ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນໃນ ບຣາຊິລ ປະທ້ວງ ຕໍ່ຕ້ານ ແລະ ສະໜັບສະໜູນ ທ່ານນາງ Rousseff


ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີທີ່ຖືກສັ່ງພັກວຽກ ທ່ານນາງ Dilma Rousseff ໃນລະຫວ່າງ ການປະທ້ວງຮຽກໃຫ້ລົງໂທດທ່ານນາງ ທີ່ຫາດຊາຍ Copacabana, ນະຄອນ Rio de Janeiro, ບຣາຊິລ, 31 ກໍລະກົດ, 2016.
ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີທີ່ຖືກສັ່ງພັກວຽກ ທ່ານນາງ Dilma Rousseff ໃນລະຫວ່າງ ການປະທ້ວງຮຽກໃຫ້ລົງໂທດທ່ານນາງ ທີ່ຫາດຊາຍ Copacabana, ນະຄອນ Rio de Janeiro, ບຣາຊິລ, 31 ກໍລະກົດ, 2016.

ພວກປະທ້ວງຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນຢູ່ ໃນຕົວເມືອງຂອງນະຄອນ Rio de Janeiro ແລະ Sao Paulo ໃນວັນອາທິດວານນີ້ ເພື່ອຂັດຄ້ານລັດຖະບານຂອງປະທາ ນາທິບໍດີໄລຍະຂ້າມຜ່ານ ທ່ານ Michel Temer ຊຶ່ງດຳລົງຕຳແໜ່ງແທນປະທານາທິບໍດີ Dilma Rousseff ທີ່ຖືກໃຫ້ໂຈະວຽກນັ້ນ.

ພວກປະທ້ວງສະໜັບສະໜູນລັດຖະບານທ່ານນາງ Rousseff ໄດ້ເດີນຂະບວນຜ່ານຖະ ໜົນເສັ້ນທີ່ສຳຄັນ ຮ້ອງຄຳວ່າ “Temer ຕ້ອງອອກໄປ” ແລະ ໄດ້ໄປຊຸມນຸມກັນໃນຈະຕຸ ລັດໃຫຍ່ຂອງນະຄອນ Rio. ສ່ວນຢູ່ທີ່ເມືອງ Sao Paulo, ບາງຄົນໄດ້ຂໍໃຫ້ທ່ານນາງ Rousseff ຖືກລົງໂທດຢ່າງຖາວອນ.

ນາງ Patricia Abranches ຜູ້ປະທ້ວງຄົນນຶ່ງກ່າວຕໍ່ໜັງສືພິມ Folha de Sao Paulo ວ່າ “ທ່ານ Temer ບໍ່ໄດ້ເຮັດວຽກເພື່ອຄົນທຸກຍາກ. ຂ້ອຍສາມາດຮຽນຮອດລະດັບມະ ຫາວິທະໄລຍ້ອນລັດຖະບານລູລາ ແລະ ຍ້ອນຄວາມດຸໝັ່ນຂອງຂ້ອຍ, ຂ້ອຍຈຶ່ງໄດ້ ຮຽນຈົບປະລິນຍາໂທ.”

ທ່ານນາງ Rousseff ໄດ້ຖືກສັ່ງພັກວຽກຍ້ອນການລະເມີດກົດໝາຍງົບປະມານ ໃນ ເດືອນ ພຶດສະພາທີ່ຜ່ານມາ. ການຕັດສິນເພື່ອປົດທ່ານນາງອອກຈາກຕຳແໜ່ງຢ່າງຖາ ວອນແມ່ນຄາດວ່າຈະເກີດຂຶ້ນໃນທ້າຍເດືອນສິງຫານີ້.

ທ່ານ Temer ຈະເປີດກິລາລະດູຮ້ອນໃນວັນທີ 5 ສິງຫາຈະມາເຖິງນີ້. ພັນທະມິດຂອງ ທ່ານນາງ Rousseff ໄດ້ປະຕິຍານວ່າຈະປະທ້ວງໃນວັນທີ 5 ນີ້, ເຊິ່ງເປັນມື້ດຽວກັບ ພິທີເປີດຂອງການແຂ່ງຂັນກິລາ ໂອລິມປິກ.

ນາງ Marci Fionda ຜູ້ປະທ້ວງໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ລັດຖະບານຂອງປະ ທານາທິບໍດີ ທ່ານ Michel Temer ຍັງບໍ່ທັນແມ່ນລັດຖະບານທີ່ໄດ້ຖືກເລືອກເອົາ ໂດຍພວກເຮົາ, ແຕ່ພວກເຮົາຈ່ຶງຕ້ອງມ້ຽນມັດມັນ. ລາວຕ້ອງໄດ້ມ້ຽນໝົດທຸກຢ່າງ ແຕ່ ມັນຕ້ອງໄດ້ເຮັດດ້ວຍຕົວຂອງລາວເອງ. ຂ້ອຍບໍ່ໄດ້ຕໍ່ຕ້ານທ່ານ Temer, ຂ້ອຍສະໜັບ ສະໜູນປະເທດ ບຣາຊິລ.”

ບາງຄົນກ່າວວ່າ ການປະທ້ວງຕໍ່ຕ້ານທ່ານນາງ Rousseff ແມ່ນວິທີຂອງປະຊາຊົນທີ່ຈະ ສົ່ງຂໍ້ຄວາມຫາສະມາຊິກສະພາສູງຂອງ ບຣາຊິລ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Brazil Protest
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG