ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນຮົງກົງ ຍັງຖືກຄຸມຂັງ ຫຼັງຈາກ ໄດ້ຍອມຮັບຜິດ ໃນການປະທ້ວງ ເມື່ອປີ 2019


ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ່ານເອເວີຣີ ແອັງ (Avery Ng) ກ່າວຕໍ່ສື່ມວນຊົນ ກ່ອນໜ້າການດຳເນີນຄະດີ ຢູ່ນອກສານແຫ່ງນຶ່ງ ໃນຮົງກົງ. (Reuters)
ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ່ານເອເວີຣີ ແອັງ (Avery Ng) ກ່າວຕໍ່ສື່ມວນຊົນ ກ່ອນໜ້າການດຳເນີນຄະດີ ຢູ່ນອກສານແຫ່ງນຶ່ງ ໃນຮົງກົງ. (Reuters)

ນັກຕໍ່ສູ້ເພື່ອປະຊາທິປະໄຕຊາວຮົງກົງ 6 ຄົນ ຜູ້ທີ່ຖືກຄຸມຂັງຢູ່ນັ້ນ ພາຍຫຼັງຈາກໄດ້ຍອມຮັບຜິດ ຕໍ່ການມີສ່ວນຮ່ວມໃນການປະທ້ວງຂອງພວກເຂົາ ເມື່ອເດືອນຕຸລາປີ 2019.

ຜູ້ພິພາກສາສານຂັ້ນປະຈຳເຂດ ທ່ານນາງອາແມນດາ ວູດຄັອກ ໄດ້ຕັດສິນໃນຄະດີຂອງບຸກຄົນສຳຄັນດ້ານການເມືອງ ຄືທ່ານຟີໂກ ແຊນ, ທ່ານເອເວີຣີ ແອັງ, ທ່ານອາລເບີຕ ໂຮ, ທ່ານຊິນ ຈັງ, ທ່ານເຢິງ ຊຳ ແລະທ່ານຣີຊາດ ຊອຍ ໃນວັນອັງຄານວານນີ້ ນຶ່ງວັນຫຼັງຈາກທີ່ພວກເຂົາ ແຕ່ລະຄົນໄດ້ຍອມຮັບຜິດ ໃນນຶ່ງກະທົງ ຂອງການຈັດການໂຮມຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ ຊຶ່ງໄດ້ເກີດຂຶ້ນຫຼາຍກວ່າ 18 ເດືອນຜ່ານມາ ໃນວັນຊາດຂອງຈີນ.

ໂດຍລວມແລ້ວ, ມີຝ່າຍຄ້ານຜູ້ສຳຄັນຈຳນວນ 10 ຄົນທີ່ໄດ້ຍອມຮັບຜິດ ພ້ອມກັບສີ່ຄົນທີ່ໄດ້ຖືກຄຸມຂັງຢູ່ແລ້ວນັ້ນ ໃນຄະດີນຶ່ງອີກຕ່າງຫາກ ທີ່ລວມມີ ມະຫາເສດຖີດ້ານສື່ມວນຊົນ ທ່ານຈິມມີ ລາຍ. ການຕັດສິນລົງໂທດ ແມ່ນໄດ້ຖືກກຳນົດໃສ່ວັນທີ 28 ພຶດສະພາ.

ທ່ານເອເວີຣີ ແອັງ ອາຍຸ 44 ປີ ຮວມຢູ່ໃນຫົກຄົນທີ່ຖືກຄຸມຂັງ ຜູ້ທີ່ເປັນເລຂາທິການໃຫຍ່ຂອງພັກສັນນິບາດສັງຄົມເພື່ອປະຊາທິປະໄຕ ຫຼື LSD, ທັງເປັນພັກການເມືອງທີ່ນິຍົມປະຊາທິປະໄຕ ຫົວຮຸນແຮງຈັດຂອງຮົງກົງນຳດ້ວຍ.

ນັກການເມືອງທ່ານນີ້ ໄດ້ໂອ້ລົມກັບວີໂອເອ ໃນການໃຫ້ສຳພາດທາງໂທລະສັບເມື່ອອາທິດແລ້ວນີ້. ມາເຖິງວັນອັງຄານວານນີ້ ທ່ານເປັນນຶ່ງໃນພວກຜູ້ນຳຝ່າຍຄ້ານບໍ່ເທົ່າໃດຄົນຜູ້ທີ່ໄດ້ຫຼີກລ່ຽງຈາກການຖືກຄຸມຂັງ ມາໄດ້ໄລຍະນຶ່ງ ຫຼັງຈາກທີ່ຫຼາຍສິບຄົນໄດ້ຖືກທາງການຈັບກຸມ ເມື່ອສອງສາມເດືອນຜ່ານມານີ້.

ພາຍຫຼັງຈາກການປະທ້ວງຕໍ່ຕ້ານລັດຖະບານໃນປີ 2019 ປັກກິ່ງໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ໃນເດືອນມິຖຸນາປີກາຍນີ້ ຢູ່ໃນຮົງກົງ ໂດຍຈຳກັດການປົກຄອງຕົນເອງ ແລະເຮັດໃຫ້ມັນງ່າຍຂຶ້ນ ໃນການລົງໂທດພວກທີ່ບໍ່ເຫັນດີເຫັນພ້ອມນຳທັງ ຫຼາຍ. ກົດໝາຍດັ່ງກ່າວ ມີໂທດສູງສຸດຄື ຈຳຄຸກຕະຫຼອດຊີວິດ.

ເມື່ອບໍ່ດົນມານີ້ ປັກກິ່ງໄດ້ຮັບຮອງເອົາການປ່ຽນແປງດ້ານຜູ້ມີສິດເລືອກຕັ້ງສຳລັບຮົງກົງເພື່ອຮັບປະກັນວ່າ “ພວກຮັກຊາດ” ຈະເປັນຜູ້ປົກຄອງເມືອງນີ້. ອີງຕາມການກ່າວ ຂອງທ່ານແອັງແລ້ວ ມັນເປັນຄວາມພະ ຍາຍາມທີ່ຈະ “ປ່ຽນແປງລະບອບປະຊາທິປະໄຕ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG