ບັນ​ນີ້​ກ່າວ​ວ່າ ​ແຜນ​ດັ່ງ​
ກ່າວຈະ​ບໍ່ມີການນຳໃຊ້ ຢູ່ໃນ​ເຂດ​ຊົນພວກ​ກຸ່ມນ້ອຍ​ຂອງປະ​
ເທດ.

ທ່ານ Daw Dwel Bu ຂອງ​ພັກ​ກຳລັງປະຊາທິ​ປະ​ໄຕ​ແຫ່ງ
​ຊາດຫຼື NDF ທີ່​ໃຫ້ການສະໜັບສະໜຸນ ຕໍ່ແນ​ວຄິດ​ລະບົບ
​ຜູ້​ຕາງໜ້າຕາມສັດສ່ວນ​ ກ່າວ​ວ່າ ​ແຜນ​ດັ່ງກ່າວ ​ຈະຖືກ​ນຳ
ໃຊ້ຢູ່ ແຕ່​ໃນ​ບັນດາ​ເຂດທີ່​ມີ​ຊາວ​ມຽນມາ​ອາໄສຢູ່​ເປັນສ່ວນ​
ໃຫຍ່​ເທົ່າ​ນັ້ນ.

ທ່ານເວົ້າວ່າ “​ເວລາ​ໃດ​ທີ່ລະບົບ​ຜູ້ຕາງໜ້າຕາມສັດສ່ວນ ​ຖືກນຳມາໃຊ້ ມັນ​ຈະ​ຖືກ​ໃຊ້​ຢູ່
​ແຕ່ໃນເຈັດ​ລັດ​ເທົ່າ​ນັ້ນ ​ແຕ່​ຈະບໍ່ມີການນຳໃຊ້​ຢູ່ໃນ​ລັດຊົນ​ກຸ່ມນ້ອຍ ແລະ​ ​ເຂດຕ່າງໆ​ທີ່​
ປົກຄອງ​ຕົນ​ເອງ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າຈຶ່ງສະ​ໜັບສະ​ໜຸນ​ມັນ.”

ບັນດາ​ພັກ​ຊົນ​ກຸ່ມນ້ອຍ ​ແລະ​ພັກ​ຝ່າຍຄ້ານທີ່​ສຳ​ຄັນ ຄືພັກສັນນິບາດແຫ່ງຊາດ ເພື່ອປະ
ຊາທິປະໄຕ ຄັດຄ້ານ​ຕໍ່​ແຜນການມີ​ຜູ້ຕາງໜ້າຕາມສັດສ່ວນ.

ສະມາຊິ​ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທ່ານ Khin Thandar ກ່າວ​ວ່າ ​
ແຜນ​ດັ່ງກ່າວ​ນີ້ ຈະ​ຜິດ​ກົດໝາຍ ຊຶ່ງທ່ານເວົ້າ​ວ່າ ຖ້າພວກເຮົາຈະໃຊ້ ລະບົບຕາງໜ້າ
ຕາມສັດສ່ວນນັ້ນ ແມ່ນບໍ່ໄດ້ຮັບອະນຸຍາດຕາມລັດຖະທຳມະນູນ ສະບັບປີ 2008. ລະ
ບົບທີ່ຜູ້ຊະນະເອົາໝົດໃນປັດຈຸບັນນີ້ ເປັນລະບົບທີ່ເໝາະ ສົມທີ່ສຸດ.

ພວກຕຳໜິ​ຕິຕຽນເຖິງຕໍ່​ແຜນດັ່ງກ່າວເວົ້າວ່າ ບັນດາ​ຜູ້​ສະ​ເໜີ​ແມ່ນມີ​ຄວາມ​ເປັນ​ຫ່ວງ​
ໂດຍ​ສະ​ເພາະ​ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ພັກສັນນິບາດແຫ່ງຊາດເພື່ອ ປະຊາທິ
ປະໄຕ ຈະໄດ້ຮັບໄຊຊະນະ ຢ່າງ​ຖ້ວມ​ລົ້ນ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຄັ້ງຈະ​ມາ​ ​ໃນ​ປີ
2015 ນີ້.

ຂົງ​ເຂດ​ສ່ວນໃຫຍ່​ທີ່ມີຊາວຊາວ​ມຽນມາອາໄສຢູ່ ​ແບ່ງອອກ​ເປັນ 7 ລັດ ​ແລະ​ບັນດາ​
ເຂດ​ຊົນ​ເຜົ່າ​ ກໍແບ່ງອອກເປັນ 7 ລັດ ໃນ​ລັດຖະທຳ​ມະນູນສະບັບປັດຈຸບັນ.

XS
SM
MD
LG