ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຮງງານລາວ ທີ່ໄປເຮັດວຽກຢູ່ເກົາຫຼີໃຕ້ ສ້າງບັນຫາ ສົ່ງຜົນກະທົບຕໍ່ແຮງງານຢູ່ໃນລາວ ທີ່ຢາກຈະໄປເຮັດວຽກເຊັ່ນກັນ


ບໍລິສັັດ ສະຫວັນ ບໍລິການຈັດຫາງານ ຈຳກັດຜູ້ດຽວ ຢູ່ຖະໜົນໜອງບົວທອງ, ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ບໍລິສັັດ ສະຫວັນ ບໍລິການຈັດຫາງານ ຈຳກັດຜູ້ດຽວ ຢູ່ຖະໜົນໜອງບົວທອງ, ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ໄພເງິນເຟີ້ໃນລາວທີ່ສູງຂຶ້ນນັບມື້ ໄດ້ເຮັດໃຫ້ຊາວໜຸ່ມລາວ ທີ່ຂາດວຽກງເຮັດງານທໍາ ດີ້ນຮົນຫາທາງໄປອອກແຮງງານຢູ່ຕ່າງປະເທດ ລວມທັງເກົາຫລີໃຕ້. ແຕ່ວ່າ ການຮັບເອົາແຮງງານ ໄປເຮັດວຽກ ຢູ່ປະເທດດັ່ງກ່າວເມື່ອມໍ່ໆມານີ້ ໄດ້ຖືກໂຈະໄວ້ຫລັງຈາກພົບວ່າ ມີແຮງງານຈໍານວນນຶ່ງ ບໍ່ກັບ ຄືນປະເທດຕາມສັນຍາ. ສະພາບການນີ້ສ້າງບັນຫາວຸ້ນວາຍໃຫ້ພວກທີ່ພະຍາ ຍາມໄປຕາມຫລັງແລະໄດ້ເອົາເງິນໄປເສຍຄ່າທໍານຽມຕ່າງໆໃຫ້ແກ່ບໍລິສັດຈັດຫາງານແລ້ວ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄພເງິນເຟີ້ໃນລາວ ໄດ້ຖີບຕົວສູງຂຶ້ນຢ່າງວ່ອງໄວຈາກ 8.5 ໃນເດືອນມີນາຜ່ານມາ ຂຶ້ນເປັນ 25.6 ໃນເດືອນກໍລະກົດ, ອີງຕາມສູນສະຖິຕິແຫ່ງຊາດລາວ. ນີ້ເປັນອັດຕາສູງທີ່ສຸດໃນຮອບ 18 ປີ ແລະ ສູງກວ່າອັດຕາເງິນເຟີ້ທີ່ທະນາຄານພັດທະນາເອເຊຍ ທີ່ຄາດຄະເນໄວ້ກ່ອນໜ້ານີ້ວ່າ ຈະຢູ່ໃນລະດັບ 5.8 ເປີເຊັນ ສໍາລັບປີ 2022. ວິກິດການທາງເສດຖະກິດທີ່ວ່ານີ້ ແມ່ນຖືກຜັກດັນດ້ວຍການຂາດແຄນນໍ້າມັນເຊື້ອໄຟ ແລະການຂາດດຸນບັນຊີເງິິນຕາຕ່າງປະເທດ ທີ່ສົ່ງຜົນໃຫ້ລາຄາສິນຄ້າສູງຂຶ້ນນັບມື້ ຂະນະທີ່ຄ່າແຮງງານຍັງຕໍ່າຢູ່ເໝືອນເດີມ. ມັນໄດ້ຜັກດັນໃຫ້ແຮງງານລາວຫລາຍແສນຄົນພາກັນດີ້ນຮົນຊອກຫາທາງທີ່ໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງໃນນັ້ນກໍລວມມີເກົາຫລີໃຕ້. ແຕ່ວ່າການສົ່ງຜູ້ອອກແຮງງານໄປປະເທດທີ່ມີເສດຖະກິດໃຫຍ່ດັ່ງກ່າວ ກັບຖືກໂຈະໄວ້ເມື່ອລັດຖະບານເກົາຫລີໃຕ້ ຫ້າມການນໍາເຂົ້າແຮງງານຈາກລາວ ເປັນການຊົ່ວຄາວ ຫລັງຈາກ ພົບວ່າ ມີແຮງງານລາວຈໍານວນນຶ່ງ ໄດ້ໂຕນໜີ ແລະບໍ່ກັບຄືນບ້ານຕາມສັນຍາ ດັ່ງທີ່ພະນັກງານຂັ້ນສູງທ່ານນຶ່ງ ໃນອົງການກໍາມະບານລາວອະທິບາຍວ່າ:

“ທີ່ຈິງມັນຄາກັບພາກລັດພວກເຮົາຫັ້ນ ແຮງງານທີ່ໄປເຮັດວຽກຢູ່ພຸ້ນ ທີ່ໄປກ່ອນຫັ້ນນະ ມັນບໍ່ເຮັດຕາມສັນຍາ ມັນລັກໜີ. ແລ້ວບາດນີ້ ມັນກະທົບໂກຕ້າຂອງລັດເຮົາ. ມັນຍົກເລີກສັນຍາ ມັນກະເລີຍເຮັດໃຫ້ພວກທີ່ວ່າ ມາລົງທະບຽນນໍາເຮົາ ຫລືວ່າ ໄປກວດສຸຂະພາບ ແລະໄດ້ຈ່າຍເງິນແລ້ວລະ ມັນໄປຊ້າ. ມັນຜິດນໍາຄົນທີ່ໄປກ່ອນ ບໍ່ເຮັດຕາມສັນຍາເຮັດໃຫ້ມີຜົນກະທົບ.”

ຂະນະດຽວກັນທາງບໍລິສັດຈັດຫາງານຢູ່ລາວ ກັບບໍ່ໄດ້ໃຫ້ຂໍ້ມູນລະອຽດແກ່ຜູ້ທີ່ມາລົງທະບຽນສະໝັກໃໝ່ ແລະຍັງສືບຕໍ່ ຮັບສະໝັກງານຢູ່ ຈຶ່ງເຮັດໃຫ້ເກີດຄວາມເດືອດຮ້ອນ ແກ່ຜູ້ທີ່ໄດ້ເສຍເງິນສໍາລັບຄ່າໃຊ້ຈ່າຍຕ່າງໆໄປແລ້ວ ແຕ່ບໍ່ຮູ້ກໍານົດ ອັນແນ່ນອນວ່າ ມື້ໃດຈະໄດ້ເດີນທາງໄປ ດັ່ງທີ່ຊາຍໄວກາງຄົນຜູ້ນຶ່ງຈາກບ້ານດົງໂດກ, ເມືອງໄຊທານີ ນະຄອນຫລວງວຽງຈັນທີ່ລູກຂອງລາວ ໄດ້ປະກອບເອກະສານຄົບຖ້ວນແລ້ວ ແລະພ້ອມທີ່ຈະເອົາເງິນໄປຈ່າຍ ແຕ່ກັບປ່ຽນໃຈເມື່ອໄດ້ເຫັນເຫດການຖົກຖຽງກັນລະຫວ່າງຜູ້ຈ່າຍເງິນແລ້ວ ແຕ່ບໍ່ໄດ້ໄປ ກັບພະນັກງານຂອງບໍລິສັດຈັດຫາງານແຫ່ງນຶ່ງ ຊຶ່ງທ່ານບອກວ່າ:

(ພໍ່ຂອງແຮງງານລາວກຽມຈະໄປເຮັດວຽກເກົາຫລີ)

“ມັນຄາກັບບໍລິສັດໂຕນີ້ກ່ອນເນາະ ມັນມີບັນຫາ ກະຍົກເລີກຊັ້ນແຫລະເອີ ຄັນເປັນຈັ່ງຊັ້ນ ເຂົາຖອນເງິນຄືນແລ້ວເວີຍ ຕົວຢ່າງຜູ້ເຂົາຈ່າຍເງິນແລ້ວບໍ່ໄດ້ໄປ ໄດ້ຍິນເຂົາວ່າເອົາເງິນມາຖອກແລ້ວຈັ່ງຊິໄດ້ໄປ. ຈ່າຍເງິນກ່ອນຈັກຈ່າຍຫນ້ອຍ ຈ່າຍຫລາຍກະບໍ່ຮູ້ລະເນາະ. ບາດນີ້ຄອບຄົວບໍ່ມີ ກະຢາກໃຫ້ລູກໄປ ກະຈໍາເປັນໄປກູ້ໄປຢືມມາແມ່ນບໍ? ຄັນໄປຢືມມາຫນ້ອຍກະໄຄລະບໍ, ຢືມເທື່ອສີ່ສິບຫ້າສິບລ້ານ, ສີ່ພັນຫ້າພັນຫລຽນຕົວຢ່າງ ມາຊໍ້າພັດວ່ານັດໄປເອົາເງິນຄືນພັດວ່າບໍ່ໃຫ້ເຂົາ ກະແມ່ນຄວາມເຂົາຫັ້ນແຫລະ ໂຕເປັນພະນັກງານນັ່ງຫົວໂຕະ ມີແຕ່ວ່ານັດວັນທີ 15 ວັນມາ, ວັນທີ 30 ມາ ລະຍ້າຍໄປມື້ໃໝ່ຕະຫລອດພັດວ່າ ຫົວໜ້າບໍ່ຢູ່ຊັ້ນນະ ສະແດງວ່າເຈົ້າເປັນບໍລິສັດຕົ້ມຕຸ໋ນຊັ້ນແຫລະ ສໍ້ໂກງໂລດແຫລະນີ້”.

ສໍາລັບຜູ້ທີ່ຈະໄປອອກແຮງງານທີ່ເກົາຫລີໃຕ້ນັ້ນ ປົກກະຕິຕ້ອງໄດ້ຈ່າຍຄ່າເດີນ ທາງ ແລະທໍານຽມອື່ນໆທີ່ສູງ ໃຫ້ແກ່ບໍລິສັດຈັດຫາງານ ດັ້ງທີ່ທ່ານນາງອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມແຮງງານ, ກະຊວງແຮງງານແລະສະຫວັດດີການສັງຄົມຊີ້ແຈງວ່າ:

“ສໍາລັບແຮງງານຈະໄປເກົາຫລີນັ້ນແມ່ນສອງແພ໊ກເກັດ ຄື: ໄລຍະສັ້ນ 5 ເດືອນ ແລະໄລຍະຍາວ 3-5 ປີ: ສ່ວນຄ່າໃຊ້ຈ່າຍແມ່ນປະມານ 2,000 ໂດລາ ກວ່າໆ ສໍາລັບແຮງງານໄລຍະສັ້ນ ແລະ ຄ່າໃຊ້ຈ່າຍແຮງງານໄລຍະຍາວປະມານ 1,600 ໂດລາກວ່າງໆ. ຍັງຕ້ອງມີຄ່າມັດຈໍາ ອີກ 3,000 ໂດລາ ແລະຖ້າບໍ່ມີເງິນ ກໍຕ້ອງມີຄົນຄໍ້າປະກັນ ຫລືມີຫລັກຊັບຄໍ້າປະກັນໄວ້ ແຕ່ເວລາກັບມາແມ່ນຈະຖືກສົ່ງເງິນຄືນ ແຕ່ຖ້າບໍ່ກັບມາແມ່ນຈະຖືກຍຶດເລີຍ.”

ເກົາຫລີໃຕ້ ໃນທີ່ຜ່ານມາໄດ້ຈ້າງແຮງງານຕ່າງປະເທດ ພາຍໃຕ້ສັນຍາຜູກພັນໃນການບໍລິການຂອງລະບົບຈຸດ ໃນຂະແຫນງອຸດສາຫະກໍາ ແລະທຸລະກິດຂະໜາດນ້ອຍແລະກາງ ຫລື Service Commitment Agreement of the Point System in the Industries Sector and SME. ພາຍໃຕ້ຂໍ້ຕົກລົງນີ້, ມີປະມານ 500 ຄົນໄດ້ຮັບຄັດເລືອກໃນແຕ່ລະປີ ຫຼັງຈາກຜ່ານການທົດສອບພາສາເກົາຫຼີ ທີ່ດໍາເດີນໂດຍອົງການພັດທະນາຊັບພະຍາກອນມະນຸດຂອງ ສ. ເກົາຫຼີ. ໃນປີກາຍນີ້, ມີຫຼາຍກວ່າ 400 ຄົນ ສະໝັກໄປເຮັດວຽກຢູ່ໃນເກົາຫຼີໃຕ້ ແລະໄດ້ເຂົ້າສອບເສັງດ້ານສີມື ແລະພາສາ, ໃນຂະນະທີ່ມີຫຼາຍກວ່າ 300 ຄົນໄດ້ລົງທະບຽນ ພາຍໃຕ້ໂຄງການດັ່ງກ່າວ ໃນປີນີ້, ອີງຕາມເຈົ້າຫນ້າທີ່ຈາກສູນບໍລິການການຈ້າງງານຂອງກະຊວງແຮງງານແລະສະຫວັດດີການສັງຄົມຂອງລາວ.

ປັດຈຸບັນມີແຮງງານລາວເຮັດວຽກຢູ່ເກົາຫລີໃຕ້ ປະມານ 3 ພັນຄົນ ຊຶ່ງເຮັດໃຫ້ ລາວຢູ່ໃນອັນດັບທີ 7 ໃນບັນດາປະເທດເອເຊຍຕາເວັນອອກ ທີ່ສົ່ງແຮງງານໄປ ປະເທດດັ່ງກ່າວ. 3 ປະເທດທີ່ສົ່ງແຮງງານໄປເກົາຫລີໃຕ້ຫລາຍທີ່ສຸດກໍຄືຫວຽດ ນາມ ທີ່ມີ 55 ພັນກວ່າຄົນ, ຟີລິບປິນ 26 ພັນກວ່າຄົນ ແລະອິນໂດເນເຊຍ 24 ພັນກວ່າຄົນ. ເມື່ອການສົ່ງແຮງງານລາວໄປເກົາຫລີໃຕ້ ຖືກໂຈະໄວ້ ມັນກໍຍິ່ງເຮັດໃຫ້ລາວ ບໍ່ສາມາດສົ່ງແຮງງານໄປໄດ້ຫລາຍ ເມື່ອທຽບກັບປະເທດອື່ນ.

XS
SM
MD
LG