ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການສະຫະປະຊາຊາດ ເວົ້າວ່າ ການຕໍ່ສູ້ກັບ HIV/AIDS ແມ່ນບໍ່ສະໝໍ່າສະເໝີ


ສຳນັກງານໃຫຍ່ຂອງອົງການອະນາໄມໂລກ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ.
ສຳນັກງານໃຫຍ່ຂອງອົງການອະນາໄມໂລກ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ.

ອົງການສະຫະປະຊາຊາດເວົ້າວ່າ ເປົ້າໝາຍ HIV/AIDS ໃນທົ່ວໂລກສຳລັບປີ 2020 ຈະບໍ່ບັນລຸ ຜົນສຳເລັດ, ແລະ ວ່າຄວາມກ້າວໜ້າບາງອັນອາດສູນເສຍ ໄປ,​ ສ່ວນນຶ່ງກໍແມ່ນຍ້ອນໂຣກລະບາດໄວຣັສໂຄໂຣນາ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຮັບມືກັບ HIV/AIDS ຢ່າງຮຸນແຮງ.

ທ່ານນາງ ວິນນີ ບຽນຢີມາ, ຜູ້ອຳນວຍການໃຫຍ່ຂອງອົງການ UNAIDS ໄດ້ກ່າວໃນລາຍງານທີ່ຖືກເປີດເຜີຍໃນນະຄອນ ເຈນີວາ ເມື່ອວັນຈັນວານນີ້ວ່າ “ລາຍງານຂອງພວກເຮົາໄດ້ສະແດງໃຫ້ເຫັນວ່າ COVID ແມ່ນກຳລັງເປັນໄພ ຂົ່ມຂູ່ທີ່ຈະເຮັດໃຫ້ວຽກງານ ບໍ່ເປັນໄປຕາມທິດທາງຂອງພວກເຮົາ. COVID ແມ່ນເຊື້ອໂຣກ ທີ່ຍາດເອົາແຫຼ່ງຊັບພະຍາກອນ, ຫ້ອງທົດລອງ, ນັກວິທະຍາ ສາດ, ພະນັກງານສາທາລະນະສຸກອອກຈາກວຽກງານ HIV. ພວກເຮົາຢາກໃຫ້ລັດຖະບານຕ່າງໆໃຊ້ວິທີການທີ່ສ້າງສັນ ເພື່ອຕໍ່ສູ້ກັບເຊື້ອໂຣກທັງສອງຕໍ່ໄປ. ເຊື້ອໂຣກນຶ່ງບໍ່ສາມາດຖືກໃຊ້ ເພື່ອຕໍ່ສູ້ກັບອີກໂຣກນຶ່ງ.”

COVID-19 ແມ່ນເຊື້ອໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນາສາຍພັນໃໝ່.

ອົງການ UNAIDS ເວົ້າວ່າ ເຖິງແມ່ນຈະມີປະກັນໄພປິ່ນປົວ HIV ຢ່າງກວ້າງຂວາງກໍຕາມ, ປະຊາ ຊົນປະມານ 25 ລ້ານຄົນຈາກ 38 ລ້ານຄົນທີ່ກຳລັງໃຊ້ຊີວິດກັບເຊື້ອ HIV ໃນເວລານີ້ ແມ່ນບໍ່ສາ ມາດເຂົ້າເຖິງການປິ່ນປົວຕໍ່ຕ້ານໄວຣັສ, ເຊິ່ງຂະບວນການດັ່ງກ່າວກຳລັງຢຸດຊະງັກລົງ. ໃນສອງປີທີ່ຜ່ານມາ, ການຕິດເຊື້ອໃໝ່ແມ່ນບໍ່ໄດ້ມີການປ່ຽນແປງຢູ່ທີ່ ນຶ່ງລ້ານເຈັດແສນຄົນຕໍ່ປີ ແລະ ການ ເສຍຊີວິດແມ່ນໄດ້ຫຼຸດລົງໜ້ອຍນຶ່ງຈາກ 730,000 ຄົນໃນປີ 2018 ເປັນ 690,000​ ຄົນໃນປີກາຍນີ້.

ອົງການສະຫະປະຊາຊາດໄດ້ອ້າງເຫດຜົນນີ້ຕໍ່ການປ້ອງກັນ ແລະ ການບໍລິການກວດໂຣກວ່າ ໄປບໍ່ເຖິງກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ, ເຊິ່ງລວມມີຄົນຂາຍບໍລິການທາງເພດ, ຜູ້ສີດຢາເສບຕິດເຂົ້າໃນເສັ້ນເລືອດ,​ ນັກໂທດ ແລະ ຜູ້ຊາຍຮັກຄົນເພດດຽວກັນ.

COVID-19 ໄດ້ເປັນໄພຂົ່ມຂູ່ເພີ່ມເຕີມຕໍ່ການຮັບມືກັບ HIV/AIDS ເພາະວ່າມັນສາມາດປ້ອງກັນປະຊາຊົນຈາກການເຂົ້າຫາການປິ່ນປົວ. ອົງການສະຫະປະຊາຊາດຄາດຄະເນວ່າ ຖ້າຄົນໄຂ້ຕິດເຊື້ອ HIV ຖືກຕັດອອກຈາກການປິ່ນປົວເປັນເວລາຫົກເດືອນ, ມັນອາດນຳໄປສູ່ການເສຍຊີວິດຕື່ມອີກເຄິ່ງລ້ານຄົນ ໃນເຂດໃຕ້ທະເລຊາຍ ຊາຮາຣາ ອາຟຣິກາ ໃນປີໜ້າ, ເຮັດໃຫ້ພາກພື້ນດັ່ງກ່າວ ກັບຄືນໄປຢູ່ໃນລະດັບການເສຍຊີວິດ ຈາກໂຣກ AIDS ຂອງປີ 2008. ແມ່ນກະທັ້ງການຢຸດຊະ ງັກ 20 ເປີເຊັນກໍອາດນຳໄປສູ່ການເສຍຊີວິດເພີ່ມເຕີມ 110,000​ ຄົນ.

ຄົນໄຂ້ HIV/AIDS ທີ່ຕິດ COVID-19 ຍັງມີຄວາມສ່ຽໃນການເສຍຊີວິດທີ່ສູງຫຼາຍ, ໃນຂະນະທີ່ໄວຣັສດັ່ງກ່າວ ຈະເລືອກໂຈມຕີລະບົບພູມຕ້ານທານທີ່ອ່ອນແອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG