ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມກ້າວໜ້າ ໄປສູ່ການອາວະສານ ຂອງເຊື້ອເອັດສ໌ໄອວີ ແລະ​ໂຣກເອດສ໌ ພວມຫ​ຼຸດໜ້ອຍຖອຍລົງ


ສູນກາງໃຫຍ່ ຂອງອົງການອະນາໄມໂລກ ທີ່ນະຄອນເຈນີວາ ປະເທດ ສວິດເຊີແລນ
ສູນກາງໃຫຍ່ ຂອງອົງການອະນາໄມໂລກ ທີ່ນະຄອນເຈນີວາ ປະເທດ ສວິດເຊີແລນ

ລາຍງານທີ່ອອກມານຶ່ງມື້ ກ່ອນກອງປະຊຸມເລື້ອງໂຣກເອດສ໌ລະຫວ່າງ ຊາດ ທີ່ເມັກຊິ
ໂກ ພົບເຫັນວ່າ ການແ​ຜ່ລະບາດ ຂອງເຊື້ອ ເອັດສ໌ໄອວີເອດສ໌ແມ່ນພວມຫລຸດໜ້ອຍ
ຖອຍລົງ. ໂຄງການຮ່ວມມື ຂອງອົງການ ສະຫະປະຊາ ຊາດເລື້ອງເອັດສ໌ໄອວີເອດສ໌ ຊຶ່ງຮູ້ກັນວ່າ ຢູແອັນເອດສ໌ເຕືອນວ່າ ຄວາມກ້າວ ໜ້າ ໃນການຫຼຸດຜ່ອນການຕິດເຊື້ອ
ໃໝ່ຂອງເອັດສ໌ໄອວີແມ່ນພວມເປັນໄປຢ່າງ ຊ້າໆຍ້ອນພວກປະເທດທັງຫຼາຍ ຂາດການ
​ຕັດ​ສິນ​ໃຈທາງດ້ານການເມືອງທີ່ຈຳ ເປັນເພື່ອລະງັບ ໂຣກທີ່ຮ້າຍກາດອັນນີ້. Lisa
Schlein ສົ່ງລາຍງານເລື້ອງນີ້ ມາໃຫ້ ວີໂອເອຈາກສູນກາງໃຫຍ່ ຂອງ ຢູແອັນເອດສ໌ ທີ່
ນະຄອນເຈນິວາ ດັ່ງ ສາລີ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໂຕ​ເລກຫລ້າສຸດຂອງ​ອົງ​ການຢູແອັນເອດສ໌ ພົບເຫັນວ່າ ຜູ້ຄົນ 1 ລ້ານ 7 ແສນຄົນ ຫາ
ກໍໄດ້ຕິດເຊື້ອ HIV/AIDS ໃນປີ 2018 ແລະ 770,000 ຄົນໄດ້ ເສຍຊີວິດຍ້ອນໄວ​ຣັ​ສ
ດັ່ງກ່າວ. ລາຍງານສະ​ບັບ​ນີ້ພົບວ່າ 23 ລ້ານຄົນພວມໄດ້ ຮັບການຮັກສາປິ່ນປົວ ຕ້ານ
ໂຣກດັ່ງກ່າວ ແຕ່ວ່າ 15 ລ້ານຄົນ ຍັງບໍ່ທັນໄດ້ຮັບ ການປິ່ນປົວ ເພື່ອກອບກູ້ຊີວິດນີ້ໄວ້
ເທື່ອ.

ທ່ານນາງກູນິລາ ຄາສັນ ຜູ້ວ່າການອຳນວຍການຊົ່ວຄາວຂອງຢູແອັນເອດສ໌ ກ່າວ
ວ່າ ລາຍງານສະແດງໃຫ້ເຫັນວ່າ ນັບ​ເປັນ​ເທື່ອ​ທຳ​ອິດ ພວກປະຊາຊົນ ຜູ້ ທີ່ມີສ່ວນທີ່
ສຳຄັນກັບຄູ່ຮ່ວມເພດຂອງພວກເຂົາເຈົ້າເປັນພວກທີ່ຕິດເຊື້ອເອັດສ໌ໄອວີເທື່ອໃໝ່ຫຼາຍ
ກວ່າເຄິ່ງນຶ່ງ. ທ່ານນາງໄດ້ໃຫ້ຂໍ້ສັງເກດວ່າ 54% ຂອງການຕິດ ຕໍ່ເທື່ອໃໝ່ແມ່ນໄດ້ແຜ່
ລາມມາຈາກການຄ້າປະເວນີ ພວກໃຊ້ຢາເສບຕິດ ພວກ ຜູ້ຊາຍທີ່ຮ່ວມເພດກັບຜູ້ຊາຍ ພວກປ່ຽນເພດ ແລະພວກນັກໂທດ.

ທ່ານນາງໄດ້ບອກວີໂອເອວ່າ ຄົນຈຳພວກນີ້ໄດ້ຮັບຄວາມທໍລະມານຍ້ອນຄວາມ ເຊື່ອ
ໃນທາງບໍ່ດີ ທີ່ມີຕິດໂຕແລະການຈຳແນກ ແລະຕໍ່ມາ ນາງກ່າວວ່າ ບໍ່ໄດ້ມີ ການເຂົ້າ
ເຖິງພວກເຂົາເຈົ້າ ໃນລະດັບທີ່ຈຳເປັນ ເພື່ອຢຸດຢັ້ງການແຜ່ຜາຍເຊື້ອ ໂຣກເອັດສ໌ໄອ
ວີນີ້ ຊຶ່ງທ່ານນາງເວົ້າວ່າ:

“ການສ່ຽງທີ່ພວກຄົນດັ່ງກ່າວທີ່ຖືກປ່ອຍປະ ແລະບໍ່ໄດ້ຮັບການປິ່ນປົວຕາມທາງ ທີ່
ຖືກຕ້ອງ ບໍ່ພຽງແຕ່ໃນດ້ານສິດທິ ແຕ່ແມ່ນເລື້ອງການປິ່ນປົວແລະການຮັກສາ ຖ້າບໍ່
ໃຫ້ພວກເຮົາເວົ້າເຖິງມັນ ພວກເຮົາກໍຈະບໍ່ສາມາດ ແກ້ໄຂໄດ້. ຢູ່ໃນບາງ ເຂດ ເລື້ອງ
ນີ້ ແມ່ນເຫັນໄດ້ຊັດເປັນພິເສດ.

ທ່ານນາງ ແກຣິສສັນກ່າວວ່າ ການຕິດເຊື້ອເທື່ອໃໝ່ນີ້ໄດ້ມີເພີ້ມຂຶ້ນ 29​% ນັບ ຕັ້ງແຕ່
ປີ 2010 ເປັນຕົ້ນມາ ຢູ່ໃນຢູໂຣບຕາເວັນອອກ ກັບເອເຊຍກາງ. ໃນເວ ລາດຽວກັນການ
ຕິດເຊື້ອເອັດສ໌ໄອວີກໍໄດ້ເພີ້ມຂຶ້ນ 10% ຢູ່ໃນພາກຕາເວັນອອກກາງແລະພາກເໜືອ
ຂອງອາຟຣິກາ.

ທ່ານນາງເວົ້າວ່າ ແຜນທີ່ເອັດສ໌ໄອວີເອດສ໌ໃນທົ່ວໂລກສະແດງໃຫ້ເຫັນຮູບແບບ ປະ
ປົນກັນໄປ. ທ່ານນາງເວົ້າວ່າ ໄດ້ມີຄວາມກ້າວໜ້າບາງຢ່າງ ຢູ່ທາງພາກຕາ ເວັນຕົກ
ຂອງຢູໂຣບແລະອາເມຣິກາເໜືອ ເຖິງແມ່ນ ຈຳນວນຜູ້ຕິດເຊື້ອໂຣກ​ໃໝ່ ແລະຜູ້ຕາຍຍັງຄົງສູງຢ່າງບໍ່ໜ້າເຊື່ອກໍຕາມ.

ດັ່ງທີ່ເຄີຍເປັນມາ ລາຍງານດັ່ງກ່າວພົບເຫັນວ່າຄົນສ່ວນຫລາຍທີ່ຕິດເຊື້ອເອັດສ໌ ໄອວີ ແລະພວກທີ່ຫາກໍຕິດໃໝ່ແມ່ນຢູ່ທາງພາກຕາເວັນອອກແລະຕອນໃຕ້ຂອງ ອາຟຣິກາ. ເຖິງຢ່າງໃດກໍດີ ມັນໄດ້ມີການສັງເກດວ່າການເຂົ້າໄປພົວພັນຢູ່ບ່ອນ ທີ່ຕິດເຊື້ອໂຣກນີ້
ຢ່າງຫລວງຫລາຍ ໃນອາຟຣິກາໃຕ້ ໄດ້ຮັບຜົນເຮັດໃຫ້ການຕິດ ເຊື້ອໂຣກນີ້ ຫລຸດລົງ
ເຖິງ 40%.ທ່ານນາງແກຣິສສັນ ກ່າວວ່າ ຄວາມພະຍາຍາມ ທີ່ຈະເຮັດໃຫ້ການແຜ່ລະ
ບາດ ຂອງເຊື້ອເອັດສ໌ໄອວີເອດນີ້ຫລຸດລົງ ຈະລົ້ມແຫລວຖ້າບໍ່ມີເງິນພຽງພໍ. ທ່ານນາງ
ກ່າວວ່າ ແຫລ່ງຊ່ອຍເຫລືອທີ່ມິໄວ້ໃຫ້ເພື່ອຕອບສະໜອງໂຣກເອດສ໌ໄດ້ຫລຸດລົງ ເກືອບ
1 ພັນລ້ານໂດລາ. ນອກນັ້ນ ທ່ານນາງຍັງໃຫ້ຂໍ້ສັງເກດວ່າ ໂຄງການຢູ ແອນເອດສ໌ ແມ່ນ
ຂາດເງິນຢູ່ 7 ພັນລ້ານໂດລາ ໃນຈຳນວນທີ່ຄຳນວນໄວ້ 26 ພັນ 2 ຮ້ອຍລ້ານໂດລາທີ່ຈຳ
ເປັນ ສຳລັບປີ 2020.

ເຊີນອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG