ປຸຍແມ່ນເຮັດມາຈາກສານລໍ່ລ້ຽງຄື ແກັສໄນໂຕເຈັນ ແລະ ຟົດສະຟໍ. ປຸຍເຄມີ ຕ້ອງໄດ້
ໃຊ້ພະລັງງານຢ່າງຫຼວງຫຼາຍ ເພື່ອຜະລິດມັນ. ແຕ່ມັນມີກໍແຫຼ່ງພະລັງ ງານອື່ນໆຈາກທຳມະຊາດທີ່ມີພ້ອມຫຼາຍຢູ່ແລ້ວ. ໂຄງການນຶ່ງຢູ່ມະຫາວິທະຍາ ໄລ ມິຊິແກັນ ໄດ້ແນ
ໃສ່ ເຮັດໃຫ້ນໍ້າໃນຮ່າງກາຍຂອງພວກເຮົາສະອາດຂຶ້ນ ກວ່າເກົ່າ ແລະ ຊ່ວຍໃຫ້ການ
ກະສິກຳຂອງພວກເຮົາມີຄວາມໝັ້ນຄົງຂຶ້ນຕື່ມ ດ້ວຍ. ການໃຊ້ນຶ່ງໃນແຫຼ່ງພະລັງງານ
ພວກນັ້ນ ແທນທີ່ຈະກົດລ້າງມັນຖິ້ມໄປ ໃນຫົວສ້ວມ. ນັກຂ່າວວີໂອເອ ນາງ ເຟທ໌
ລາປີດັສ ເປັນຜູ້ອະທິບາຍເລື້ອງນີ້ໃນລາຍງານຂອງເຮົາ ເຊິ່ງ ພຸດທະສອນ ຈະນຳລາຍ
ລະອຽດມາສະເໜີທ່ານ ຕໍ່ໄປ.
ໃນຕອນບ່າຍທີ່ມີອາກາດອົບເອົ້າຂອງລະດູຮ້ອນ ຢູ່ນອກເມືອງ ແບຣັດໂທໂບໂຣ,
ລັດ ເວີມັອນ, ທ້າວ ດີນ ແຮມິລຕັນ ເຊິ່ງແມ່ນຊາວນາ, ລາວ ໄດ້ຕິດຈັກລົດຕຣັກເຕີ
ຂອງລາວ ແລ້ວ ໂຮຍຝຸ່ນໃສ່ທົ່ງຫຍ້າ ສຳລັບເກືອສັດ ເຊິ່ງເຮັດຈາກປັດສາວະ ຫຼື ນ້ຳ
ຍ່ຽວຂອງມະນຸດ. ມັນຕ້ອງໄດ້ໃຊ້ເວລາໜ້ອຍນຶ່ງ ເພື່ອທຳຄວາມລຶ້ງເຄີຍກັບມັນ ອີງ
ຕາມນັກວິສະວະກອນສິ່ງແວດລ້ອມ ທ່ານນາງ ແນນຊີ ເລີຟ.
ທ່ານນາງ ແນນຊີ ເລີຟ ນັກວິສະວະກອນສິ່ງແວດລ້ອມ ຈາກມະຫາວິທະຍາໄລ ມິຊິ
ແກັນ ເວົ້າວ່າ “ຂ້າພະເຈົ້າຕົກໃຈທີ່ວ່າ ຫຼາຍຄົນ ແທ້ຈິງແລ້ວແມ່ນຕື່ນເຕັ້ນ ແລະ
ເປັນຫ່ວງກັບມັນຂ້ອນຂ້າງໄວ. ແລະ ມີຄວາມສະໝັກໃຈທີ່ຈະຟັງ.”
ສະຖາບັນ Rich Earth ທີ່ບໍ່ປະສົງຜົນກຳໄລກຳລັງເຮັດວຽກກັບທ່ານນາງ ເລີຟ ແລະ
ທີມຂອງລາວ. ດ້ວຍການສະໜັບສະໜູນຈາກມູນນິທິວິທະຍາສາດແຫ່ງຊາດ, ເຂົາ
ເຈົ້າກຳລັງປັບປຸງວິທີການໃໝ່ເພື່ອໝູນໃຊ້ນ້ຳຍ່ຽວໃຫ້ເປັນປຸຍ.
ທ່ານ ອາບຣາຮຳ ໂນ-ເຮສ໌, ຈາກສະຖາບັນ Rich Earth ກ່າວວ່າ “ມັນມີຄຳເວົ້າດີໆ
ຂອງທ່ານ ບັກມິສເຕີ ຟູລເລີ ແຖວນຶ່ງ ກ່ຽວກັບ ວ່າມົນລະພິດແມ່ນບໍ່ມີຫຍັງ ແຕ່ແຫຼ່ງ
ທີ່ເປັນຊັບພະຍາກອນຕ່າງໆທີ່ພວກເຮົາບໍ່ໄດ້ເກັບກ່ຽວ, ແລະ ວ່າພວກເຮົາໄດ້ປ່ອຍ
ໃຫ້ມັນຫາຍໄປຍ້ອນວ່າ ພວກເຮົາເມີນເສີຍຕໍ່ຄຸນຄ່າຂອງມັນ.”
ການເກັບກ່ຽວຜົນປະໂຫຍດຈາກຍ່ຽວ, ເຊິ່ງຢ່າງໃດກໍຕາມ, ແມ່ນເຕັມໄປດ້ວຍສານ
ບຳລຸງ ຄືກັບປຸຍເຄມີນັ້ນ, ຈະໄປຊ່ວຍແກ້ໄຂບັນຫາສອງຢ່າງ ໃນເວລາດຽວເຊັ່ນຄື
ກຳຈັດສິ່ງເສດເຫຼືອ ແລະ ຜະລິດປຸຍທຳມະຊາດ.
ສະຖາບັນ Rich Earth ໄດ້ໃຊ້ຍ່ຽວເປັນປຸຍນັບຕັ້ງແຕ່ປີ 2012 ເປັນຕົ້ນມາ. ເຂົາເຈົ້າ
ໄດ້ເກັບນ້ຳຍ່ຽວໄວ້ປະມານ 26 ພັນລິດຕໍ່ປີ, ຈາກການບໍລິຈາກຂອງກຸ່ມຜູ້ສະໜັບ
ສະໜູນທີ່ຫວັງດີກຸ່ມນຶ່ງ.
ທ່ານນາງ ຄິມ ເນສ໌ ຈາກສະຖາບັນ Rich Earth ເວົ້າວ່າ “ຕອນນີ້ພວກເຮົາມີຄົນຜູ້
ທີ່ມີສ້ວມທີ່ແບ່ງສານບຳລຸງບາງຢ່າງອອກຈາກກັນ ຢູ່ໃນບ້ານຂອງເຂົາເຈົ້າ. ພວກ
ເຮົາຍັງມີຄົນຜູ້ທີ່ໄດ້ເກັບນ້ຳຍ່ຽວໄດ້ຖັງລະ 200 ລິດແລ້ວເຊັ່ນກັນ ເຊິ່ງເຂົາເຈົ້າໄດ້
ເກັບ ແລະ ສົ່ງມັນໄປທົ່ງນາຂອງພວກເຮົາ, ແລະ ພວກເຮົາກໍຍັງມີສາງເກັບນ້ຳຍ່ຽວ
ຂະໜາດໃຫຍ່ດ້ວຍ.”
ເຂົາເຈົ້າທຳການຂ້າເຊື້ອຂອງນ້ຳຍ່ຽວນັ້ນ ເພື່ອຂ້າເຊື້ອຈຸລິນຊີທຸກໆໂຕ, ແລ້ວມັນກໍ
ຈະຖືກໃຊ້ຢູ່ທົ່ງຫຍ້າລ້ຽງສັດໂດຍກົງ.
ຕອນນີ້ ເຊິ່ງເຂົາເຈົ້າໄດ້ຮ່ວມມືກັບມະຫາວິທະຍາໄລ ມິຊິແກັນ ນັ້ນ, ທ່ານນາງ ເລີຟ
ກ່າວວ່າ ເຂົາເຈົ້າຫວັງວ່າຈະກ້າວໄປສູ່ຂັ້ນຕໍ່ໄປ.
ທ່ານນາງ ເລີຟ ເວົ້າວ່າ “ມັນມີສາມຢ່າງ ທີ່ພວກເຮົາພະຍາຍາມທີ່ຈະເຮັດແທ້ໆກັບ
ນ້ຳຍ່ຽວ ໃນໄລຍະການດຳເນີນງານແບບນີ້ ໃນຄັ້ງຕໍ່ໄປ. ພວກເຮົາຈະພະຍາຍາມ
ເຮັດໃຫ້ມັນເຂັ້ມຂຸ້ນຂຶ້ນ. ພວກເຮົາຈະພະຍາຍາມໃຊ້ເທັກໂນໂລຈີ ເພື່ອຫຼຸດຜ່ອນກິ່ນ,
ແລະ ພວກເຮົາຈະພະຍາຍາມຮັບມື ກັບຮ່ອງຮອຍຂອງສານປົນເປື້ອນຄືຢາທີ່ໄດ້ຮັບ
ມາຈາກທຳມະຊາດ.”
ການຮັບມືກັບ “ຢາທີ່ໄດ້ມາຈາກທຳມະຊາດ” ແມ່ນບັນຫາທີ່ສຳຄັນ. ການຕົ້ມນ້ຳຍ່ຽວ
ຈະເຮັດໃຫ້ເຊື້ອພະຍາດຕາຍ, ແຕ່ບໍ່ມີຜົນຕໍ່ສານເຄມີຕ່າງໆຄື ຢາທີ່ຜ່ານເຂົ້າໃນຮ່າງ
ກາຍຂອງພວກເຮົາ.
ທ່ານນາງ ແນນຊີ ເລີຟ ເວົ້າວ່າ “ພວກເຮົາຮູ້ວ່າ ຢາແມ່ນບັນຫາສຳລັບສິ່ງມີຊີວິດໃນ
ນ້ຳ ຫຼື ລະບົບນ້ຳ. ມັນສາມາດໂຕ້ແຍ້ງໄດ້ ກ່ຽວກັບ ຜົນກະທົບຂອງມັນທີ່ມີຕໍ່ສຸຂະ
ພາບຂອງມະນຸດໃນລະດັບທີ່ຕ່ຳຫຼາຍ. ຖ້າບໍ່ມີມັນ, ຂ້າພະເຈົ້າຄິດວ່າ ຄົນສ່ວນໃຫຍ່
ຈະເລືອກ ບໍ່ໃຫ້ມັນມີຢູ່ໃນອາຫານຂອງພວກເຮົາເລີຍ.”
ສຳລັບທ່ານນາງ ເລີຟ, ທັງໝົດນີ້ ແມ່ນ ກ່ຽວກັບ ການອອກແບບຄືນໃໝ່ ໃນໂຄງລ່າງ
ພື້ນຖານນ້ຳເສຍຂອງພວກເຮົາ ສຳລັບສັດຕະວັດທີ 21 ນີ້. ການມີສານບຳລຸງຢູ່ໃນ
ນ້ຳຫຼາຍໂພດ ຈະເຮັດໃຫ້ນ້ຳມີຄຸນນະພາບຕ່ຳ ທີ່ເປັນສາເຫດການແຜ່ລາມຂອງແໜ
ນ້ຳ.
ທ່ານນາງ ແນນຊີ ກ່າວວ່າ “ການປ່ອຍສານພິດລົງໃນນ້ຳຂອງພວກເຮົາ ແມ່ນໄດ້ໄຫຼ
ເຂົ້າໄປໃນລຳນ້ຳຕ່າງໆທີ່ລະອຽດອ່ອນຫຼາຍ ເຊິ່ງມັນມີຄວາມສ່ຽງຕໍ່ຂະໜາດສານບຳ
ລຸງພວກນີ້. ພວກເຮົາຕ້ອງປ່ຽນການເຄື່ອນໄຫວດັ່ງກ່າວນັ້ນ. ແລະຖ້າພວກເຮົາຄວບ
ຄຸມມັນໄດ້ ແລະ ໃຊ້ມັນໃຫ້ເປັນປະໂຫຍດ, ນັ້ນກໍແມ່ນສິ່ງທີ່ພວກເຮົາກຳລັງພະຍາ
ຍາມຈະເຮັດຢູ່.”
ຄວາມພະຍາຍາມຂອງເຂົາເຈົ້າ ອາດຈະເຮັດໃຫ້ການກະສິກຳສະອາດຂຶ້ນກວ່າເກົ່າ
ແລະ ລຳແມ່ນ້ຳຂອງພວກເຮົາ ກໍຈະສະອາດຫຼາຍກວ່າເກົ່າເຊັ່ນກັນ.