ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຫຼົບ​ໜີ​ອອກ​ຈາກ ເກົາຫຼີ​ເໜືອ ຄົນ​ສຳ​ຄັນ ເວົ້າ​ວ່າ ຢ່າ​ເມີນ​ເສີຍໃສ່ ບັນ​ຫາ​ສິດ​ທິ​ມະ​ນຸດ


ອະ​ດີດ​ຮອງ​ທູດ ເກົາຫຼີ​ເໜືອ ປະ​ຈຳ​ ອັງ​ກິດ, ທ່ານ ແທ ຢອງ-ໂຮ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ຕ່າງ​ປະ​ເທດ ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 25 ມັງ​ກອນ, 2017.
ອະ​ດີດ​ຮອງ​ທູດ ເກົາຫຼີ​ເໜືອ ປະ​ຈຳ​ ອັງ​ກິດ, ທ່ານ ແທ ຢອງ-ໂຮ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ຕ່າງ​ປະ​ເທດ ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 25 ມັງ​ກອນ, 2017.

ຜູ້ຫຼົບ​ໜີ​ອອກ​ຈາກ​ປະ​ເທດ ເກົາຫຼີ​ເໜືອ ຄົນ​ສຳ​ຄັນ ທ່ານ ແທ ຢອ​ງ​-ໂຮ, ຜູ້​ທີ່​ກຳ​ລັງ​ລົ​ງ​ແຂ່​ງ​ຂັນ​ເອົາ​ຕຳ​ແໜ່ງ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ ສິດ​ທິ​ມະ​ນຸດ​ຄວນ​ຢູ່ແຖວ​ໜ້າ​ສຸດ​ຂອງ​ຄວາມ​ພະ​ຍາ​ຍາມ​ໃດໆ ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ກັບລັດ​ຖະ​ບານ ພຽງ​ຢາງ.

ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ກຸ່ມ​ນັກ​ຂ່າວ​ຕ່າງ​ປະ​ເທດ​ທີ່​ນະ​ຄອນຫຼວງ ໂຊ​ລ ໃນ​ວັນ​ພຸດມື້ນີ້, ທ່ານ ແທ ໄດ້​ຕຳ​ນິ​ວິ​ຈານ​ຄົນ​ຢູ່​ໃນ ເກົາຫຼີ​ໃຕ້ ຜູ້​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ “ການ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ໃຈ” ເກົາຫຼີ​ເໜືອ ດ້ວຍ​ການບໍ່​ຍົກ​ບັນ​ຫາ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ມາ.

ທ່ານ ແທ, ອະ​ດີດ​ນັກ​ການ​ທູດ ເກົາຫຼີ​ເໜືອ ຜູ້​ທີ່​ໄດ້ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ເຂົ້າ​ໄປ​ໃນ ເກົາຫຼີ​ໃຕ້ ໃນ​ປີ 2016 ໄດ້​ກ່າວ​ວ່າ “ເຂົາ​ເຈົ້າ​ກຳ​ລັງ​ກັບ​ໄປ​ຫາ​ວິ​ທີການ ກ່ຽວ​ກັບ ເສດ​ຖະ​ກິດ​ມາ​ກ່ອນ ແລະ ສິດ​ທິ​ມະ​ນຸດ​ມາ​ຕາມຫຼັງ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ນັ້ນ​ແມ່ນບໍ່​ຍຸ​ຕິ​ທຳຫຼາຍ.”

ຄຳ​ເຫັນ​ດັ່ງ​ກ່າວ​ປາ​ກົດ​ວ່າ​ ຈະ​ເປັນ​ການ​ຕຳ​ໜິ​ວິ​ຈານ​ທາງ​ອ້ອມ​ຕໍ່​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ-ອິນ, ຜູ້​ທີ່​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ ເກົາຫຼີ ຜ່ານ​ໂຄງ​ການ​ເສດ​ຖະ​ກິດຫຼາຍ​ໂຄງ​ການ ແລະ ໂຄງ​ການ​ອື່ນ​ໆ.

ທ່ານ ແທ, ອະ​ດີດ​ຮອງ​ທູດ​ປະ​ຈຳ​ ອັງ​ກິດ, ແມ່ນ​ຜູ້ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ທີ່​ມີ​ລະ​ດັບ​ສູງ​ສຸດ​ຂອງ ເກົາຫຼີ​ເໜືອ ໃນ​ຮອບຫຼາຍ​ປີ. ໃນ​ອາ​ທິດ​ທີ່​ຜ່ານ​ມາ​ລາວ​ໄດ້​ປະ​ກາດ​ວ່າ ລາວ​ຈະ​ລົງ​ແຂ່ງ​ຂັນເອົາ​ຕຳ​ແໜ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ​ໃນ​ການ​ເລືອກ​ຕັ້ງໃນ​ເດືອນ​ເມ​ສາ​ຈະ​ມາ​ເຖິງນີ້ ເພື່ອ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ຝ່າຍ​ຄ້ານ ຫົວ​ອະ​ນຸ​ລັກ​ນິ​ຍົມ​ທີ່​ສຳ​ຄັນ.

Prominent North Korean defector Thae Yong-ho, who is running for a seat in South Korea's legislature, says human rights should remain at the forefront of any effort to improve relations with Pyongyang.

Speaking to a group of foreign journalists Wednesday in Seoul, Thae criticized those in South Korea whom he accused of "trying to appease" the North by not bringing up its human rights abuses.

"They are going back to the approach of economy first and human rights later...I believe that is very unjust," said Thae, a former North Korean diplomat who defected to the South in 2016.

The comments appeared to be an implicit criticism of the government of South Korean President Moon Jae-in, who has attempted to improve inter-Korean relations through a series of economic and other projects.

Thae, the former deputy ambassador to Britain, is the highest-level North Korean defector in years. Last week he announced he would run for a National Assembly seat in April elections as a member of the main conservative opposition party.

XS
SM
MD
LG